ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະມາຊິກສະພາແຫ່ງຊາດລາວຈະຊອກຫາຜູ້ຮັບຜິດຊອບໃນການເກັບກູ້ ລະເບີດບໍ່ທັນແຕກເພີ້ມຂຶ້ນ


ບັນດາສະມາຊິກສະພາແຫ່ງຊາດລາວ ຈະເຄື່ອນໄຫວ ເພື່ອຊອກຫາປະ​ເທດ​ທີ່​ຈະ​ຕ້ອງ​ຮັບຜິດຊອບຕໍ່ບັນຫາ ລະ​ເບີ​ດ UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວໂດຍມີເປົ້າໝາຍ ເພື່ອຮຽກຮ້ອງໃຫ້ ປະກອບສ່ວນເຂົ້າໃນການແກ້ໄຂ ບັນຫາດັ່ງກ່າວຫລາຍຂຶ້ນ.

ນີ້ກໍແມ່ນການປະກອບຄວາມຄິດເຫັນສ່ວນໜຶ່ງ ຂອງ ສະມາຊິກສະພາແຫ່ງຊາດລາວ ທີ່​ມີ​ຂຶ້ນ​ໃນ​ລະຫວ່າງ​ກອງ​ປະຊຸມສະ​ໄໝສາ​ມັນຄັ້ງທີ່ 7 ຊຶ່ງ​ໄດ້​ສິ້ນສຸດ​ຢ່າງ​ເປັນ​ທາງ​ການເມື່ອບໍ່ນານ​ມານີ້ ​ໂດຍ​ການ​ປະກອບ​ຄວາມ​ຄິດ​ເຫັນ​ດັ່ງກ່າວ​ນີ້ ກໍ​ຖື​ເປັນ​ສ່ວນໜຶ່ງຂອງ​ຄວາມ​ພະຍາຍາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ ໃນ​ການ​ທີ່​ຈະ​ຈັດ​ຕັ້ງຄະນະ​ທຳ​ງານຂຶ້ນມາ ຮັບ​ຜິດ​ຊອບ​ໃນ​ການ​ເຄື່ອນ​ໄຫວ ​ແລະ ລົນ​ນະ​ລົງ ​ເພື່ອ​ຫາ​ປະ​ເທດທີ່​ຈະ​ຕ້ອງ​ຮັບຜິດ​ຊອບ​ຕໍ່ບັນຫາ​ລະ​ເບີດ​ບໍ່ທັນ​ແຕກ ຫລື ລະ​ເບີ​ດ UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ປະ​ເທດ​ລາວ ນັບ​ຕັ້ງ​ແຕ່​ປາງ​ສົງຄາມ​ອິນດູຈີນ​ເປັນຕົ້ນມາ​ຈົນ​ເຖິງ​ທຸກ​ມື້ນີ້​. ​

​ເຖິງ​ແມ່ນ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ ຈະ​ບໍ່​ໄດ້​ລະບຸ​ວ່າ ປະ​ເທດ​ໃດ​ທີ່​ຈະ​ຕ້ອງ​ຮັບ ຜິດຊອບຕໍ່ບັນຫາ ລະ​ເບີ​ດ UXO ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ​ນີ້ກໍ​ຕາມ ຫາກ​ແຕ່​ກໍ​ເປັນການ​ທີ່​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ໂດ​ຍທົ່ວ​ໄປ​ວ່າ ໝາຍ​ເຖິງ​ສະຫະຣັດ ​ອາ​ເມຣິກາ ຊຶ່ງ​ຕາມ​ລາຍ​ງານ​ຂອງອົງການ​ກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ​ລາວ ຫລື LAO UXO ນັ້ນ ກໍ​ໄດ້​ລະບຸ​ວ່າ ​ໃນ​ໄລ​ຍະ​ຈາກ​ປີ 1964 ຫາ ປີ 1973 ນັ້ນ ​ເຄື່ອງ​ບິນ​ຂອງ​ກອງທັບ​ສະຫະຣັດ ຈຳນວນ​ຫລາຍ​ກວ່າ​ 500.000 ​ຖ້ຽວບິນ ​ໄດ້​ຖິ້ມລະ​ເບີດ​ລົງ​ໃສ່​ດິນ​ລາວ ຄຶດ​ເປັນນ້ຳໜັກລວມ​ເຖິງ 3 ລ້ານ ໂຕນ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ກາ​ນສຳ​ຫລວດ​ກໍ​ພົບ​ອີກດ້ວຍ​ວ່າມີ ລະ​ເບີ​ດ UXO ຄຶດ​ເປັນ​ສັດສ່ວນ​ເຖິງ 30% ຂອງ​ຈຳນວນ​ລະ​ເບີດ​ທັງໝົດນັ້ນ​ເປັນ​ລະ​ເບີດ​ທີ່​ເປັນ​ຍັງ​ບໍ່​ທັນ​ເກີດ​ການລະ​ເບີດ ​ແລະ ​ກໍຕົກ​ຄ້າງ​ຢູ່​ໃນ​ລາວ​ຈຳນວນ​ຫລາຍ​ກວ່າ 270 ລ້ານ ໜ່ວຍ​ໃນ​ພື້ນທີ່ ​ທີ່​ກ້ວາງ​ກວ່າ 87.200 ກິ​ໂລ​ແມັດມົນ​ທົນ ຢູ່​ໃນ​ເຂດ 15 ​ແຂ​ວງຈາກ​ທັງ ໝົດ 17 ແຂວງ​ໃນ​ທົ່ວ​ປະ​ເທດ​ລາວ​ ຫລື ຄຶດ​ເປັນ​ສັດສ່ວນ 1 ​ໃນ 3 ຂອງ​ພື້ນທີ່​ທັງໝົດ​ໃນ​ປ​ະ​ເທດ​ລາວ​. ​ເພາະສະນັ້ນ ການ​ທີ່​ມີລະ​ເບີ​ດ UXO ຕົກ​ຄ້າງເປັນ​ຈຳນວນ​ຢ່າງຫລວງຫລາຍ ​ແລະ ກໍ​ຍາກ​ຕໍ່ການ​ຊອກຫາ​ເພື່ອ​ທີ່​ຈະ​ທຳການ​ເກັບ​ກູ້ແລ້ວ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ໄປ​ເຖິງ ສະພາບ​ຊີວິດ​ຂອງ​ປະຊາຊົນ​ລາວ​ຢ່າງ​ຫລີກ​ຫລ້ຽງບໍ່​ໄດ້​ອີກ​ດ້ວຍ.

​ຖ້າ​ຫາກນັບ​ຈາກ​ປີ 1992 ຈົນ​ເຖິງ​ທ້າ​ຍປີ​ທີ່​ຜ່ານ​ມາ​ແລ້ວ ກໍ​ພົບ​ວ່າ ມີປະຊາຊົນ​ລາວຢູ່​ໃນ​ເຂດ 2.500 ກວ່າໝູ່ບ້ານ ຫລື ກວາມ​ເອົາ 25% ຂອງ​ຈຳນວນໝູ່ບ້ານ​ທັງໝົດ​ໃນ​ລາວ​ນັ້ນ ມີ​ຜູ້​ທີ່​ໄດ້​ຮັບ​ເຄາະ​ກຳ​ຈາກ​ລະ​ເບີດ UXO ຈຳນວນ ຫລາຍ​ກວ່າ 13.000 ຄົນ, ​ໂດຍ​ສ່ວນ​ໃຫຍ່​ກໍ​ຈະ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່ໄດ້ທຳ​ການ​ບຸກ​ເບີກ​ທີ່​ດິນ​ທຳກິນ. ສ່ວນ​ເດັກ​ນ້ອຍ​ທີ່​ເສຍຊີວິດ ຫລື ທີ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີດ​ບໍ່ທັນ​ແຕກ​ນັ້ນ ສ່ວນ​ຫລາຍ​ແລ້ວ ກໍ​ເປັນ​ເພາະວ່າ​ບໍ່ຮູ້ຈັກ ​ແລະ​ ບໍ່ຮູ້​ເຖິງ​ໄພ​ອັນ ຕະລາຍຂອງ​ລະ​ເບີ​ດ UXO ດັ່ງກ່າວ. ສ່ວນ​ການ​ເກັບ​ກູ້​ລະ​ເບີດ UXO ​ນັບ​ຈາກ​ປີ 1996 ເປັນ ຕົ້ນມາ ກໍ​ປາກົດ​ວ່າ LAO UXO ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ​ ອອກ​ຈາກ​ທີ່​ດິນ​ຂອງ​ປະຊາ ຊົນ​ລາວ​ໄດ້​ບໍ່​ເຖິງ 1% ຂອງ​ພື້ນທີ່​ທັງໝົດທີ່​ມີ​ລະ​ເບີດ​ຕົກ​ຄ້າງ​ຢູ່ ​ແລະ ກໍ​ໄດ້​ໃຊ້​ງົບປະມານ​ໃນ​ການ​ເກັບ​ກູ້​ໄປ​ແລ້ວຫລາຍ​ກວ່າ 40 ລ້ານ ​ໂດ​ລາ​ສະຫະຣັດ ຊຶ່ງ​ທັງໝົດ ກໍ​ເປັນຄວາມ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ນັ້ນ​ເອງ.

ຊົງຣິດ ໂພນເງິນລາຍງານຈາກບາງກອກ ໃນວັນທີ 27 ກໍລະກົດ 2009

XS
SM
MD
LG