ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີສະຫະຣັດ ທ່ານບິລ ຄລິນຕັນ ເດີນທາງ ໄປເຖິງ ນະຄອນຫລວງ ພຽງຢາງ


ເກົາຫລີເໜືອ - ນັກຂ່າວ: ອະດີດປະທານາ ທິບໍດີ ສະຫະຣັດ ທ່ານ BILL CLINTON ກຳ ລັງຢູ່ທີ່ນະຄອນຫລວງພຽງຢາງ ຂອງເກົາຫຼີເໜືອ ໃນອັນທີ່ປາກົດວ່າ ເປັນການເດີນທາງໄປໄກເກັ່ຽ ເພື່ອໃຫ້ມີການປ່ອຍນັກຂ່າວອະເມຣິກັນທີ່ຖືກຈັບ 2 ຄົນ. ລາຍງານຂ່າວໂທຣະພາບ ສະແດງໃຫ້ ເຫັນວ່າ ທ່ານ CLINTON ໄດ້ຖືກຕ້ອນຮັບ ທີ່ ສນາມບິນ ໃນວັນອັງຄານມື້ນີ້ ໂດຍທ່ານ KIM KYE KWAN ຮອງປະທານ ສະພາແຫ່ງຊາດ ຂອງເກົາຫລີເໜືອ ພ້ອມທັງເປັນຫົວໜ້າ ຄະນະ ເຈຣະຈາ ນິວເຄລັຽນຳດ້ວຍ. ມີເດັກນ້ອຍຄົນນຶ່ງ ມອບຊໍ່ດອກໄມ້ ໃຫ້ທ່ານ CLINTON. ເຈົ້າໜ້າ ທີ່ສະຫະຣັດຄົນນຶ່ງ ທີ່ເດີນທາງໄປອາຟຣິກາກັບ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານ ນາງ HILLARY CLINTON ຊຶ່ງເປັນພັລຍາ ທ່ານ CLINTON ນັ້ນ ໃຫ້ການຢືນຢັນ ກ່ຽວກັບການເດີນທາງ ໄປເກົາຫລີເໜືອ ຂອງອະດີດ ປະທານາທິບໍດີ. ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ພວກນັກຂ່າວວ່າ ຄວາມສົນໃຈ ຂອງຣັຖບານທ່ານ OBAMA ກໍຄືຄວາມສຳເຣັດ ໃນການປະຕິບັດງານ ຂອງ​ທ່ານ CLINTON ແລະການເດີນທາງ ກັບຄືນປະເທດ ໂດຍ ປອດພັຍ ຂອງພວກນັກຂ່າວ ທັງ 2.

ສະຫະຣັດ - ອີຣັກ - ອີຣ່ານ: ສື່ມວນຊົນ ຂອງທາງການ ອີຣ່ານ ໃຫ້ການຢືນຢັນ ໃນວັນ ອັງຄານມື້ນີ້ວ່າ ອີຣ່ານໄດ້ກັກ​ໂຕ ຊາວອະເມຣິ ກັນ 3 ຄົນ​ໄວ້ ໃນຂໍ້ຫາ ເຂົ້າປະເທດ ໂດຍບໍ່ໄດ້ ຮັບອະນຸຍາດ. ​ແຕ່ເຈົ້າໜ້າທີ່ ອີຣ່ານ ບໍ່ໄດ້ແຈ້ງ ໃຫ້ອົງການຂ່າວຊາບ ກ່ຽວກັບວ່າ ຊາວອະເມຣິ ກັນທັງ 3 ​ແມ່ນໃຜ. ກ່ອນ​ໜ້າ​ນີ້ຣັຖມຸນຕຣີການ ຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ຮຽກຮ້ອງ ໃຫ້ອີຣ່ານ ແຈ້ງຂໍ້ມູນ ຕ່າງໆ​ໃຫ້​ຊາບ ກ່ຽວກັບ ນັກທ່ອງທ່ຽວ 3 ຄົນ ຊຶ່ງຫາຍສາບສູນ​ໄປ ທີ່ເຊື່ອກັນວ່າ ໄດ້ຖືກອີຣ່ານຈັບ​ໄປ ໃນມື້ວັນສຸກ ຜ່ານມາ. ທ່ານນາງ CLINTON ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ສະຫະຣັດ ກຳລັງທຳ​ງານ​ ຮ່ວມ​ກັບສະຖານທູດສວິສ ທີ່ນະຄອນຫລວງ ເຕຫະຣ່ານ ເພື່ອຢາກຮູ້ຈັກວ່າ ບຸກຄົນທັງ 3 ຢູ່ໃສ ແລະນຳເອົາພວກເຂົາ ກັບຄືນມາຍັງສະຫະຣັດ. ສະຫະຣັດ ແລະອີຣ່ານ ບໍ່ມີຄວາມສັມພັນ ທາງດ້ານການທູດ ນຳ​ກັນ. ຫົວໜ້າ ກຳລັງຮັກສາຄວາມສະງົບ ໃນເຂດຊາວເຄີຣ໌ທ ຂອງ​ອິຣັກກ່າວວ່າ ບຸກຄົນທັງ 3 ໄດ້ພາກັນໄປເບິ່ງນ້ຳຕົກ ໃກ້ໆບໍຣິເວນຊາຍແດນ ອີຣັກຕິດກັບອີຣ່ານ ແຕ່ປາກົດວ່າ ໄດ້ຫລົງເຂົ້າໄປ ໃນ​ເຂດແດນ ຂອງອີຣ່ານ ​ແລະ​ໄດ້​ຖືກ​ຈັບ.

ອອສເຕຣເລັຽ - ການກໍ່ການຮ້າຍ: ຕຳຣວດ ອອສເຕຣເລັຽ ໄດ້ກ່າວຫາຜູ້ຊາຍຄົນນຶ່ງໃນຂໍ້ຫາ ສົມຮູ້ຮ່ວມຄິດ ທີ່ຈະທຳການໂຈມຕີ ກໍ່ການຮ້າຍ ຢູ່ທີ່ ຄ້າຍທະຫານ ອອສເຕຣເລັຽ ແຫ່ງນຶ່ງ. ຜູ້ ຊາຍ ທີ່ທາງ​ການ​ ບົ່ງຊື່ວ່າ ນາຍ NAYAF EL SAYED ອາຍຸ 25 ປີ ໄດ້ຖືກກ່າວຫາຢ່າງເປັນ ທາງການ ໃນວັນອັງຄານມື້ນີ້ໃນລະຫວ່າງການ ໄປປາກົດໂຕ ທີ່ສານຢູ່ເມືອງ MELBOURNE. ລາວແມ່ນນຶ່ງ ໃນຈຳນວນ ຊາວອອສເຕຣເລັຽ ທັງໝົດ 4 ຄົນ ທີ່ໄດ້ຖືກຕຳຣວດຈັບ ໃນຕອນ ເຊົ້າມື້ນີ້ ໃນລະຫວ່າງ ການບຸກ ເຂົ້າໄປກວດຄົ້ນ ສະຖານທີ່ຕ່າງໆ 19 ແຫ່ງ ໃນທົ່ວນະຄອນ MELBOURNE. ເຈົ້າໜ້າທີ່ ກ່າວວ່າ ພວກຜູ້ຕ້ອງສົງສັຍ ຊຶ່ງມີອາຍຸ ລະຫວ່າງ 22 ຫາ 26 ປີນັ້ນ ແມ່ນເປັນຄົນ ເຊື້ອສາຍໂຊມາເລັຽ ແລະເລບານອນ. ພວກຜູ້ຊາຍທັງ 4 ຖືກ​ກ່າວ​ຫາ​ວ່າ ວາງແຜນ ທີ່ຈະສັງຫານ ທະຫານອອສເຕຣເລັຽ ດ້ວຍປືນກົນ ໃນການໂຈມຕີ ສະລະຊີບ ທີ່ຄ້າຍແຫ່ງນຶ່ງ ໃກ້ໆນະຄອນ SYDNEY. ເຈົ້າໜ້າທີ່ເວົ້າວ່າ ຜູ້ຕ້ອງສົງສັຍ ໄດ້ມີຄວາມໂກດແຄ້ນ ຍ້ອນການພົວພັນ ຂອງທະຫານ ອອສເຕຣເລັຽ ໃນການເຮັດສົງຄາມ ພາຍໃຕ້ ການນຳພາ ຂອງສະຫະຣັດ ຢູ່ໃນອີຣັກ ແລະ ອັຟການິສຖານ.

ຈີນ - ໂຣກລະບາດ: ເຈົ້າໜ້າທີ່ ໃນພາກຕາເວັນ ຕົກ ສຽງເໜືອຂອງຈີນ ກ່າວວ່າ ມີຜູ້ເສັຽຊີວິດ ຄົນທີ 3 ​ແລ້ວ ໃນການແຜ່ລາມ ຂອງໂຣກ ປອດບວມລະ ບາດ. ຜູ້ເຄາະຮ້າຍ ຄົນລ່າສຸດເປັນຜູ້ຊາຍອາຍຸ 64 ປີ ທີ່ອາສັຍຢູ່ ເມືອງ ZIKETAN ຊຶ່ງເປັນຫົວເມືອງ ຂອງຊາວທິເບດໃນແຂວງ QINGHAI. ສ່ວນຜູ້ຊາຍ ອີກ 2 ຄົນ ທີ່ເສັຽຊີວິດ ກ່ອນໜ້ານີ້ ແມ່ນຮວມທັງ ຄົນລ້ຽງສັດ ອາຍຸ 32 ປີ. ນອກນັ້ນ ຍັງມີອີກ 9 ຄົນ ຊຶ່ງຫລາຍໆຄົນ ຂອງຈຳນວນນີ້ ເປັນຍາດພີ່ນ້ອງ ຂອງຄົນລ້ຽງສັດ ໄດ້ເຂົ້າຮັບ ການປິ່ນປົວ ທີ່ໂຮງພະຍາບານ. ເຈົ້າໜ້າທີ່ ໄດ້ທຳການ ປິດລ້ອມ ຫລືຫ້າມບໍ່ໃຫ້ ມີການເຂົ້າອອກ ເມືອງດັ່ງກ່າວ ຊຶ່ງມີປະຊາຊົນ ອາສັຍຢູ່ 10 ພັນຄົນ ເພື່ອປ້ອງກັນ ບໍ່ໃຫ້ໂຣກລະບາດນີ້ ແຜ່ລາມ ອອກໄປຕື່ມ. ເຈົ້າໜ້າທີ່ ການແພດ ເລີ້ມທຳການ ຂ້າເຊື້ອ​ໂຣກ ໃນບໍຣິເວນ ທີ່ມີການແຜ່ລະບາດ ແລະຕິດຕາມ ຫາຜູ້ຄົນ ທີ່ໄດ້ມີການ ຕິດຕໍ່ພົວພັນ ຢ່າງໃກ້ຊິດ ກັບພວກເຄາະຮ້າຍ.

ມຽນມາ - ຊູຈີ: ຂ່າວ​ຈາກ​ມຽນມ້າ ແຈ້ງວ່າ ຜູ້ຊາຍຊາວອະເມຣິກັນ ທີ່ເປັນຈຸດສູນກາງໃນ ການດຳເນີນຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳ ພັກຝ່າຍຄ້ານ ມຽນມາ ໄດ້ຖືກສົ່ງ ເຂົ້າ ຮັບການປິ່ນປົວ ທີ່ໂຮງພະຍາບານ. ແຫລ່ງ ຂ່າວແຈ້ງວ່າ ນາຍ JOHN YETTAW ໄດ້ ເຂົ້າຮັບການປິ່ນປົວ ທີ່ໂຮງພະຍາບານໃຫຍ່ ໃນນະຄອນຢ່າງກຸ້ງມື້ວານນີ້ຫລັງຈາກເກີດອາ ການຊັກ. ກ່າວ​ກັນວ່າ ​ເວລາ​ນີ້ ອາການ ຂອງຜູ້ກ່ຽວ ດີຂຶ້ນແດ່ແລ້ວ. ມີລາຍງານວ່າ ນາຍ YETTAW ເປັນໂຣກ ເບົາຫວານ ແລະໂຣກອື່ນໆອີກ. ນາຍ YETTAW ໄດ້ລອຍນ້ຳ ໄປທີ່ເຮືອນ ຂອງທ່ານນາງ ອອງຊານ ຊູຈີ ທີ່ຕັ້ງຢູ່ ແຄມທະເລສາບ ໃນນະຄອນ ຢ່າງກຸ້ງ ໂດຍທີ່ບໍ່ໄດ້ຮັບ ການເຊື້ອເຊີນ ເມື່ອຕົ້ນເດືອນ ພຶສະພາ ຜ່ານມາ ແລະໄດ້ພັກ ຢູ່ທີ່ນັ້ນເ ປັນເວລາ 2 ມື້ ໂດຍໄດ້ຮັບ ອະນຸຍາດ ຈາກທ່ານນາງ. ເຫດການທີ່ວ່ານີ້ ໄດ້ພາໃຫ້ ມີການຈັບກຸມ ທ່ານນາງ ອອງຊານ ຊູຈີ ໃນຂໍ້ຫາ ລະເມີດເງື່ອນໄຂ ການກັກບໍຣິເວນ. ທ່ານນາງ ໄດ້ຖືກນຳໄປຂັງ ທີ່ຄຸກ INSEIN ຊຶ່ງເປັນຄຸກໃຫຍ່ ໃນນະຄອນ ຢ່າງກຸ້ງ ບ່ອນທີ່ ການດຳເນີນຄະດີ ທ່ານນາງ ໄດ້ມີຂຶ້ນນັ້ນ. ເປັນທີ່ຄາດກັນວ່າ ສານຈະອອກ ຄຳພິພາກສາ ກ່ຽວກັບທ່ານ​ນາງ ໃນວັນທີ 11 ສິງຫາຈະມານີ້.

ໄທ: ຕຳຣວດໄທກ່າວວ່າ ມີຜູ້ເສັຽຊີວິດນຶ່ງຄົນ ແລະບາດເຈັບ ອີກຫລາຍໆຄົນ ເວລາເຮືອບິນ ໂດຍສານອາຍພົ່ນລຳນຶ່ງ ແລ່ນໝື່ນອອກນອກ ທາງແລ່ນແລ້ວໄປຕຳເອົາຫໍຄວບຄຸມອາກາສ ຍານ ທີ່ເກາະຕາກອາກາດ ໃນບໍຣິເວນ ອ່າວໄທ. ເຈົ້າໜ້າທີ່ ກ່າວວ່າ ເຮືອບິນໂດຍສານ ຂອງສາຍການບິນ BANGKOK AIRWAYS ໄດ້ແລ່ນເຂົ້າຕຳ ຫໍຄວບຄຸມ ອາກາສຍານ ຫລັງຈາກ ໄດ້ລົງຈອດ ທີ່ເກາະສມຸຍ ຊຶ່ງເປັນເກາະ ຕາກອາກາດ ຂອງໄທ ຂະນະທີ່ ກຳລັງເກີດ ພາຍຸຝົນ ໃນວັນອັງຄານ ມື້ນີ້. ເຮືອບິນລຳນີ້ ໄດ້ເດີນທາງ ໄປຈາກ ເມືອງກຣະບີ່ ທາງພາກ ຕາເວັນຕົກ ຂອງໄທ. ເຈົ້າໜ້າທີ່ ກ່າວວ່າ ຜູ້ເສັຽຊີວິດ ແມ່ນນັກບິນ ຂອງເຮືອບິນ ໂດຍສານລຳນີ້ ຊຶ່ງມີຜູ້ໂດຍສານ​ ແລະ​ພະນັກງານ​ບິນ ຢ່າງນ້ອຍ 70 ຄົນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG