ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ແລະ ໄທຈະສືບຕໍ່ຮວມມືກັນທຳການພິສູດສັນຊາດຂອງ ແຮງງານລາວຢູ່ໄທ ແລະປ້ອງກັນການຄ້າມະນຸດຂ້າມຊາດ


ທາງ​ການ​ລາວ ແລະ ​ໄທ ຍັງ​ຄົງ​ບໍ່ສາ ມາດ​ພິສູດ​ສັນຊາດຂອງ​ບັນດາ​ແຮງ​ງານ ​ລາວ​ທີ່​ຈົດ​ທະບຽນທຳ​ງານ​ຢູ່​ໃນ​ໄທ​ຢ່າງ ​ຖືກຕ້ອງ​ໄດ້​ທັງໝົດ ​ໃນ​ຂະນະ​ທີ່​ທາງ​ການ​ໄທ​ນັ້ນ ກໍ​ໄດ້​ກຳນົດ​ໃຫ້​ແຮງ​ງານ​ ລາວ​ທຸກ​ຄົນ ຕ້ອງ​ແຈ້ງ​ຈົດ​ທະບຽນອີກ​ຄັ້ງ​ໃໝ່ ພາຍ​ໃນ​ທ້າຍ​ເດືອນ​ນີ້ ຊຶ່ງ​ກໍ​ຈະ​ເປັນ​ໂອກາດ​ສຸດ​ທ້າຍ​ຂອງ​ການ​ແຈ້ງ​ຈົດ​ ທະບຽນ​ເພື່ອຂໍ​ອານຸຍາດ​ທຳ​ງານ​ຢູ່​ໃນໄທ​ ແລ້ວ.

ທ່ານ ​ໄພ​ທຸນ ​ແກ້ວ​ທອງ ລັດຖະມົນ​ຕີວ່າການ​ກະຊວງ​ແຮງ​ງານ​ຂອງ​ໄທ ໄດ້​ຖະ​ແຫລ​ງຢືນ ຢັນ​ວ່າ ບັນດາ​ແຮງ​ງານ​ຈາກ​ລາວ, ພະມ້າ ​ແລະ ກຳ​ປູ​ເຈຍ ທຸກ​ຄົນ ທີ່​ທຳ​ງານ​ຢູ່​ໃນ​ປະ​ເທດ​ໄທ ຈະ​ຕ້ອງ​ແຈ້ງ​ຈົດ​ທະບຽນ ​ເພື່ອ​ຂໍອະນຸຍາດ​ທຳ​ງານ​ຢ່າງ​ຖືກຕ້ອງຢູ່​ໃນ​ປະ​ເທດ​ໄທ​ຕໍ່​ໄປ​ພາຍ​ໃນວັນ​ທີ 31 ກໍ​ລະກົດນີ້ ​ເປັນ​ຢ່າ​ງຊ້າ. ​ຖ້າ​ຫາກ​ວ່າ ​ກາຍກຳນົດ​ການ​ດັ່ງກ່າວ​ແລ້ວນັ້ນ ກໍ​ຈະ​ເຮັດ​ໃຫ້​ແຮງ​ງານ​ຈາກ​ທັງ​ສາມ​ປະ​ເທດ​ດັ່ງກ່າວ ບໍ່ມີ​ສິດ​ທີ່​ຈະ​ທຳ​ງານ​ຢູ່​ໃນ​ປະ​ເທດ​ໄທ​ໄດ້​ອີກ​ຕໍ່​ໄປ ​ແລະ ກໍ​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ປະ​ເທດ​ທີ່​ເປັນພູມລຳ​ເນົາ​ໃນ​ທັນທີ ​ເມື່ອ​ຖືກ​ທາງ​ການ​ໄທ​ຈັບ​ກຸມ​ຕົວ​ໄດ້. ​

ໃນ​ປະຈຸ​ບັນນີ້ ທາງ​ການກະຊວງແຮງ​ງານ​ຂອງ​ໄທ​ປະ​ເມີນ​ວ່າ ມີ​ແຮງ​ງານ​ລາວ, ພະມ້າ ​ແລະ ກຳ​ປູ​ເຈຍ ຈຳນວນ ​ລວມກັນ​ຫລາຍ​ກວ່າ ສອງ​ລ້ານ​ຄົນ ທີ່​ທຳ​ງານ​ຢູ່​ໃນ​ປະ​ເທດ​ໄທ ທັງ​ທີ່​ຜິດ​ກົດ ໝາຍ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ ຊຶ່ງການ​ເປີດ​ໂອກາດ​ໃຫ້​ແຮງ​ງານ​ຈາ​ກລາວ, ພະມ້າ ​ແລະ ກຳ​ປູ​ເຈຍຕ້ອງ​ຈົດ​ແຈ້ງ​ທະບຽນດັ່ງກ່າວ​ນີ້ ກໍ​ຖື​ວ່າ​ເປັນ​ມາດ​ຕະການ​ສ່ວນໜຶ່ງ ທີ່​ຈະ​ຮັບ​ປະກັນ​ໃຫ້​ກັບ​ການ​ຄຸ້ມ​ຄອງ​ສິດ​ທິ ​ແລະ ສະຫວັດດີ​ການ​ດ້ານ​ຕ່າງໆ ຕາມ​ກົດໝາຍຢ່າງ​ຄົບ​ຖ້ວນ. ກັບ​ທັງ​ຍັງ​ຈະ​ເປັນ​ການ​ຮັບປະກັນ​ດ້ວຍ​ວ່າ ​ແຮງ​ງານ​ເຫລົ່າ​ນີ້ ຈະ​ບໍ່ຕົກ​ໄປ​ເປັນ​ເຍື່ອຂອງ​ການ​ຂະ​ບວນຄ້າມະນຸດ ຂ້າມ​ຊາດ​ຢູ່​ໃນໄທ​ອີກ​ດ້ວຍ.

ນອກຈາກ​ນີ້ ​ເພື່ອ​ເປັນ​ການ​ປະຕິບັດ​ຕາມ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ພັດທະນາ​ການ​ຈ້າງ​ງານ ທີ່​ທາງ​ການ​ໄທ​ໄດ້​ລົງ​ນາມ​ຮ່ວມ​ກັນ​ກັບ​ທາງ​ການ​ລາວ, ພະມ້າ ​ແລະ ກຳ​ປູ​ເຈຍ ນັບ​ຕັ້ງ​ແຕ່​ປີ 2003 ​ເປັນຕົ້ນມາ​ແລ້ວນັ້ນ ກໍ​ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ ໄທຕ້ອງ​ຮ່ວມ​ມື​ກັບ​ທາງ​ການ​ລາວ, ພະມ້າ ​ແລະ ກຳ​ປູ​ເຈຍ ດຳ​ເນີນ​ການ​ພິ​ສູດ​ສັນຊາດ​ຂອງ​ແຮງ​ງານ ລວມ​ໄປ​ເຖິງ ການ​ອອກໜັງສື​ເດີນທາງ ຫລື ພາດ​ສພອດ ​ໃຫ້​ກັບ​ແຮງ​ງານ​ທຸກ​ຄົນ​ທີ່​ເປັນ​ພົນລະ​ເມືອງ​ຂອງ​ລາວ, ພະມ້າ ​ແລະ ກຳ​ປູ​ເຈຍ ​ອີກ​ດ້ວຍ. ​

​ສຳລັບ​ແຮງ​ງານ​ລາວ​ທີ່​ແຈ້ງ​ຈົດ​ທະບຽນທຳ​ງານ​ຢູ່​ໃນ​ໄທ​ຢ່າງ​ຖືກຕ້ອງຕາມ​ກົດໝາຍ ຊຶ່ງ​ມີ​ຈຳນວນ​ເກືອບ 80.000 ຄົນ ​ໃນ​ປະຈຸ​ບັນ ກໍ​ປາກົດ​ວ່າ ​ໄດ້​ຜ່ານ​ການ​ພິ​ສູດ​ສັນຊາດ​ລາວ​ແລ້ວ ຈຳນວນ 50.000 ກວ່າ​ ຄົນ ​ແລະ ​ເຖິງ​ແມ່ນວ່າ ຈະ​ຍັງຄົງ​ເຫລືອ​ແຮງ​ງານ​ລາວ​ອີກ​ຫລາຍ​ກວ່າ 20.000 ຄົນ ທີ່​ຍັງ​ບໍ່ໄດ້ຜ່ານ​ການ​ພິ​ສູດ​ສັນຊາດກໍ​ຕາມ ຫາກ​ແຕ່​ທາງ​ການ​ລາວ​ ​ແລະ ​ໄທ ກໍ​ໄດ້​ຕົກລົງ​ທີ່​ຈະ​ຮ່ວມ​ມື​ກັນ​ດຳ​ເນີນ​ການ​ດັ່ງກ່າວ​ຕໍ່​ໄປ ລວມທັງ​ຍັງ​ຈະ​ຮ່ວມ​ມື​ກັນປ້ອງ​ກັນ ​ແລະ ປາບ​ປາມ​ການ ຄ້າມະນຸດຂ້າມ​ຊາດອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ທາງ​ດ້ານ ອົງກອນ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ ຈາກ​ ລາວ, ພະ ມ້າ ​ແລະ ກຳ​ປູ​ເຈຍ​ ​ໃນ​ປະ​ເທດ​ໄທ ຊຶ່ງ​ເປັນ​ອົງການ​ທີ່​ບໍ່ຂຶ້ນກັບ​ລັດຖະບານ​ໃນ​ໄທ​ນັ້ນ ກໍ​ໄດ້ ​ປະ​ເມີນ​ວ່າ ມີ​ແຮງ​ງານ ລາວ, ພະມ້າ ​ແລະ ກຳ​ປູ​ເຈຍ​ຢູ່​ໃນ​ໄທ​ຫລາຍ​ກວ່າ 4​ລ້ານ​ຄົນ​ໃນ​ປັດ ຈຸ​ບັນນີ້. ​ໂດຍ​ໃນ​ຈຳນວນ​ດັ່ງກ່າວ​ກໍ​ປາກົດ​ວ່າ ​ໄດ້​ແຈ້ງ​ຈົດ​ທະບຽນທຳ​ງານ​ຢ່າງ​ຖືກຕ້ອງ​ພຽງ​ແຕ່ 700.000 ກວ່າ​ຄົນ ​ເທົ່າ​ນັ້ນ ​ຊຶ່ງ​ກໍໝາຍຄວາມ​ວ່າ ຍັງ​ເຫລືອ​ອີກ​ຫລາຍ​ກວ່າ 3​ລ້ານ​ຄົນ ທີ່​ເປັນ​ແຮງ​ງາ​ນລັກລອບ​ທຳ​ງານ​ໂດຍ​ຜິດ​ກົດໝາຍ ​ແລະ ກໍ​ມີ​ຄວາມ​ສ່ຽງຢ່າງ​ສູງທີ່​ຈະ​ຕ້ອງ​ຕົກ​ໄປ​ເປັນ​ເຫຍື່ອຂອງຂະ​ບວນການຄ້າ​ມະນຸດ​ຂ້າມ​ຊາດ​ຢູ່​ໃນ​ປະ​ເທດ​ໄທ. ​

ສຳ​ລັບ​ໃນ​ສ່ວນ​ຂອງ​ແຮງ​ງານ​ລາວ​ນັ້ນ ອົງການ​ຄຸ້ມ​ຄອງ​ແຮງ​ງານ​ດັ່ງ​ກ່າວ ກໍ​ໄດ້​ປະມານ​ການ​ວ່າ ມີ​ຢູ່​ຫລາຍ​ກວ່າ 4​ແສນ​ຄົນ ​ແລະ ກໍ​ມີ​ແນວ​ໂນ້ມ ທີ່​ຈະ​ເພີ້ມຫລາຍ​ຂຶ້ນນັບ​ມື້ ​ເນື່ອງ​ຈາກ​ວ່າ​ຢູ່​ໃນ​ປະ​ເທດ​ລາວ ມີ​ຕຳ​ແຫນ່​ງງານຮອງ​ຮັບ ​ບໍ່ພຽງພໍກັບທັງ​ຍັງ​ ມີ ຄ່າ​ຈ້າງ​ຕ່ຳ​ຫລາຍເມື່ອທຽບໃສ່​ກັບ​ລະ ດັບ​ຄ່າ​ຄອງ​ຊີບ​ຢູ່​ໃນ​ລາວ​ທີ່​ເພີ້ມສູງ​ຂຶ້ນ ຢ່າງຕໍ່​ເນື່ອງ. ​ເພາະສະນັ້ນ ຈຶ່ງ​ເຮັດ​ໃຫ້ແຮງ​ງານ​ ລາວ ​ໄດ້​ພາກັນຫ​ລັ່ງ​ໄຫລ​ມາ​ລັກ​ລອບ​ທຳ​ງານ ​ຢູ່​ໃນ​ໄທ​ເພີ້ມຫລາຍ​ຂຶ້ນນັບ​ມື້, ​ໂດຍ​ມີ​ບັນດາ ​ນາຍ​ໜ້າຄ້າ​ແຮງ​ງານ ທັງ​ທີ່ຢູ່​ໃນ​ລາວ ​ແລະ ​ໄທ ຄອຍ​ຮັບ​ ​ແລະ ສົ່ງ ລວມ​ໄປ​ເຖິງການຈັດ​ຫາ​ງານ​ໃຫ້​ທຳ​ເພື່ອ​ແລກປ່ຽນກັບ​ຄ່າ​ນາຍໜ້າ ໃນ ອັດຕາ 5.000ບາດ ຕໍ່​ແຮງ​ງານ​ລາວໜຶ່ງຄົນ​ນັ້ນ​ເອງ.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ໃນວັນທີ 21 ກໍລະກົດ 2009

XS
SM
MD
LG