ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເປັນພາຄີກັນ ລະຫວ່າງສະຫະລັດ ກັບອິນເດຍ


<!-- IMAGE -->

ທ່ານ​ນາງ Hillary Rodham Clinton ລັດຖະມຸນຕີຕ່າງ ປະ​ເທດ​ສະຫະ​ລັດກ່າວ​ວ່າ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາຍ​ພົວພັນ​ດ້ານ​ຍຸ​ທະ​ສາດ​ທີ່ສຳຄັນ​ ລະ​ວ່າງສະຫະລັດ​ແລະ​ອິນ​ເດຍ ຖື​ວ່າ​ເປັນ​ເປົ້າໝາຍ​ທີ່​ສຳຄັນ​ປະການ​ນຶ່ງຂອງ​ນະ​ໂຍບາຍ​ຂອງສະຫະລັດ. ​ໃນໂອກາດ​ກ່າວ​ຄຳ​ປາ​ໃສ​ຕໍ່ບັນດາເຈົ້າໜ້າ​ທີ່​ແລະ​ຜູ້ນຳ​ສັງຄົມ​ພົນລະ​ເຮືອນ​ຂອງ​ອິນ​ເດຍ ​ທີ່ເມືອງ ມຸມບາຍ​ ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ສະຫະລັດຢາກ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມືລະ​ວ່າງສະຫະລັດ​ແລະ​ອິນ​ເດຍໃນ​ຫລາຍໆ​ບັນຫາ ນັບ​ຕັ້ງ​ແຕ່​ບັນຫາການ​ເຕີບ​ໂຕ​ດ້ານເສດຖະກິດ​ ແລະ​ການພັທະນາ ​ໄປ​ຫາການ​ປ່ຽນ​ແປງ​ຂອງສະພາບ​ດິນ​ຟ້າ​ອາກາດ​ ​ການ​ສຶກສາ ​ແລະ​ການ​ຮັກສາ​ສຸຂະພາບ ​ການ​ບໍ່​ໃຫ້​ມີ​ການ​ແຜ່ຜາຍ​ອາວຸດນີວ​ເຄລຍ ​ແລະ​ການ​ປາບ​ປາມ​ການ​ກໍ່​ການ​ຮ້າຍ​.

​ໃນ​ການ​ພົບ​ປະ​ກັບ​ພວກ​ຜູ້ນຳ​ທຸລະ​ກິດ​ຂອງ​ອິນ​ເດຍ ທ່ານ​ນາງ​ລັດຖະມຸນຕີຕ່າງປະ​ເທດ​ຄລິນ​ຕັນ ​ໄດ້​ຢືນຢັນ​ຄືນ​ໃໝ່ ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງ​ອາ​ເມ​ລິ​ກາ​ ຕໍ່​ການປະຕິ​ບັດ​ງານ​ກັບ​ບັນດາ​ພາຄີໃນ​ອິນ​ເດຍ ​ເພື່ອແຜ່ຂຍາຍ​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ ​ໄປໃຫ້ທົ່ວສັງຄົມ​ຂອງ​ທັງ​ສອງ​ປະ​ເທດ ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ “ການ​ຫລຸດຜ່ອນຄວາມທຸກ​ຈົນ ຊື່​ງ ຂ້າພະ​ເຈົ້າຮູ້​ດີ​ວ່າ ເປັນເປົ້າໝາຍ​ແກນ​ກາງຂອງລັດຖະບານ​ອິນ​ເດຍ ​ແລະຂອງປະຊາ ຊົນ​ອິນ​ເດຍນັ້ນ ກໍ​ເປັນບັນຫານຶ່ງ​ ທີ່​ພວກ​ເຮົາ​ຈະ​ສະ​ເນີ ​ໃຫ້ການ​ຊ່ວຍ​ເຫລືອໃນ​ທຸກໆ​ດ້ານ.ນອກ​ນີ້ ທ່ານ​ນາງຄລິນ​ຕັນຍັງໄດ້​ບອກ​ພວກ​ນັກວິ​ທະຍາ​ສາດ​ອິນ​ເດ​ຍວ່າ ສະຫະລັດ ຕ້ອງການ​ຢາກ​ຈະ​ປະຕິບັດ​ງານ​ຢ່າງ​ໄກ້​ຊິດກັບອິນ​ເດຍ​ ​ເພື່ອ​ຕໍ່ຕ້ານ​ຄວາມ​ອຶດຫິວໃນ​ທົ່ວໂລກ ​ແລະ​ຊອກ​ຫາພະລັງງານທີ່​ສະອາດແລະ​ຢັ້ງຢືນສຳ​ຫລັບອະນາຄົດ.

​ໃນໂອກາດຢ້ຽມຢາມ​ອະນຸສາວະລີ​ສຳ​ຫລັບພວກເຄາະ​ຮ້າຍ​ໃນ​ການໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍ ​ທີ່ເມືອງ​ມຸມບາຍ​ເມື່ອ​ເດືອນ​ພະຈິກ​ປີຜ່ານມາ ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ການ​ໂຈມ​ຕີຢ່າງ​ຂາດ​ສະຕິ​ບໍ່​ມີ​ເຫດຜົນ​ເຫລົ່າ​ນີ້ ກໍ​ຄື ກັນ​ກັບການ​ໂຈມ​ຕີ​ຕໍ່​ສະຫະລັດ ​ເມື່ອ​ວັນ​ທີ່ 11 ​ເດືອນກັນຍາ​ ປີ 2001 ​ແລະກາ​ນວາງ​ລະ​ເບີດ​ ທີ່​ນະຄອນຫລວງຈາ​ກາ​ຕ້າ ​ປ​ະ​ເທດ​ອິນໂດເນເຊຍ ເມື່ອ​ໝໍ່ໆ​ມາ​ນີ້ແມ່ນເປັນ​ສິ່ງ​ເຕືອນ​ຄວາມຊົງ​ຈຳທີ່​ເຈັບປວດ ທີ່​ເຕືອນ​ໃຫ້​ຮູ້​ວ່າ ​ໄພ​ຂົ່ມຂູ່​ຈາກ​ພວກ​ຫົວ​ຮຸນ​ແຮງຈັດນັ້ນ ຍັງ​ຄົງ​ເປັນ​ພັຍ​ຂົ່ມຂູ່​ຕົວ​ຈິງ​ທີ່​ສຸດຢູ່ ຊຶ່ງ​ທ່ານ​ນາງ​ກ່າ​ວຕໍ່​ໄປວ່າ ​ໄ​ພ​ຂົ່ມຂູ່ທີ່ວ່ານີ້ເປັນ​ໄພຂົ່ມຂູ່ທີ່​ມີ​ຢູ່​ທົ່ວ​ໂລກ ທີ່​ໂຫດ ຮ້າຍ​ປ່າ​ເຖືອນ ທີ່ທຳລາຍລ້າງຜານແລະ​ຈະ​ຕ້ອງ​ໄດ້​ຖືກ​ກຳຈັດ​ປາບ​ປາມ​ໃຫ້​ໝົດ​ໄປ.

ລັດຖະມຸນຕີຕ່າງປະ​ເທດ​ຄລິນ​ຕັນ​ກ່າວ​ວ່າ ສະຫະລັດຈະ​ປະຕິບັດ​ງານກັບລັດຖະບານ​ອິນ​ເດຍ ​ແລະ​ປະ​ເທດ​ອື່ນໆ ​ແລະ​ພວກ​ປະຊາຊົນ​ທີ່​ຕ້ອງການແລະ​ສະ​ແຫວ​ງຫາສັນຕິພາບ ​ແລະ​ຄວາມ​ໝັ້ນຄົງນັ້ນເພື່ອ​ປະ​ເຊີນໜ້າແລະ​ເອົາ​ຊະນະພວກ​ຫົວ​ຮຸນ​ແຮງ​ຈັດ​ເຫລົ່ານີ້. ​ແລະ​ພວກ​ເຮົາ​ຈະ​ກະທຳ​ສຸດ​ຄວາມ​ສາມາດ ​ເພື່ອ​ກໍ່ສ້າງ​ໃຫ້​ມີ​ໂລກແຫ່ງ​ໂອກາດ ທີ່​ມີ​ບ່ອນ​ຫລາຍ​ຂື້ນ​ສຳ​ຫລັບ ຄວາມ​ກ້າວໜ້າ ສັນຕິພາບ​ແລະ​ຄວາມ​ວັທະນາ​ຖາວອນ ​ແລະ​ມີ​ບ່ອນໜ້ອຍລົງ ສຳ​ຫລັບ​ການ​ບໍ່ຍອມ​ທົນຫລື​ອະນຸ​ໂລມ​ຜ່ອນຜັນ​ໃຫ້​ກັນ​ແລະ​ກັນ ສຳ​ຫລັບຄວາ​ມຮຸນ​ແຮງ ​ແລະຄວາມ​ກຽດ​ຊັງ​ກັນ.​

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ທີ່​ສຸດ​ວ່າ ປະທານາທິບໍດີ​ໂອ​ບາ​ມາແລະ​ຂ້າພະ​ເຈົ້າ​ເອງເຊື່ອ​ວ່າ ພວກ​ເຮົາ​ກຳລັງກ້າວ​ເຂົ້າ​ສູ່​ຍຸກໃໝ່ ທີ່​ໃຫ້​ຄວາມ​ຫວັງ​ຫລາຍ​ຂື້ນກ່ຽວ​ກັບ​ສາຍ​ພົວພັນ​ກັບ​ອິນ​ເດຍນັ້ນ ​ແລະ​ພວກເຮົາ​ກໍມີ​ຄວາມ​ກະຕືລື ລົ້ນທີ່​ຈະ​ປະຕິບັດ​ງານ​ເພື່ອ​ສ້າງ​ຄວາມ​ເປັນ​ພາຄີທີ່ກວ້າງ​ໄກ ​ແລະ​ເລິກ​ເຊິ່ງກວ່າ​ເກົ່າລະ​ວ່າງ ປະ​ເທດ​ເຮົາທັງ​ສອງ. ​

XS
SM
MD
LG