ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແກຣີ ລ໊ອກຄ໌ ຖະແລງກ່ຽວກັບສາຍພົວພັນລະຫວ່າງສະຫະຣັດກັບຈີນ


<!-- IMAGE -->

ທ່ານແກຣີ ລ໊ອກຄ໌ ຣມຕ ກະຊວງ​ການ​ຄ້າ​ຂອງ​ສະຫະຣັຖ ກ່າວ​ວ່າ ໃນ​ຖານະ​ທີ່​ເປັນເສດຖະກິດທີ່ມີ​ຜົນ​ຜລິດ​ຫລາຍທີ່​ສຸດ ​ແລະ​ມີ​ຫົວຄິດ​ປະ​ດິດສ້າງ​ຫລາຍ​ທີ່​ສຸດ​ຂອງ​ໂລກ​ນັ້ນ ສະຫະຣັຖ​ແລະ​ຈີນ ​ແມ່ນຢູ່​ໃນ​ຖານະທີ່​ພິ​ເສດ​ບໍ່ມີ​ປະ​ເທດ​ໃດ​ເໝືອນ ຄືມີ​ຄວາມ​ສາມາດ​ທີ່ຜລິດ​ເທັກ​ໂນ​ໂລ​ຈີ່ດ້ານ​ພະ​ລັງ​ງານທີ່​ໃຊ້ແສງຕາ​ເວັນ ລົມ ເຊື້ອ​ໄຟ​ຊີວະ​ພາບ ​ແລະພະລັງງານ​ອື່ນໆ​ທີ່ເອົາ​ມາ​ໝຸນ​ໃຊ້​ຄືນ​ໃໝ່ໄດ້ ທີ່​ໝົດ​ທັງ​ໂລກຢາກ​ໄດ້​ແລະ​ຕ້ອງການ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ​ ໃນ​ຂະນະ​ດຽວ​ກັນ ​ໃນ​ຖານະ​ທີ່ທັງ​ສອງ​ເປັນ​ປະ​ເທດ​ທີ່​ປ່ອຍ​ອາຍແກ​ສຄາບອນ​ໄດ​ອ໊ອກ​ໃຊ້ທ໌ ອອກ​ສູ່​ບັນຍາກາດຂອງ​ໂລກຫລາຍ​ທີ່​ສຸດສອງ​ປະ​ເທດ​ນີ້​ ຈື່ງມີ ຄວາມ​ຮັບຜິດຊອບພິ​ເສດ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ ​ເພື່ອ​ແກ້​ໄຂ​ບັນຫາ​ອາຍ​ແກ​ສດັ່ງກ່າວ

ທ່ານ ​ແກຣີ ລ໊ອກ ຣັຖມຸນຕຣີກະຊວງ​ການ​ຄ້າ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ​ຕໍ່ກອງ​ປະຊຸມຂອງສະພາ​ການ​ຄ້າ​ສະຫະຣັຖ ກັບ​ສະພາທຸລະ​ກິດ​ສະຫະ ຣັຖ-ຈີນ ທີ່​ກຸງ​ປັກ​ກິ່ງ​ເມື່ອ​ວັນ​ທີ່ 15 ​ຜ່ານ​ມາ​ນີ້ ຊຶ່ງ​ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ງົປມານ​ກະຕຸກ​ຊຸກຍູ້​ເສດຖະກິດ​ ທີ່​ຣັຖບານ​ຂອງ​ປະທາ​ນາ​ທິບໍດີບາຣັກ ​ໂອ​ບາ​ມາ ນຳ​ອອກ​ໃຊ້​ເມື່ອຕົ້ນ​ປີ​ນີ້ ​ແມ່ນ​ປະກອບ​ດ້ວຍ​ເງິນ​ທຶນ​ຈຳນວນ​ 112​ ພັນ​ລ້ານ​ໂດລາ ​ສຳລັບ​ສົ່ງ​ເສີມ​ບູລີ​ມະ​ສິດ​ສີຂຽວ​ໃຫ້​ກ້າວ​ໄກ ​ແລະໃນ​ຮ່າງງົປມານ​ປະຈຳ​ປີ 2010 ນັ້ນ ​ປະທານາທິບໍດີ ໂອ​ບາ​ມາ ຍັງ​ໄດ້​ສະ​ເນີ​ໃຫ້​ນຳ​ໃຊ້​ເງິນ​ຈຳນວນ 15 ພັນ​ລ້ານ$​ ໃນ​ແຕ່ລະ​ປີ​ສຳລັບ​ລະ​ຍະ​ສິບ​ປີ​ຂ້າງ​ໜ້າ​ ​ເພື່ອໃຊ້​ຈ່າຍໃນການ​ສຶກສາ​ຄົ້ນຄວ້າ​ແລະ​ພັທະນາພະລັງງານ​ທີ່​ສາມາດນຳ​ມາ​ໝຸນໃຊ້​ຄືນໃໝ່​ໄດ້ ຊຶ່ງ​ທ່ານລ໊ອກ ກ່າວ​ວ່າ ຈີນ​ກໍ​ເຊັ່ນ​ດຽວ​ກັນ​ ຄືມີ​ບົດບາດ​ສຳຄັນ​ທີ່​ຈະ​ຕ້ອງ​ດຳ​ເນີນ​ໃນເລຶ່ອງນີ້​ແລະພວກ​ຜູ້ນຳ​ຈີນ​ທັງ​ທັງ​ຫລາຍ​ ກໍໄດ້​ເລິ່ມທຳ​ຄວາມ​ກ້າວໜ້າ​ຢ່າງສຳຄັນແລ້ວ ໃນການ​ຮັບ​ມື​ກັບ​ສາ​ເຫດ​ຕ່າງໆ​ທີ່​ພາ​ໃຫ້​ເກີດມີ​ສະພາບ​ດິນ​ຟ້າ​ອາກາດ​ປ່ຽນແປງນັ້ນ

​ເກືອບ​ສີ່​ສິບ​ເປີ​ເຊັນ​ຂອງງົປະມານ​ກະຕຸກ​ຊຸກຍູ້​ເສດຖະກິດພາຍ​ໃນ​ປະ​ເທດ​ຂອງ​ຈີນນັ້ນ ​ແມ່ນ​ສຳລັບໃຊ້​ຈ່າຍ​ໃນ​ໂຄງການ​ສີ​ຂຽວຕ່າງໆ. ຈີນ​ໄດ້​ນຳ​ໃຊ້​ນະ​ໂຍບາຍ​ເພື່ອ​ການ​ປະຢັດ​ພະລັງງານ​ທີ່​ເອົາ​ຈິງ​ເອົາ​ຈັງ​ທີ່​ສຸດໃນ​ໂລກ ​ແລະ​ກຳລັງ​ຈະ​ປະສົບ​ຜົນສຳ​ເລັດ​ເກີນ​ຄາດໝາຍ ​ໃນ​ຫລາຍໆ​ເປົ້າໝາຍ​ໃນການ​ຜລິດພະລັງງງານ​ ທີ່​ນຳມາ​ໝຸນໃຊ້​ຄືນ​ໃໝ່​ໄດ້ຂອງ​ຕົນ

ທ່ານ ລ໊ອກ ກ່າວ​ຕໍ່​ໄປ​ວ່າ “ກ່ຽວກັບດ້ານ​ການ​ຄ້າ​ແລ້ວ ແມ່ນ​ຍັງ​ມີຄວາມ​ເປັນ​ຫ່ວງ​ຢູ່ຫລາຍປະການ ​ແລະ​ບັນຫາດ້ານໂຄງ​ສ້າງສຳຄັນຕ່າງໆທີ່​ຈະ​ຕ້ອງ​ໄດ້ທຳ​ການແກ້​ໄຂຢູ່ ຊຶ່ງ​ສຳຄັນ​ທີ່ສຸດ​ໃນ​ນັ້ນກໍ​ຄື​ຄວາມ​ບໍ່​ສົມ​ດູ​ນຂອງ​ການ​ຄ້າ​ສອງຝ່າຍ ​ທີ່​ເຮົາ​ບໍ່ສາມາດ​ຈະ​ປ່ອຍ​ໃຫ້ຍືນ​ຍົງຕໍ່​ໄປ​ໄດ້. ການເຕີບໂຕຂອງ​ເສດຖະກິດ ທີ່​ອິງ​ໃສ່ສິນຄ້າສົ່ງອອກຂອງຈີນ ທີ່​ຖີບ​ຂື້ນ​ເລື້ອຍໆ ທີ່ ບໍລິໂພກໂດຍປະຊາຊົນ​ອາ​ເມ​ລິ​ກັນ ທີ່ມີໜີ້ສິນຖ້ວມ​ໂຕນັ້ນ ​ໄດ້​ອຳນວຍ​ໃຫ້​ມີຄວາມຈະເຣີນຮຸ່ງເຮືອງມາ​ເປັນ​ເວລາຫລາຍປີ ​ແຕ່​ວ່່າ​ໃນ​ຂະນະ​ດຽວ​ກັນ ມັນກໍຍັງວ່ານພືດຂອງບັນຫາເສດຖະກິດຂອງເຮົາໃນປັດຈຸບັນນີ້ນຳ

ທ່ານລ໊ອກໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຂາດ​ດຸນ​ການ​ຄ້າ​ຂອງ​ສະຫະຣັຖກັບ​ຈີນ​ນັ້ນ ​ໄດ້ຖີບ​ຕົວ​ສູງຂື້ນ​ເຖິງ​ເກືອບ 270 ພັນ​ລ້ານ​ໂດ​ລາ​ ໃນ​ປີ 2008 ຊຶ່ງ​ທ່ານ ລ໊ອກກ່າວ​ຕໍ່​ໄປວ່າ “​ໃນ​ຫລາຍໆ​ເດືອນ​ຂ້າງ​ໜ້າ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ຈະ​ພຍາ​ຍາມ​ຟື້ນ​ຟູ​ ​ໃຫ້​ສາຍ​ພົວພັນ​ໃນ​ດ້ານນີ້ ມີຄວາມ​ສົມ​ດຸນກັນ​ຄືນໃໝ່.

ຖ້າ​ວ່າຈີນຫາກເປີດ​ຕະລາດ​ພາຍ​ໃນ​ປະ​ເທດຂອງ​ຕົນໃຫ້​ກວ້າງ​ອອກອີກ ​ເພື່ອ​ຮັບ​ເອົາ​ສິນຄ້າຈາກ​ຕ່າງປະ​ເທດ ​ແລະ​ການລົງ​ທືນ​ໂດຍ​ກົງ​ຈາກຕ່າງ ປະ​ເທ​ດແລ້ວ ມັນ​ກໍຈະ​ເລັ່ງລັດການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ​ໂລກ​ໄດ້. ຄຽງ​ຄູ່​ກັນ​ໄປ​ພ້ອມ​ກັບສະພາບແວດ​ລ້ອມສຳລັບການ​ຄ້າທີ່​ເສລີ​ນັ້ນ ກໍ​ຄວນຈະ​ມີຄວາມ​ໝັ້ນ​ໝາຍ​ຕໍ່​ການບັງຄັບ​ກົດໝາຍ​ ແລະສັນຍາ​ຕ່າງໆກ່ຽວ​ກັບການ​ຄ້າ​ລະ​ວ່າງ​ປະ​ເທດ​ນັ້ນ. ຜ່ານ​ມາ ​ຈີນ​ແມ່ນ​ໄດ້​ສ້າງຄວາມ​ກ້າວໜ້າ​ພໍ​ສົມຄວນ​ໃນ​ດ້ານການ​ປົກ​ປ້ອງ​ຊັບ​ສິນ​ທາງສະຕິ​ປັນຍາ​ຂອງ​ພວກ​ບໍລິສັດ​ຕ່າງໆ​ຂອງສະຫະຣັຖ ທີ່​ປະກອບ​ທຸລະ​ກິດ​ຢູ່​ພາຍ​ໃນເຂດ​ຊາຍ​ແດນ​ຂອງ​ຕົນ ​ແຕ່​ກໍ​ຍັງມີອີກ ຫລາຍ​ສິ່ງ​ຫລາຍ​ປະການຢູ່ ​ທີ່​ຈີນຈະ​ຕ້ອງ​ໄດ້​ປະຕິບັດ

ທ່ານ ​ແກຣີ ລ໊ອກຄ໌ ຣັຖມຸນຕຣີກະຊວງ​ການ​ຄ້າ​ສະຫະຣັຖກ່າວ​ໃນ​ທີ່​ສຸດ​ວ່າ ສະຫະຣັຖ​ແລະ​ຈີນແມ່ນ​ຈະ​ສືບ​ຕໍ່​ມີຄວາມແຕກ​ ຕ່າງ​ລະຫວ່າງ​ກັນ​ແລະກັນ​ຢູ່​ຕໍ່​ໄປ ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າທັງ​ສອງ​ປະ​ເທດ​ຈະ​ສາມາດ​ເຊື່ອມ​ຕໍ່​ຊ່ອງ​ຫວ່າງ ຫລືເຮັດ​ໃຫ້​ຄວາມ​ແຕກ​ຕ່າງ​ກັນນັ້ນລຸດນ້ອຍ​ຖອຍລົງ​ໄດ້ ​ຍ້ອນຄ່ານິຍົມຕ່າງໆ​ທີ່​ສອງ​ປະ​ເທດມີ​ຮ່ວມ​ກັນ ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ພວກ​ເຮົາມີ​ຄວາມ​ກົມ​ກຽວເປັນອັນ​ນຶ່ງ​ອັນ​ດຽວ​ກັນ ​ແລະ​ຍ້ອນ​ການຮັບ​ຮູ້ໃນ​ສິ່ງ​ທີ່ແລ​ເຫັນ​ໄດ້​ຢ່າງ​ຊັດ​ແຈ້ງ​ ນັ້ນ​ກໍ​ຄື​ໂຊກ​ຊະ​ຕາ​ຂອງ​ພວກ​ເຮົາ​ແມ່ນ​ກ້ຽວ​ພັນກັນ.

XS
SM
MD
LG