ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດຳເນີນຄະດີ ພວກປະທ້ວງການເລືອກຕັ້ງໃນອີຣ່ານ ເລີ້ມ ຂຶ້ນແລ້ວ


ອີຣ່ານ - ພວກຖືກຈັບ: ສື່ມວນຊົນຂອງອີ ຣ່ານ ລາຍງານວ່າ ນັກການເມືອງ ນິຍົມແນວ ທາງປານກາງ ຄົນສຳຄັນ ທີ່ກຳລັງຖືກ ດຳເນີນ ຄະດີ ຍ້ອນເຂົ້າຮ່ວມ ການປະທ້ວງ ລຸນຫລັງ ການເລືອກຕັ້ງນັ້ນ ໄດ້ຖອນ ການກ່າວອ້າງ ກ່ຽວກັບ ການສໍ້ໂກງ ການເລືອກຕັ້ງ. ອົງການຂ່າວ FARS ຊຶ່ງເປັນ ອົງການຂ່າວ ເຄິ່ງທາງການ ຂອງອີຣ່ານ ລາຍງານວ່າ ອະດີດ ຮອງປະທານາທິບໍດີ ຫົວປະຕິຮູບ ຂອງອີຣ່ານ ທ່ານ MOHAMMAD ALI ABTAHI ກ່າວວ່າ ການກ່າວອ້າງ ກ່ຽວກັບ ການລະເມີດ ກົດຣະບຽບ ໃນການປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ທີ່ທ່ານ MAHMOUD AHMADINEJAD ໄດ້ຮັບໄຊຊະນະ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ຕື່ມອີກສມັຍນຶ່ງ ໃນວັນທີ 12 ມິຖຸນາ ຜ່ານມານັ້ນ ແມ່ນບໍ່ມີ ມູນຄວາມຈິງ. ທ່ານ ABTAHI ແມ່ນນຶ່ງ ໃນຈຳນວນ ປະມານ 100 ຄົນ ທີ່ໄດ້ໄປ ປາກົດໂຕຢູ່ສານ ໃນນະຄອນຫລວງ ເຕຫະຣ່ານ ໃນວັນເສົາມື້ນີ້ ໃນການເລີ້ມ ການດຳເນີນຄະດີ ພວກເຂົາເຈົ້າ. ສ່ວນອົງການຂ່າວ IRNA ຂອງທາງການ ອີຣ່ານ ກ່າວວ່າ ພວກຈຳເລີຍ ປະເຊີນກັບ ຂໍ້ຫາຕ່າງໆ ຮວມທັງການໂຈມຕີ ພວກທະຫານ ແລະໂຮງການ ຣັຖບານ ໂດຍໄດ້ພົວພັນ ກັບກຸ່ມກຳລັງ ປະກອບອາວຸດ ຕໍ່ຕ້ານຣັຖບານ ແລະສົມຮູ້ຮ່ວມຄິດ ຕໍ່ຕ້ານ ຣະບອບການປົກຄອງ.

ສະຫະຣັດ - ອີຣ່ານ - ອີຣັກ: ກະຊວງການ ຕ່າງປະເທດ ສະຫະຣັດ ກ່າວວ່າ ຕົນກຳລັງສືບ ສວນເບິ່ງລາຍງານຂ່າວ ທີ່ວ່າ ມີນັກທ່ອງທ່ຽວ ຊາວອະເມຣິກັນ 3 ຄົນ ຖືກຈັບລຸນ ຫລັງທີ່ໄດ້ ຂ້າມຈາກ ເຂດປົກຄອງຕົນເອງ ຊາວເຄີຣທ໌ໃນອີ ຣັກ ເຂົ້າໄປໃນ ອີຣ່ານ. ເຈົ້າໜ້າທີ່ ຮັກສາຄວາມປອດພັຍ ທ່ານນຶ່ງ ໃນຂົງເຂດ ກ່າວວ່າ ນັກທ່ອງທ່ຽວທັງ 3 ແມ່ນສ່ວນນຶ່ງ ຂອງພວກ ນັກທ່ອງທ່ຽວ ຈຳນວນທັງໝົດ 4 ຄົນ ທີ່ເດີນທາງ ໄປເຖິງເມືອງ IRBIL ເມືອງເອກຂອງແຄວ້ນ KURDISTAN ອີຣັກ ໃນຕົ້ນອາທິດນີ້. ທ່ານເວົ້າວ່າ ນັກທ່ອງທ່ຽວທັງ 3 ໄດ້ພາກັນໄປພັກ ທີ່ບ່ອນຕາກອາກາດ ມີຊື່ສຽງແຫ່ງນຶ່ງ ໃກ້ໆຊາຍແດນອີຣ່ານ ໃນມື້ວັນພະຫັດ ຜ່ານມາ ແລະຕໍ່ມາ ພວກເຂົາເຈົ້າໄດ້ຕິດຕໍ່ ຫາເພື່ອນຜູ້ທີ 4 ໃນກຸ່ມດັ່ງກ່າວ ໂດຍເວົ້າວ່າ ພວກເຂົາເຈົ້າ ໄດ້ປະເຊີນໜ້າ ກັບພວກທະຫານ. ເຈົ້າໜ້າທີ່ຊາຍແດນ ຊາວເຄີຣທ໌ຄົນນຶ່ງ ກ່າວວ່າ ໄດ້ມີການສົ່ງ ເຮືອບິນເຮຣີຄອບເຕີ້ ແລະຣົດທະຫານ ໄປຍັງເມືອງ HALABJA ທີ່ຕັ້ງຢູ່ ໃກ້ໆຊາຍແດນອີຣ່ານ ເພື່ອຊອກຄົ້ນຫາ ພວກນັກທ່ອງທ່ຽວ ທີ່ຫາຍໄປທັງ 3.

ມາເລເຊັຽ - ປະທ້ວງ: ຕຳຣວດ ມາເລເຊັຽ ໄດ້ຍິງຣະເບີດນ້ຳຕາ ແລະໃຊ້ທໍ່ຊີດນ້ຳຂນາດໃຫຍ່ ຂັບໄລ່ ພ້ອມທັງຈັບກຸມ ອີກຫລາຍສິບຄົນ ທີ່ ພະຍາຍາມ ຈະເຂົ້າຮ່ວມ ການປະທ້ວງ ຕໍ່ຕ້ານກົດໝາຍ ທີ່ອະນຸຍາດໃຫ້ ມີການຄຸມຂັງ ໂດຍບໍ່ຕ້ອງ ດຳເນີນຄະດີ. ຕຳຣວດ ໄດ້ກະຈາຍກຳລັງ ອອກໄປທົ່ວ ນະຄອນຫລວງ ກວາລາລຳເປີ ໃນວັນເສົາມື້ນີ້ ເພື່ອຈັບກຸມ ພວກປະທ້ວງ ທີ່ໂຮມຊຸມກັນ ຢູ່ຕາມຈຸດຕ່າງໆ ຮວມທັງໂບດໃຫຍ່ ສາສນາອິສລາມ ແລະຮ້ານສັພສິນຄ້າ ໃນນະຄອນດັ່ງກ່າວ. ມີພວກປະທ້ວງ ປະມານ 10 ພັນຄົນ ພະຍາຍາມ ທີ່ຈະເດີນຂະບວນ ໄປຍັງຈະຕຸຣັດ ເອກກະຣາດ. ຕຳຣວດກ່າວວ່າ ມີພວກປະທ້ວງ ຢ່າງນ້ອຍ 150 ຄົນ ໄດ້ຖືກຈັບ. ເຈົ້າໜ້າທີ່ ມາເລເຊັຽ ເລີ້ມຕັ້ງ ເຄື່ອງກີດຂວາງ ຢູ່ຕາມຖນົນຫົນທາງ ແລະເອົາມາຕການ ທາງດ້ານ ຄວາມປອດພັຍອື່ນໆ ໃນມື້ວານນີ້ ເພື່ອກຽມຮັບມື ການໂຮມຊຸມນຸມປະທ້ວງ ທັງພວກສນຸນ ແລະພວກຕໍ່ຕ້ານ ກົດໝາຍວ່າດ້ວຍ ຄວາມໝັ້ນຄົງ ພາຍໃນຂອງປະເທດ. ພາຍໃຕ້ ກົດໝາຍດັ່ງກ່າວນີ້ ພວກທີ່ຖືວ່າ ເປັນພັຍຂົ່ມຂູ່ ຕໍ່ຄວາມປອດພັຍແຫ່ງຊາດ ສາມາດໄດ້ຮັບ ການຄຸມຂັງ ເປັນເວລາດົນນານ ໂດຍບໍ່ຕ້ອງ ມີການດຳເນີນຄະດີ.

ຟີລິບປີນ - ອາກີໂນ: ອະດີດປະທານາທິບໍດີ ຟີລິບປິນ ທ່ານນາງ CORAZON AQUINO ທີ່ໄດ້ນຳພາ ໃນອັນທີ່ເອີ້ນວ່າ ພະລັງປະຊາຊົນ ໃນການເດີນຂະບວນປະທ້ວງ ທີ່ຟື້ນຟູ ຣະບອບ ປະຊາທິປະໄຕ ໃນປະເທດ ຂອງທ່ານນາງນັ້ນ ໄດ້ເຖິງແກ່ ມໍຣະນະກັມແລ້ວ. ລູກຊາຍ ຂອງ ທ່ານນາງ ຊຶ່ງເປັນສະມາຊິກ ສະພາສູງ ຂອງຟີລິບປິນ ກ່າວວ່າ ທ່ານນາງ ໄດ້ເຖິງແກ່ ມໍຣະນະກັມ ໃນຕອນເຊົ້າ ວັນເສົາມື້ນີ້ ຍ້ອນບັນຫາ ກ່ຽວກັບ ໂຣກຫົວໃຈ ແລະຣະບົບຫາຍໃຈ ລຸນຫລັງທີ່ໄດ້ຕໍ່ສູ້ ກັບມະເຮັງ ໃນລຳໃສ້ໃຫຍ່ ມາເປັນເວລາ ຫຼາຍໆປີ ຮວມອາຍຸໄດ້ 76 ປີ. ທ່ານນາງ GLORIA ARROYO ປະທານາທິບໍດີ ຟີລິບປິນ ໃນປັດຈຸບັນ ຊຶ່ງກຳລັງ ຢູ່ໃນລະຫວ່າງ ການຢ້ຽມຢາມ ສະຫະຣັດ ໄດ້ປະກາດ ໄວ້ທຸກ ເປັນເວລາ 10 ມື້. ທ່ານນາງ ໄດ້ກ່າວຊົມເຊີຍ ອະດີດ ປະທານາທິບໍດີ ກ່ຽວກັບການຟື້ນຟູ ການປົກຄອງ ດ້ວຍຕົວບົດກົດໝາຍ ໃນອັນທີ່ ທ່ານນາງເອີ້ນວ່າ ເວລາ ທີ່ກຳລັງຕົກຢູ່ ໃນອັນຕະລາຍຢ່າງໃຫຍ່. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ອອກຖແລງຂ່າວ ສະບັບນຶ່ງ ສະແດງຄວາມ ເສົ້າສລົດໃຈ ຕໍ່ຄອບຄົວ ຂອງທ່ານນາງ AQUINO ແລະປະຊາຊົນ ຊາວຟີລິບປິນ.

ເກົາຫລີ - ເຮືອຫາປາ: ເກົາຫລີເໜືອກ່າວ ໃນວັນເສົາ ມື້ນີ້ວ່າ ເຮືອຫາປາ ເກົາຫລີໃຕ້ ທີ່ ຕົນຈັບໃນວັນພະຫັດ ຜ່ານມາ ໄດ້ແລ່ນເຂົ້າໄປ ໃນເຂດນ່ານນ້ຳຂອງຕົນ ແບບຜິດກົດໝາຍ. ໃນຖແລງຂ່າວ ຢ່າງເປັນທາງການ ເທື່ອທຳອິດ ນັ້ນ ອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ກ່າວວ່າ ຜແນກການກ່ຽວຂ້ອງ ໄດ້ທຳການ ສືບສວນເບິ່ງ ເຫດການດັ່ງກ່າວ ນີ້ແລ້ວ. ກະຊວງ ທ້ອນໂຮມຊາດ ຂອງເກົາຫລີໃຕ້ ກ່າວໃນມື້ ວານນີ້ວ່າ ເຮືອຫາປາ ແລະລູກເຮືອ 4 ຄົນ ໄດ້ແລ່ນເຂົ້າໄປ ໃນເຂດນ່ານນ້ຳ ຂອງເກົາຫລີເໜືອ ຫຼັງຈາກ ເປັນທີ່ປາກົດວ່າ ໄດ້ເກີດບັນຫາຕິດຂັດ ກ່ຽວກັບ ຣະບົບນຳທິດທາງ ດາວທຽມ. ເຮືອຫາປາ ຂອງເກົາຫລີໃຕ້ ໄດ້ຖືກຈັບ ໂດຍເຮືອລາຕເວນ ເກົາຫລີເໜືອ ແລະແກ່ໄປຍັງ ເມືອງທ່າ JANGJON ໃນພາກຕາເວັນອອກ ຂອງເກົາຫລີເໜືອ ໃນຕອນເຊົ້າ ວັນພະຫັດຜ່ານມາ. ເກົາຫລີໃຕ້ ຮຽກຮ້ອງໃຫ້ ເກົາຫຼີເໜືອ ປ່ອຍເຮືອຫາປາ ລຳດັ່ງກ່າວ ພ້ອມດ້ວຍລູກເຮືອ.

ເກົາຫລີໃຕ້ - ຈະຣວດ: ເກົາຫລີໃຕ້ ກ່າວວ່າ ຕົນໄດ້ກຳນົດ ວັນເວລາໃໝ່ ໃນການຍິງສົ່ງ ຈະ ຣວດ ລູກທຳອິດ ຂອງຕົນ ລຸນຫລັງ ທີ່ໄດ້ມີການ ຊັກຊ້າ ຍ້ອນບັນຫາ ທາງດ້ານເທັກນິກ. ກະຊວງ ວິທຍາສາດ ຂອງເກົາຫລີໃຕ້ ກ່າວໃນວັນເສົາ ມື້ນີ້ວ່າ ຈະມີການຍິງສົ່ງ ຈະຣວດລູກດັ່ງກ່າວ ໃນວັນທີ 11 ສິງຫາ ຈາກສູນກາງ ອະວະກາດ ໃໝ່ ຂອງເກົາຫລີໃຕ້. ກຸງໂຊລ ໄດ້ເລື່ອນເວລາ ກ່ຽວກັບແຜນການ ຍິງຈະຣວດ ຊຶ່ງກຳນົດໃສ່ ສັບປະດານີ້ ຕາມຄຳຮ້ອງຂໍ ຂອງບໍຣິສັດຣັດເຊັຽ ທີ່ເປັນຜູ້ຊ່ອຍ ໃນການສ້າງຈະຣວດ. ຈະຣວດ ຊຶ່ງຈະບັນທຸກ ດາວທຽມນຳນັ້ນ ຈະຖືກຍິງສົ່ງ ເປັນເທື່ອທຳອິດ ຈາກດິນແດນ ຂອງເກົາຫລີໃຕ້. ການຍິງສົ່ງ ທີ່ວ່ານີ້ ຈະມີຂຶ້ນ 4 ເດືອນ ຫລັງຈາກ ເກົາຫລີເໜືອ ໄດ້ທົດລອງຍິງ ລູກສອນໄຟ ທີ່ມີຫລາຍທ່ອນ ຂອງຕົນ. ພຽງຢາງຢືນຢັດວ່າ ຕົນໄດ້ສົ່ງດາວທຽມ ຂຶ້ນສູ່ງວົງໂຄຈອນ ຂະນະທີ່ ສະຫະຣັດ ແລະປະເທດ ພັນທະມິດ ກ່າວວ່າ ທີ່ຈິງແລ້ວ ເກົາຫລີເໜືອ ໄດ້ທົດລອງ ເທັກໂນໂລຈີ ລູກສອນໄຟ ໄລຍະໄກຂອງຕົນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG