ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໕ ມິຖຸນາ ໒໐໒໕

ຕຳຣວດປາບຈະລາຈົນອີຣ່ານ ພະຍາຍາມຂັບໄລ່ ພວກໄວ້ທຸກ ທີ່ສຸສານ ນະຄອນຫລວງ ເຕຫະຣ່ານ


ອີຣ່ານ: ພວກທີ່ເຫັນເຫດການໃນອີຣ່ານກ່າວ ວ່າ ຕຳຣວດປາບຈະລາຈົນ ໄດ້ພະຍາຍາມທີ່ ຈະຂັບໄລ່ ພວກໄວ້ທຸກ ທີ່ໄປໂຮມຊຸມນຸມກັນ ຢູ່ທີ່ສຸສານ ນະຄອນຫຼວງ ເຕຫະຣ່ານ ເພື່ອ ໄວ້ອາລັຍ ໃຫ້ແກ່ພວກເສັຽຊີວິດ ໃນລະຫວ່າງ ທີ່ເກີດຄວາມວຸ້ນວາຍ ລຸນຫລັງການເລືອກຕັ້ງ ທີ່ປະທານາທິບໍດີ MAHMOUD AHMADI NEJAD ໄດ້ຮັບໄຊຊະນະ ເຂົ້າຮັບຕຳແໜ່ງ ຕື່ມອີກສມັຍນຶ່ງ. ສອງຜູ້ສະມັກ ປະທານາທິບໍດີ ຫົວປະຕິຮູບ ທີ່​ປາ​ໃຊ​ ໃນ​ການ​ເລືອກ​ຕັ້ງ ທ່ານ MIR HOSSEIN MOUSAVI ແລະທ່ານ MEHDI KARROUBI ມີ​ກຳນົດ ຈະໄປຮ່ວມ ພິທີໄວ້ອາລັຍ ຊຶ່ງຈັດຂຶ້ນ ທີ່ສຸສານ BESHESHT-E ZAHRA ໃນນະຄອນຫລວງເຕຫະ ຣ່ານ ໃນວັນພະຫັດມື້ນີ້. ມານດາຂອງນາງ NEDA AGHA-SOLTAN ທີ່ໄດ້ເສັຽຊີວິດ ໃນລະຫວ່າງ ການປະທ້ວງນັ້ນ ກໍມີກຳນົດ ທີ່ຈະໄປຍັງສຸສານ ພ້ອມໆກັບ ສອງ​ທ່ານ​ນີ້ ເພື່ອ​ເປັນ​ຂີດ​ໝາຍ ຄົບຮອບ 40 ວັນ ລຸນຫລັງທີ່ ລູກສາວຂອງນາງ ໄດ້ເສັຽຊີວິດ. ນາງ NEDA ໄດ້ກາຍເປັນສັນຍາລັກ ໃນການເດີນຂະບວນປະທ້ວງ ຂອງພວກປະຕິຮູບຫລັງ ຈາກໄດ້ມີການຖ່າຍ​ທອດ ຮູບນາງຖືກຍິງຕາຍ ລົງທາງອິນເຕີແນັດ ໃນລະຫວ່າງ ການປະທ້ວງ ລຸນຫຼັງການເລືອກຕັ້ງ ທີ່ນະຄອນເຕຫະຣ່ານ.

ໄນຈີເຣັຽ: ທະຫານໃນພາກເໜືອຂອງໄນຈີເຣັຽ ໄດ້ໂຈມຕີ ກຸ່ມມຸສລິມຫົວຮຸນແຮງທີ່ໄດ້ກໍ່ການ ຈະລາຈົນ ຕໍ່ຕ້ານຣັຖບານຂຶ້ນ. ມີພວກຫົວຮຸນ ແຮງ BOKO HARAM ບໍ່ຕ່ຳກວ່າ 100 ຄົນ ຮວມທັງຮອງຫົວໜ້າກຸ່ ໄດ້ຖືກຂ້າຕາຍ ແລະ ອີກຈຳນວນນຶ່ງ ໄດ້ພາກັນຫລົບໜີ ໄປຈາກເມືອງ MAIDUGURI ຊຶ່ງເປັນເມືອງເອກ ຂອງເຂດ ບ່ອນທີ່ ການສູ້ຣົບສ່ວນໃຫຍ່ ໄດ້ເກີດຂຶ້ນ. ທະຫານ ໄດ້ທຳການກວດຄົ້ນ ທຸກໆຫລັງເຮືອນ ໃນວັນພະຫັດມື້ນີ້ ເພື່ອຊອກຫາ ພວກທີ່ຍັງ ຫລົບລີ້ຢູ່. ໃນຕົ້ນອາທິດນີ້ ທະຫານໄນຈີເຣັຽ ໄດ້ໂຈມຕີ ສຳນັກງານໃຫຍ່ ຂອງກຸ່ມຫົວຮຸນແຮງ ຊຶ່ງໃນບໍຣິເວນດັ່ງກ່າວ ມີໂບດສາສນາອິສລາມ ຮວມຢູ່ນຳ ແລະໄດ້ທຳລາຍ ບ້ານພັກຂອງນາຍ MOHAMMED YUSUF ຜູ້ນຳຂອງກຸ່ມ. ຄວາມຮຸນແຮງ ໄດ້ເລີ້ມຂຶ້ນ ໃນວັນອາທິດ ຜ່ານມາ ຫລັງຈາກ ໄດ້ມີການຈັບກຸມ ຜູ້ນຳຂອງກຸ່ມ BOKO HARAM ຈຳນວນນຶ່ງ. ເປັນເວລາ 5 ມື້ມາ​ແລ້ວ ທີ່ພວກມຸສລິມ ຫົວຮຸນແຮງກຸ່ມນີ້ ທີ່ສນັບ​ສນູນ ໃຫ້ເຂດພາກເໜືອ ຂອງໄນຈີເຣັຽ ນຳໃຊ້ກົດໝາຍ ທີ່ເຄັ່ງຄັດ ຂອງສາສນາອິສລາມນັ້ນ ໄດ້ພາກັນ ໂຈມຕີປົດຕຳຣວດ ໂບດສາສນາຄຣິສຕ໌ ແລະ ໂຮງການຣັຖບານ.

ເກົາຫລີ - ເຮືອຫາປາ: ເຈົ້າໜ້າທີ່ເກົາຫຼີໃຕ້ ກ່າວວ່າ ເຮືອຫາປາລຳນຶ່ງ ຂອງເກົາຫລີໃຕ້ ໄດ້ຖືກຈັບ ແລະແກ່ໄປຍັງ ເມືອງທ່າແຫ່ງນຶ່ງ ຂອງເກົາຫລີເໜືອ. ເຈົ້າໜ້າທີ່ຄົນນຶ່ງ ຈາກກະ ຊວງປ້ອງກັນປະເທດ ເກົາຫລີໃຕ້ ກ່າວວ່າ ເຮືອຫາປາທີ່ມີຊື່ວ່າ 800 YEONAN ບັງເອີນ ໄດ້ຫລົງແລ່ນ ເຂົ້າໄປໃນເຂດນ່ານນ້ຳ ຂອງເກົາ ຫລີເໜືອ ປະມານ 11 ຫລັກ ຍ້ອນຣະບົບນຳ ທິດທາງ GPS ໃຊ້ການບໍ່ໄດ້. ເຮືອລຳດັ່ງກ່າວ ແລະລູກເຮືອ 4 ຄົນ ໄດ້ຖືກເຮືອລາຕເວນ ຂອງ ເກົາຫລີເໜືອຈັບ ແລະຖືກແກ່ໄປຍັງ ເມືອງທ່າ JANGJON ທີ່ຕັ້ງຢູ່ ທາງກ້ຳຕາເວັນອອກ ຂອງເກົາຫລີເໜືອ. ໂຄສົກຄົນນຶ່ງ ຂອງກະຊວງ ທ້ອນໂຮມຊາດ ເກົາຫລີໃຕ້ ກ່າວວ່າ ຕົນໄດ້ສົ່ງຂ່າວ ໄປຍັງ ເຈົ້າໜ້າທີ່ເດີນເຮືອ ຂອງເກົາຫລີເໜືອ ໃຫ້ປ່ອຍ ເຮືອລຳດັ່ງກ່າວ ໃນທັນທີ ໂດຍເຫັນແກ່ ເຫດຜົນທາງດ້ານ ມະນຸສທັມ. ໂຄສົກເວົ້າວ່າ ເຈົ້າໜ້າທີ່ ເກົາຫລີເໜືອ ໄດ້ຕອບ ຄຳຮ້ອງຂໍມາ​ແລ້ວ ​ໂດຍເວົ້າວ່າ ຕົນຈະກວດສອບ ເບິ່ງກໍລະນີດັ່ງກ່າວ.

ຈີນ - ຊາວວີເກີ້: ເຈົ້າໜ້າທີ່ຈີນ ໄດ້ເປີດເຜີຍ ລາຍຊື່ ຜູ້ຕ້ອງສົງສັຍ 15 ຄົນ ທີ່ທາງການຈີນ ຕ້ອງການໂຕ ທີ່ສຸດວ່າ ມີການພົວພັນກັບ ການກໍ່ຄວາມຮຸນແຮງທາງດ້ານຊົນຊາດຊົນເຜົ່າ ທີ່ແຂວງຊິນຈຽງ ໃນພາກຕາເວັນຕົກ ສຽງເໜືອ ຂອງຈີນ ໃນເດືອນນີ້. ລາຍຊື່ຂອງຜູ້ຕ້ອງສົງສັຍ ທັງ 15 ໄດ້ມີການ ເປີດເຜີຍໃຫ້ຊາບ ໂດຍເຈົ້າ ໜ້າທີ່ຕຳຣວດ ທີ່ເມືອງ URUMQI ບ່ອນທີ່ໄດ້ ເກີດ ການຈະລາຈົນ. ອົງການຂ່າວ ຊິນຫວາ ຂອງທາງການຈີນ ລາຍງານວ່າ ເຈົ້າໜ້າທີ່ ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕໍ່ຜູ້ຕ້ອງ ສົງສັຍ ດ້ວຍການຜ່ອນຜັນ ຖ້າພວກກ່ຽວ ຫາກຍອມຈຳນົນ ​ແຕ່ພວກທີ່ ປະຕິເສດ ຈະປະເຊີນ ກັບການລົງໂທດ ຢ່າງໜັກ. ມີຫລາຍກວ່າ 1600 ຄົນ ໄດ້ຖືກຈັບ ຍ້ອນພົວພັນນຳ ຄວາມຮຸນແຮງ ທີ່ວ່ານີ້. ຣັຖບານຈີນ ກ່າວວ່າ ມີຜູ້ເສັຽຊີວິດ ຢ່າງນ້ອຍ 197 ຄົນ ໃນການປະທະກັນ ລະຫວ່າງ ຊາວມຸສລິມວີເກີ້ ຊຶ່ງເປັນຊົນກຸ່ມນ້ອຍ ໃນແຂວງຊິນຈຽງ ແລະຊາວຮັນ ຊຶ່ງເປັນຄົນກຸ່ມໃຫຍ່ ຂອງຈີນ. ການປະທະກັນ ໄດ້ເກີດຂຶ້ນ ຍ້ອນມີຂ່າວລື ທີ່ວ່າ ພວກຄົນງານ ຊາວວີເກີ້ ໄດ້ຂົ່ມຂືນ ຜູ້ສາວຈີນ 2 ຄົນ ທີ່ໂຮງງານ ເຮັດເຄື່ອງຫຼິ້ນແຫ່ງນຶ່ງ ທີ່ແຂວງກວາງຕຸ້ງ.

ຈີນ - ຮີດລູກ: ໜັງສືພິມຈີນສະບັບນຶ່ງລາຍ ງານວ່າ ມີຄົນ ໄປຮີດລູກອອກ ຢ່າງນ້ອຍ 13 ລ້ານຄົນ ໃນທົ່ວປະເທດຈີນ ໃນແຕ່ລະປີ ຊຶ່ງ ຈຳນວນຫຼາຍ​ໃນ​ນັ້ນ ແມ່ນເປັນພວກແມ່ຍິງທີ່ ຍັງໂສດ ທີ່ມີຄວາມຮູ້ ພຽງເລັກນ້ອຍ ກ່ຽວກັບ ການຄຸມກຳເນີດ. ໜັງສືພິມ CHINA DAILY ຂອງທາງການຈີນ ລາຍງານວ່າ ເກືອບເຄິ່ງນຶ່ງ ຂອງພວກແມ່ຍິງ ທີ່ພາກັນ ໄປຮີດລູກອອກນັ້ນ ບໍ່ໄດ້ໃຊ້ ການຄຸມກຳເນີດ ໃດໆເລີຍ ​ແລະວ່າ ປະມານ 62% ຂອງພວກແມ່ຍິງ ທີ່ໄປຮີດລູກ ນັ້ນ ແມ່ນຍັງເປັນໂສດ ແລະມີອາຍຸ ໃນລະຫວ່າງ 20 ຫາ 29 ປີ. ເຈົ້າໜ້າທີ່ຄົນນຶ່ງ ຈາກຄະນະກັມມະການ ປະຊາກອນ ແລະວາງແຜນ ຄອບຄົວແຫ່ງຊາດ ຂອງຈີນກ່າວວ່າ ຄົນໃນຮຸ່ນ ປັດຈຸບັນນີ້ ມີຄວາມກະຕືລືລົ້ນ ທີ່ຈະມີເພດສັມພັນ ແຕ່ທ່ານເວົ້າວ່າ ພວກເຂົາ ເຈົ້າມີເພດສັມພັນ ກ່ອນທີ່ຈະ ມີຄວາມເຂົ້າໃຈ ຫລືມີທັສນະຄະຕິ ທີ່ຖືກຕ້ອງ ກ່ຽວກັບເຣື່ອງນີ້.

ລາວ - ນົກຫາຍາກ: ພວກນັກວິທຍາ ສາດ ກ່ຽວກັບເຣື່ອງສັດປ່າໄດ້ຄົ້ນພົບນົກ ຮ້ອງເພງ ທີ່ຫາຍາກ ຊະນິດນຶ່ງ ໃນເຂດ ພູຜາປ່າດົງ ທາງພາກກາງ ຂອງລາວ. ຄະນະພວກນັກຊ່ຽວຊານຈາກມະຫາວິທ ຍາລັຍ MELBOURNE ປະເທດອອສ ເຕຣເລັຽ ແລະສະມາຄົມ ພິທັກສັດປ່າ WCS ເອີ້ນນົກ ທີ່ຫາກໍຄົ້ນພົບນີ້ວ່າ ນົກຮ້ອງເພງຫົວລ້ານ ຍ້ອນວ່າ ຫົວ ຂອງມັນບໍ່ມີຂົນ. ພວກນັກວິທຍາສາດ ເວົ້າວ່າ ນີ້ແມ່ນການຄົ້ນພົບ ນົກຮ້ອງເພງ ເທື່ອ​ໃໝ່ ໃນເອເຊັຽ ​ແລະເປັນຄັ້ງທຳອິດ ໃນໄລຍະ 100 ປີກວ່າໆ. ບ່ອນຢູ່ອາສັຍ ຕາມທັມມະຊາດ ຂອງນົກຊນິດ​ນີ້ ​ແມ່ນຢູ່ໃນເຂດ ພູຜາປ່າດົງ ກັນດານຂອງລາວ ບ່ອນ​ທີ່ຜູ້ຄົນ​ ເຂົ້າ​ເຖິງ​ຍາກ​ ແລະບໍ່ສາມາດ ອາສັຍຢູ່ໄດ້ ຊື່​ງເປັນ​ເຫດ​ຜົນ​ທີ່​ວ່າ ​ເປັນ​ຫຍັງ​ ຈື່ງ​ໃຊ້ເວລາດົນນານ​ ໃນ​ການຄົ້ນພົບ ນົກທີ່ວ່ານີ້. ນອກຈາກຫົວ ບໍ່ມີຂົນແລ້ວ ນົກຮ້ອງເພງ ທີ່ຄົ້ນພົບນີ້ ຍັງມີໜ້າເປັນສີ​ບົວ ຫລື​ສີກຸຫລາບ ແລະມີສຽງຮ້ອງ ບໍ່​ຄື​ໝູ່ ທີ່​ເປັນ​ສັນຍາ​ລັກສະ​ເພາະ ຫລືເອກກະລັກ​ຂອງ​ມັນ ​ແລະ​ມີຊນິດ​ດຽວທໍ່ນີ້ ຢູ່ໃນເຂດເອເຊັຽ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG