ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສະຫະຣັດ ໃຫ້ຄຳໝັ້ນສັນຍາ ທີ່ຈະຮ່ວມມືກັນ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າອາກາດ ແລະການຄ້າເສຣີ


ສະຫະຣັດ - ຈີນ: ຈີນແລະສະຫະຣັດໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະທຳ​ງານຮ່ວມກັນ ຢ່າງໃກ້ ຊິດຫລາຍຂຶ້ນໃນເຣື່ອງການຄ້າ ແລະການປ່ຽນ​ແປງ ຂອງດິນຟ້າອາກາດ ລຸນຫລັງ ການເຈຣະ ຈາຫາຣື ເປັນເວລາ 2 ມື້ ທີ່ນະຄອນຫລວງ ວໍ ຊິງຕັນ. ຣັຖມຸນຕຣີ ການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ຄະນະຜູ້ຕາງໜ້າ ຂອງປະເທດທັງສອງ ໄດ້ສົນ ທະນາຫາຣືກັນ ກ່ຽວກັບເຣື່ອງຕ່າງໆ ແບບທີ່ບໍ່ ເຄີຍມີມາກ່ອນ. ທ່ານນາງ CLINTON ເວົ້າວ່າ ວໍຊິງຕັນ ແລະປັກກິ່ງ ມີຄວາມເຫັນພ້ອມນຳກັນ ກ່ຽວກັບ ຄວາມວິຕົກກັງວົນ ໃນເຣື່ອງເກົາຫລີ ເໜືອ ແລະການພັທນາ ອາວຸດນິວເຄລັຽ ຂອງອີຣ່ານ. ທ່ານນາງເວົ້າວ່າ ທັງສະຫະຣັດ ແລະຈີນ ຕ່າງກໍມີ ຄວາມຢ້ານກົວວ່າ ອີຣ່ານອາດພາໃຫ້ເກີດ ການແຂ່ງຂັນ ທາງດ້ານ ອາວຸດນິວເຄຼັຽ ຢູ່ໃນພາກ ຕາເວັນອອກກາງ. ສ່ວນຣັຖມຸນຕຣີ ກະຊວງການເງິນ ຂອງສະຫະຣັດ ທ່ານ TIMOTHY GEITHNER ກ່າວວ່າ ຄະນະຜູ້ຕາງໜ້າ ຂອງປະເທດທັງສອງ ໄດ້ຕົກລົງ ທີ່ຈະດຳເນີນງານ ຮ່ວມກັນ ເພື່ອຊຸກຍູ້ ໃຫ້ມີການຟື້ນໂຕຄືນ ຂອງເສຖກິດໂລກ.

ລາວ - ອັງກິດ: ເຈົ້າໜ້າທີ່ລາວແລະອັງກິດປະ ກາດໃນວັນອັງຄານ ວານນີ້ວ່າ ແມ່ຍິງອັງກິດຖືພາ ມານທີ່ຖືກຄຸກຢູ່ລາວ ຍ້ອນລັກລອບຄ້າຂາຍຢາ ເສບຕິດນັ້ນ ຈະເດີນທາງ ກັບຄືນໄປຮັບໃຊ້ໂທດ ຈຳຄຸກຕລອດຊີວິດ ຂອງນາງ ຢູ່ທີ່ປະເທດອັງກິດ. ທັງສອງຝ່າຍ ໄດ້ລົງນາມ ໃນບົດບັນທຶກຄວາມ ເຂົ້າໃຈ ເພື່ອອະນຸຍາດໃຫ້ ມີການສົ່ງນາງ SAMANTHA OROBATOR ໄປຈຳຄຸກ ຢູ່ປະເທດອັງກິດ. ຂໍ້ຕົກລົງ ທີ່ວ່ານີ້ ຍັງໄດ້ ອະນຸຍາດ ໃຫ້ມີການສົ່ງ ນັກໂທດອັງກິດ ອີກຄົນນຶ່ງ ຄືທ້າວ JOHN WATSON ທີ່ກຳລັງຖືກ ຄຸກຢູ່ລາວ ໃນຂໍ້ຫາ ກ່ຽວກັບຢາເສບຕິດນັ້ນ ກັບຄືນໄປອັງກິດ. ນາງ OROBATOR ໄດ້ຖືກຈັບ ທີ່ສນາມບິນວັດໄຕ ໃນນະຄອນຫຼວງວຽງຈັນ ໃນເດືອນສິງຫາປີ 2008 ພ້ອມດ້ວຍເຮໂຣອີນ 680 ກຣາມ ຊຶ່ງ​ແມ່ນຫຼາຍກວ່າ ຈຳນວນເຄິ່ງກິໂລ ທີ່ຜູ້ກະທຳຜິດ ສາມາດຖືກ ປະຫານຊີວິດໄດ້ ຢູ່ລາວ. ແຕ່ວ່າ ຫລັງຈາກທີ່ນາງ ໄດ້ຖືພາມານ ຂະນະທີ່ ຢູ່ໃນບ່ອນຄຸມຂັງ ທາງສານ ຈຶ່ງໄດ້ຕັດສິນໂທດ ໃຫ້ນາງຈຳຄຸກ ຕລອດຊີວິດ. ເຈົ້າໜ້າທີ່ ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ເວລາໃດ ນາງ OROBATOR ຈຶ່ງຈະຖືກ ສົ່ງກັບຄືນ ໄປອັງກິດ.

ອີນໂດເນເຊັຽ: ໂຮງແຮມຫຣູຫຣາ 2 ແຫ່ງ ໃນນະຄອນຫລວງ ຈາກາຕ້າ ໄດ້ເປີດໃຫ້ການ ບໍຣິການຄືນໃໝ່ ໃນວັນພຸດມື້ນີ້ ເກືອບ 2 ອາ ທິດ ຫລັງຈາກ ໂຮງແຮມທັງສອງ ໄດ້ຕົກເປັນ ເປົ້າ ການໂຈມຕີ ສະລະຊີບ ທີ່ຮ້າຍແຮງ. ເຈົ້າໜ້າທີ່ ເວົ້າວ່າ ໄດ້ມີນຳໃຊ້ ມາຕການຮັກ ສາຄວາມປອດພັຍ ທີ່ເຄັ່ງຂັດເພີ້ມຂຶ້ນ ຢູ່ທີ່ ໂຮງແຮມທັງສອງ. ມີ 9 ຄົນ ເສັຽຊີວິດ ແລະ 50 ກວ່າຄົນ ໄດ້ຮັບບາດເຈັບ ເວລາຣະເບີດ ໄດ້ແຕກຂຶ້ນ ຢູ່ທີ່ໂຮງແຮມ J.W. MARRIOTT ແລະໂຮງແຮມ RITZ CARLTON ທີ່ຕັ້ງຢູ່ ໃກ້ຄຽງ ພາຍໃນໄລຍະຫ່າງກັນ ບໍ່ເທົ່າໃດ ນາທີ ໃນວັນທີ 17 ກໍຣະກົດ ຜ່ານມາ. ຜູ້ໂຈມຕີ ສະລະຊີບ ທັງສອງ ກໍຮວມຢູ່ ໃນຈຳນວນ ພວກທີ່ເສັຽຊີວິດ.

ອີຣ່ານ: ໂຄສົກຄົນນຶ່ງ ຂອງຜແນກ ຍຸຕິທັມ ອີຣ່ານກ່າວວ່າ ນັກປະຕິຮູບ ຄົນສຳຄັນຜູ້ນຶ່ງ ທີ່ຖືກຈັບໃນລະຫວ່າງການປະທ້ວງລຸນຫລັງ ການເລືອກຕັ້ງນັ້ນ ຈະຖືກປ່ອຍໃນວັນພຸດມື້ນີ້. ໂຄສົກກ່າວວ່າ ນາຍ SAEED HAJJARIAN ຈະຖືກປ່ອຍລຸນຫລັງທີ່ມີຄຳສັ່ງໃນສັບປະດານີ້ ມາຈາກຫົວໜ້າ ຍຸຕິທັມ ຂອງອີຣ່ານ ທ່ານ MAHMOUD HASHEMI SHAHROUDI ທີ່​ໄດ້ສັ່ງໃຫ້ເລັ່ງລັດ ການທົບທວນເບິ່ງຄະດີ ຕ່າງໆ ຂອງພວກປະຕິຮູບ ທີ່ຖືກຄຸມຂັງ. ໃນມື້ວານນີ້ ເຈົ້າໜ້າທີ່ອີຣ່ານ ໄດ້ອະນຸຍາດໃຫ້ ມີການ ປະກັນໂຕ 140 ຄົນ ທີ່ຖືກຄຸມຂັງ ລຸນຫລັງ ການເລືອກຕັ້ງ ໃນວັນທີ 12 ມິຖຸນາ ຜ່ານມາ ທີ່ປະທານາທິບໍດີ MAHMOUD AHMADINEJAD ໄດ້ຮັບໄຊຊະນະ ເຂົ້າຮັບຕຳແໜ່ງ ຕື່ມອີກ ສມັຍນຶ່ງນັ້ນ. ສະມາຊິກ ສະພາແຫ່ງຊາດ ອີຣ່ານຄົນນຶ່ງ ເວົ້າວ່າ ມີອີກ 150 ຄົນ ຍັງຖືກ ຄວບຄຸມໂຕໄວ້ ໃນຂໍ້ຫາ ທີ່ຮ້າຍແຮງ ກວ່າພວກທີ່ ຖືກປ່ອຍ. ສື່ມວນຊົນອີຣ່ານ ເວົ້າວ່າ ມີພວກປະທ້ວງ 20 ຄົນ ຈະຖືກນຳໂຕຂຶ້ນສານ ໃນອີກບໍ່ເທົ່າໃດມື້ ຂ້າງໜ້ານີ້ ໃນຫຼາຍໆຂໍ້ຫາ ຮວມທັງການຖືອາວຸດ ແລະຣະເບີດມື.

ອີຣັກ: ຣັຖມຸນຕຣີ ກະຊວງປ້ອງກັນປະເທດ ສະຫະຣັດທ່ານ ROBERT GATES ກ່າວວ່າ ມີໂອກາດ ທີ່ສະຫະຣັດ ອາດຈະເລັ່ງລັດການ ຖອນທະຫານອອກໄປຈາກອີຣັກໃຫ້​ໄວ​ຂື້ນ ຊື່ງ ທ່ານ​ໄດ້ໃຫ້ທັສນະດັ່ງກ່າວລຸນຫລັງການຢ້ຽມ ຢາມອີຣັກ ເປັນເວລາ 2 ມື້. ທ່ານ GATES ກ່າວວ່າ ສະພາບການ ທາງດ້ານຄວາມໝັ້ນຄົງ ໃນອີຣັກ ແມ່ນດີຂຶ້ນ. ທະຫານ ອະເມຣິກັນທັງ ໝົດ ມີກຳນົດ ທີ່ຈະຖອນ ອອກຈາກປະເທດ ອີຣັກ ພາຍໃນທ້າຍປີ 2011 ແລະກຳລັງສູ້ຣົບ ຂອງສະຫະຣັດ ໄດ້ຖອນອອກຈາກ ຫົວເມືອງຕ່າງໆ ໃນເດືອນແລ້ວນີ້. ໃນມື້ສຸດທ້າຍ ຂອງການຢ້ຽມຢາມ ອີຣັກ ໃນວັນພຸດມື້ນີ້ ທ່ານ GATES ໄດ້ພົບປະ ກັບປະທານາທິບໍດີ ເຂດປົກຄອງຕົນເອງ KURDISTAN ຂອງອີຣັກ ຄືທ່ານ MASSOUD BARZANI ທີ່ເມືອງ IRBIL ເມືອງເອກຂອງເຂດ KURDISTAN ​ແລະ​ໄດ້​ສົນທະນາ​ກັນ ​ເຣື່ອງການ​ຊອກ​ຫາ​ ຊ່ອງທາງໄກ່ເກັ່ຽ ບັນຫາຂັດ​ແຍ້​ງ ລະຫວ່າງຊາວເຄີຣ໌ທ ຊຶ່ງເປັນຊົນກຸ່ມນ້ອຍ ແລະຊາວອາຣັບ ຊຶ່ງເປັນຊົນກຸ່ມໃຫຍ່ ຂອງອີຣັກ.

ສຣີລັງກາ: ກຸ່ມປົກປ້ອງສິດທິມະນຸດ HUMAN RIGHTS WATCH ຮຽກຮ້ອງໃຫ້ຣັຖບານສຣີ ລັງກາ ປ່ອຍພົລເຮືອນ ຊາວທະມິລເກືອບ 300 ພັນຄົນທີ່ຖືກຄວບຄຸມໂຕໄວ້ຕາມສູນແຫ່ງຕ່າງໆ 2 ເດືອນ ຫລັງຈາກ ສົງຄາມກາງເມືອງ ເປັນ ເວລາ 25 ປີ ໃນປະເທດດັ່ງກ່າວ ສິ້ນສຸດລົງ. ກຸ່ມປົກປ້ອງສິດທິມະນຸດ ກຸ່ມນີ້ກ່າວວ່າ ການ ຄວບຄຸມໂຕ ພົລເຮືອນ ຈຳນວນ ຫລາຍຮ້ອຍ ພັນຄົນ ຢູ່ຕາມສູນຕ່າງໆ ແມ່ນເປັນການ ກະທຳ ທີ່ຝ່າຝືນ ແລະລ່ວງລະເມີດ ຕໍ່ກົດໝາຍ ນາໆຊາດ. ໃນມື້ວັນຈັນ ຜ່ານມານີ້ ນັກການທູດ ສະຫະຣັດ ຣັຖມຸນຕຣີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ຮັບຜິດຊອບ ເຣື່ອງອົພຍົບ ທ່ານ ERIC SCHWARTZ ກ່າວວ່າ ວໍຊິງຕັນ ມີຄວາມວິຕົກກັງວົນ ເປັນທີ່ສຸດ ກ່ຽວກັບ ຜູ້ປະສົບ ພັຍສົງຄາມ ທີ່ຖືກຄວບຄຸມໂຕໄວ້ ຢູ່ຕາມສູນອົພຍົບ. ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ສຣີລັງການັ້ນ ທ່ານກ່າວວ່າ ການຈຳກັດ ໃນການເຂົ້າເຖິງ ສູນແຫ່ງຕ່າງໆ ຍັງສືບຕໍ່ ເປັນບັນຫາ ທີ່ຍຸ່ງຍາກລຳບາກ ສຳລັບອົງການ ໃຫ້ຄວາມຊ່ອຍເຫຼືອ ຂອງນາໆຊາດ ທີ່ພະຍາຍາມ ຊ່ອຍພວກອົພຍົບ ສຣີລັງການັ້ນ.

ເຊີນທ່ານຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG