ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະຣັດ ແລະຈີນ ເຈຣະຈາຫາຣືກັນ ກ່ຽວກັບເຣື່ອງເສຖກິດ ແລະບັນຫາອື່ນໆ


ສະຫະຣັດ - ຈີນ: ເຈົ້າໜ້າທີ່ ຣະດັບສູງ ຂອງສະຫະຣັດ ແລະຈີນ ຈະພົບປະກັນອີກ ໃນວັນອັງຄານມື້ນີ້ເປັນມື້ທີ 2 ເພື່ອຊອກຫາ ຊ່ອງທາງໃຫ້ມີການຮ່ວມມືກັນ ທາງດ້ານເສຖ ກິດ ສະພາບແວດລ້ອມແລະຄວາມໝັ້ນຄົງ. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້​ໄຂ ການສົນທະນາຫາຣື​ ຢູ່​ທີ່ ກອງປະຊຸມ ວ່າດ້ວຍຍຸທສາດ ແລະເສຖກິດ ລະຫວ່າງສະຫະຣັດ ກັບຈີນ ໃນ​ມື້ວານ​ນີ້ ທີ່ ກຸງວໍຊິງຕັນ ດ້ວຍການຮຽກຮ້ອງ ໃຫ້ມີການ ຮ່ວມມືກັນ ໃນຂອບເຂດ ທີ່ກວ້າງຂວາງຂື້ນ ລະຫວ່າງ ປະເທດທັງສອງເພື່ອເຮັດໃຫ້ເສຖ ກິດຟື້ນໂຕຄືນ ແລະປ້ອງກັນ ບໍ່ໃຫ້ມີການ ແຜ່ຜາຍ ອາວຸດນິວເຄລັຽ. ຣັຖມຸນຕຣີ ກະຊວງການເງິນ ຂອງສະຫະຣັດ ທ່ານ TIMOTY GEITHNER ແລະຮອງ ນາຍົກຣັຖມຸນຕຣີຈີນ ທ່ານ WANG QISHAN ກ່າວວ່າ ມີ ຮ່ອງຮອຍ ທີ່ສໍ່ສແດງ ໃຫ້ເຫັນວ່າ ເສຖກິດໂລກ ກຳລັງເລີ້ມຟື້ນໂຕຄືນ ຈາກວິກິຕການ ທາງດ້ານການເງິນ ທີ່ຮ້າຍແຮງສຸດ. ບັນຫາທາງດ້ານເສຖກິດ ຄອບງຳ ການເຈຣະຈາ ຫາຣືດ່ັງກ່າວ ໂດຍທີ່ຝ່າຍ ເຈົ້າໜ້າທີ່ ສະຫະຣັດ ພະຍາຍາມ ຊອກຫາຊ່ອງທາງ ​ໃຫ້ໄດ້ຮັບ ການໃຫ້ຄວາມໝັ້ນໝາຍ ຈາກປັກກິ່ງວ່າ ຈະເພີ້ມການໃຊ້ຈ່າຍ ພາຍໃນປະເທດຂື້ນ ແລະຝ່າຍເຈົ້າໜ້າທີ່ຈີນ ຢາກໃຫ້ຣັຖບານ ທ່ານ OBAMA ໃຫ້ການຄ້ຳປະກັນວ່າ ສະຫະຣັດ ຈະດຳເນີນງານ ເພື່ອຄວບຄຸມ ແລະຫລຸດການ ຂາດດຸນງົບປະມານ ທີ່​ເພິ່ມທະວີ​ ຫລາຍ​ຂື້ນນັບ​ມື້ ຂອງສະຫະຣັດ.

ມຽນມາ: ເຈົ້າໜ້າທີ່ກ່າວວ່າ ການດຳເນີນຄະດີ ທ່ານນາງອອງຊານ ຊູຈີຜູ້ນຳປະຊາທິປະໄຕໃນ ມຽນມາ ໃນຂໍ້ຫາ ລະເມີດເງື່ອນໄຂການກັກບໍຣິ ເວນ ຂອງທ່ານນາງນັ້ນ ໄດ້ສິ້ນສຸດລົງແລ້ວ ໂດຍທີ່ສານປະກາດວ່າ ຕົນຈະອອກ ຄຳພິພາກ ສາ ໃນມື້ວັນສຸກ ຈະມານີ້. ຖ້າຫາກຖືກ ພົບເຫັນວ່າ ມີຄວາມຜິດ ທ່ານນາງອອງຊານ ຊູຈີ ຜູ້ທີ່ເຄີຍ ໄດ້ຣັບ ລາງວັນໂນແບລ ຂແນງສັນຕິພາບ ກໍອາດຈະໄດ້ ຮັບໂທດຈຳຄຸກ ດົນເຖິງ 5 ປີ. ອົງການຂ່າວຝຣັ່ງ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ສານ ທີ່ກ່າວວ່າ ການຕັດສິນໂທດ ຖ້າທ່ານນາງ ຫາກຖືກພົບເຫັນວ່າ ມີຄວາມຜິດ ກໍຈະມີຂຶ້ນ ໃນມື້ດຽວກັນ ກັບການອອກ ຄຳພິພາກສາ. ຄະນະໄອຍະການ ຂອງຣັຖບານ ທະຫານມຽນມາ ໄດ້ກ່າວໂຕ້ແຍ້ງ ປິດທ້າຍການດຳເນີນຄະດີ ໃນມື້ວັນຈັນວານນີ້ ແລະພວກທະນາຍຄວາມ ຂອງທ່ານນາງອອງຊານ ຊູຈີ ຜູ້ຊ່ອຍວຽກ ໃນ​ເຮືອນ ຂອງທ່ານນາງ 2 ຄົນ ແລະຊາວອະເມຣິກັນ ນາຍ JOHN YETTAW ໄດ້ພາກັນຕອບ ຄຳໂຕ້ແຍ້ງ ປິດທ້າຍການ​ດຳເນີນ​ຄະດີ ຂອງຝ່າຍໄອຍະການ ໃນມື້ນີ້.

ໄທ: ຕຳຣວດໄທ ກ່າວວ່າ ມີ 3 ຄົນ ໄດ້ຖືກ ຍິງຕາຍ ແລະເຈົ້າໜ້າທີ່ຮັກສາຄວາມສະງົບ 3 ຄົນ ໄດ້ຮັບບາດເຈັບ ຈາກເຫດຣະເບີດ ໃນເຂດ ພາກໃຕ້ ທີ່ວຸ້ນວາຍຂອງໄທ. ເຈົ້າໜ້າທີ່ເວົ້າວ່າ ຄົນປາດຢາງຜູ້ນຶ່ງ ທີ່ນັບຖືສາສນາພຸດ ແລະເມັຽ ຂອງລາວ ໄດ້ຖືກຂ້າຕາຍ ໃນການດັກສະກັດ ໂຈມຕີ ໃນຕອນເຊົ້າ ຂອງວັນອັງຄານມື້ນີ້ ຂະນະ ທີ່ຜົວເມັຽຄູ່ນີ້ ພວມພາກັນເດີນທາງ ໄປເຮັດວຽກ ທີ່ຈັງຫວັດ ປັດຕະນີ. ຕໍ່ມາ ຈົ້າໜ້າທີ່ ຮັກສາ ຄວາມສະງົບ 3 ຄົນ ກໍໄດ້ຮັບບາດເຈັບ ດ້ວຍເຫດຣະເບີດ ຂະນະທີ່ພວກເຈົ້າໜ້າທີ່ ໄປກວດເບິ່ງ ບ່ອນເກີດເຫດ. ໃນເຫດຮ້າຍ ຢູ່ອີກບ່ອນນຶ່ງນັ້ນ ຕຳຣວດເວົ້າວ່າ ມືປືນຄົນນຶ່ງ ໄດ້ຍິງຜູ້ຊາຍ ຊາວມຸສລິມຄົນນຶ່ງຕາຍ ໃນພິທີແຕ່ງງານ ທີ່ຈັງຫວັດປັດຕະນີ ເຊັ່ນດຽວກັນ ໃນຄືນວັນຈັນ ຜ່ານມານີ້. ພວກກະບົດ ຊາວມາເລຍ ໃນເຂດພາກໃຕ້ຂອງໄທ ມັກຈະແນເປົ້າ ໃນການໂຈມຕີໃສ່ ພວກຊາວພຸດ ແລະຊາວມຸສລິມ ທີ່ເຮັດວຽກໃຫ້ຣັຖບານໄທ ຫລືບໍ່ກໍ ພວກທີ່ສົງສັຍວ່າ ເປັນຜູ້ລາຍງານຂ່າວ ຫລື​ເປັນສາຍໃຫ້ຕຳຣວດ.

ເກົາຫລີເໜືອ: ສະຫະຣັດ ໄດ້ປະຕິເສດ ຕໍ່ຂໍ້ ສເນີ ຂອງເກົາຫລີເໜືອ ທີ່ຢາກເປີດ ການເຈຣະ ຈາ ແບບນຶ່ງຕໍ່ນຶ່ງ ກັບສະຫະຣັດ ກ່ຽວກັບໂຄງ ການ ສ້າງອາວຸດນິວເຄລັຽ ຂອງ​ຕົນ. ໂຄສົກ ຄົນນຶ່ງ ຂອງກະຊວງການຕ່າງປະເທດສະຫະ ຣັດ ກ່າວ​ໃນວັນຈັນ ວານນີ້ວ່າ ການພົບປະ ສອງຝ່າຍໃດໆກໍຕາມ ລະ​ວ່າງສະຫະຣັດ ກັບເກົາຫລີເໜືອ ແມ່ນຈະຕ້ອງເປັນ ພາກສ່ວນນຶ່ງ ຂອງການເຈຣະຈາ 6 ຝ່າຍ ຊຶ່ງມີຮວມທັງ ຈີນ ຍີ່ປຸ່ນ ຣັດເຊັຽ ແລະເກົາຫລີໃຕ້ ເທົ່ານັ້ນ. ແຕ່ເກົາຫລີເໜືອ ໄດ້ປະກາດວ່າ ການເຈຣະຈາ 6 ຝ່າຍ ໄດ້ຕາຍໄປແລ້ວ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດທ່ານ ນາງ HILLARY CLINTON ​ໄດ້ກ່າວວ່າ ຜູ້ໃດກໍຕາມ ບໍ່ຄວນໃຫ້ລາງວັນ ແກ່ເກົາຫລີເໜືອ ທີ່ບໍ່ກັບຄືນເຂົ້າໄປ ຮ່ວມການເຈຣະຈາ 6 ຝ່າຍ. ທ່ານນາງ​ເວົ້າວ່າ ພຽງຢາງ ຕ້ອງໄດ້ເອົາ ບາດກ້າວ ທີ່ບໍ່ສາມາດ ຕ່າວປີ້ນໄດ້ ໃນການປະຖິ້ມ ໂຄງການ ສ້າງອາວຸດນິວເຄລັຽ ຂອງ​ຕົນ​ນັ້ນ ​ແລະວ່າ ມີແຕ່ການເຄື່ອນໄຫວ ດັ່ງກ່າວ​ເທົ່າ​ນັ້ນ ທີ່ຈະສາມາດ ພາໃຫ້ມີຄວາມສັມພັນ ແບບປົກກະຕິ ລະ​ວ່າງ​ກັນ​ໄດ້ ແລະພາ​ໃຫ້​ ເກົາຫລີ​ເໜືອ ໄດ້ຮັບການຊ່ອຍເຫລືອ ທາງດ້ານເສຖກິດ.

ສະຫະຣັດ - ອີຣັກ: ຣັຖມຸນຕຣີກະຊວງ ປ້ອງກັນປະເທດ ສະຫະຣັດ ທ່ານ ROBERT GATES ​ເວລາ​ນີ້ ກຳລັງຢູ່ໃນ ປະເທດອີຣັກ ​ໃນການຢ້ຽມຢາມ ທີ່ບໍ່ໄດ້ມີການ ປະກາດໃຫ້ ຊາບ ລ່ວງໜ້າ. ທ່ານ GATES ໄດ້ເດີນທາງ ໄປເຖິງກອງບັນຊາການ ກຳລັງສະຫະຣັດ ທີ່ ເມືອງ TALLIL ໃນວັນອັງຄານມື້ນີ້. ທ່ານມີ ແຜນການ ທີ່ຈະພົບປະ ກັບພວກຜູ້ນຳອີຣັກ ຮວມທັງ ນາຍົກຣັຖມຸນຕຣີ NOURI AL MALIKI ເພື່ອປຶກສາຫາຣື ກ່ຽວກັບບົດບາດ ທີ່ໄດ້ມີການ ປ່ຽນແປງໃໝ່ ຂອງກຳລັງ ສະຫະ ຣັດ ໃນການຮັກສາ ຄວາມປອດພັຍ ໃນອີຣັກ. ທ່ານຍັງຈະໄດ້ ສົນທະນາຫາຣື ກ່ຽວກັບການຂາຍອາວຸດ ເພື່ອໃຫ້ຄວາມສນັບສນຸນ ໃນດ້ານອາວຸດຍຸທພັນ​ ແກ່​ອິຣັກ ຫລັງຈາກກຳລັງທະຫານ ສະຫະຣັດ ຖອນອອກໄປແລ້ວ. ນອກນັ້ນ ຍັງເປັນທີ່ຄາດກັນວ່າ ທ່ານ GATES ຈະໄດ້ເດີນທາງ ໄປຢ້ຽມຢາມ ເຂດປົກຄອງຕົນເອງ ຂອງຊາວເຄີຣ໌ທ ໃນອີຣັກ ໃນຄວາມພະຍາຍາມ ເພື່ອຊອກຫາຊ່ອງທາງ ສ້າງຄວາມຖືກຕ້ອງປອງດອງ ລະຫວ່າງ ພວກຊາວເຄີຣ໌ທ ຊຶ່ງເປັນຊົນກຸ່ມນ້ອຍ ແລະຊາວອາຣັບ ທີ່ເປັນຄົນກຸ່ມໃຫຍ່.

ສະຫະຣັດ - ຕາເວັນອອກກາງ: ຂະນະ ດຽວກັນທູດພິເສດ ສຳລັບພາກຕາເວັນອອກ ກາງ ຂອງສະຫະຣັດ ທ່ານ GEORGE MITCHELL ໄດ້ພົບປະ ກັບນາຍົກຣັຖມຸນ ຕຣີອິສຣາແອລ ທ່ານ BENJAMIN NETANYAHU ໃນວັນອັງຄານ ມື້ນີ້ ເພື່ອພະຍາຍາມ ຫາທາງແກ້ໄຂ ບັນຫາຂັດ ແຍ້ງ ກ່ຽວກັບການຕັ້ງຖິ່ນຖານ ຂອງອິສຣາແອລ ຢູ່ໃນເຂດ WEST BANK ຫລື ເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ. ພວກທ່ານທັງສອງ ໄດ້ພົບປະກັນ ຢູ່ທີ່ທຳນຽບຂອງ ທ່ານ NETANYAHU ໃນນະຄອນ ​ເຈຣູຊາແລັມ ເພື່ອປຶກສາຫາຣື ກ່ຽວກັບ ການເອົາບາດກ້າວຕ່າງໆ ໃນການສ້າງສັນຕິພາບ ຢູ່ໃນພາກ ຕາເວັນອອກກາງ. ວໍຊິງຕັນກ່າວວ່າ ອິສຣາແອລ ຕ້ອງໄດ້ຢຸດເຊົາ ການຕັ້ງຖິ່ນຖານໃໝ່ ເພື່ອຊຸກຍູ້ ໃຫ້ມີສັນຕິພາບ ແຕ່ອິສຣາແອລ ເວົ້າວ່າ ຕົນຕ້ອງສືບຕໍ່ ໃນການຕັ້ງຖິ່ນຖານໃໝ່ ເພື່ອປ່ອຍ​ໃຫ້ ບ່ອນຕັ້ງຖິ່ນຖານເຫລົ່ານີ້ ໄດ້ເຕີບໂຕ ແບບທັມມະຊາດ. ການພົບປະ ຂອງທ່ານ MITCHELL ກັບທ່ານ NETANYAHU ແມ່ນພາກສ່ວນນຶ່ງ ໃນການຊຸກຍູ້ ທາງດ້ານການທູດ ຄັ້ງໃໝ່ ຂອງສະຫະຣັດ ເພື່ອຍຸຕິ ບັນຫາຂັດແຍ້ງ ລະຫວ່າງ ອິສຣາແອລ ກັບຊາວອາຣັບ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG