ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຊາວເຄີດອິຣັກ ກຳລັງລໍຖ້າ ຜົນການເລືອກຕັ້ງ ໃນເຄີດດີສຖານ


ການ​ປ່ອນ​ບັດ​ຂອງ​ຊາວ Kurds ​ໃນ​ອິຣັກ: ການ​ນັບບັດ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ​ກຳລັງ​ດຳ​ເນີນ​ໄປ​ຫລັງ​ຈາກ ການ​ເລືອກ​ຕັ້ງ​ໃນ​ເຂດ​ເຄີ​ດດີ​ສຖານ​ຂອງ​ອິຣັກ ທ່ີ​ສາມາດ​ສົ່ງ​ຜົນ​ກະທົບຍາວ​ນານ ​ຕໍ່​ຂົງ​ເຂດປົກຄອງ​ຕົນ​ເອງຂອງ​ຊາວ​ເຄີ​ດ​ແລະ​ສາຍ​ພົວພັນກັບນະຄອນຫລວງແບກ​ແດ໊ດ ບ່ອນ​ທີ່ການ​ນັບຄະ​ແນນ​ສຽງ​ກຳລັງດຳ​ເນີນໄປຢູ່ ໃນເວລາ​ນີ້. ຄາດ​ກັນ​ວ່າ​ຈະ​ຮູ້​ຈັກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ພາຍໃນ​ອີກ2 ຫລື 3 ມື້ ​ແຕ່​ຫົວໜ້າ​ກຳກັບ​ການ​ເລືອກ​ຕັ້ງ​ປະຈຳ​ຂົງ​ເຂດເຕືອນ​ວ່າ ບັນຫາ​ດ້ານ​ເທັກ​ນິກຕ່າງໆ​ ອາດສາມ​າດຖ່ວງ​ດຶງ​ການ​ປະກາດ​ຜົນຂອງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ອອກ​ໄປ​ເປັນ​ຫລາຍ​ສັບປະດາ​ກໍໄດ້. ບັນດາ​ເຈົ້າ​ໜ້າ​ທ່ີ​ກຳກັບ​ການ​ເລືອກ​ຕັ້ງ​ພາຍ​ໃນ​ທ້ອງ​ຖ່ິນ​ກ່າວ​ວ່າ ​ໂຕເລກ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈຳນວນ​ຫລາຍ​ກວ່າ 78 ​ເປີ​ເຊັນ​ພາກັນ​ອອກ​ໄປ​ປ່ອນ​ບັດ​ໃນ​ວັນ​ເສົາ​ວານ​ນີ້. ຂົງ​ເຂດ Kurdistan ​ໃນ​ພາກ​ເໜືອ​ຂອງ​ອິຣັກ​ໄດ້​ປະສົບ​ກັບ​ບັນຫາຂັດ​ແຍ່ງ​ທ່ີ​ຂົ່ມ​ຂື່ນ​ກັນ​ມາ​ກັບ​ກຸງ​ແບກ​ແດ໊ດ ກ່ຽວ​ກັບ​ທ່ີ​ດິນ​ແລະ​ນ້ຳມັນ.
ສະຫະຣັດແລະພາກຕາເວັນອອກກາງ: ເຈົ້າໜ້າທີ່ລະດັບຈາກສະຫະລັຖ ຈະທຳການຢ້ຽມຢາມຕາເວັນ ອອກ ກາງຫລາຍໆບັ້ນໃນອາທິດຂ້າງໜ້ານີ້ ຊຶ່ງເປັນພາກສ່ວນລ່າສຸດປະການນຶ່ງຂອງສະຫະລັຖເພື່ອຊຸກ
ຍູ້ສັນຕິພາບອັນຄົບຖ້ວນສົມບູນໃນຂົງເຂດ ຕາເວັນອອກກາງ.
ທ່ານ George Mitchell ທູດພິເສດສະຫະລັດໄດ້ເດີນທາງໄປເຖິງ ປະເທດຊີເຣຍ ເພື່ອທ່ານຈະໄດ້
ພົບປະກັບປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໃນວັນອາທິດມື້ນີ້ ເຈົ້າໜ້າທີ່ການ ທູດທັງສອງປະເທດຄາດຫວັງກັນວ່າ ຈະທຳການປຶກສາ ຫາລືກັນດ້ານຄວາມສຳພັນສອງປະເທດ ແລະມີຄວາມເປັນໄປໄດ້ທີ່ ຈະຟື້ນຟູການເຈລະຈາສັນຕິພາບກັນຄືນອີກລະວ່າງຊີເຣຍ ແລະອີສຣາ ແອລ. ຊີເຣຍໄດ້ໂຈະການເຈລະຈາສັນຕິພາບໄວ້ ຫລັງຈາກທີ່ອີສຣາ ແອລໄດ້ໂຈມຕີດ້ວຍກຳລັງທະຫານຂອງ ຕົນຕໍ່ກຸ່ມຫົວຮຸນແຮງຮາມາສ ເມື່ອເດືອນທັນວາປີຜ່ານມາ
ໃນຂະນະດຽວກັນນີ້ ທ່ານໂຣເບີດ ເກທສ໌ ລັຖມຸນຕຣີປ້ອງກັນປະເທດ ສະຫະລັຖ ກໍໄດ້ເດີນທາງໄປໃນຂົງເຂດຕາເວັນອອກກາງນີ້ເຊັ່ນດຽວ ກັນ ຊຶ່ງຈະເດີນທາງໄປເຖິງອີສຣາແອລໃນວັນຈັນມື້ອື່ນນີ້. ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດສະຫະລັຖກ່າວວ່າ ທ່ານ ເກທສ໌ ຈະທຳການ ປຶກສາຫາລືກັບນາຍົກລັຖມຸນຕຣີອີສຣາແອລທ່ານ ເບນຈາມິນ ເນຕັນຢາຮູ ແລະຣັຖມຸນຕຣີປ້ອງກັນປະເທດອີສຣາແອລ ທ່ານ Ehud Barak ໃນຫລາຍໆບັນຫາດ້ວຍ ກັນໂຮມທັງບັນຫານີວເຄລຍຂອງ ອີຣ່ານນັ້ນນຳ.

ທົ່ວໂລກ ພາກັນປະ​ທ້ວງ ອິຣ່ານ​ ພວກ​ປະ​ທ້ວງພາກັນ​ໂຮມ​ຊຸມນຸມ ຢູ່ໃນ​ຫລາຍ​ສິບ​ຫົວ​ເມືອງ​ໃນ​ທົ່ວໂລກ ໃນ​ວັນ​ເສົາ​ວານ​ນີ້​ ໃນ​ອັນ​ທ່ີ​ພວກ​ຈັດ​ການປະ​ທ້ວງ​ເອີ້ນ​ວ່າ ມື້​ແຫ່ງ​ການ​ເຄື່ອນ​ໄຫວ ​ເພື່ອ​ປະ​ທ້ວງ​ຕໍ່ການລະ​ເມີດ​ສິດທິ​ມະນຸດ ​ທ່ີມີ​ການ​ກ່າວຫາ​ ໃນ​ອິຣ່ານ ​ລຸນຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ທ່ີ​ເປັນບັນຫາ​ໂຕ້​ ແຍ່ງ​ກັນ​ໃນ​ເດືອນ​ແລ້ວ​ນີ້. ທ່ີ​ນະຄອນ​ເຈ​ນີ​ວາ ພວກ​ປະ​ທ້ວງ​ປະມານ 80 ຄົນ​ທ່ີ​ທຳ​ການ​ປະ​ທ້ວງ​ຢູ່​ຕໍ່ໜ້າ​ສຳນັກງານ​ງານ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ຢູ​ໂຣບ ​ໄດ້​ພາກັນໃສ່​ ເຄື່ອງ​ນຸ່ງສີຂຽວ ຊຶ່ງ​ເປັນ​ສີ​ຂອງ​ຂະ​ບວນການ​ປະ​ທ້ວງ​ຂອງ​ອິຣ່ານ. ທ່ີ​ນະຄອນ​ນີວຢອກ​ພວກ​ປະ​ທ້ວງ​ທ່ີ​ພາກັນ​ສົ່ງ​ສຽງ ຮ້ອງ​ໂຮຫລາຍ​ຮ້ອຍ ຄົນ ​ໄດ້​ພາກັນ​ຍ່າງ​ຈາກ Times Square ​ໄປ​ຫາ​ສຳນັກງານ​ໃຫຍ່​ຂອງສະຫະ​ປະຊາ​ຊາດ. ພວກ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ຫລາຍ​ຫົວ​ເມືອງ​ພາກັນ​ຖື​ຮູບ​ພາບ​ນາງ Neda Agha-Soltan ວັຍ 27ປີ ທ່ີ​ໄດ້​ເສັຍ​ຊີວິດ​ໄປ​ໃນ​ການປະ​ທ້ວງ​ຫລັງ​ຈາກ​ການເລືອກ​ຕັ້ງ​ທ່ີ​ກຸງ​ເຕຮິຣ່ານນັ້ນ. ການ​ຊຸມນຸມ​ປະ​ທ້ວງ​ທ່ີ​ໄດ້​ຮັບ​ການສນັບ​ສນຸນຈາກ​ບັນດາ​ກຸ່ມ​ປົກ​ປ້ອງ
ສິດທິ​ມະນຸດ​ທ່ີຮວມທັງ​ກຸ່ມ Amnesty International ​ແລະ Human Rights Watch ​ໄດ້​ມີ​ຂຶ້ນ​ໃນ​ຫົວ​ເມືອງ​ໃຫຍ່​ອື່ນໆ​ເຊັ່ນ​ກັນ ຮວມທັງ​ໃນ ​ກຸງ​ລອນ​ດອນ ​ປາຣີ ເບີ​ລິນ ​ແລະອີສລາມາ​ບັດ.
ສັນຕະປາປາ ​Benedict​ ແຕ່ງ​ຕັ້ງສັງຄະ​ນາຍົກ3 ອົງ​ທ່ີ​ວຽດນາມ:
ສັນຕະປາປາ Benedict ໄດ້​ແຕ່ງ​ຕັ້ງ​ສັງຄະ​ນາຍົກກາ​ໂຕ​ລິກ​ໃໝ່ 3 ອົງ​ ທ່ີ​ວຽດນາມ​ໃນ​ວັນ​ເສົາ​ວານ​ນີ້ ບ່ອນ​ທ່ີ​ນະຄອນ​ວາ​ຕິ​ກັງ​ກຳລັງ​ດຳ ເນີນ​ງານ​ ເພື່ອ​ຮື້​ຟື້ນ​ສາຍ​ພົວພັນ​ກັນ​ຄືນ​ກັບຣັຖບານ​ຄອມ​ມິ​ວນິດ​ວຽດ ນາມນັ້ນ.
​ວາ​ຕິ​ກັງ ປະກາດ​ໃຫ້​ຮູ້ວ່າ ປະມຸກ​ສາສນາ​ກາ​ໂຕ​ລິກ ​ໄດ້​ຄັດ​ເລືອກ​ເອົາ Monsignor Joseph Vu Duy Thong ​ເປັນ​ສັງຄະນາຍົກ​ປະຈຳ​ ເມືອງ Phan Thiep ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ແລະ Monsignor Ngyen Van De ​ເປັນ​ສັງຄະ​ນາຍົກ​ປະຈຳເມືອງ Thai Binh ​ໃນ​ພາກເໜືອ​ຂອງ​ວຽດນາມ ຂນະ​ທີ່ຄຸນ​ພໍ່ Joseph Nguyen Nang ​ ​ໄດ້​ຖືກຄັດ​ເລືອກ​ເປັນ​ສັງຄະ​ນາຍົກ​ປະຈຳ​ເມືອງ Phat Diem ທີ່​ຕັ້ງຢູ່ ທາງ​ທິດ​ໃຕ້​ຂອງ​ນະຄອນຫລວງ​ຮາ​ໂນ​ຍ​.
​ໃນ​ຕົ້ນ​ສັບປະດາ​ຜ່ານ​ມາ​ນີ້ ພວກ​ອົງການ​ຂ່າວ​ທ່ີ​ກ່ຽວຂ້ອງ​ກັບ​ນະຄອນ​ ວາ​ຕິ​ກັງ​ ອ້າງ​ຄຳ​ເວົ້າ​ຂອງຣາຊາ​ຄະນະຫລື Cardinal Pham Minh Man ຂອງ​ວຽດນາມ​ວ່າ ຄນະ​ຜູ້ຕາງໜ້າ​ຂອງຣັຖບານ​ວຽດນາມ​ຈະ​ໄປ ​ຢ້ຽມຢາມ​ນະຄອນ​ວາ​ຕິ​ກັງ​ໃນ​ເດືອນພະຈິກ​ປີ​ນີ້.
ຄນະ​ນຳພາ​ຄອມ​ມິ​ວນິດ​ວຽດນາມ​ຕັດ​ສາຍ​ພົວພັນ​ກັບ​ນະຄອນ​ວາ​ຕິ​ກັງ ຫລັງ​ຈາກເຂົ້າຍຶດອຳນາດ​ໃນ​ປີ 1954 ​ແລະ​ໄດ້ຍຶດ​ເອົາ​ຊັບ​ສິນ​ສ່ວນ ໃຫຍ່​ຂອງໂບດສາສນາ​ກາ​ໂຕ​ລິກ​ໃນ​ວຽດນາມ​ນັ້ນ.
ປະຊາ​ຄົມ​ໂຣມັງ​ກາ​ໂຕ​ລິກ​ໃນ​ວຽດນາມ​ມີ​ສະມາຊິກ​ປະມານ 6 ລ້ານ​ຄົນ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະຊາ​ຄົມ​ໃຫຍ່​ທ່ີ​ສຸດ​ໃນ​ເອ​ເຊັຍ. ມີ​ລາຍ​ງານ​ຂ່າວ ຢູ່​ເລື້ອຍໆ​ທ່ີ​ວ່າພວກ​ຊາວ​ກາ​ໂຕ​ລິ​ກວຽດນາມຖືກ​ກັ່ນ​ແກ້ງ​ຈາກ​ທາງ​ການ ວຽດນາມ.
ມຽນມ້າ​ໂຈມ​ຕີ​ທ່ານ​ນາງຄລິນ​ຕັນ: ໜັງສື​ພິມທາງ​ການ​ຂອງ​ມຽນມ້າ​ສະບັບ​ນຶ່ງ​ ກ່າວ​ຫາ​ທ່ານ​ນາງ​ຮິນ​ລາ​ລີ​ຄລິນຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດວ່າ ​ເຂົ້າ​ແຊກ​ແຊງ​ໃນ​ກິດຈະ​ການ​ພາຍ​ໃນ​ຂອງ​ກຸ່ມ​ອາ​ຊຽນ ຫລັງ​ຈາກ​ທ່ານ​ນາງ​ໄດ້​ຮຽກຮ້ອງ​ ໃຫ້​ພວກປະ​ເທດ​ສະມາຊິກ​ອາ​ຊ່ຽນ ທຳ​ຄວາມ​ກົດ​ດັນ​ຕໍ່​ມຽນມ້າເພື່ອໃຫ້​ທຳ​ການ​ລິ​ເລີ່​ມການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ຫລາຍ​ຂຶ້ນ​ນັ້ນ. ໜັງສືພິມ​ລາຍ​ວັນ Myanma Ahlin ສະ​ບັບວັນ​ອາທິດ​ມື້​ນີ້ ກ່າວ​ວ່າ ຖ້າ​ທາງ​ກຸ່ມ​ອາ​ຊຽນດຳ​ເນີນ​ການ​ໄປ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ນາງ ຄລິນ​ຕັນ ກຸ່ມ​ອາ​ຊຽນກໍ​ຈະກາຍ​ເປັນຜູ້​ຮັບ​ໃຊ້​ຫລືລູກ​ນ້ອງ​ຂອງສະຫະຣັດ. ໜັງສືພິມ​ສະບັບ​ນີ້​ຍັງ​ກ່າວ​ຕື່ມ​ວ່າ ຄຳ​ຮຽກຮ້ອງ​ຂອງ​ທ່ານນາງ ຄລິນຕັນ ໃຫ້​ປ່ອຍ​ໂຕ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມ້າ​ນັ້ນ​ ສະ​ແດງ​ໃຫ້​ເຫັນເຖິງການ​ບໍ່​ເອົາ​ຫົວຊາ​ນຳ​ກົດໝາຍ. ທ່ານ​ນາງຄລິ​ນຕັນ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ກຸ່ມ​ອາ​ຊຽນ​ໃນ​ສັບປະດາ​ຜ່ານ​ມາ​ທ່ີ​ໄທ ບ່ອນ​ທ່ີ​ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ກຸມ​ອາ​ຊຽນ​ດຳ​ເນີນ​ງານ​ເພື່ອໃຫ້​ມີການ​ປ່ຽນແປງ​ໃນ​ມຽນມ້າ​ນັ້ນ. ນອກ​ນັ້ນ​ທ່ານ​ນາງ​ຍັງ​ກ່າວວ່າ ຊະ​ຕາ​ກັມ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຈະ​ກຳນົດ​ອະນາຄົດ​ຂອງ​ຄວາມ​ສັມພັນ​ສອງ​ຝ່າຍ​ ລະຫວ່າງ​ສະຫະຣັດ​ກັບມຽນມ້າ​ນັ້ນ.

XS
SM
MD
LG