ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັຖຮຽກຮ້ອງໃຫ້ອາຟຣິກາທຳການເຄຶ່ອນໄຫວເພື່ອຕົນເອງ


<!-- IMAGE -->

ໃນຄຳ​ປາ​ໃສຄັ້ງລ່າສຸດ ໃນຫລາຍໆຄັ້ງທີ່ທ່ານ​ໄດ້​ກ່າ​ວມາ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ເນ້ນ​ໜັກ ຈຸດເດັ່ນຂອງທິດທາງ​ໃໝ່ຂອງນະໂຍ ບາຍຕ່າງປະເທດຂອງສະຫະລັຖນັ້ນ ປະທານາທິບໍດີ ບາຣັກ ໂອບາມາໄດ້​ຮຽກຮ້ອງໃຫ້ປະຊາຊົນ ພົລ​ເມືອງຂອງຂົງເຂດ ອາຟຣິກາ ຈົ່ງ​ເປັນ​ຜູ້ຄວບຄຸມ​ແລະ​ກຳ​ໂຊກ​ຊະ​ຕາຂອງ​ເຂົາ​ເຈົ້າ​ເອງ ໂດຍການກໍ່ສ້າງລະບອບ ປະຊາທິປະໄຕ ສ້າງໃຫ້​ມີໂອກາດ​ໃນ​ດ້ານເສດຖະກິດ ແລະປາບປາມການສໍ້ລາດ ບັງຫລວງ.ເຖິງແມ່ນ​ໄດ້ມີການສ້າງຄວາມກ້າວໜ້າແດ່ ແລ້ວຢູ່ໃນທົ່ວທະວີບ ອາຟຣິກາ ​ໃນ​ໄລຍະຫລາຍ​ສິບປີຜ່ານ ມານີ້ກໍຕາມ ແຕ່ຄຳໝັ້ນສັນຍາຫລາຍໆຢ່າງຂອງ​ອາ​ຟຣິກາ ກໍຍັງບໍ່ທັນໄດ້ບັນລຸ​ຜົນ. ປະທານາທິບໍດີໂອບາມາຈື່ງໄດ້ຮຽກ ຮ້ອງ​ແລະຊຸກ ຍູ້ໃຫ້ຊາວອາຟຣິກາທັງຫລາຍລົງມືປະຕິບັດ ການໃນບັດນີ້ ເພື່ອຮັປະກັນ​ໃຫ້​ມີການປົກຄອງທີ່ດີ ຊຶ່ງເປັນ​ກະ​ແຈ​ໄປ​ສູ່ການພັທະນາສ້າງສາ​ປະ​ເທດ​ນັ້ນ.

​ປະທານາທິບໍດີໂອບາມາ ກ່າວໃນຄຳ​ປາ​ໃສ ເມື່ອວັນທີ່ 11 ກໍລະກົດ ທີ່ນະຄອນຫລວງ Accra ​ປະເທດການາວ່າ “ນັ້ນ​ຄືການປ່ຽນແປງທີ່ຈະໄຂ ຄວາມສາມາດບົ່ມຊ້ອນຂອງອາຟຣິກາອອກ​ມາ​ໄດ້ ແລະນັ້ນແມ່ນຄວາມຮັບຜິດຊອບທີ່ມີ​ແຕ່ປະຊາຊົນຊາວອາຟຣິກາ​ເທົ່າ​ນັ້ນຈະສາມາດປະຕິບັດ​ໄດ້.

ໃນເລຶ່ອງນີ້ທັງສະຫະລັຖ ແລະປະເທດອື່ນໆໃນ​ໂລກຕາເວັນຕົກກໍມີ ຄວາມຮັບຜິດ ຊອບນຳເຊັ່ນກັນຄວາມໝັ້ນ ໝາຍຂອງປະເທດເຫລົ່ານີ້ ຕໍ່​ການ​ຊຸກຍູ້​ສົ່ງ​ເສີມ​ອາຟຣິ ການັ້ນ ຈະຕ້ອງບໍ່ແມ່ນແຕ່ການໃຫ້ເງິນຊ່ວຍເຫລືອລ້າພຽງ ຢ່າງດຽວເທົ່ານັ້ນແຕ່ພວກ ເຂົາເຈົ້າຈະຕ້ອງພັທະນາການຮ່ວມງານ​ເປັນ​ພາຄີກັນ ເພື່ອສ້າງຄວາມສາມາດສຳລັບ​ທຳການປ່ຽນແປງທີ່​ມີການປະຕິຮູບ.ປະທານາທິບໍດີ ໂອບາມາ ກ່າວຕໍ່ໄປວ່າ “ວັດຖຸ ປະສົງຂອງການຊ່ວຍເຫລືອ ຂອງຕ່າງປະເທດນັ້ນ ​ຕ້ອງແມ່ນການກໍ່ສ້າງ​ໃຫ້​ມີສະພາບ ການ ຫລື​ເງື່ອນ​ໄຂຕ່າງໆ ທີ່ພາ​ໃຫ້ບໍ່ມີຄວາມຈຳເປັນສຳລັບ​ການ​ຊ່ວຍ​ເຫລືອ​ຂອງ​ຕ່າງປະ​ເທດນັ້ນຕໍ່ໄປອີກແລ້ວ.”

ສິ່ງທ້າທາຍທີ່ກຳລັງປະເຊີນໜ້າຂົງເຂດອາຟຣິກາຢູ່ ກ່ຽວກັບເລຶ່ອງນີ້ ແມ່ນມີຫລາຍ ຢ່າງຫລາຍປະການ. ແມ່ນ​ແຕ່​ໃນ​ຂນະ​ທີ່ປະທານາທິບໍດີໂອບາມາກຳລັງກ່າວ​ເຖິງ​ເລື່ອງ​ນີ້ຢູ່ນັ້ນ ລັຖບານຂອງຫລາຍໆປະ​ເທດແມ່ນກຳລັງຕົກຢູ່ໃນ ຄວາມປັ່ນ​ປ່ວນວຸ້ນວາຍ ນັບຕັ້ງແຕ່ປະເທດ Mauritania ແລະ ໄນເຈີ ໄປຈົນເຖິງປະເທດ ມາດາກາສກາ ແລະ ຊິມບາບເວ.ແຕ່ກໍຍັງມີບາງປະເທດທີ່ປະສົບຜົນສຳເລັດ ເຊັ່ນກັນ ໂຕ​ຢ່າງ ປະເທດການາຊື່​ງເມື່ອບໍ່​ນານມານີ້ໄດ້ ທຳການໂອນອຳນາດຢ່າງສັນຕິເປັນຄັ້ງທີ່ສາມ ນັບຕັ້ງແຕ່ການສິ້ນສຸດ​ລົງຂອງການປົກຄອງ ​ໂດຍທະຫານເປັນຕົ້ນມາ ​ແລະລະບອບ ປະຊາທິປ​ະໄຕກໍກຳລັງຈະເຣີນຮຸ່ງ​ເຮືອ​ງໃນປະເທດຊາມເບຍ ແລະອີກຫລາຍ ປະເທດອື່ນໆ.

ປະທານາທິບໍດີໂອບາມາ ກ່າວໃນທີ່ສຸດວ່າ “ໃນສັດຕະວັດທີ່ 21 ນີ້ ພວກສະຖາບັນ ທັງຫລາຍທີ່ກາງ​ຕໍ່​ໄດ້ມີ ຄວາມສາມາດ ແລະມີຄວາມໂປ່ງໃສ ​ແມ່ນ​ເປັນກະແຈໄປ ສູ່ຄວາມສຳເລັດ: ພວກ​ສະ​ຖາ​ບັນ​ເຫລົ່ານີ້ມີຄື ສະພາ​ແຫ່ງ​ຊາດທີ່ເຂັ້ມແຂງກຳລັງຕຳ ລວດທີ່ຊື່ສັດ ຜູ້​ພິພາກສາຫລື​ຫົວໜ້າສານທີ່ຕັດສິນຢ່າງອິສະລະວົງການ ຂ່າວທີ່ມີ ອີສະລະພາກສ່ວນເອກກະຊົນທີ່​ແຂງ​ແຮງ ແລະສັງຄົມທີ່ມີ​ອາລະຍະ​ທຳ. ພວກ​ສະ​ຖາ​ບັນ​ເຫລົ່າ​ນີ້ແມ່ນເປັນສິ່ງທີ່ໃຫ້ຊີວິດ​ ແກ່ລະບອບປະຊາທິປະໄຕ ​ເພາະວ່ານັ້ນຄືສິ່ງ​ທີ່​ສຳຄັນ​ແລະຈຳເປັນທີ່​ສຸດໃນ​ຊີວິດ​ປະຈຳ​ວັນຂອງປະຊາຊົນ.

ອິສລະພາບແມ່ນສິ່ງທີ່ໄດ້​ຮັບສືບທອດກັນມາຂອງ​ຊາວອາຟຣິກາໝົດ​ທຸກຄົນ. ບັດນີ້ມັນ ເປັນ ຄວາມຮັບຜິດຊອບຂອງພວກເຂົາເຈົ້າ ທີ່ຈະຕ້ອງ​ເສີມສ້າງ ຕໍ່ຈາກພື້ນຖານຂອງ ອິສລະ​ພາບ​ນັ້ນ.

XS
SM
MD
LG