ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນຫາແຮງງານຫວຽດນາມ ແລະ ຈີນທີ່ຜິດກົດໝາຍຢູ່ໃນລາວ


ທາງການລາວຍອມຮັບວ່າ ມີແຮງ ງານຈາກຫວຽດນາມ ແລະ ຈີນ ຢູ່ ໃນລາວຫລາຍຂຶ້ນນັບມື້ ແລະ ໃນ ຂະນະດຽວກັນ ການທີ່ຄົນລາວ ສ່ວນໃຫຍ່ກໍເປັນແຮງງານທີ່ບໍ່ມີຝີມື ຢູ່ແລ້ວ ກໍຍັງເຮັດໃຫ້ຕ້ອງປະສົບ ກັບບັນຫາ ການຫວ່າງານຫລາຍ ຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ.

ທ່ານ ນາງ ອ່ອນ​ຈັນ​ ທຳ​ມະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ​ໃນ​ປະຈຸ​ບັນນີ້ ມີ​ແຮງ​ງານ​ຈາກ ຫວຽດນາມ, ຈີນ ​ແລະ ​ໄທ ຢູ່​ໃນ​ລາວ​ຈຳນວນ​ລວມກັນ​ຫລາຍ​ກວ່າ 290.000 ຄົນ ​ແລະ ສ່ວນ​ຫລາຍ ກໍ​ເປັນ​ແຮງ​ງານ​ທີ່​ລັກລອບ​ທຳ​ງານ​ຢູ່​ໃນ​ລາວ​ໂດຍ​ຜິດ​ກົດໝາຍອີກ​ດ້ວຍ. ​ໂດຍ​ພາຍໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ​ເມື່ອ​ປະກອບ​ກັບ​ການ​ທີ່ປາກົດ​ວ່າ ມີ​ແຮງ​ງານ​ລາວ​ທີ່​ຖືກ​ເຊົາ​ຈ້າງງານ​ໃນ​ປະ​ເທດ​ໄທ ​ແລະ ກໍ​ໄດ້​ພາກັນເດີນທາງ​ກັບ​ຄືນ​ພູມ ລຳ​ເນົາ​ຢູ່​ໃນ​ປ​ະ​ເທດ​ລາວ​ເພີ້ມຫລາຍ​ຂຶ້ນກໍ​ຄື​ຫລາຍ​ກວ່າ 12.000 ຄົນ ​ແລ້ວ ​ໃນ​ໄລຍະ ຫ້າເດືອນ​ທີ່​ຜ່ານ​ມານີ້ ​ແລະ ​ໃນ​ຂະນະ​ດຽວກັນ​ກໍ​ປາກົດ​ດ້ວຍວ່າ ມີ​ແຮງ​ງານ​ລາວ​ຈາກ​ເຂ​ດ ຊົນນະບົດ ​ເດີນທາງ​ເຂົ້າມາ​ໃນ​ເຂດ​ຕົວ​ເມືອງ​ໃຫຍ່ ​ເພີ້ມຫລາຍ​ຂຶ້ນນັບ​ມື້ດ້ວຍ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ຄົນ​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ບໍ່ມີ​ວຽກງານ​ທຳ​ເພີ້ມຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ​ເຊັ່ນ​ດຽວກັນ.

ທັງນີ້ ​ໂດຍ​ຈາກ​ການ​ປະ​ເມີນ​ສະຖານະ​ການ​ເບື້ອງຕົ້ນ ທ່ານ ນາງ ອ່ອນ​ຈັນ ​ໄດ້​ລະບຸ​ວ່າ ມີ​ແຮງ​ງານ​ລາວ​ຫລາຍ​ກວ່າ 68.000 ຄົນ ທີ່​ຕົກ​ຢູ່​ໃນ​ສະພາ​ວ່າການ​ຫວ່າງ​ງານ ​ແລະ ກໍ​ມີ​ແນວໂນ້ມທີ່​ຈະ​ມີ​ການ​ຫວ່າງ​ງານ​ເພີ້ມຫລາຍ​ຂຶ້ນ​ເລື້ອຍໆອີກ​ດ້ວຍ. ສ່ວນ​ທາງ​ດ້ານ ທ່ານ ອ່ອນ​ສີ ບຸດ​ສີ​ວົງ​ສັກ ປະທານ​ຄະນະ​ກຳມະການ​ຜູ້​ຕາງໜ້າຂອງ​ບັນດາ​ນາຍ​ຈ້າງໃນລາວ ​ໄດ້​ໃຫ້ການ​ອະທິ​ບາຍ​ວ່າ ສາ​ເຫດ​ທີ່​ສຳຄັນ​ອີກ​ປະການໜຶ່ງ ທີ່​ເຮັດໃຫ້​ແຮງ​ງານ​ໃນ​ລາວ ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຫວ່າງ​ງານ​ຫລາ​ຍ ຂຶ້ນນັບ​ມື້ນັ້ນ ກໍ​ຄື ການ​ທີ່ແຮງ​ງານ​ສ່ວ​ນໃຫຍ່ ​ເປັນ​ແຮງ​ງານ​ບໍ່ມີ​ຝີມື ຈຶ່ງ​ບໍ່ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ບັນດາ​ນາຍ​ຈ້າງ​ຢູ່​ໃນ​ປະ​ເທດ​ລາວ. ​ໂດຍ​ສະ​ເພາ​ະ​ແມ່ນ ບັນດາ​ບໍລິສັດ​ລົງທຶນ​ຈາກ​ຕ່າງປະ​ເທດ.

ສາ​ເຫດ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ ເປັນ​ແຮງ​ງານ​ບໍ່ມີ​ຝີມືນັ້ນ ກໍ​ຍ້ອນ​ວ່າ​ແຮງ​ງານ​ລາວ​ສ່ວນ​ຫລາຍ​ຂາດ​ການ​ສຶກສາ ​ແລະ​ ກໍ​ເດີນທາງ​ມາ​ຈາກເຂດຊົນນະບົດ ​ແລະ ທີ່ຖື​ວ່າ​ເປັນ​ບັນຫາ​ຢ່າງ​ຍິ່ງ​ນັ້ນກໍ​ຄື ການ​ທີ່​ຈະ​ພັດທະນາ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຝີ​ມື​ແຮງ​ງານ​ລາວ​ເຫລົ່າ​ນີ້ ກໍ​ຍັງ​ນັບ​ເປັນ​ການ​ຍາກ​ອີກ​ດ້ວຍ.

ນອກຈາກນີ້ ການທີ່ຢູ່ໃນລາວກໍມີລະດັບຄ່າ ຈ້າງທີ່ຕ່ຳຫລາຍ, ເມື່ອທຽບໃສ່ກັບລະດັບຄ່າ ຄອງຊີບທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ແລະ ໃນຂະນະດຽວກັນ ເຖິງແມ່ນວ່າທາງການລາວ ຈະໄດ້ອານຸມັດ ໃຫ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ,ຈາກ 290.000 ກີບ ເປັນ​ເກືອບ 400.000 ກີບ​ ຕໍ່​ເດືອນ​ແລ້ວ ນັບ​ຈາກ​ເດືອນ​ພຶດສະພາ​ນີ້​ເປັນຕົ້ນມາ ກໍ​ປາ​ກົດ​ວ່າ ຈົນ​ເຖິງ​ປະຈຸ​ບັນ ບັນດາ​ລູກຈ້າງ​ກໍ​ຍັງ​ຄົງ​ບໍ່​ທັນໄດ້​ຮັບ​ຄ່າ​ຈ້າງຕາມ​ອັດຕາ​ໃໝ່ນີ້ແຕ່​ຢ່າງ​ໃດ. ​ເພາະສະນັ້ນ ຈຶ່ງນັບ​ເປັນ​ອີກ​ເງື່ອນ​ໄຂ​ທີ່​ສຳຄັນ​ປະການ​ໜຶ່ງ ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ​ຕ້ອງ​ພາກັນ​ລັກ​ລອບ​ເຂົ້າ​ໄປ​ທຳ​ງານ​ຢູ່​ໃນ​ໄທ​ ໂດຍ​ຜິດ​ກົດໝາຍ ​ເພີ້ມຫລາຍ​ຂຶ້ນນັບ​ມື້ ກັບທັງ​ຍັງ​ສ່ຽງ ທີ່​ຈະ​ຕ້ອງ​ຕົກ​ເປັນ​ເຫຍື່ອຂອງ​ການ​ຄ້າ​ມະນຸດ​ຂ້າມ​ຊາດ ​ເພີ້ມຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 24 ກໍລະກົດ 2009


XS
SM
MD
LG