ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທົບທວນຄຳແນະນຳກ່ຽວກັບ ການສຶກສາຢູ່ສະຫະຣັດອາເມຣິກາ


ເປັນເວລາ​ສິບ​ເດືອນ​ມາແລ້ວ ທີ່ພວກ​ເຮົາ​ໄດ້​ລົມ​ສູ່​ທ່ານ​ຟັງ ກ່ຽວ ກັບ​ການ​ມາ​ຮຽນ ຫລື ສຶກສາຕໍ່​ຢູ່​ໃນສະຫະຣັດ. ມື້​ນີ້ ພວກ​ເຮົາ ຈະສະຫລຸບສາລະຄະດີເລື້ອງນີ້ ແລະ ເວົ້າລື້ມຄືນຄຳ​ແນະນຳ​ບາງ​ຢ່າງ.


ທ່ານ​ຄວນ​ຈະ​ເລີ້ມ​ວາງແຜນ​ໄວ້ລ່ວງ​ໜ້​າ ​ຢ່າງ​ຕ່ຳ​ສອງ​ປີ​ ກ່ອນ ຈະໄປຮຽນ. ​ໃຫ້​ຕັດສິນ​ໃຈເລືອກເອົາ​ວ່າ ທ່ານ​ມີ​ຄວາມ​ສົນ​ໃຈ​ໃນໂຮ​ງຮຽນ​ແບບ​ໃດ. ​ໃຫຍ່ ຫລື ນ້ອຍ, ​ຢູ່ໃນ​ເມືອງໃຫຍ່ ຫລື ນອກ​ເມືອງ, ໂຮ​ງຮຽນຂອງ​ຫລວງ ຫລື ຂອງ​ເອກກະ​ຊົນ, ໃນ ຫລັກສູດຮຽນ 2​ ປີບໍ ຫລືວ່າ 4​ ປີ?

ມະຫາວິທະຍາ​ໄລທີ່ມີຫລັກສູດ​ສອງ​ປີ, ຊຶ່ງ​ເອີ້ນວ່າ​ມະຫາວິທະ ຍາ​ໄລຊຸມຊົນ ຫລື Community College, ບໍ່​ໄດ້ຄ່ອຍໄດ້ຮັບ​ຄວາມເຊື່ອຖື​ວ່າ ມີຄຸນນະພາບດີຫລາຍປານ​ໃດ. ຫາກ​ແຕ່​ວ່າ ​ໂຮງຮຽນເຫລົ່ານີ້ ​ປະກອບ​ເປັນພາກ​ສ່ວນ​ໃຫຍ່​ຂອງ​ລະ​ບົບການ​ສຶກສາ​ຢູ່ໃນອາ​ເມ​ຣິກາ. ສ່ວນ​ຫລາຍ​ ພວກ​ນັກ​ສຶກສາ​ທີ່ເຂົ້າຮຽນ​ ​ໃນມະຫາວິທະຍາ​ໄລ​ຊຸມ​ຊົນ​ ​ເປັນນັກຮຽນທີ່​ມີ​ອາຍຸ​ສູງ ​ແລະ ພວກ​ທີ່ເລືອກເຂົ້າໂຮງຮຽນບໍ່ເຕັມ​ເວລາ ແລະພວກ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ເປັນ​ພິ​ເສດ. ​ແຕ່​ກໍ​ມີພວກ​ອື່ນໆທີ່​ໄປເລີ້ມການ​ ສຶກສາຂັ້ນສູງຂອງ​ເຂົາ​ເຈົ້າ ທີ່​ມະຫາວິທະຍາ​ໄລຊຸມຊົນກ່ອນ ເພື່ອປະຢັດ​ເງິນ ເພາະວ່າ​ຄ່າ​ຮຽນຖືກ. ຫລັງ​ຈາກ​ຮຽນຈົບສອງ​ປີ ​ໄດ້​ຮັບ​ອະນຸ​ປະລິນຍາແລ້ວ​ ​ເຂົາ​ເຈົ້າຈຶ່ງ​ໄປຮຽນຕໍ່ ໃຫ້​ຈົບ​ຢູ່ທີ່ມະ ຫາວິທະຍາ​ໄລ ຫລັກສູດ 4​ ປີ ຫລື ​ມະຫາວິທະຍາ​ໄລ​ໃຫຍ່.

​ໃນ​ວັນ​ອັງ​ຄານ​ອາທິດ​ແລ້ວນີ້ ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ປະ ກາດ​ແຜນການລົງທຶນເປັນ​ເງິນຈຳນວນ 12 ຕື້​ໂດ​ລາ ໃສ່​ມະຫາ ວິທະຍາ​ໄລຊຸມຊົນໃນ​ໄລຍະ​ເວລາ 10 ​ປີ ຂ້າງໜ້າ. ເປົ້າໝາຍ ຂອງການລົງທຶນນີ້ ​ແມ່ນ​ເພື່ອ​ຊ່ວຍ​ໃຫ້ນັກສຶກສາ ຕື່ມ​ອີກ 5 ລ້ານຄົນ ​ໄດ້ເຂົ້າຮຽນແລະ​ໄດ້​ຮັບ​ປະລິນຍາ ຫລື​ປະກາສະນີຍະ ບັດ ຈາກ​ມະຫາວິທະຍາ​ໄລ​ຊຸມ​ຊົນ​ໃນ​ທົ່ວ​ປະ​ເທດ​ ​ເພື່ອ​ຮັບ​ມື​ກັບ ຕລາດ​ວຽກ​ງານ​ໃນ​ຕໍ່ໜ້າ. ທ່ານປະທານາທິບໍດີ​ເວົ້າວ່າ ​ໃນ​ຊຸມ ປີຂ້າງໜ້ານີ້ ວຽກງານຕ່າງໆໃນອາເມຣິກາ ທີ່​ຕ້ອງການ​ຄົນທີ່ມີ ວິຊາ​ຄວາມ​ຮູ້ ໃນລະດັບ​ອະນຸປລິນ​ຍາ​ເປັນຢ່າງ​ຕ່ຳນັ້ນ ຄາດ​ວ່າ ​ຈະຂຍາຍໂຕ​ຂື້ນ​ ສອງ​ເທົ່າ ໄວກ່ວາວຽກ ທີ່​ບໍ່ຕ້ອງການຄົນທີ່ມີ ຄວາມຮູ້ລະດັບ ມະຫາວິທະຍາ​ໄລເລີຍນັ້ນ.

​ເພື່ອ​ຊອກຫາ​ມະຫາວິທະຍາ​ໄລ​ທີ່​ທ່ານ​ຢາກ​ໄປຮຽນ ໃຫ້​ທ່ານ​ພະຍາຍາມໄປ​ຮ່ວມ​ໃນງານວາງສະແດງກ່ຽວກັບ​ການ​ສຶກສາ ຫລື ​ education fairs ແລະ ​ແວະເຂົ້າໄປຫາ​ສູນ​ກາງໃຫ້ການ​ປຶກສາ​ດ້ານ​ການ​ສຶກສາ​ຢູ່​ໃນສະຫະຣັດ​ອາ​ເມ​ຣິ​ກາ ຖ້າ​ມີ. ທ່ານ​ສາມາດ​ຊອກຫາ​ສູນ​ກາງ​ໃດໜຶ່ງທີ່ຢູ່ໃກ້​ບ່ອນທີ່ທ່ານຢູ່​ໄດ້ ຢູ່ໃນ ເວັບ​ໄຊ໌ educationusa.state.gov. ນອກ​ນີ້ ທ່ານ​ຍັງ​ສາມາດ​ເຂົ້າໄປເບິ່ງໃນ​ເວັບ​ໄຊ໌ ຂອງໂຮງຮຽນ ຫລື ​ເວັບ​ໄຊ໌ຕ່າງໆ ທີ່​ນັກຮຽນເລົ່າກ່ຽວກັບ​ປະສົບ​ປະການຂອງ​ເຂົາເຈົ້າໃຫ້​ກັນຟັງ ເຊັ່ນຢູ່ໃນເວັບໄຊ໌ ​ CollegeClickTV ແລະ zinch.com.

​ໃຫ້​ສົ່ງໃບຄຳຮ້ອງຂໍເຂົ້າຮຽນ ໄປຍັງໂຮງຮຽນຢ່າງ​ຕ່ຳ 3 ແຫ່ງ. ​ຈົ່ງໃຫ້​ແນ່​ໃຈ​ວ່າ​ໂຮງຮຽນເຫລົ່ານັ້ນ ເປັນ​ໂຮງຮຽນທີ່​ຖືກ​ຮັບ​ຮູ້​ຢ່າງເປັນ​ທາງ​ການ. ​ເພື່ອໃຫ້​ຮູ້​ວ່າ ​ໂຮງຮຽນ​ທີ່​ທ່ານ​ເລືອກ ເປັນ ໂຮງຮຽນທີ່​ຖືກ​ຮັບ​ຮູ້​ຈາກ​ທາງ​ການ ຫລືບໍ່ ​ໃຫ້​ທ່ານ​ໄປ​ກວດ​ເບິ່ງ ຊື່ ຢູ່ໃນເວັບ​ໄຊ໌ chea.org -- c-h-e-a dot o-r-g.



ໃນ​ທັນທີ​ທີ່​ທ່ານ​ໄດ້​ຖືກ​ຮັບ​ເຂົ້າໂຮງຮຽນ ​ໃຫ້​ທ່ານ​ນັດ​ໝາຍ​ເພື່ອ​ສຳ​ພາດຂໍ​ວີ​ຊ້າ ຢູ່ສະຖານທູດ​ຫລືສະຖານ​ກົງສຸນຂອງອາ​ເມ​ຣິ​ກາ ກະຊວງການຕ່າງປະເທດສະຫະຣັດ ​ເວົ້າວ່າທາງກະຊວງກຳລັງ ດຳເນີນການ ​ເພື່ອ​ເຮັດໃຫ້​ການ​ຊັກ​ຊ້າໃນການ​ພິຈາລະນາອອກ​ວີ​ຊ້າ​ ຊຶ່ງໄດ້​ມີ​ຜົນ​ກະທົບ​ຕໍ່ນັກຮຽນ ​ແລະ ນັກຄົ້ນຄົ້ວຕ່າງປະ​ເທດ​ສາຍວິ​ທະຍາ​ສາດ ​ໃນ​ໄລຍະຜ່ານມາ​ນັ້ນ ຫລຸດລົງ.

ການ​ຊ່ວຍ​ເຫລື​ອທາງ​ດ້ານ​ທຶນການສຶກສາ ສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ ອາດຈະມີຈຳກັດ​. ​ເພື່ອປະຢັດຄ່າໃຊ້ຈ່າຍ ທ່າ​ນ ອາດ​ຈະຊອກຮຽນໃນຫລັດສູດການ​ຮຽນທາງ​ອິນ​ເຕີ​ເນັດ ຫລື ຮຽນ​ຢູ່​ສາຂາ​ໃນຕ່າງ​ປະ​ເທດ ຂອງມະຫາວິທະຍາ​ໄລ​ຂອງອາ​ເມ​ຣິກາ.

​ໃນສາລະຄະດີນັກ​ສຶກສາ​ຕ່າງປະ​ເທດ ພວກ​ເຮົາຍັງໄດ້​ລົມ​ສູ່​ທ່ານ​ຟັງ ກ່ຽວກັບ​ຊີວິດ​ນັກຮຽນຢູ່​ໃນ​ສະຫະຣັດ ​ແລະໂຄງການຊ່ວຍ​ເຫລືອ​ນັກສຶກສາຕ່າງປະ​ເທດ. ຕົວຢ່າງ​ເຊັ່ນ ສູນ​ກາງ​ຊ່ວຍ ເຫລືອ​ເຣື່ອງການ​ຂຽນ ສາມາດ​ຊ່ວຍ​ສອນກົດ​ຫລື​ຫລັກການໃນ​ການ​ຂຽນບົດຂຽນໃນດ້ານ​ວິຊາ​ການ​ຂອງ​ອາ​ເມ​ຣິ​ກາ ​ໃຫ້​ທ່ານ​ໄດ້.

ລາຍ​ງານ​ທັງໝົດທີ່ພວກ​ເຮົາ​ໄດ້​ນຳ​ສ​ະ​ເນີ ​ໃນສາລະຄະດີຊຸດ​ນີ້​ - ຮວມ​ທັງລາຍການເລື້ອງ​ເສັງເຂົ້າ​ມະຫາວິທະຍາໄລ --​ ທ່ານ ສາມາດ​ຊອກເບິ່ງໄດ້​ຢູ່ໃນເວັບ​ໄຊ໌ voaspecialenglish.com. ຂອບ​ໃຈທຸກ​ທ່ານ​ທີ່​ໄດ້​ສົ່ງ​ຄຳ​ຖາມ​ມາຫາ​ພວກ​ເຮົາ. ຖ້າ​ທ່ານ​ມີ​ຄຳ​ຖາມເພີ້ມເຕີມ ພວກ​ເຮົາ​ອາດ​ຈະ​ຕອບ​ທ່ານ ​ໃນລາຍການອື່ນ​ໆ ໃນ​ອານາ​ຄົດ. ​ໃຫ້​ທ່ານ​ເຂົ້າ​ໄປ​ເບິ່ງ ​ເວັບ​ໄຊ້ທ໌ພາສາອັງກິດຂອງ​ວີ​ໂອ​ເອ ທີ່ voanews.com ​ແລ້ວ​ກົດ ຫລື Click ຢູ່ບ່ອນ ຕິດ ຕໍ່ຫາ​ພວກ​ເຮົາ ຫລື Contact Us ​ແລ້ວ​ຂຽນ​ຄຳ​ຖາມ​ຂອງ​ທ່ານ ຫລືສົ່ງຄຳ​ຖາມໄປ​ຍັງທີ່ຢູ່ທາງ​ອີເມລ special@voanews.com. ​ຢ່າລືມຂຽນ​ຊື່​ ​ແລະປະ​ເທດ​ຂອງ​ທ່ານ ມາໃນຈົດໝາຍນັ້ນດ້ວຍ.

XS
SM
MD
LG