ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການອະນາມັຍໂລກວ່າ ເຊື້ອໄຂ້ຫວັດໃຫຍ່ A H1N1 ອາດຕິດແປດ ໃສ່ຜູ້ຄົນ ຫລາຍເຖິງ 2 ພັນລ້ານຄົນ


ໄຂ້ຫວັດໃຫຍ່ A H1N1: ອົງການອະນາ ມັຍໂລກກ່າວວ່າ ເຊື້ອໄວຣັສໄຂ້ຫວັດໃຫຍ່ A H1N1 ສາມາດເຮັດໃຫ້ ມີຜູ້ລົ້ມປ່ວຍ ຫລາຍ ເຖິງ 2 ພັນລ້ານຄົນພາຍໃນໄລຍະ 2 ປີຂ້າງ ໜ້າ ຫລືປະມານ 1 ໃນທຸກໆ 3 ຄົນ ຂອງປະ ຊາກອນໂລກ. ເຈົ້າໜ້າທີ່ ອະວຸໂສທ່ານນຶ່ງ ຂອງອົງການ ອະນາມັຍໂລກ ທ່ານ KEIJI FUKUDA ກ່າວໃນການ ໃຫ້ສຳພາດ ແກ່ອົງ ການຂ່າວ ເອພີ ໃນມື້ວານນີ້ວ່າ ມາຮອດປັດຈຸ ບັນ ທາງອົງການ ອະນາມັຍໂລກ ໄດ້ລາຍງານ ແຕ່ກໍຣະນີທີ່ໄດ້ຮັບການຢືນຢັນ ຈາກຫ້ອງແລັບ ເທົ່ານັ້ນ ແຕ່ຈຳນວນດັ່ງກ່າວ ທີ່ຈິງແລ້ວ ເປັນພຽງແຕ່ ພາກສ່ວນນ້ອຍໆ ຂອງຈຳນວນຜູ້ ປ່ວຍ ເປັນໄຂ້ຫວັດໃຫຍ່ A H1N1. ທ່ານ FUKUDA ເວົ້າວ່າ ໄຂ້ຫວັດໃຫຍ່ A H1N1 ທີ່ພວມຣະບາດ ຢູ່ໃນທົ່ວໂລກ ເວລານີ້ ແມ່ນກຳລັງ ຢູ່ໃນໄລຍະ ເລີ້ມຕົ້ນເທົ່ານັ້ນ. ລາຍງານ ອີກສະບັບນຶ່ງ ຂອງອົງການ ອະນາມັຍໂລກ ທີ່ນຳອອກເຜີຍແຜ່ ໃນມື້ວານນີ້ ກ່າວວ່າ ເຊື້ອໄວຣັສດັ່ງກ່າວ ໄດ້ແຜ່ຣະບາດ ໄປຍັງເກືອບ ທຸກປະເທດໃນໂລກ ໂດຍເຮັດໃຫ້ ມີຜູ້ເສັຽຊີວິດແລ້ວ ຫຼາຍກວ່າ 800 ຄົນ ນັບແຕ່ ໄດ້ເລີ້ມຣະບາດ ໃນເດືອນເມສາ ຜ່ານມາ.

ເກົາຫລີເໜືອ: ນັບເປັນເທື່ອທີ 2 ໃນໄລຍະ ສອງມື້ຜ່ານມາ ເຈົ້າໜ້າທີ່ເກົາຫລີເໜືອໄດ້ສະ ແດງຄວາມໝົດຫວັງກ່ຽວກັບ ການທີ່ພຽງຢາງ ຈະກັບຄືນ ເຂົ້າຮ່ວມ ການເຈຣະຈາ 6 ຝ່າຍ ເພື່ອປົດ ອາວຸດນິວເຄລັຽ. ເອກອັຄຣັຖທູດ ເກົາຫລີເໜືອ ປະຈຳອົງການ ສະຫະປະຊາຊາດ ກ່າວວ່າ ປະເທດຂອງທ່ານ ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງແລ້ວວ່າ ການເຈຣະຈາ ດັ່ງກ່າວ ໄດ້ສິ້ນສຸດລົງ ຢ່າງເປັນການ ຖາວອນ ແລະ ພຽງຢາງ ຈະບໍ່ກັບເຂົ້າຮ່ວມ ຂັ້ນຕອນນີ້ອີກ. ເອກອັຄຣັຖທູດ SIN SON HO ກ່າວວ່າ ເກົາຫລີເໜືອ ໄດ້ຖືກຫລອກ ໂດຍພັກຝ່າຍຕ່າງໆ ທີ່ເຂົ້າຮ່ວມ ການເຈຣະຈາ ທີ່ທ່ານເວົ້າວ່າ ບໍ່ໄດ້ດຳເນີນການຕາມທີ່ ພວກເຂົາເຈົ້າ ໄດ້ໃຫ້ຄຳໝັ້ນສັນຍາໄວ້. ເອກອັຄຣັຖທູດເກົາຫລີ ເໜືອ ກ່າວຕໍ່ພວກນັກຂ່າວທີ່ສຳນັກງານຜູ້ຕາງໜ້າ ຂອງເກົາຫຼີເໜືອ ປະຈຳອົງການ ສະຫະ ປະຊາຊາດ ທີ່ນະຄອນນິວຢອກ. ການເຈຣະຈາ 6 ຝ່າຍ ທີ່ໄດ້ແຕກຫັກລົງ ໃນຕົ້ນປີນີ້ ແມ່ນມີຈຸດປະສົງ ແນໃສ່ ເພື່ອໃຫ້ບັນລຸ ການຕົກລົງ ດ້ວຍການໃຫ້ ສິນນ້ຳໃຈ ທາງດ້ານເສຖ ກິດແລະດ້ານການທູດ ທີ່ເກົາຫລີເໜືອ ຈະໄດ້ຮັບ ຖ້າເກົາຫລີເໜືອ ຫາກທຳລາຍ ຫົວຣະເບີດ ນິວເຄລັຽ ແລະປິດໂຮງໄຟຟ້າ ແລະສະຖານທີ່ ນິວເຄລັຽຕ່າງໆ ຂອງຕົນ.

ອີຣັກ: ຊາວອີຣັກ ເຊື້ອສາຍ KURDS ກຳລັງ ພາກັນ ໄປປ່ອນບັດໃນວັນເສົາມື້ນີ້ໃນການເລືອກ ຕັ້ງປະທານາທິບໍດີ ແລະສະພາແຫ່ງຊາດຂະນະ ທີ່ ເຂດປົກຄອງຕົນເອງດັ່ງກ່າວ ພວມເກີດການ ຂັດແຍ້ງຢ່າງໜັກ ກັບແບັກແດັດ ກ່ຽວກັບ ເຣື່ອງ ດິນແລະນ້ຳມັນ. ມີຜູ້ມີສິດປ່ອນບັດ ທັງໝົດປະ ມານ 2 ລ້ານ 5 ແສນຄົນ ໃນເຂດ KURDIS TAN ຂອງອີຣັກ ທີ່ຕັ້ງຢູ່ ທາງພາກເໜືອຂອງ ປະເທດ ປະກອບດ້ວຍ 3 ແຂວງ ຄື IRBIL, DAHUK ແລະ SULAIMANIYAH. ຫລັງຈາກ ການປ່ອນບັດ ສິ້ນສຸດລົງ ໃນແລງວັນເສົາມື້ນີ້ ຫີບບັດ ຈະຖືກສົ່ງໄປຍັງ ນະຄອນຫລວງ ແບັກແດັດ ເພື່ອທຳການນັບ ຢູ່ທີ່ນັ້ນ. ເປັນທີ່ຄາດກັນວ່າ ຜົນການນັບບັດ ຄະແນນສຽງ ຈະເປັນທີ່ຮູ້ຈັກ ພາຍໃນສອງ ຫາສາມມື້ ແຕ່ຫົວໜ້າເລືອກຕັ້ງ ປະຈຳເຂດ ເຕືອນວ່າ ບັນຫາທາງດ້ານເທັກນິກ ອາດຈະເຮັດໃຫ້ ຜົນການນັບຄະແນນສຽງ ຢ່າງເປັນທາງການ ມີການຊັກຊ້າ ເປັນເວລາ ຫລາຍໆອາທິດ. ໃນເດືອນແລ້ວນີ້ ເຂດປົກຄອງຕົນເອງ ຂອງຊາວ KURDS ໄດ້ສົ່ງອອກນ້ຳມັນ ໄປສູ່ຕລາດນາໆຊາດ ເປັນເທື່ອທຳອິດ ແຕ່ຣັຖມຸນຕຣີນ້ຳມັນ ຂອງອີຣັກ ທີ່ນະຄອນຫລວງ ແບັກແດັດ ກ່າວວ່າ ຂໍ້ຕົກລົງໃດໆກໍຕາມ ລະຫວ່າງຊາວ KURDS ແລະບໍຣິສັດນ້ຳມັນ ເອກກະຊົນ ແມ່ນເປັນການຕົກລົງ ທີ່ຜິດກົດໝາຍ.

ພວກກໍ່ການຮ້າຍ - ທ່ານບຸຊ: ໜັງສືພິມທີ່ສຳຄັນ ສະບັບນຶ່ງ ໃນສະຫະຣັດລາຍງານວ່າ ອະດີດປະທາ ນາທິບໍດີ GEORGE W BUSH ໄດ້ພິຈາຣະນາ ທີ່ຈະທົດສອບຣັຖທັມມະນູນ ໂດຍໃຊ້ພວກທະຫານ ຈັບກຸມ ພວກທີ່ສົງສັຍວ່າ ເປັນຜູ້ກໍ່ການຮ້າຍ ຢູ່ໃນ ດິນແດນຂອງສະຫະຣັດ. ໂດຍອ້າງຄຳເວົ້າ ຂອງເຈົ້າ ໜ້າທີ່ຣັຖບານທ່ານ BUSH ທີ່ບໍ່ໄດ້ຣະບຸຊື່ ໜັງສື ພິມ NEW YORK TIMES ລາຍງານວ່າ ທ່ານ DICK CHENEY ຊຶ່ງເປັນຮອງ ປະທານາທິບໍດີ ໃນເວລານັ້ນ ພ້ອມດ້ວຍ ທີ່ປຶກສາ ອະວຸໂສ ຈຳນວນນຶ່ງ ໄດ້ສນັບສນຸນ ໃຫ້ພວກທະຫານ ຄວນເປັນຜູ້ຈັບ ພວກທີ່ສົງສັຍວ່າ ເປັນສະມາຊິກ ຂອງກຸ່ມກໍ່ການຮ້າຍ AL-QAIDA ຢູ່ ໃນເຂດພາກເໜືອ ຂອງຣັດນິວຢອກ ໃນປີ 2002 ຜ່ານມາ. ຣັຖທັມມະນູນ ແລະກົດໝາຍ ສະບັບອື່ນໆ ຂອງສະຫະຣັດ ໄດ້ຫ້າມບໍ່ໃຫ້ໃຊ້ ກຳລັງທະຫານ ໃນການກວດຄົ້ນ ພາຍໃນປະເທດ. ແຕ່ໜັງສືພິມ NEW YORK TIMES ເວົ້າວ່າ ທ່ານ CHENEY ຮູ້ສຶກວ່າ ບັນທຶກຂອງ ກະຊວງຍຸຕິທັມ ສະຫະຣັດ ໃນປີ 2001 ໃຫ້ການສນັບສນຸນ ຕໍ່ອຳນາດ ຂອງປະທານາທິບໍດີ ໃນການນຳເອົາ ກຳລັງທະຫານ ມາໃຊ້ແທນ ເຈົ້າໜ້າທີ່ ຮັກສາກົດຣະບຽບ ຂອງບ້ານເມືອງ ຫລືຕຳຣວດ ກ່ຽວກັບເຣື່ອງ ຄວາມໝັ້ນຄົງ ແຫ່ງຊາດ.

ປາກິສຖານ: ສານຕໍ່ຕ້ານ ພວກກໍ່ການຮ້າຍ ຂອງປາກິສຖານ ໄດ້ຮັບຟັງ ຄຳໃຫ້ການເປັນ ເວລາສັ້ນໆ ຂອງພວກຜູ້ຊາຍ 5 ຄົນ ທີ່ຖືກ ກ່າວຫາວ່າ ປະກອບສ່ວນ ໃນການໂຈມຕີ ຂອງພວກກໍ່ການຮ້າຍ ທີ່ນະຄອນ ມູມໄບ ສູນກາງການຄ້າ ຂອງອິນເດັຽ ໃນເດືອນພະຈິກ ປີແລ້ວ. ຜູ້ຕອງສົງສັຍທັງ 5 ໄດ້ໄປປາກົດໂຕ ໃນວັນເສົາມື້ນີ້ໃນການດຳເນີນການແບບປິດລັບ ທີ່ສານແຫ່ງນຶ່ງ ຊຶ່ງໄດ້ມີການຮັກສາຄວາມປອດ ພັຍ ຢ່າງເຄັ່ງຄັດ ໃນນະຄອນຣາວັນປິນດີ ໃກ້ໆ ກັບນະຄອນຫຼວງອິສລາມາບັດ. ຜູ້ພິພາກສາ BAQIR ALI RANA ໄດ້ຮັບຟັງ ຄຳໃຫ້ການ ສັ້ນໆ ຈາກທັງສອງຝ່າຍ ແລະຫລັງຈາກນັ້ນ ກໍສັ່ງໃຫ້ ເລື່ອນການດຳເນີນຄະດີ ໄປໃສ່ວັນທີ 29 ສິງຫາ. ເຈົ້າໜ້າທີ່ຂອງສານ ເວົ້າວ່າ ທະນາຍຄວາມ ຂອງຝ່າຍຈຳເລີຍ ໄດ້ຮ້ອງຂໍ ໃຫ້ໄອຍະການ ມອບຫລັກຖານ ກ່ຽວກັບຄະດີນີ້. ສ່ວນຝ່າຍຣັຖບານ ໄດ້ໂຕ້ແຍ້ງ ກ່ຽວກັບ ການດຳເນີນຄະດີ ແບບປິດລັບ ຍ້ອນຄວາມສຳຄັນ ຫລໍ່ແຫຼມ ຂອງຄະດີນີ້. ຜູ້ຕ້ອງສົງສັຍ ທີ່ໄປປາກົດ ໂຕໃນມື້ນີ້ ແມ່ນມີຮວມທັງ ນາຍ ZAKI-UR-REHMAN LAKHVI ສະມາ ຊິກຂອງກຸ່ມມຸສລິມ ຫົວຮຸນແຮງ LASHKAR-E-TAIBA ທີ່ມີຖານ ປະຕິບັດງານ ໃນປາກິສຖານ.

ຮອນດູຣັສ: ໂຄສົກຄົນນຶ່ງ ຂອງກະຊວງການ ຕ່າງປະເທດ ສະຫະຣັດ ກ່າວວ່າ ປະທານາທິ ບໍດີທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ທ່ານ MA NUEL ZELAYA ຈະເດີນທາງ ມາກຸງວໍຊິງຕັນ ໃນວັນອັງຄານຈະມາ. ສະຫະຣັດແລະອົງການ ບັນດາປະເທດ ໃນທະວີບ ອະເມຣິກາ ຊຶ່ງມີສຳ ນັກງານ ທີ່ກຸງວໍຊິງຕັນ ໄດ້ຮ້ອງຂໍ ໃຫ້ຜູ້ນຳ ທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ມີຄວາມອົດທົນ ແລະບໍ່ໃຫ້ເດີນທາງ ກັບຄືນໄປ ຮອນດູຣັສ ຕາມລຳພັງ ຍ້ອນຢ້ານວ່າ ຈະພາໃຫ້ເກີດ ຄວາມໂກລາຫົນ ວຸ້ນວາຍ ໃນປະເທດດັ່ງກ່າວ. ແຕ່ແນວໃດກໍຕາມ ໃນມື້ວານນີ້ ທ່ານ ZELAYA ໄດ້ກັບຄືນ ເຂົ້າໄປຮອນດູຣັສ ໂດຍໄດ້ຍ່າງ ຂ້າມໄປ ແລະຫລັງຈາກນັ້ນ ບໍ່ດົນ ກໍກັບຄືນ ເຂົ້າໄປປະເທດ ນີກາຣາກວາອີກ ເພື່ອຫລີກລ້ຽງ ການຈັບກຸມ ທີ່ອາດມີຂຶ້ນ. ປະທານາທິບໍດີ ຮັກສາການ ຂອງຮອນດູຣັສ ທ່ານ ROBERTO MICHELETTI ໄດ້ປະນາມ ໃນອັນທີ່ ທ່ານເອີ້ນວ່າ ສື່ມວນຊົນ ລະຄອນສັດ ທີ່ຫ້ອມລ້ອມ ການຂ້າມຊາຍແດນ ຂອງທ່ານ ZELAYA. ຜູ້ນຳຊົ່ວຄາວ ຂອງຮອນດູຣັສ ກ່າວໃນມື້ວານນີ້ວ່າ ການກະທຳ ຂອງທ່ານ ZELAYA ແມ່ນຫລັກຖານ ທີ່ສະແດງ ໃຫ້ເຫັນວ່າ ປະທານາທິບໍດີ ທີ່ຖືກຂັບໄລ່ ເປັນນັກປຸກຣະດົມ ຂາດຄວາມຮັບຜິດຊອບ ທີ່ນຳເອົາ ຊີວິດຄົນອື່ນ ໄປສ່ຽງ ເພື່ອໃຫ້ໄດ້ມາ ຊຶ່ງເປົ້າໝາຍ ທາງດ້ານການເມືອງ ຂອງທ່ານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG