ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປູກຝິ່ນຢູ່ໃນລາວເພີ້ມຫລາຍຂຶ້ນຄືນອີກເນື່ອງຈາກ ຂາດການຊ່ວຍເຫລືອຢ່າງພຽງພໍຈາກສາກົນ


ລັດຖະມົນຕີ ຜູ້ຮັບຜິດຊອບ​ດ້ານ​ຢາ​ເສບ​ຕິດ ​ຂອງ​ລາວ​ ຢືນຢັນ​ວ່າການ​ໄດ້​ຮັບ​ຄວາມ ​ຊ່ອຍເຫລືອຈາກ​ຕ່າງ​ປະ​ເທດ​ ໃນ​ລະດັບ,​ທີ່, ຕ່ຳ,ກວ່າຄວາ​ມຕ້ອງການ​ທີ່​ເປັນ​ຈິງ​ນັ້ນ, ຄື​ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ປະຊາຊົນ​ລາວຕ້ອງ​ພາ ກັນ​ກັບ​ຄືນ​ໄປ​ປູກຝິ່ນຄືນ​ໃໝ່ໃນ​ຂະນະ​ທີ່​ຝິ່ນ ນັ້ນ, ກໍມີ​ລາຄາ​ແພງ​ຂຶ້ນນັບ​ມື້​ເຊັ່ນ​ດຽວກັນ.

ທ່ານ ສຸບັນ ສະລິດທິລາດ ລັດຖະມົນຕີ​ປະ ຈຳ​ສຳນັກງານ​ປະທານ​ປະ​ເທດ​ລາວ ​ໃນ​ຖາ ນະ​ປະທານ​ກຳມາ​ການ​ຄວບ​ຄຸມ ​ແລະ ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ ຊຶ່ງ​ທ່າ​ນ​ໄດ້​ຖະ​ແຫລ​ງ ເນັ້ນຢ້ຳວ່າ, ການ​ລັກລອບ​ປູກ​ຝິ່ນ​ຢູ່​ໃນ​ລາວ ຍັງ​ຄົງ​ເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ແລະ ກໍ​ມີທ່າ​ອ່ຽງ ທີ່​ຈະ​ເພີ້ມຜົນ​ຜະຫລິດ​ຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ. ​ເຖິງ​ແມ່ນ​ວ່າ​ທາງ​ການ​ລາວ ຈະ​ໄດ້​ປະກາດ​ໃຫ້​ລາວເປັນ​ປະ​ເທດ​ທີ່​ປອດ​ຈາກ​ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ ນັບ​ຈາກ​ປີ 2006 ​ເປັນຕົ້ນ​ມາ​ແລ້ວ​ກໍ​ຕາມ, ຫາກ​ແຕ່​ວ່າ ດ້ວຍ​ການ​ທີ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ ຕ່າງປະ​ເທດ ຕ່ຳ,ກວ່າລະດັບ​ຄວາມຕ້ອງການ,​ທີ່​ເປັນ​ຈິງ ສຳລັບ​ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ໂຄງການ​ພັດທະນາ​ຕ່າງໆ ​ເພື່ອ​ຫລຸດຜ່ອນ​ບັນຫາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ ຢູ່​ໃນ​ເຂດ​ທີ່​ເຄີຍ​ປູກ​ຝິ່ນ​ນັ້ນ ໄດ້ເຮັດ​ໃຫ້​ປະຊາຊົນ​ໃນ​ເຂດ​ດັ່ງກ່າວພາ​ກັນກັບ​ຄືນ​ໄປ​ທຳ​ການ​ລັກລອບ​ປູກ​ຝິ່ນ​ອີກ​ເທື່ອ​ໃໝ່.

ທັງ​ນີ້ ​ທ່ານ ​ສຸບັນ ​ໄດ້​ລະບຸ​ອີກດ້ວຍ​ວ່າ ​ໃນ​ປີ 2007 ຍັງ​ຄົງ​ມີ​ການ​ລັກລອບ​ປູກ​ຝິ່ນບົນ​ເນື້ອທີ່ ທີ່​ກວ້າງ​ກວ່າ 1.500 ​ເຮັກ​ຕ້າ ​ແລະ ກໍ​ໄດ້​ເພີ້ມຫລາຍ​ຂຶ້ນ​ເປັນ​ພື້ນທີ່ກວ້າງ​ກວ່າ 1.600 ​ເຮັກ​ຕ້າ ​ໃນ​ປີ 2008 ​ອັນ​ເປັນ​ຜົນເຮັດ​ໃຫ້ຜົນຜະຫລິດ​ຢາຝິ່ນ​ໄດ້​ເພີ້ມຂຶ້ນຈາກ 9,2 ໂຕນ ​ໃນ​ປີ 2007 ​ເປັນ 9,6 ໂຕນ ​ໃນ​ປີ 2008​ ທີ່​ຜ່ານ​ມາ ​ແລະ ​ໃນ​ຂະນະ​ດຽວກັນ ການ​ທີ່​ຍັງ​ປາກົດ​ວ່າ​ມີ​ປະຊາຊົນ​ລາວ ລະຫວ່າງ 12.000 ຫາ 15.000ຄົນ ທີ່​ຍັງ​ພາກັນ​ສູບ​ຝິ່ນ​ຢູ່​ນັ້ນ ກໍ​ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຢາຝິ່ນ​ມີ​ລາຄາ​ແພງ​ຂຶ້ນຈາກ​ລະດັບ 100 ​ໂດລາ​ສະຫະຣັດ ​ເ​ປັນ​ເກີນ​ກວ່າ 1.300 ໂດລາ​ສະຫະຣັດຕໍ່ກິ​ໂລ​ກາມ ​ແລ້ວ​ໃນ​ປະຈຸ​ບັນ. ຊຶ່ງ​ດ້ວຍ​ສະ ພາ​ວະຢາຝິ່ນ​ທີ່​ແພງ​ຫລາຍ​ຂຶ້ນຫລາຍ​ເທົ່າ​ຕົວ​ດັ່ງກ່າວນີ້ ກໍ​ຍັງ​ຖື​ເປັນ​ອີກ​ປັດ​ໃຈໜຶ່ງ ທີ່​ເຮັດ​ໃຫ້​ປະຊາ​ຊົນ​ລາວ ​ໄດ້​ພາກັນ​ກັບ​ຄືນໄປ​ທຳການ​ລັກ​ລອບປູກ​ຝິ່ນເພີ້ມຫລາຍ​ຂຶ້ນອີກ​ດ້ວຍ​ເຊັ່ນ​ກັນ.

ກ່ອນໜ້ານີ້ ກໍ​ຄື​ພາຍຫລັງ​ທີ່​ໄດ້​ມີ​ການ​ປະ ກາດລົບ​ລ້າງ ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ ນັບ​ຈາກ​ປີ 2006 ​ເປັນຕົ້ນມານັ້ນ ທາງ​ການ​ລາວ​ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ມີ​ຄວາ​ມ ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການຊ່ອຍ​ເຫລືອ​ຈາກ​ຕ່າງປະ​ເທດ ຄຶດ​ເປັນ​ມູນ​ຄ່າ​ບໍ່ໜ້ອຍກວ່າ 80ລ້ານ ​ໂດ​ລາ​ສະຫະຣັດ ​ເພື່ອ​ໃຊ້​ຈ່າຍ​ດຳ​ເນີນ​ໂຄງການ​ພັດທະນາ​ຕ່າງໆ ສຳລັບ​ການ​ຫລຸດ​ຜ່ອນບັນຫາ​ຄວາ​ມທຸກ​ຈົນ​ຂອງ​ປະຊາ ຊົນ​ລາວ ທີ່​ພາກັນ​ປະລະ​ຈາກ​ການ​ປູກ​ຝິ່ນ​ໄປ​ແລ້ວ ຢູ່​ໃນ​ເຂດ 10 ​ແຂວງ ພາກ​ເໜືອຂອງ​ລາວ. ຫາກ​ແຕ່​ເນື່ອງ​ຈາກ​ວ່າ ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫ​ລື​ອ ຕາມ​ລະດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ ທ່ານ ສຸບັນ ຕ້ອງ​ອອກ​ມາຖະ​ແຫລ​ງ ການຮຽກຮ້ອງ​ໃນ​ຄັ້ງຫລ້າ​ສຸດ​ນີ້. ​ສຳລັບ​ໃນ​ໄລຍະ​ຈາກ​ປີ 2009 ໄປ​ຈົນ​ເຖິງ​ປີ 2013 ນັ້ນ ກໍ​ປາກົດ​ວ່າ ທາງ​ການລາວ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ຕ້ອງ​ໄດ້​ຮັບ​ການ ຊ່ອຍ​ເຫລືອ​ຈາກ​ຕ່າງ​ປະ​ເທດ ​ໃນ​ມູນ​ຄ່າ​ລວມບໍ່ໜ້ອຍກວ່າ 60ລ້ານ ໂດ​ລາ​ສະຫະລັດ ສຳ ລັບ​ນຳ​ໃຊ້​ເຂົ້າ​ໃນ​ໂຄງການ​ພັດ​ທະ​ນາ​ຕ່າງໆ ​ເພື່ອ​ການ​ຫລຸດ​ຜ່ອນ​ບັນຫາ​ຄວາມ​ຍາກຈົນ ຂອງ​ປະຊາຊົນ​ລາວ​ຢູ່​ໃນ​ພື້ນທີ່ 1.100 ກວ່າ​ໝູ່ບ້ານ​ໃນ​ເຂດ 10 ​ແຂວງ​ພາກ​ເໜືອ ຊຶ່ງ ​ເຄີຍ​ປູກ​ຝິ່ນ ​ແລະ ກໍ​ມີ​ທ່າ​ອ່ຽງສູງ ທີ່​ປະຊາຊົນ​ໃນ​ເຂດເຫລົ່າ​ນີ້ ຈະ​ພາກັນ​ຫວນ​ກັບ​ຄືນ​ໄປ ​ທຳ​ການ​ລັກ​ລອບ​ປູກ​ຝິ່ນ​ອີກ​ເທື່ອ​ໃໝ່​ເພີ້ມຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ.

ລາວ​ເຄີຍ​ເປັນ​ປະ​ເທດ​ອັນ​ດັບ​ທີ່ 3​ ທີ່​ມີ​ການ​ປູກ​ຝິ່ນ​ຫລາຍ​ທີ່​ສຸດ​ໃນໂລກ ລອງ​ຈາກ​ປະ​ເທດ​ພະ​ມ້າ ​ແລະ ອັຟກາ​ນິສຖານ ​ໂດຍ​ໃນ​ໄລຍະ​ກ່ອນ​ປີ 1985 ນັ້ນ ປະຊາຊົນ​ລາວ​ຢູ່​ໃນເຂດ 10 ​ແຂວງ​ພາກ​ເໜືອ ​ໄດ້​ພາກັນ​ປູກ​ຝິ່ນ​ບົນ​ເນື້ອທີ່​ ທີ່​ກວ້າງກວ່າ 30.000 ​ເຮັກ​ຕ້າ ​ແລະ ກໍ​ມີ​ຜົນ​ຜະຫລິດ​ຝິ່ນ​ໃນແຕ່ລະ​ປີນັ້ນ ຫລາຍ​ກວ່າ 150 ໂຕນ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 20 ກໍລະກົດ 2009

XS
SM
MD
LG