ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນຫ່ວງ ຢ້ານວ່າໄຂ້ຫວັດໃຫຍ່ ຊະນິດໃໝ່ ຈະມີຜົນກະທົບ ຕໍ່ SEA Games ໃນລາວ


ທາງການ ສ ປ ປ ລາວຢ້ານວ່າ ການແຜ່ ລະບາດ ຂອງເຊື້ອ ໄວຣັສ ໄຂ້ຫວັດ ໃຫຍ່ A-H1N1 ຈະສົ່ງຜົນກະທົບ ຕໍ່ເນື່ອງໄປ ເຖິງການ ເປັນເຈົ້າພາບຈັດການແຂ່ງຂັນກິລາ SEA Games ຄັ້ງທີ 25 ໃນທ້າຍປີນີ້ ເນື່ອງຈາກວ່າ ມີຄົນລາວຕິດເຊື້ອດັ່ງກ່າວ ເພີ້ມຂຶ້ນ.

ຫ້ອງການປະສານງານຕ້ານ ແລະ ຄວບ​ຄຸມພະຍາດ​ຕິດຕໍ່ ກະຊວງ​ສາທາລະນະສຸກ​ຂອງ​ລາວ ​ໄດ້​ລາຍ​ງານ​ວ່າ ນັບ​ຈາກ ວັນ​ທີ 15 ມິຖຸນາ ຈົນ​ເຖິງ ວັນ​ທີ 15 ກໍລະກົດ​ທີ່​ຜ່ານ​ມານີ້ ​ໄດ້​ມີ​ການກວດ​ພົບ​ຄົນ​ລາວ​ທີ່​ຕິດ​ເຊື້ອໄຂ້ຫວັດໃຫຍ່ ສາຍ​ພັນ​ໃໝ່ ຊະນິດ A H1N1 ຢູ່​ໃນ​ລາວ​ແລ້ວ​ຈຳນວນ​ທັງໝົດ 27 ຄົນ ໂດຍ​ເຖິງ​ແມ່ນ​ວ່າ​ໃນ​ໄລຍະທຳອິດ ຈະ​ເປັນ​ການກວດ​ພົບ​ຄົນ​ທີ່​ຕິດ​ເຊື້ອ​ເປັນ​ຊາວ​ຕ່າງປະ​ເທດເທົ່ານັ້ນກໍ​ຕາມ, ຫາກ​ແຕ່​ວ່າ ສະຖານະ​ການ​ກໍ​ໄດ້​ດຳ​ເນີນ​ໄປ​ໃນ​ແນວທາງ​ທີ່ໜ້າ​ເປັນ​ຫ່ວງເພີ້ມຫລາຍຂຶ້ນ​ເລື້ອຍໆ ​ເມື່ອ​ປາກົດ​ວ່າ​ຜູ້​ຕິ​ດເຊື້ອ​ໂຣກ​ດັ່ງກ່າວ​ໃນ​ໄລຍະຫ​ລັງໆມານີ້​ ​ເປັນ​ຄົນ​ລາວ ກັບ​ທັງ​ຍັງເປັນ​ການໄດ້​ຮັບ​ເຊື້ອຈາກ​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ.

​ກໍລະນີ​ຕົວຢ່າງ​ກໍ​ຄື ການກວດ​ພົບ​ເດັກນ້ອຍ​ຜູ້ຍິງ​ຄົນໜຶ່ງອາຍຸ 10 ທີ່​ໄດ້​ຮັບ​ເຊື້ອຈາກ​ການ​ເດີນທາງ​ໄປ​ໄທ ​ແລະ ກໍ​ໄດ້​ນຳ​ເອົາ​ເຊື້ອ​ໂຣກ​ກັບ​ຄືນ​ໄປ​ຕິດຕໍ່​ເອື້ອຍ ​ແລະ ໝູ່ຄູ່​ຢູ່​ໃນ​ຫ້ອງ​ຮຽນ ຢູ່ນຳ​ກັນ ຫລື ກໍລະນີແຮງ​ງານ​ລາວ 11 ຄົນ ທີ່​ຕິດ​ເຊື້ອດັ່ງກ່າວ​ຈາກ​ປະ​ເທດ​ໄທ​ເຊັ່ນ​ດຽວກັນ ​ແລ້ວກໍ​ພາກັນ​ເດີນທາງ​ກັບ​ຄືນ​ໄປ​ລາວ ພ້ອມ​ກັບ​ແຮງ​ງານ​ລາວ​ດ້ວຍ​ກັນ​ອີກ​ຫລາຍ​ກວ່າ 200 ຄົນ ທີ່ໃຊ້​ບໍລິການ​ລົດ​ໂດຍສານ​ປະຈຳ​ທາງຈຳນວນ 19 ຄັນ ​ແລະ ຕໍ່ຈາກ​ນັ້ນ ​ແຮງ​ງານເຫລົ່າ​ນີ້ກໍ​ໄດ້​ພາກັນ​ແຍກ​ຍ້າຍ​ກັບ​ຄືນໄປ​ສູ່​ພູມລຳ​ເນົາ​ຂອງ​ພວກ​ຕົນ​ຢູ່​ໃນ​ແຂວງ​ສະຫວັນ​ນະ​ເຂດ, ຈຳປາ​ສັກ, ວຽງຈັນ, ຫລວງ​ພະ​ບາງ, ບໍລິ​ຄຳ​ໄຊ​, ຄຳ​ມ່ວນ ​ແລະ ສາລະ​ວັນ ​ເປັນຕົ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ​ໃນ​ການກວດ​ພົບ​ຄົນ​ລາວ​ທີ່​ຕິດ​ເຊື້ອໄວຣັສໄຂ້ຫວັດໃຫຍ່ ຊະນິດ A H1N1 ດັ່ງກ່າວ​ນີ້ ກໍ​ຍັງ​ເປັນ​ການກວດ​ພົບ​ຢູ່​ໃນ​ເຂດ​ນະຄອນຫລວງ​ວຽງຈັນ​ຫລາຍ​ທີ່​ສຸດ ຄື​ຈຳນວນ 17 ຄົນ, ຢູ່ ແຂວງ​ສະຫວັນ​ນະ​ເຂດ 6 ຄົນ, ​ແຂວງວຽງຈັນ 2 ຄົນ, ​ແຂວງຈຳປາ​ສັກ ​ແລະ ​ແຂວງຫລວງ​ພະ​ບາງ ອີກ​ແຂວງ​ລະໜຶ່ງຄົນ ​ໂດຍ​ເກີນ​ກວ່າເຄິ່ງໜຶ່ງ​ເປັນຜູ້​ໄດ້​ຮັບ​ເຊື້ອທີ່​ມີ​ອາຍຸ​ລະຫວ່າງ 10 ຫາ 20 ປີ. ​ແລະ ທີ່ໜ້າ​ເປັນ​ຫ່ວງ​ອີກ​ກໍລະນີໜຶ່ງນັ້ນ ກໍ​ຄື ການ​ທີ່​ພັນ​ລະຍາ​ໄດ້​ຮັບ​ເຊື້ອຈາກ​ຜູ້​ເປັນສາມີ ​ແລ້ວ ກໍ​ໄດ້​ນຳໄປ​ຕິດຕໍ່​ເຖິງ​ລູກ​ຫລານ ​ແລະ ຍາດ​ພີ່​ນ້ອງ ຢູ່​ໃນ​ຄົວ​ເຮືອນ​ດຽວກັນ​ອີກ​ດ້ວຍ. ພາຍໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ໄດ້​ເປັນ​ສາ​ເຫດ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ຈັດ​ກອງ​ປະຊຸມ​ສໍາ​ມະ​ນາ​ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ ຫາ​ແນວທາງ​ໃນ​ການ​ແກ້​ໄຂ ​ແລະ ປ້ອງ​ກັນ​ຢ່າງ​ຮີບ​ດ່ວນ ຮ່ວມກັນ​ກັບ​ບັນດາ​ຜູ້ແທນ​ຂອງອົງການ​ອານາ​ໄມ​ໂຣກ ​ແລະ ອົງການ​ສາກົນ​ຕ່າງໆຢູ່​ໃນ​ລາວ ​ເມື່ອ​ວັນ​ທີ 14 ກໍລະ​ກົດ ທີ່​ຜ່ານ​ມານີ້. ທັງ​ນີ້ ​ດ້ວຍການ​ລົນ​ນະ​ລົງ​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ​ມີ​ຄວາມ​ເຂົ້າ​ໃຈ ​ໃນ​ຄວາມ​ສາມາດ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ​ຈາກ​ເຊື້ອ​ໂຣກ​ດັ່ງກ່າວ​ໃຫ້​ໄດ້​ຢ່າງກວ້າງ​ຂວາງ​ ​ແລະ ຮີບ​ດ່ວນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ອີກ​ບັນຫາໜຶ່ງທີ່ໜ້າ​ເປັນ​ຫວ່ງຢ່າງ​ຍິ່ງ​ເຊັ່ນ​ດຽວກັນ ຊຶ່ງ​ກໍ​ຄື ​ໂດຍ​ປົກກະຕິ​ແລ້ວ ​ໃນ​ຊ່ວງ​ລະດູ​ຝົນ ຈະ​ມີ​ເຊື້ອ​ໂຣກ​ໄຂ້ຫວັດ​ເປັນ​ປະຈຳ​ ເຖິງ​ລະດູ​ຝົນຢູ່ແລ້ວ ຈຶ່ງ​ເຮັດ​ໃຫ້ຫລາຍ​ຝ່າຍ​ມີ​ຄວາມຫວັນ​ເກງ​ວ່າ ຈະ​ເກີດການ​ປະສົມ​ປະສານ​ກັນ​ເຂົ້າ ລະຫວ່າງ​ເຊື້ອໄວຣັສ​ເກົ່າ​ກັບ​ເຊື້ອໄວ​ຣັສ​ໃໝ່ ​ແລ້ວ​ເຮັດ​ໃຫ້​ກາຍພັນ ​ເປັນ​ເຊື້ອໄວຣັສ​ອີກ​ຕົວ​ໃໝ່ ​ແລະ ທີ່ໜ້າ​ເປັນ​ຫ່ວງ​ຢ່າງທີ່ສຸດນັ້ນ ກໍ​ຄື ການ​ຂ້າມ​ສາຍ​ພັນ​ໄປ​ປະສົມ​ກັບເຊື້ອ​ໂຣກ ໄຂ້ຫວັດ​ສັດ​ປີກ H5N1 ຊຶ່ງ​ມັກຈະ​ມີການ​ແຜ່​ລະບາດ​ໃນ​ທ້າຍ​ປີ ກໍ​ຄື ຊ່ວງ​ລະດູໜາວດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ມີ​ຄວາ​ມໜ້າຢ້ານ​ກົວ​ເພີ້ມ​ຂຶ້ນອີກ

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ຈະ​ຕ້ອງ​ບໍ່​ລືມອີກດ້ວຍວ່າ ລັດຖະບານລາວ​ຈະ​ເປັນ​ເຈົ້າພາບຈັດການ​ແຂ່ງຂັນ​ກິລາ SEA ​ເກ​ມ ຄັ້ງທີ 25 ໃນ​ລະຫວ່າງ ວັນ​ທີ 9 ຫາ 18 ທັນ​ວາ ປີນີ້ ຊຶ່ງ​ກໍ​ເປັນ​ຊ່ວງ​ລະດູໜາວຢູ່​ນະຄອນຫລວງ​ວຽງຈັນ ​ແລະ ຖ້າ​ຫາກ​ວ່າ ມີ​ກາ​ນ​ເກີດການ​ແຜ່​ລະບາດຂອງ​ເຊື້ອ​ໂຣກ​ດັ່ງກ່າວ​ຂຶ້ນນັ້ນ ກໍ​ຍ່ອມໝາຍ​ເຖິງ​ຜົນ​ກະທົບ​ທີ່ຈະ​ຕໍ່​ເນື່ອງ​ໄປ​ເຖິງ​ການ​ເປັນ​ເຈົ້າພາບຈັດການ​ແຂ່ງຂັນ​ກິລາ SEA ​ເກ​ມ ຢ່າງ​ຫລີກ​ລ້ຽງບໍ່​ໄດ້​ນັ້ນ​ເອງ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 16 ກໍລະກົດ 2009

XS
SM
MD
LG