ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມວຸ້ນວາຍໃນເມືອງອູຣຸມຈີຂອງຈີນ


<!-- IMAGE -->

ເມື່ອຕົ້ນເດືອນນີ້ ໄດ້ເກີດເຫດການກໍ່ຈລາ​ຈົນຂື້ນໃນເມືອງອູຣຸມຈີ ເມືອງຫລວງຂອງເຂດ​ປົກຄອງ​ຕົນ​ເອງ ຊິນຈຽງ ຂອງ​ຊາວວີເກີ ​ທາງພາກຕາເວັນຕົກສຽງເໜືອຂອງຈີນ ຫລັງຈາກເຫດການສັງຫານຊາວວີເກີສອງຄົນ ທີ່ໂຮງງານແຫ່ງນຶ່ງໃນພາກໃຕ້ຂອງ ຈີນ.ຊາວວີເກີເປັນຊົນເຜົ່ານ້ອຍ​ເຊື້ອສາຍເຕີກີ ແລະນັບຖື​ສາສນາ​ອິສລາມເປັນ​ສ່ວນ​ໃຫຍ່​. ​ໃນ​ເຫດການກໍ່​ຈລາ​ຈົນ​ເມື່ອ​ຕົ້ນ​ເດືອນ​ນັ້ນ ຊາວ​ວີ​ເກີຈຳນວນຫລາຍພັນຄົນໄດ້ ປະທະກັນກັບພວກພົລ​ເຮືອນຊາວຮັນ ແລະ ພວກຕຳລວດແລະກຳລັງທະຫານຂອງ ຈີນ.ທາງການຈີນລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 192 ຄົນ ແລະບາດເຈັບ ອີກຫລາຍກວ່າ 1700 ຄົນ ແລະຖືກຈັບອີກ 1400 ກວ່າຄົນ.ໃນຄວາມພະຍາຍາມ ເພື່ອ​ເຮັດໃຫ້ ການກໍ່ຄວາມຮຸນ​ແຮງສະງົບລົງນັ້ນ ພວກຕຳລວດໄດ້ໃຊ້ລະເບີດນ້ຳຕາ ທໍ່ນ້ຳ ລົດຫຸ້ມເກາະ ແລະປິດກັ້ນຖະນົນ​ນໄວ້

ທ່ານ P.J. Crowley ລັຖມຸນຕຣີຊ່ວຍວ່າການ​ກະຊວງຕ່າງປະເທດສະຫະລັຖ ຝ່າຍກິດຈະການສາທາລະນະ ກ່າ​ວວ່າ ມີຄວາມເຄັ່ງຕຶງ ຫລາຍ​ສົມຄວນ ໃນເຂດດັ່ງກ່າວຂອງຈີນ​ໂດຍສະເພາະ ຊຶ່ງທ່ານກ່າວຕໍ່​ໄປວ່າ:

“ຄວາມຈົ່ມວ່າຮ້ອງທຸກທີ່ມີມາແຕ່ປະວັດສາດ ຄວາມເປັນຫ່ວງເປັນໄຍໃໝ່ໆກ່ຽວກັບວ່າ ພວກຊົນກຸ່ມນ້ອຍໃນຈີນ ໄດ້ຮັບການປົກປ້ອງຄຸ້ມຄອງ ຢ່າງພຽງພໍຫລືບໍ່ ແລະມີການ ເອົາໃຈໃສ່ຕໍ່ວັທະນະທັມທີ່ອຸດົມຮັ່ງມີຂອງ ເຂົາເຈົ້າ ຕລອດທັງພາສາຂອງເຂົາເຈົ້າ ຫລືບໍ່ນັ້ນ ແມ່ນເປັນການທ້າທາຍອັນນຶ່ງສຳລັບຈີນ.ໃນຂະນະທີ່ຈີນກຳລັງເຕີບໃຫຍ່ ມີອິດທິພົນ ແລະມີຄວາມຮັບຜິດຊອບຫລາຍຂື້ນຢູ່ໃນໂລກ ຈີນກໍຕ້ອງໄດ້ປັບປ່ຽນ ພາກປະຕິບັດຕ່າງໆຂອງຕົນ ໃຫ້ສອດຄ່ອງຫລາຍຂື້ນກັບຫລັກການ ປະຕິບັດຂອງ ສາກົນ ແລະແນ່ນອນພວກເຮົາຈະສົ່ງເສີມຊຸກຍູ້ໃຫ້ມີການ ໂອ້ລົມສົນທະນາຢູ່ ພາຍໃນຈີນ ເພື່ອພະຍາຍາມແກ້ໄຂບັນຫາເຫລົ່ານີ້ໂດຍສັນຕິວິທີ.”

ສະຫະລັຖໄດ້ຮຽກຮ້ອງໃຫ້ໝົດທຸກຝ່າຍພາກັນຢູ່ໃນຄວາມສະງົບແລະ ​ໃຊ້​ຄວາມ​ຍັບຍັ້ງຊັ່ງ​ໃຈ ພ້ອມ​ດຽວ​ກັນກໍຮຽກ ຮ້ອງໃຫ້ຈີນປະຕິບັດ​ຕໍ່ ພວກທີ່ຖືກຈັບກຸມ ​ໃນ​ຖານມີສ່ວນ​ພົວພັນກັບການກໍ່ຄວາມວຸ້ນວາຍນັ້ນ ໂດຍຜ່ານການ ດຳເນີນຄະດີ ທີ່ຍຸດຕິທຳແລະໂປ່ງໃສ.ສະຫະລັຖຍັງຄົງມີຄວາມເປັນຫ່ວງຢ່າງທີ່ສຸດ ກ່ຽວ​ກັບສະຖານະການດັ່ງກ່າວ ແລະ ສືບຕໍ່ຮຽກຮ້ອງໃຫ້ໝົດທຸກຝ່າຍຈົ່ງຍັບຍັ້ງຈາ​ກການກໍ່ຄວາມວຸ້ນວາຍຕື່ມອີກ.

XS
SM
MD
LG