ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັຖມຸນຕຣີການຕ່າງປະເທດສະຫະຣັດ ເດີນທາງໄປເຖິງ ປະເທດ ໄທ ເພື່ອເຂົ້າຮ່ວມ ກອງປະຊຸມວ່າດ້ວຍຄວາມປອດພັຍ ອາຊ່ຽນ


ຄລິນຕັນ - ອາຊ່ຽນ: ຣັຖມຸນຕຣີ ການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ເດີນທາງໄປເຖິງປະເທດໄທ ໃນ ວັນອັງຄານມື້ນີ້ເພື່ອພົບປະກັບເຈົ້າໜ້າທີ່ໄທ ແລະເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ຄວາມ ປອດພັຍ ຂອງຂົງເຂດ ຊຶ່ງຄາດວ່າ ຈະເພັ່ງ ເລັງໃສ່ ພັຍຂົ່ມຂູ່ ຈາກອາວຸດນິວເຄລັຽຂອງ ເກົາຫລີເໜືອ ປະວັດການເຄົາຣົບນັບຖືສິດທິ ມະນຸດຂອງມຽນມາແລະບັນຫາ ການກໍ່ການ ຮ້າຍ. ລຸນຫລັງການຢ້ຽມຢາມປະເທດອິນເດັຽ ເປັນເວລາ 5 ມື້ ທ່ານນາງ CLINTON ຈະ ພົບປະກັບນາຍົກ ຣັຖມຸນຕຣີໄທທ່ານອະພິຊິດ ເວດຊາຊີວະ ຫລັງຈາກ ເດີນທາງໄປຮອດບາງ ກອກ. ທ່ານນາງ ຈະເດີນທາງໄປຍັງ ພູເກັດ ເກາະຕາກອາກາດ ຂອງໄທ ໃນວັນພຸດມື້ອື່ນ ເພື່ອເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ຄວາມປອດພັຍ ພູມີພາກ ຂອງສະມາຄົມອາຊ່ຽນ ກ່ອນຈະເດີນທາງ ກັບຄືນ ສູ່ກຸງວໍຊິງຕັນ ໃນມື້ວັນສຸກ. ໃນລະຫວ່າງ ການຢ້ຽມຢາມ ອິນເດັຽນັ້ນ ປະເທດທັງສອງ ໄດ້ລົງນາມ ໃນຂໍ້ຕົກລົງ 2 ສະບັບ ທີ່ອາດແຜ້ວທາງ ໃຫ້ອິນເດັຽ ຊື້ອຸບປະກອນ ທາງດ້ານທະຫານ ຂນາດໃຫຍ່ ແລະເທັກໂນໂລຈີ ນິວເຄລັຽພົລເຮືອນ ຈາກສະຫະຣັດ.

ສະມາຄົມອາຊ່ຽນ: ຣັຖມຸນຕຣີການຕ່າງປະ ເທດ ຂອງສະມາຄົມອາຊ່ຽນ ໄດ້ໃຫ້ການສນັບ ສນຸນຕໍ່ການສ້າງຕັ້ງ ຄະນະກັມມາທິການທຳອິດ ໃນດ້ານສິດທິມະນຸດ ຢູ່ໃນຂົງເຂດ. ​ແຕ່ຄະນະ ກັມມາທິການດັ່ງກ່າວ ຊຶ່ງໄດ້ຮັບການອະນຸມັດ ທີ່ກອງປະຊຸມ ຢູ່ທີ່ພູເກັດ ເມືອງຕາກອາກາດ ຂອງໄທ ໃນມື້ວານນີ້ ຈະບໍ່ມີອຳນາດ ໃນການ ຕິດຕາມ ຊິ້ງຊອມເບິ່ງ ຫລືລົງໂທດ ປະເທດທີ່ ມີການລ່ວງລະເມີດ ສິດທິມະນຸດ ຊື່​ງທ່ານອະ ພິຊິດ ເວດຊາຊີວະນາຍົກຣັຖມຸນ ຕຣີໄທ ​ກ່າວ​ວ່າ. ທ່ານອະພິຊິດ ​ເວດ​ຊາ​ຊີວະ ນາຍົກຣັຖມຸນ ຕຣີໄທ ກ່າວຕໍ່ພວກນັກຂ່າວວ່າ ຄະນະກັມມາທິ ການນີ້ ຈະເພັ່ງເລັງໃສ່ ການຊຸກຍູ້ສົ່ງ​ເສີມ​ ໃຫ້ມີ ການເຄົາຣົບ ນັບຖືສິດທິມະນຸດ. ພວກຕຳໜິຕິຕຽນ ມີຄວາມວິຕົກກັງວົນ ຢ້ານວ່າ ຄະນະກັມມາທິການ ສິດທິມະນຸດໃໝ່ ຈະບໍ່ມີສິດອຳນາດ ໃນການແກ້ໄຂ ການລ່ວງລະເມີດ ສິດທິມະນຸດ ຢູ່ໃນບັນດາ ປະເທດອາຊ່ຽນ ເຊັ່ນມຽນມານັ້ນ. ເລຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ ທ່ານສຸຣິນ ພິດສຸວັນ ຮັບຮູ້ໃນມື້ວານນີ້ວ່າ ການບໍ່ຍອມ ປະຕິຮູບ ຂອງມຽນມາ ກຳລັງສ້າງຄວາມເສັຽຫາຍ ໃຫ້ແກ່ຄວາມໜ້າເຊື່ອຖື ຂອງກຸ່ມອາຊ່ຽນ.

ການເມືອງຍີ່ປຸ່ນ: ນາຍົກຣັຖມຸນຕຣີຍີ່ປຸ່ນທ່ານ TARO ASO ໄດ້ຍຸບສະພາຕ່ຳໃນວັນອັງຄານ ມື້ນີ້ ແລະຮຽກໃຫ້ມີການເລືອກຕັ້ງແຫ່ງຊາດ ໃນວັນທີ 30 ສິງຫາຈະມາ. ໃນການຖແລງ ຕໍ່ໂທຣະພາບນັ້ນທ່ານ ASO ໄດ້ຂໍຂະມາໂທດ ກ່ຽວກັບຄວາມບົກ​ຜ່ອງ​ຕ່າງໆ ຂອງທ່ານ ແລະ ຍອມຮັບວ່າ ຄວາມວຸ້ນວາຍ ພາຍໃນ ພັກການ ເມືອງຂອງທ່ານ ມີສ່ວນ ໃນການເຮັດໃຫ້ເສັຽໄຊ ໃນການເລືອກຕັ້ງທ້ອງຖິ່ນ ເມື່ອບໍ່ດົນຜ່ານມາ. ການຢັ່ງຫາງສຽງ ເມື່ອໄວໆມານີ້ ສະແດງໃຫ້ ເຫັນວ່າ ພັກເສຣີປະຊາທິປັດ ຂອງ​ທ່ານ​ອາ​ໂຊະ ຈະໄດ້ຮັບການປລາຊັຍ ໃນການເລືອກຕັ້ງ ຄັ້ງຈະມາ. ນຶ່ງໃນການຢັ່ງຫາງສຽງ ພົບວ່າ 23% ຂອງພວກທີ່ ຕອບຄຳຖາມເວົ້າວ່າ ເຂົາເຈົ້າຈະປ່ອນເອົາ ພັກເສຣີປະຊາທິປັດ. ສ່ວນການຢັ່ງຫາງສຽງ ອີກອັນນຶ່ງ ພົບວ່າ ມີແຕ່ 14.8% ເທົ່ານັ້ນ ໃຫ້ການສນັບສນຸນ ພັກເສຣີປະຊາທິປັດ. ການປລາຊັຍ ຂອງພັກເສຣີປະຊາທິປັດ ໃນການເລືອກຕັ້ງທົ່ວໄປນັ້ນ ຈະ​ເຮັດ​ໃຫ້ ການຄອບງຳ ທີ່ມີມາ ເປັນເວລາ ເຄິ່ງສັຕວັດ ຂອງພັກ ໃນວົງການເມືອງຍີ່ປຸ່ນ ຍຸຕິລົງ.

ມາເລເຊັຽ - ມຽນມາ: ຕຳຣວດມາເລເຊັຽກ່າວ ວ່າ ຕົນໄດ້ຈັບ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ 5 ຄົນ ທີ່ສົງສັຍວ່າ ໄດ້ຂາຍຄົນເຂົ້າເມືອງ ຜິດກົດ ໝາຍຈາກມຽນມາ ໃຫ້ແກ່ພວກຄ້າມະນຸດ. ທ່ານ MOHAMMAD BAKRI ZININ ຫົວໜ້າຜະ ແນກສືບສວນຄະດີອາຍາ ຂອງມາເລເຊັຽ ກ່າວ ວ່າ ເຈົ້າໜ້າທີ່ທັງ 5 ແມ່ນສ່ວນນຶ່ງ ຂອງຈຳ ນວນ 9 ຄົນ ທີ່ຖືກຄຸມຂັງ ຍ້ອນໄດ້ຮັບເງິນ ຈາກອົງການ ທີ່ຂາຍພວກອົພຍົບ ຊຶ່ງສ່ວນໃຫຍ່ ເປັນພວກ ຊົນກຸ່ມນ້ອຍ ເຜົ່າໂຣຮິງຢາ ຈາກມຽນມາ ໄປເປັນຂ້າທາດ ແຮງງານ. ທ່ານ BAKRI ກ່າວຕໍ່ອົງການຂ່າວ BERNAMA ຂອງທາງການ ມາເລເຊັຽວ່າ ອີງຕາມ ຄຳ​ໃຫ້ການ ​ຂອງ​ຜູ້ເຄາະຮ້າຍຄົນ​ນື່ງ ຜູ້ຕ້ອງສົງສັຍທັງ 5 ໄດ້ນຳໂຕ ພວກເຄາະຮ້າຍ ໄປຍັງດ່ານ ຂ້າມຊາຍແດນ ແລ້ວຂາຍເຂົາເຈົ້າ ໃຫ້ແກ່ອົງການຄ້າມະນຸດ ​ໃນຣາຄາເຖິງ 170 ໂດລາ ຕໍ່ຄົນກໍ​ມີ. ຫລັງຈາກນັ້ນ ພວກເຄາະຮ້າຍ ກໍໄດ້ຖືກນຳໂຕ ເຂົ້າໄປໃນໄທ ແລະບອກວ່າ ຖ້າພວກເຂົາເຈົ້າ ຫາກບໍ່ສາມາດ ຊື້ອິສຣະພາບຄືນໄດ້ ພວກເຂົາເຈົ້າ ກໍຈະຖືກຂາຍ ໃຫ້ໄປເຮັດວຽກ ໃນອຸສາຫະກັມຫາປາ ຂອງໄທ.

ປາກິສຖານ: ກອງທັບປາກິສຖານ ກ່າວວ່າ ມີພວກຫົວຮຸນແຮງ ຫລາຍກວ່າ 50 ຄົນໄດ້ ຖືກຂ້າຕາຍ ໃນການ ປະທະກັນ ຢູ່ໃນເຂດ ພາກຕາເວັນຕົກສຽງເໜືອຂອງປະເທດ ເມື່ອ ໄວໆມານີ້. ເຈົ້າໜ້າທີ່ ກອງທັບປາກິສຖານ ກ່າວວ່າ ການສູ້ຣົບກັນ ເກີດຂຶ້ນ ໃນລະຫວ່າງ ການປະຕິບັດງານ ຊອກຄົ້ນເປັນເວລາ 2 ມື້ ໃນເຂດເມືອງ DIR ຕອນ​ລ່າງ. ເຈົ້າໜ້າທີ່ເວົ້າວ່າ ຫລາຍໆຄົນ ຂອງພວກທີ່ຖືກຂ້າຕາຍ ແມ່ນພວກ ຫົວຮຸນແຮງ ທີ່ພາກັນຫລົບໜີ ການບຸກໂຈມຕີ ຂອງພວກທະຫານ ໃນເຂດຮ່ອມພູສວາທ. ນອກນັ້ນແລ້ວ ຍັງມີທະຫານ 3 ຄົນ ເສັຽຊີວິດ ໃນການປະຕິບັດງານຄັ້ງນີ້. ກອງທັບປາກິສຖານ ໄດ້ທຳການສູ້ຣົບ ກັບພວກ ຫົວຮຸນແຮງ ທາລີບານ ໃນທົ່ວເຂດ ພາກຕາເວັນຕົກສຽງເໜືອ ໃນໄລຍະ ສອງສາມເດືອນ ຜ່ານມານີ້. ຕົ້ນຕໍນັ້ນ ການບຸກໂຈມຕີ ໄດ້ເພັ່ງເລັງໃສ່ ເຂດຮ່ອມພູສວາທ ແລະບໍຣິເວນອ້ອມແອ້ມ ແຕ່ຕໍ່ມາບໍ່ດົນນີ້ ໄດ້ປ່ຽນໄປໃສ່ ຫລາຍໆເຂດຊົນເຜົ່າ ທີ່ມີຊາຍແດນ ຕິດກັບ ອັຟການິສຖານ.

ກວານຕານາໂມ: ບັນດາເຈົ້າໜ້າທີ່​ ໃນຣັຖບານ ຂອງປະທານາທິບໍດີ OBAMA ກ່າວວ່າ ພວກຕົນ ບໍ່ສາມາດປະຕິບັດຕາມ ກຳໜົດເສັ້ນຕາຍ ທີ່ໄດ້ຕັ້ງ ໄວ້​ສຳລັບ​ເຮັດໃຫ້​ ແລ້ວສຳ​ເລັດ ແຜນການລາຍລະ ອຽດ ກ່ຽວ​ກັບ​ວ່າ ​ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ ກັບພວກ ຕ້ອງສົງສັຍວ່າ ເປັນພວກກໍ່ການຮ້າຍ ທີ່ຖືກຄຸມຂັງ ຢູ່ຄຸກທະຫານ ທີ່ອ່າວ GUANTANAMO ​ເທິງ​ເກາະຄິວບານັ້ນ. ເຈົ້າໜ້າທີ່ ກ່າວວ່າ ກຳນົດເສັ້ນ ຕາຍ ໃນການ​ເຮັດ ​ລາຍ​ລະອຽດ​ອອກ​ມາ ຂອງຄະ ນະກັມການ ພາຍໃຕ້ການນຳພາ ຂອງກະຊວງຍຸ ຕິທັມ ຊຶ່ງໄດ້ກຳນົດໃສ່ ວັນອັງຄານມື້ນີ້ນັ້ນ ໄດ້ມີ ການຕໍ່ເວລາ ອອກ​ໄປ​ຕື່ມອີກ 6 ເດືອນ. ຄະນະ ກັມມະການດັ່ງກ່າວ ໄດ້ອອກ ລາຍງານຊົ່ວຄາວ ສັ້ນໆສະບັບນຶ່ງແທນ ທີ່​ສລູບ​ໃຫ້​ຮູ້ວ່າ ພວກເຂົາເຈົ້າ ຈະດຳເນີນຄະດີແບບໃດ ກັບພວກທີ່ ຍັງຖືກຄຸມຂັງ ຢູ່ທີ່ນັ້ນ 229 ຄົນ. ສ່ວນຄະນະກັມມະການ ອີກຈຸນຶ່ງ ທີ່ຖືກສ້າງຕັ້ງຂຶ້ນມາ ເພື່ອໃຫ້ ກວດກາເບິ່ງ ນະໂຍບາຍ ກ່ຽວ​ກັບ​ ການສອບປາກຄຳນັ້ນ ກໍໄດ້ມີການຕໍ່ອາຍຸ ຕື່ມອີກເປັນເວລາ 2 ເດືອນ ເພື່ອໃຫ້ນຳສເນີ ລາຍງານຂອງຕົນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.
XS
SM
MD
LG