ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Combating Hunger Through Farm Aid


Combating Hunger Through Farm Aid
Combating Hunger Through Farm Aid
<!-- IMAGE -->

The United States and other leading industrialized countries have joined together in a major effort to fight global hunger. Spurred by President Barack Obama in meetings of the so-called G-8 nations in L'Aquila, Italy, the effort will commit these countries to a goal of providing $20 billion in new assistance for agriculture and food security. "We do not view this assistance as an end in itself," President Obama said. "We believe that the purpose of aid must be to create the conditions where it is no longer needed." The United Nations recently reported that the number of people in the world suffering from hunger has grown since 2007 and is expected to exceed 1 billion this year. The global economic downturn is expected to make matters worse, and world leaders used their annual economic summit to address the crisis. Africa has in abundance a key requirement for food security - arable land, but it lacks other needs such as high quality seed stock, irrigation equipment, and storage and transportation systems. The new initiative aims to boost food production by facilitating farmers' access to necessary inputs and technical training. Investment in agricultural storage and infrastructure will be part of the strategy as well. Last year, high food prices caused unrest in some nations, highlighting the dilemma facing current food aid programs. When global food stocks are low there is often not enough to go around in the world's poorest countries, and even when stocks are high, they are often available only at unaffordable prices. The initiative announced last week aims to break this cycle by helping farmers, and the nations they feed, produce more of the needed resources themselves.

ການຕໍ່ສູ້​ກັບ​ຄວາມ​ອຶດຫິວ​ດ້ວຍ​ການ​ຊ່ອຍ​ເຫຼືອດ້ານ​ການ​ກະສິກັມ

ສຫຣ ​ແລະ​ບັນດາ​ປະ​ເທດ​ນຳ​ໜ້າດ້ານ​ອຸດສາຫະກັມ​ອຶ່ນໆຫຼື ​ G-8 ໄດ້​ຮ່ວມ​ໃຈ​ກັນ ​ທຳຄວາມ​ພະຍາຍາມຄັ້ງ​ໃຫຽ ​ເພື່ອ​ຕໍ່ສູ້​ກັບ​ກັບ​ຄວາມ​ອຶດຫິວ​ຂອງ​ໂລກ. ​ໂດຍ​ການ​ຊຸກຍູ້​ຂອງ ​ປ. ບາຣັກ ​ໂອ​ບາ​ມາ​ ຢູ່​ໃນ​ກອງ​ປະຊຸມ​ G-8 ​ໃນ​ເມືອງ L’Aquila ປະ​ເທດອິຕາ​ລີນັ້ນ ຄວາມ​ພະຍາຍາມ​ທີ່​ວ່າ​ນີ້ ​ຈະຜູກ​ມັດພວກ​ປະ​ເທດ​ດັ່ງ​ກ່າວ ໃຫ້ພາກັນ​ອອກ​ເງິນ​ຊ່ອຍ​ເຫຼືອ 20 ພັນ​ລ້ານ $ ​ເພື່ອ​ເປັນເງິນ​ຊ່ອຍ​ເຫຼືອ​ໃໝ່ ສຳລັບ​ການ​ກະ​ເສດ​ແລະ​ເພື່ອ​ຄ້ຳປະ​ກັນໃຫ້ມີອາຫານ​ການ​ກິນຢ່າງງ​ພຽງພໍ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ຖື​ວ່າ ການ​ຊ່ອຍ​ເຫຼືອ​ທີ່ວ່ານີ້​ ຈະ​ເປັນ​ການ​ພຽງພໍ ​ແຕ່​ພວກ​ເຮົາ​ເຊື່ອ​ວ່າ ຈຸດປະສົງ​ຂອງ​ການ​ຊ່ອຍ​ເຫຼືອ​ນີ້ ຈະ​ຕ້ອງ​ໄປ​ສ້າງ​ເງື່ອນ​ໄຂວ່າ ເຮັດ​ແນວ​ໃດ ຈຶ່ງ​ຈະ​ບໍ່​ມີ​ຄວາມ​ຈຳ​ເປັນຕ້ອ​ງໄດ້​ຊ່ອຍ​ເຫຼືອ​ຕໍ່​ໄປ​ອີກ​.”

ເມື່ອ​ບໍ່​ດົນ​ມານີ້ ອົງການ ສຫປຊ ລາຍ​ງານ​ວ່າ ຈຳນວນ​ຄົນ​ໃນ​ໂລກ​ທີ່​ໄດ້​ຮັບ​ຄວາມ​ທໍຣະມານ ຍ້ອນ​ຄວາມ​ອຶດຫິວ ​ໄດ້​ທວີ​ຄູນຂື້ນ​ເລື້ອຍໆ ນັບ​ຕັ້ງແຕ່ປີ 2007 ​ເປັນ​ຕົ້ນ​ມາ​ ແລະ​ກໍ​ຄາດ​ວ່າ ​ໃນ​ປີ​ນີ້​ຈຳນວນ​ດັ່ງກ່າວ​ມີ​ຫຼາຍ​ກວ່າ 1 ພັນ​ລ້ານ​ຄົນ.​ແລະ​ພ້ອມ​ນີ້​ກໍຄາດວ່າ ການ​ຕົກ​ຕຳ​ຖອຍຫຼັງ​ທາງ​ດ້ານ​ເສຖກິດ​ຂອງ​ໂລກ​ກໍຍິ່ງ​ຈ​ະ​ເຮັດ​ໃຫ້​ສະພາບ​ການດັ່ງກ່າວ​ຮ້າຍ​ແຮງໄປ​ຕື່ມ ​ແລະ​ພວກ​ຜູ້ນຳ​ຂອງ​ໂລກຈຶ່ງໄດ້​ໃຊ້​ກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ​ດ້ານ​ເສ​ຖກິດ​ນີ້​ ຮັບ​ມື​ກັບ​ວິ​ກິ​ຕການ​ດັ່ງກ່າວ.

ທວີ​ບອັຟຟຣິກາແມ່ນເຕັມ​ໄປ​ດ້ວຍ​ສິ່ງ​ສຳຄັນ​ທີ່​ຈຳ​ເປັນຕ້ອງ​ມີ ສຳລັບ​ການ​ຄ້ຳປະກັນນ​ເຣື່ອງອາຫານ​ການ​ກິນ ຄືມີ​ດິນ​ດີສຳລັບ​ປູກຝັງ ​ແຕ່​ຂາດສິ່ງ​ທີ່​ຈຳ​ເປັນແນວອື່ນໆ ​ເຊັ່ນເມັດດພືດ​ທທີ່​ມີ​ຄຸນນ​ນະພາບ ຂາດສາງ ຂາດ​ເຄື່ອງມື​ຊົລປະທານນ ​ແລະະ​ຂາດລະບົບການນ​ເກັບບ​ມ້ຽນອາຫານນ​ແລະະ​ການ​ຂົນນ​ສົ່ງງ​ທີ່​ດີ. ​ໂຄງການຣິເຣີ່ມ​ໃໝ່​ນີ້ ​ແມ່ນ​ມີ​ເປົ້າ​ໝາຍ​ແນ​ໃສ່ ​ເພື່ອ​ສົ່ງ​ເສີມ​ການ​ຜລິດ​ອາຫານ ​ໂດຍ​ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ​ກະສິກອນ ​ໃຫ້​ໄດ້​ຮັບ​ສິ່ງ​ທີ່ຈຳ​ເປັນ​ສຳລັບ​ພວກ​ເຂົາ​ເຈົ້າ ຕລອດ​ທັງ​ການ​ອົບຮົມ​ດ້ານ​ເທັກ​ນິກນຳ. ນອກຈາກ​ນີ້​ແລ້ວ ການ​ລົງທຶນ​ໃສ່​ການ​ເກັບ​ມ້ຽນ​ຜລິດ​ຜົນ​ການ​ກະ​ເສດ​ແລະ​ໂຄງ​ຮ່າງ​ພື້ນຖານ ກໍ​ຈະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຍຸ​ທສາດ​ນີ້​ເຊັ່ນ​ກັນ.

ປີ ​ກາຍ​ນີ້ ຣາຄາ​ເຂົ້າປາ​ອາຫານ​ທີ່​ແພງໆ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ປນ​ປ່ວນ​ຢູ່​ໃນ​ບາງ​ປະ​ເທດ ຊ່ຶງ​ເປັນ​ການສ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຫຍຸ້ງຍາກ ທີ່​ກຳລັງປະ​ເຊີນ​ໜ້າ​ໂຄງການ​ຊ່ອຍ​ເຫຼືອ​ດ້ານ​ອາຫານໃນ​ປັດຈຸບັນ. ​ເວລາ​ປະຣິມານອາຫານຢູ່​ໃນ​ສາງ​ຂອງ​ໂລກ​ລົດຕຳລົງ ການ​ແຈກ​ຢາຍ​ເຂົ້າປາ​ອາຫານໃຫ້​ແກ່​ປະ​ເທດທ່ີ​ທຸກ​ຈົນ​ໃນ​ໂລກ​ກໍ​ມັກ​ຈະ​ ບໍ່​ທົ່ວ​ເຖິງ ​ແລະ​ເຖິງ​ແມ່ນ ​ເວລາ​ເຂົ້າປາ​ອາຫານ​ຢູ່​ໃນ​ສາງ​ມີ​ຫຼາຍ ມັນ​ກໍ​ມັກ​ຈະ​ມີ​ໄວ້​ຂາຍ​ແຕ່​ໃນຣາຄາ​ແພງໆ ທີ່ຄົນ​ຈົນບໍ່​ສາມາດ​ຊື້​ໄດ້.

​ໂຄງການຣິ​ເຣ່ີມທ່ີ​ໄດ້​ປະກາດ​ໄປ​ໃນ​ ອາທິດ​ແລ້ວ​ນີ້ ​ແມ່ນມີ​ເປົ້າໝາຍ​ແນ​ໃສ່ ​ເພື່ອ​ທັບ​ມ້າງ​ວົງວຽນ​ທີ່ວ່າ​ມາ​ນີ້ ເພື່ອ​ຊ່ອຍ​ເຫຼືອ​ຊາວ​ກະສິກອນ ​ແລະ​ພວກ​ປະ​ເທດ​ຕາງໆ​ທີ່​ຊາວ​ກະສິກອນ​ເຫຼົ່າ​ນີ້​ລ້ຽງ​ດູ​ນັ້ນ ​ໂດຍ​ໃຫ້​ຜລິດ​ໄດ້​ຫຼາຍ​ກວ່າ​ເກົ່າ ຜລິ​ຕຜົນ​ແລະ​ຊັພຍາກ​ອນ​ທີ່ພວກ​ເຂົາ​ເຈົ້າ​ຕ້ອງການ​ນັ້ນດ້ວຍ​ຕົວ​ເຂົາ​ເຈົ້າ ​ເອງ.​

ກ່ຽວຂ້ອງກັນ

XS
SM
MD
LG