ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານນາງຄລິນຕັນພົບປະກັບນາຍົກຣັຖມຸນຕີ ມັນໂມຫັນ ສິງແຫ່ງອິນເດັຍ


ການ​ຢ້ຽມຢາມ​ເອ​ເຊັຍ​ຂອງ​ທ່ານ​ນາງຄລິນ​ຕັນ: ທ່ານ​ນາງ ຮີນ​ລາຣີ ຄລິນ​ຕັນ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ໄດ້ ພົບ​ປະ​ກັບ​ທ່ານ​ມັນ​ໂມຫັນ ສິງ ນາຍົກຣັຖມຸນຕີ​ອິນ​ເດັຍທ່ີ​ກຸງ​ນີວ​ແດນລີ​ ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ທ່ີ​ມີ​ວັດຖຸ​ປະສົງ​ເພື່ອເສີມ​ສ້າງສາ​ຍພົວພັນ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແຂງແຮງ​ຍິ່ງ​ຂຶ້ນ. ຄາດ​ວ່າ​ທັງ​ສອງ​ຝ່າຍ​ຈະ​ບັນລຸຂໍ້​ຕົກລົງ​ສອງ​ສະບັບໃນຂັ້ນສຸດ​ທ້າຍ​ກັນ​ ຊຶ່ງ​ສະບັບ​ນຶ່ງ​ຈະ​ອະນຸຍາດ​ໃຫ້​ພວກ​ບໍລິສັດ​ສະຫະຣັດສ້າງ​ໂຮງ​ໄຟຟ້າ​ນີວ​ເຄລັຍ​ຂຶ້ນ 2 ​ແຫ່ງ​ໃນ​ອິນ​ເດັຍ ​ແລະ​ອີກ​ສະບັບ​ນຶ່ງ​ນັ້ນແມ່ນເພື່ອ​ຮັບປະກັນ​ວ່າ ການ​ຂາຍ​ເທັກ​ໂນ​ໂລ​ຈີ​ດ້ານ​ອາວຸດ​ຂອງສະຫະຣັດ​ໃຫ້​ ອິນ​ເດັຍນັ້ນ ​ຈະ​ບໍ່​ແຜ່​ລາມ​ອອກ​ໄປ​ຍັງ​ປະ​ເທດ​ອື່ນໆ. ຫລັງ​ຈາກ​ທຳ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ອິນ​ເດັຍ​ແລ້ວ ທ່ານ​ນາງຄລິ​ນຕັນຈະ​ເດີນທາງ​ຕໍ່​ໄປ​ຍັງ​ປະ​ເທດ​ໄທ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັບ​ນາຍົກຣັຖມຸນຕີອະພິສິດ​ເວດ​ຊາ​ຊີວະ​ ແລະ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ລະດັບຣັຖມຸນຕີ​ຕ່າງປະ​ເທດ​ຂອງ​ກຸ່ມ​ອາຊຽນ ກ່ອນ​ຈະ​ເດີນທາງ​ກັບ​ຄືນ ສູ່​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ສຸກ​ສັບປະດາ​ນີ້.
ກອງປະຊຸມກຸ່ມອາຊຽນ: ໃນ​ຂະນະ​ດຽວ​ກັນ ​ບັນດາຣັຖມຸນຕີຕ່າງປະ​ເທດ​ຂອງ​ກຸ່ມ​ປະ​ເທດ​ໃນ​ຂົງ​ເຂດຕາ​ເວັນ​ອອກສຽງ​ໃຕ້ ກໍ​ເຣີ່ມ​ພົບ​ປະ​ຫາລື​ກັນ​ໃນ​ວັນ​ຈັນ​ມື້​ນີ້​ທ່ີ​ປະເທດໄທ ​ໃນ​ກອງ​ປະຊຸມທ່ີ​ພວກ​ເຂົາ​ເຈົ້າ​ວາງ​ແຜນ​ວ່າ ຈະ​ຮັບຮອງ​ເອົາການຈັດ​ຕັ້ງ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ປະຈຳ​ຂົງ​ເຂດ​ຂຶ້ນມາໃໝ່​ນັ້ນ ​ຊື່​ງໄດ້​ຮັບ​ການ​ຕອບຮັບດ້ວຍ​ຄວາ​ມສົງ​ໄສ​ບໍ່​ແນ່​ໃຈ​ປານ​ໃດ​ ຈາກ​ພວກ​ນັກ​ເຄື່ອນ​ໄຫວ​ໃນ​ດ້ານ​ສິດທິ​ມະນຸດ​.
ພວກ​ທ່ີ​ຕຳ​ໜິຕິຕຽນ​ຕໍ່​ຂໍ້ສ​ເນີ​ຈັດ​ຕັ້ງ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ຂຶ້ນ​ນີ້​ກ່າວວ່າ ກຸມ​ທ່ີ​ວ່າ​ນີ້​ຈະ​ບໍ່​ມີ​ອຳນາດ​ໃດໆ ໃນ​ການຕິດຕາມເບິ່ງ ຫລື​ລົງ​ໂທດ​ ພວກ​ທ່ີ​ລະ​ເມີດ​ສິດທິ​ມະນຸດຢູ່​ໃນ​ຫລາຍໆ​ບ່ອນ ​ເຊັ່ນ​ໃນ​ມຽນມ້າ ຊຶ່ງ ເປັນ​ປະ​ເທດ​ສະມາຊິກນຶ່ງ​ຂອງ​ກຸ່ມ​ອາຊຽນ ທ່ີ​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ແຂງ​ແຮງ​ ຍ້ອນ​ການ​ປະຕິບັດ​ຕໍ່​ທ່ານ​ນາງ​ອອງຊານ​ຊູ​ຈີ ນັກ​ເຄື່ອນ​ໄຫວເພື່ອປະຊາທິປະ​ໄຕ​ໃນ​ມຽນມ້າ​ນັ້ນ.
ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກຣັຖມຸນຕີ​ໄທ​ ປະຕິ​ເສດ​ຕໍ່​ການ​ຕຳ ນິຕິ​ຕຽນ​ນັ້ນ ​ໂດຍ​ກ່າວ​ວ່າ ກຸ່ມ ASEAN ຕ້ອງການ​ເປັນ​ປະຊາ​ຄົມທ່ີ​ ປະຕິບັດ​ການ. ​ແຕ່​ວ່າ ຜູ້ນຳ​ໄທໄດ້ກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ທາງວິທຍຸ​ແລະ​ ໂທຣະພາບ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ອາທິດ​ວານນີ້​ວ່າ ​ເຫລົ່າ ປະເທດ​ອາ​ຊຽນ ຄວນຈະ​ຄັດຄ້ານ​ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຕໍ່​ມຽນມ້າ​ນັ້ນ ​ແລະ​ຄວນ​ສືບ​ຕໍ່​ທຳ​ການ​ໂອ້​ລົມ​ສົນທະນາ​ກັບຣັຖບານ​ທະ ຫານ​ມຽນມ້າ​.
ພວກ​ຜູ້ນຳ​ຂອງ 10 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊຽນທັງ​ໝົດ​ ຈະ​ໃຫ້ ການ​ອະນຸມັດ​ແກ່​ການຈັດ​ຕັ້ງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ປະຈຳ​ຂົງ​ເຂດ​ທີ່​ວ່ານີ້​ ໃນ​ກອງ​ປະຊຸມ​ສຸດ​ຍອດ​ທ່ີ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ​.
ການ​ເມືອງ​ທີ່ຍີ່ປຸ່ນ: ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ​ຄັ້ງ​ໃໝ່ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ເສຣີ ປະຊາທິປັດ​ຂອງຣັຖບານ​ຊຸດ​ປັດຈຸບັນ​ ຈະ​ໄດ້​ຮັບ​ການ​ປາ​ໄຊ​ຢ່າງໃຫຍ່​ໃນ​ການ​ເລືອກ​ຕັ້ງ​ທ່ີ​ຈະ​ມາ​ເຖິງ​ນີ້. ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ​ທາງ​ໂທຣະສັບ ​ທ່ີ​ໜັງສືພິມ Mainichi ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້ ພົບ​ວ່າ 56​ເປີ​ເຊັນ​ຂອງພວກ​ທ່ີ​ຖືກ ສຳ​ຫລວດ​ນັ້ນ​ ໃຫ້ການ​ສນັບ​ສນຸນ​ແກ່​ພັກ​ປະຊາທິປັດ​ຝ່າຍ​ຄ້ານ​ຂອງ​ຍີ່ປຸ່ນ ​ແລະ​ມີ​ພຽງ​ແຕ່ 23 ​ເປີ​ເຊັນ​ເທົ່າ​ນັ້ນ ​ທ່ີ​ສນັບ​ສນຸນພັກເສຣີປະຊາທິປັດ​ຂອງຣັຖບານ. ສ່ວນການ​ສຳ​ຫລວດ​ຂອງ​ອົງການ​ຂ່າວ Kyodo ທ່ີ​ພິມ​ເຜີ​ຍ​ແຜ່​ໃຫ້​ຮູ້​ໃນ​ວັນອາທິດ​ວານ​ນີ້ ກ່າວ​ວ່າ 39.3 ​ເປີ​ເຊັນ​ຂອງ​ພວກ​ທ່ີ​ຖືກ​ສຳ​ຫລວດ​ນັ້ນ ຫວັງ​ວ່າ ຈະ​ມີຣັຖບານ​ທ່ີ​ນຳພາ​ໂດຍ​ພັກ​ປະຊາທິປັດ ​ສົມ​ທຽບ​ໃສ່ກັບ 14.8 ​ເປີ​ເຊັນ​ ຂອງ​ພວກ​ເຂົາ​ເຈົ້າທີ່​ມີ​ສັດທາໃນ​ພັກ​ເສຣີປະຊາທິປັດ​. ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນເຫລົ່າ​ນີ້​ ໄດ້​ຖືກ​ເປີດ​ເຜີຍ​ອອກ​ມາ​ໃນເວລາ​ 1 ມື້ ກ່ອນ​ນາຍົກຣັຖມຸນຕີ Taro Aso ກຳນົດ​ຈະ​ຍຸບ​ສະພາ​ຕ່ຳ​ ເພື່ອເປີດ​ການ​ເລືອກ​ຕັ້ງ​ຂຶ້ນ​ກ່ອນ​ກຳນົດ​ນັ້ນ.
ອິນ​ເດັຍ​ແລະ​ປາ​ກີ​ສຖານ: ຜູ້ຊາຍ​ປາ​ກີ​ສຖານ​ຄົນ​ນຶ່ງ​ ທ່ີ​ກຳລັງ​ຖືກ​ດຳ​ເນີນ​ຄະດີ​ກ່ຽວ​ກັບ​ການ​ໂຈມ​ຕີ ຂອງ​ພວກ​ກໍ່​ການ​ຮ້າຍ​ທ່ີ​ມີ​ຜູ້​ຄົນ​ເສັຍ​ຊີວິດ​ຢ່າງ​ຫລວງຫລາຍ​ໃນ​ປີ​ແລ້ວ​ນີ ທ່ີ​ເມືອງມອມ​ໄບຂອງ​ອິນ​ເດັຍ​ ໄດ້​ຍອມຮັບ​ຜິດ​ໃນ​ການຮັບ​ສາລະພາບ​ທ່ີ​ບໍ່​ຄິດ​ບໍ​ຝັນ​ໃນ​ສານແຫ່ງ​ນຶ່ງ​ຂອງ​ອິນ​ເດັຍ. ໄອ​ຍະ​ການUjjwal Nikam ກ່າວ​ວ່າ ນາຍ Mohammed Ajman Kasab ໄດ້​ຢືນ​ຂຶ້ນ​ໃນລະຫວ່າງ​ການ​ດຳ​ເນີນ​ຄະດີໃນ​ວັນ​ຈັນ​ມື້​ນີ້ ຢູ່​ໃນ​ສານພິ​ເສດ​ແຫ່ງ​ນຶ່ງ ​ແລະ​ກ່າວວ່າ ລາວ​ຢາກ​ຮັບຜິດ​ໃນບົດບາດ​ຂອງລາວ​ໃນ​ອາຊຍາ​ກັມ​ດັ່ງ​ກ່າວ.
ຈຳ​ເລີຍ​ວັຍ 21 ປີ​ຄົນ​ນີ້ ​ທ່ີ​ໄດ້​ໃຫ້ການ​ຕໍ່​ສານໃນເດືອນ​ພຶດສະພາຜ່ານ​ມາວ່າ ຕົນ​ບໍ່​ມີ​ຄວາມ​ຜິດນັ້ນ ເປັນ​ບຸກຄົນ​ດຽວທ່ີ​ຖືກ​ຈັບເປັນ ໃນຈຳນວນພວກມື​ປືນ ​10 ຄົນ​ ທີ່​ທຳ​ການ​ໂຈມ​ຕີ​ໂຮງ​ແຮມ Taj Mahal ​ແລະ​ສະຖານ​ທ່ີ​ອື່ນໆ​ອີກ​ໃນ​ເຂດ​ໃຕ້​ຂອງ​ເມືອງ​ມອມ​ໄບ ​ໃນ​ເດືອນ​ພະຈິກ​ປີ ຜ່ານ​ມາ ທີ່ໄດ້​ສັງຫານ​ຜູ້​ຄົນ​ໄປ 166 ຄົນ ​ແລະ​ເຮັດ​ໃຫ້ສາຍ​ພົວພັນ​ ລະຫວ່າງ​ອິນ​ເດັຍ​ແລະ​ປາ​ກີ​ສຖານ​ ຊຶ່ງ​ເປັນ​ຄູ່​ສັດ​ຕູ​ກັນ ຍ່ິງເຄັ່ງ​ຕຶງຂຶ້ນ ອີກ. ປາ​ກີ​ສຖານໄດ້ຍອມຮັບ​ວ່າ ພວກຄົນ​ຮ້າຍ​ໄດ້​ວາງ​ແຜນການ​ໂຈມ​ຕີ​ ສ່ວນ​ນື່ງ​ຢູ່ໃນ​ດິນ​ແດນ​ຂອງ​ຕົນ ​ແຕ່​ປະຕິເສດ​ຕໍ່​ການ​ຢືນ​ຢັດ​ຂອງ​ອິນ​ເດັຍ ທ່ີ​ວ່າພວກ​ເຈົ້າ​ໜ້າ​ທ່ີ​ຣັຖບານ​ປາກີ​ສຖານ​ມີ​ສ່ວນ​ພັວພັນ​ນຳ​ນັ້ນ.
ບັນຫາການ​ເມືອງ​ຂອງຮອນ​ດູຣັສ: ການ​ພົບ​ປະ​ເຈຣະຈາ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ່ງ​ກັນ​ທາງ ​ການ​ເມືອງ​ໃນ​ຮອນດູຣັສ ​ໄດ້​ພງັທະລາ​ຍລົງ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ບໍ່​ໄດ້​ບັນລຸ​ຂໍ້​ແກ້​ໄຂ​ກັນ​ໃດໆ. ປະທານາທິບໍດີ Oscar Arias ແຫ່ງ Costa Rica ກ່າວ​ໃນ​ມື້ວານ​ນີ້​ວ່າ ທ່ານໄດ້​ຮຽກຮ້ອງ​ໃຫ້​ທັງສອງ​ຝ່າຍ​ ກັບ​ຄືນ​ໄປເຈຣະຈາ​ກັນ​ອີກ​ ທ່ີ​ນະຄອນ​ຫລວງ San Jose ໃນ​ວັນ​ພຸດຈະ​ມາ​ນີ້ ​ຫລັງ​ຈາກຢຸດ​ພັກ​ເປັນ​ເວລາ 3 ມື້​ ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນ​ຫາ​. ​ທາງ​ຝ່າຍສະຫະຣັດນັ້ນ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດ ​ໄດ້​ອອກ​ມາກ່າວ​ວ່າ ການ​ພົບ​ປະ​ເຈຣະຈາ​ກັນ​ໄດ້​ສ້າງ​ໃຫ້​ມີ​ພື້ນຖານ​ສຳລັບ​ຄວາມເປັນ​ໄປ​ໄດ້ ໃນການ​ແກ້​ໄຂ​ບັນຫາ.
ປະທານາທິບໍດີ​ຮອນ​ດູຣັສ ທ່ານ Manuel Zelaya ​ໄດ້​ລີ້​ພັຍຢູ່​ໃນ​ຕ່າງປະ​ເທດ​ ນັບ​ແຕ່​ທ່ານ​ໄດ້​ຖືກ​ພວກ​ທະຫານ​ໂຄ່ນລົ້ມ​ອອກ​ຈາກ​ຕຳ​ແໜ່​ງເມື່ອ​ວັນ​ທີ 28 ມິຖຸນາ​ຜ່ານ​ມາ. ທ່ານ Zelaya ຢືນ​ຢັດ​ວ່າ ທ່ານ​ມີ​ສິດ​ກັບ​ຄືນ​ໄປ​ຮອນ​ດູຣັສ ​ແຕ່ຣັຖບານ​ຊົ່ວຄາວ​ຂອງ​ຮອນ​ດູຣັສ ທ່ີ​ນຳພາໂດຍ​ທ່ານ Roberto Micheletti ກ່າວ​ວ່າ ການເດີນທາງ​ກັບ​ຄືນ​ປະ​ເທດ​ຂອງ​ທ່ານ​ Zelaya ເປັນ​ທ່ີ​ຮັບ​ເອົາ​ບໍ່​ໄດ້.

XS
SM
MD
LG