ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າມະນຸດ: ທະຫານເດັກ


<!-- IMAGE -->

ລາຍງານປະຈຳປີ 2009 ຂອງກະຊວງ ຕ່າງ ປະເທດສະຫະ ລັຖ ວ່າດ້ວຍການຄ້າຂາຍ ມະນຸດ ​ກ່າວ​ວ່າ “ການເອົາເດັກມາເປັນທະ ຫານນັ້ນ ສະ​ແດງໃຫ້​ເຫັນເຖິງ ຮູບແບບ ຂອງການຄ້າມະນຸດ​ທີ່ຮຸນແຮງ ແລະ ບໍ່​ມີ ​ແບບໃດ​ເໝືອນທີ່ກ່ຽວພັນກັບການເກນ ເອົາ ພວກເດັກນ້ອຍຢ່າງຜິດກົດໝາຍ ໂດຍ ການ​ໃຊ້​ກຳລັງ ການຫລອກລວງ ຫລື ການ ບັງຄັບຂູ່ເຂັນຢູ່​ເລື້ອ​ຍໆ ເພື່ອເອົາ​ໄປ​ໃຊ້ແຮງ ງານ ຫລືສວຍ​ເອົາ​ປະ​ໂຫຍ​ດທາງ​ເພດ ໃນ ຂົງເຂດທີ່ມີການຂັດແຍ້ງສູ້​ລົບກັນ. ​ແລະ​ ເຖິງ​ແມ່ນ​ວ່າ ເດັກນ້ອຍທະຫານທີ່ຖືກເກນ ມາຢ່າງ​ຜິດກົດໝາຍນັ້ນ ສ່ວນ​ໃຫຍ່ແລ້ວ ມີອາຍຸ​ໃນ​ລະຫ​ວ່າງ 15 ຫາ 18 ປີ ກໍ​ຕາມ ​ແຕ່​ກໍ​ຍັງ​ມີພວກເດັກນ້ອຍອາຍຸ ພຽງ 7 ຫາ 8 ປີຖືກໃຊ້ໃນ ສົງຄາມ.

ອະນຸ​ສັນຍາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ສຳລັບ​ເລືອກ​ໃຊ້​ແທນສົນທິສັນຍາວ່າດ້ວຍສິດທິຂອງເດັກຂອງສະຫະປະຊາຊາດ ກ່ຽວກັບການ​ພົວ ພັນ​ຂອງພວກເດັກນ້ອຍ​ ໃນ​ການ​ຂັດ​ແຍ້​ງທີ່​ມີ​ການ​ຕໍ່ສູ້ກັນ​ດ້ວຍອາວຸດນັ້ນ ​ໄດ້​ຮັບ​ການ​ລົງ​ນາມ​ຮັບຮອງ​ເອົາຈາກ 128 ປະເທດ. ອະນຸ​ສັນຍາ​ສະບັບ​ນີ້​ ບັງຄັບໃຫ້ບັນດາ​ປະ​ເທດ​ພາຄີ​ໃນ​ອະນຸ​ສັນຍາຮັບປະກັນວ່າ ພວກເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ ຈະບໍ່ໃຫ້ຖືກເກນດ້ວຍການບັງຄັບໃຫ້ເຂົ້າຮັບໃຊ້ ໃນກອງທັບຂອງລັຖບານ ຫລືຖືກບັງຄັບໃຫ້ຮ່ວມສູ້ ລົບໃນສົງຄາມໂດຍກົງ. ນອກຈາກນີ້ແລ້ວ ບັນດາປະເທດທີ່​ລົງ​ນາມ​ຮັບຮອງ​ເອົາ​ອະນຸ​ສັນຍາສະບັບນີ້ ຍັງ​ຖືກ​ບັງຄັບ​ໃຫ້ເພິ່ມ ອາຍຸຂອງເດັກນ້ອຍທີ່​ຖືກ​ເກນ​ດ້ວຍ​ຄວາມສມັກ​ໃຈ ​ໄປເຂົ້າຮັບໃຊ້ໃນກອງທັບຂອງລັຖບານນັ້ນ ຂື້ນ​ເປັນສູງກວ່າ 15 ປີຂື້ນໄປ ແລະ​ໃຫ້​ຈັດວາງ​ມາດຕາ​ການ​ປ້ອງ​ກັນ​ໂດຍສະເພາະໄວ້ ເພື່ອຮັບປະກັນວ່າການເກນເອົາ​ພວກ​ເດັກນ້ອຍເຫລົ່ານັ້ນ ​ເປັນ​ໄປ​ດ້ວຍ​ຄວາມສະມັກ​ໃຈ​ຂອງ​ພວກ​ເຂົາຢ່າງແທ້ຈິງ.

ນອກນັ້ນແລ້ວ ບັນດາລັຖຕ່າງ​ໆທີ່​ເປັນ​ພາຄີ​ໃນ​ອະນຸ​ສັນຍາມີ​ພັນທະໜ້າ​ທີ່ ທີ່ຈະຕ້ອງຮັບຜິດຊອບ​ໃນ​ການດຳ​ເນີນມາດຕະ ການທຸກ​ຢ່າງ​ທີ່​ປະຕິບັດ​ໄດ້ ເພື່ອປ້ອງກັນບໍ່ໃຫ້ມີການເກນເອົາພວກເດັກນ້ອຍອາຍຸຕ່ຳ ກວ່າ 18 ປີ ​ໄປຮັບໃຊ້​ໃນກຸ່ມປະກອບ ອາວຸດຕ່າງໆທີ່​ບໍ່​ແມ່ນກອງທັບ ຂອງລັຖຫລື​ປະ​ເທດ​ໃດ​ນື່ງ. ດ້ວຍ​ຂໍ້​ກຳນົດ​ຕ່າງໆ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ອະນຸສັນຍາສະບັບ​ນີ້ຈື່ງເປັນ​ເອກະສານທີ່ຮັບປະກັນວ່າເດັກນ້ອຍບາງ​ກຸ່ມ ຂື້ນຢູ່ກັບອາຍຸຂອງ​ພວກ​ເຂົາແລະລັກສະນະຂອງການເກນນັ້ນ ບໍ່ພຽງ​ແຕ່​ໄດ້​ຖືກ​ປ້ອງ​ກັນ​ໄວ້ ຈາ​ກການຖືກໃຊ້ເປັນທະຫານ​ເດັກສຳລັບ​ແບ​ກຫາບ​ແລະ​ໃຊ້ອາວຸດເທົ່ານັ້ນ ແຕ່ຍັງຖືກປ້ອງກັນບໍ່ໃຫ້​ເຮັດ​ວຽກ​ເປັນ​ອ້າຍ​ເອື້ອຍ​ລ້ຽງຄົວຢູ່ຄົວກິນ ເປັນຄົນ​ແບກ​ຫາບ ແລະຜູ້ສົ່ງຂ່າວຢູ່ໃນກອງທັບ ຫລືກຸ່ມປະກອບ​ອາວຸດຕ່າງໆ.

ເຖິງແມ່ນວ່າມັນເປັນໄປບໍ່ໄດ້ ທີ່ຈະຄິດໄລ່ໄດ້ຢ່າງຄັກແນ່ວ່າ ເດັກນ້ອຍ ທີ່​ພົວພັນ​ໃນການສູ້​ລົບມີຈຳນວນຫລາຍ​ເທົ່າ​ໃດ​ແທ້ກໍ​ຕາມ ​ແຕ່ການເອົາ ເດັກນ້ອຍ​ໄປເປັນທະຫານຢ່າງຜິດກົດໝາຍນັ້ນ ຖືວ່າເປັນປາກົດການທີ່​ເກີດ​ຂື້ນ​ຢູ່​ໃນ​ທົ່ວໂລກ. ບັນຫາ ນີ້ສ່ວນຫລາຍແລ້ວແມ່ນມີ​ຫລາຍແລະ ຮ້າຍ​ແຮງທີ່​ສຸດ ຢູ່ໃນຂົງເຂດອາຟຣິກາແລະເອເຊຍ ​ແຕ່​ກໍ​ເວົ້າໄດ້​ວ່າ ຢູ່​ໃນ​ບ່ອນໃດ ທີ່ມີການສູ້ລົບກັນ ກໍມັກຈະມີການໃຊ້ທະຫານເດັກຢ່າງຜົດກົດໝາຍ ​ເກືອ​ບວ່າຢູ່ສະເມີ.ສ່ວນ​ຫລາຍແລ້ວພວກເດັກນ້ອຍ ຈະຖືກລັກພາຕົວ​ໄປ ບາງ​ເທື່ອ​ກໍ​ຖືກຂາຍ ເພື່ອໃຊ້ໃນການສູ້ລົບ.ນອກຈາກຈະຖືກໃຊ້​ໃຫ້ປະກອບສ່ວນໃນກິດຈະການ ຕ່າງໆທີ່ພົວພັນກັບ ການສູ້ລົບແລ້ວ ພວກເດັກນ້ອຍເຫລົ່ານີ້ ບາງຄັ້ງກໍຍັງຖືກບັງຄັບ​ໃຫ້ ເຮັດວຽກຕ່າງໆທີ່​ເປັນອັນຕະລາຍ ຕໍ່ຊີວິດ ເຊັ່ນຫ້າງລະເບີດຝັງດິນ ຊື່​ງເຮັດ​ໃຫ້​ພວກ​ເຂົາເສຍຊີວິດ ຫລືບາດເຈັບຢູ່​ເລື້ອຍໆ.ພວກເດັກນ້ອຍບາງຄົນ ຖືກບັງຄັບ ໃຫ້ກະທຳ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ປ່າ​ເຖືື່ອນ ແລະສ່ວນຫລາຍກໍ​ໄດ້​ຮັບ​ຜົນ​ກະທົບ​ທາງ​ດ້ານ​ຈິດ​ໃຈ.ພວກເດັກນ້ອຍທະຫານ ທັງເພດຍິງແລະຊາຍ ມັກຈະຖືກກະທຳຮຸນແຮງທາງເພດ ແລະຕົກຢູ່ໃນຄວາມສ່ຽງສູງຂອງການຕິດເຊື້ອກາມະໂຣກ.

ການລັກລອບຄ້າຂາຍພວກເດັກນ້ອຍ ແລະການ​ເຮັດໃຫ້​ພວກ​ເຂົາຕົກ​ຢູ່​ໃນ​ຖານະ​ຖືກ​ບັງຄັບ ບໍ່​ວ່າ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ ​ແມ່ນ ຈະຕ້ອງກຳຈັດ ຖອນຮາກໃຫ້ໝົດສິ້ນໄປ ແລະ​ກໍ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ຕ້ອງ​ກຳຈັດ​ຢ່າງຮີບ​ດ່ວນ ຫລາຍ​ໄປ​ກ່ວາການເກນ ພວກເດັກ ນ້ອຍຢ່າງຜິດກົດໝາຍ​ເພື່ອ​ເອົາ​ໄປໃຊ້ແຮງງານ ຫລືສວຍ​ໃຊ້​ໃນ​ທາງປະເວນີ ໃນຂົງເຂດທີ່ມີການສູ້ລົບກັນ. ໝົດທຸກປະເທດ ແມ່ນຈະຕ້ອງປະຕິບັດງານຮ່ວມກັນກັບ​ພວກ ອົງການລະວ່າງຊາດ ແລະອົງການຕ່າງໆທີ່ບໍ່ຂື້ນກັບລັຖບານ ເພື່ອລົງມືປະຕິບັດ ການຢ່າງຮີບດ່ວນ ເພື່ອປົດອາວຸດພວກ​ເດັກນ້ອຍ ຍຸຕິການ ລະດົມ​ເກນ​ເອົາເດັກນ້ອຍ​ໄປ​ເປັນ​ທະຫານ ແລະຮວມ​ເອົາພວກ ທະຫານເດັກທີ່ຜິດກົດໝາຍເຫລົ່ານັ້ນ ກັບຄືນ​ເຂົ້າມາເປັນພາກ​ສ່ວນ​ນື່ງຂອງ​ສັງຄົມຂອງ​ປະ​ເທດ​ຊາດຕາມ​ເດີມ.

XS
SM
MD
LG