ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະຣັດ ກັບ ຣັດເຊຍ ຮ່ວມມືກັນລຸດຜ່ອນອາວຸດນີວເຄລຍ


<!-- IMAGE -->

ຜູ້ນຳສອງ​ປະ​ເທດ​ມະຫາ​ອຳນາດ​ນີວ​ເຄລຍ ທີ່​ຍິ່ງ​ໃຫຍ່ຂອງ​ໂລກ ​ໄດ້​ຕົກລົງ​ກັນ​ທີ່​ຈະ​ລົດ​ອາວຸດ​ນີວ​ເຄລຍຂອງ​ປະ​ເທດ​ຂອງ​ພວກຕົນ​ລົງ. ປະທານາທິບໍດີ​ສະຫະຣັດ ທ່ານບາ​ຣັກ ​ໂອ​ບາ​ມາ ​ແລະ​ປະທາ​ນາ​ທິບໍດີຣັດເຊຍ ທ່ານ ດີມີຕຣີ ​ ເມັ​ດວີເດ​ຟ ​ໄດ້​ເຊັນສັນຍາວ່າດ້ວຍ "ຄວາມ​ເຂົ້າ​ໃຈ​ຮ່ວມ​ກັນ" ສະບັບນຶ່ງ ເພື່ອ​ລົດ​ຜ່ອນຫົວ​ລະ​ເບີດ​ນີວເຄລຍ ​ແລະ​ພາຫານະ​ນຳ​ສົ່ງ ຫລື​ຍິງ​ລະ​ເບີດ​ເຫລົ່ານັ້ນ ຂອງ​ປະ​ເທດ​ຂອງ​ພວກ​ຕົນ ລົງ​ໃຫ້​ໄດ້​ເຖິງ​ນຶ່ງສ່ວນ​ສາມຂອງ​ລະດັບ​ປັດຈຸບັນ ​ໂດຍ​ມີ​ກຳນົດ​ຈະ​ເຮັດສົນທິສັນຍາ​ທີ່​ມີ​ຜົນ​ຜູກ​ມັດໃນ​ທາງກົດ​ໝາຍໃຫ້​ສຳ​ເລັດພາຍ​ໃນ​ປີ​ນີ້. ສົນທິສັນຍາ​ສະບັບ​ໃໝ່​ທີ່​ວ່າ​ນີ້ ຈະໃຊ້ແທນສົນທິສັນຍາ​ວ່າ​ດ້ວຍ​ກາ​ນລົດ​ຜ່ອນ​ອາວຸດຍຸ​ທະ​ສາດ​ ທີ່​ເຊັນ​ກັນ​ເມື່ອ​ປີ 1991 ທີ່​ຮູ້​ກັນ​ໃນ​ຊື່​ຫຍໍ້​ວ່າ START ຊຶ່ງ​ຈະ​ໝົດອາຍຸ​ໃນ​ວັນ​ທີ່​ຫ້າ​ ທັນວາ ປີ 2009 ນີ້.

ນອກຈາກ​ນີ້​ແລ້ວ ຜູ້ນຳ​ທັງ​ສອງຍັງ​ໄດ້​ຕົກລົງເຫັນ​ພ້ອມກັນ​ ອອກ​ຖະ​ແລງ​ການ​ຮ່ວມ​ສະບັບ​ນຶ່ງ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທາງນີວ​ເຄລຍ ທີ່​ຈະ​ຊ່ວຍໃຫ້​ບັນລຸ​ເປົ້າໝາຍໃນ​ການ​ຂົນຂວາຍ​ເອົາ​ວັດຖຸ​ນີວເຄລຍທີ່​ອັນຕະລາຍທັງ​ໝົດ​ ມາ​ຮັກສາ​ໄວ້ໃຫ້​ໄດ້ພາຍ​ໃນ​ສີ່​ປີ​ຂ້າງ​ໜ້າ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ມັນ​ສຳຄັນ​ທີ່​ສຸດທີ່​ສະຫະຣັດ ​ແລະ ຣັດເຊຍ ຈະຕ້ອງເປັນ​ຕົວຢ່າງນຳພາ​ໃນ​ການ​ຍຸດຕິການ​ແຜ່​ຜາຍອາວຸດນີວ​ເຄລຍ ​ແລະ​ປ້ອງ​ບໍ່​ໃຫ້​ມີ​ການ​ນຳ​ໃຊ້​ອາວຸດ​ເຫລົ່ານັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ

ຄວາມ​ຄິດ​ທ່ີ​ວ່າ​ອິດ​ທິພົນ​ມາ​ຈາກ​ການ​ມີ​ອາວຸດ​ເຫລົ່າ​ນີ້ ຫລື​ວ່າ​ພວກເຮົາ​ສາມາດ​ປ້ອງ​ກັນ​ເຮົາ​ເອງ​ໄດ້​ໂດຍ​ຄັດ​ເອົາ​ແລະ​ເລືອກ​ເອົາ​ວ່າ​ປະ​ເທດໃດ​ສາມາດ​ມີ​ອາວຸດ​ເຫລົ່າ​ນີ້​ໄດ້​ນັ້ນ ​ເປັນຄວາມ​ຫລອກ​ລວງອັນ​ນຶ່ງ. ​ໃນ​ໄລຍະສັ້ນ​ນັບ​ແຕ່​ສົງຄາມ​ເຢັນ​ໄດ້​ຍຸດຕິ​ລົງ ພວກ​ເຮົາ​ໄດ້​ເຫັນອິນ​ເດັຍປາ​ກີ​ສຖານ​ແລະ​ເກົາຫລີ​ເໜືອ​ທຳ​ການ​ທົດ​ລອງ​ອາວຸດ​ນີວ​ເຄລັຍ​ນີ້​ແລ້ວ.

ຖ້າ​ບໍ່​ມີ​ການ​ປ່ຽນ​ແປງຂັ້ນ​ພື້ນຖານ​ແລ້ວ ສຳລັບ​ພວກ​ເຮົາ​ແລ້ວ​ມີ​ຜູ້​ໃດ​ເຊື່ອແທ້​ຈິງ​ບໍ​ວ່າ​ໃນ​ອີກ 2 ທົດ​ສວັດ​ຕໍ່ໜ້າ ຈະ​ບໍ່​ມີ​ການແຜ່​ຂະຫຍາຍພວກ​ອາວຸດ​ນີວ​ເຄລັຍເຫລົ່າ​ນີ້​ອອກ​ໄປ​ອີກ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ອາ​ເມ​ຣິ​ກາ​ແມ່ນ​ມີ​ຄວາມ​ໝັ້ນ​ໝາຍ​ທີ່ຈະ​ຍຸດຕິ​ການ​ແຜ່ຜາຍ​ນີວ​ເຄລຍ ​ແລະດຳ​ເນີນ​ການ​ເພື່ອໃຫ້ໂລກ​ນີ້ປາສະຈາກ​ອາວຸດ​ນີວ​ເຄລຍ​ໃນ​ທີ່​ສຸດ. ຂໍ້​ຕົກລົງ​ຕ່າງໆ​ລະ​ວ່າງ​ສະຫະຣັດ ກັບ​ ຣັດເຊຍ​ ​ເພື່ອ​ລົດ​ຜ່ອນ​ຄັງອາວຸດ​ນີວ​ເຄລຍຂອງ​ພວກ​ຕົນ​ລົງ ​ແລະປະຕິບັດ​ງານຮ່ວມ​ກັນ​ ເພື່ອ​ໃຫ້​ໄດ້ວັດຖຸ​ນີວ​ເຄລຍຕ່າງໆ​ມາ​ເກັບ​ຮັກສາ​ໄວ້ນັ້ນ ແມ່ນເປັນ​ບາດ​ກ້າວ​ທີ່ສຳຄັນ​ໄປ​ສູ່​ການ​ບັນລຸເປົ້າໝາຍ​ທີ່​ສຳຄັນ​ເປັນຕາ​ຍ​ເຫລົ່າ​ນັ້ນ.​

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ໃນ​ຂະນະ​ທີ່​ສະຫະຣັດ ແລະຣັດ​ເຊຍ ພາກັນຮັກສາ​ຄວາມ​ໝັ້ນ​ໝາຍ​ທາງດ້ານ​ນີວ​ເຄລຍຂອງ​ພວກ​ຕົນ​ໄວ້ນັ້ນ​ ກໍ​ມີ​ຄວາມສຳຄັນເຊ່ນ​ກັນ ທີ່​ປະ​ເທດ​ອື່ນໆ​ຈະ​ຕ້ອງ​ມີຄວາມ​ຮັບຜິດຊອບ​ ​ໃນ​ການ​ປະຕິບັດ​ຕາມ​ພັນທະ​ຕ່າງໆ​ຂອງ​ພວກ​ຕົນ​ນຳ ຊຶ່ງ​ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ໄປ​ວ່າ

"ຍ້ອນ​ເຫດຜົນ​ດັ່ງ​ນີ້ ພວກ​ເຮົາ​ຈຶ່ງ​ຄວນ​ຈະຮ່ວມ​ສາມັກຄີ​ກັນ​ຄັດຄ້ານ​ຕໍ່​ ຄວາມ​ພະຍາຍາມ​ຂອງ​ເກົາຫລີ​ເໜືອ​ທ່ີຈະ​ກາຍ​ເປັນ​ອຳນາດ​ນີວ​ເຄລັຍ​ແຫ່ງ​ນຶ່ງ ​ແລະ​ຄັດຄ້ານ​ຕໍ່​ຄວາມ​ພະຍາຍາມ​ຂອງ​ອິຣ່ານທ່ີ​ຢາກມີ​ອາວຸດ​ ນີວ​ເຄລັຍ​ນັ້ນ"

ປະທານາທິບໍດີ​ໂອ​ບາ​ມາ ໄດ້ເນັ້ນ​ຍ້ຳອີກ​ວ່າໝົດ​ທຸກ​ປະ​ເທດ ມີຄວາມ​ຮັບຜິດຊອບ​ຮ່ວມ​ກັນ ທີ່​ຈະ​ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ພວກອາວຸດ​ທີ່​ອັນຕະລາຍ​ ທີ່ສຸດເຫລົ່າ​ນີ້​ຂອງ​ໂລກ ​ແຜ່ຜາຍ​ອອກ​ໄປ​ຕົກ​ຢູ່​ໃນ​ກຳ​ມື​ຂອງພວກ​ຜູ້ນຳ​ອັນ​ຕະພານ ທີ່​ຂາດ​ຄວາມ​ຮັບຜິດຊອບ. ທ່ານ​ກ່າວ​ຕໍ່​ໄປ​ວ່າຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ສາມາດ​ທີ່​ປຸ້ມລຸມ​ເປັນນ້ຳນື່ງ​ໃຈ​ດຽວ​ກັນໄດ້​ແລ້ວ ກົດໝາຍ​ ສາກົນກໍ​ຈະ​ກາຍ​ເປັນ​ກົດໝາຍ​ປ່າ ຫລື​ກົດໝາຍ​ເຖື່ອນ ຂາດ​ຄວາມ​ສັກສິດໄປ ​ຊື່​ງນັ້ນຈະ​ບໍ່​ເປັນປະ​ໂຍດ​ແກ່ຜູ້​ໃດທັງ​ສີ້​

XS
SM
MD
LG