ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລາວຮັບຮອງເອົາກົດໝາຍທີ່ເປີດໂອກາດໃຫ້ຊາວຕ່າງປະເທດ ມີສິດຊື້ຂາຍອາຄານໃນລາວ


ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ອັດ​ກອງ​ປະຊຸມ​ສະ​ໄໝ ສາມັນຄັ້ງທີ່ 7 ລົງດ້ວຍ​ການ​ລົງ​ປະຊາມະ​ຕິ​ຮັບຮອງ​ເອົາລາຍ​ງານຂອງ​ພະ ແນກການ​ຕ່າງໆ​ ​ລວມ​ໄປເຖິງ​ການ​ຮັບຮອງ​ເອົາ​ກົດໝາຍ ດັດ ແກ້​ໃໝ່ວ່າ​ດ້ວຍ​ການ​ລົງທຶນ ​ເພື່ອ​ເປີດ​ໂອກາດ​ໃຫ້​ຕ່າງ​ຊາດ​ມີ ສິດ​ໃນ​ການ​ເຊົ່າ ​ແລະ ຊື້ຂາຍອາຄານຢູ່​ໃນ​ປະ​ເທດລາວ​ອີກ​ດ້ວຍ.

ທ່ານ ທອງ​ເຕິນ ​ໄຊ​ຍະ​ເສນ ​ໂຄສົກ​ສະພາ​ແຫ່ງ​ຊາດ​ລາວ ໄດ້ ຖະ​ແຫລ​ງ​ເນື່ອງ​ໃນ​ໂອກາດປິດ ກອງປະຊຸມສະ​ໄໝສາ​ມັນຄັ້ງທີ່ 7 ຂອງສະພາແຫ່ງຊາດ ລາວຊຸດທີ່ 6 ຊຶ່ງ​ໄດ້​ດໍາເນີນ​ກອງ​ປະຊຸ​ມ ນັບ​ຕັ້ງ​ແຕ່ ວັນ​ທີ 22 ມິຖຸນາເປັນຕົ້ນມາ ​ແລະ ກໍ​ໄດ້​ສິ້ນສຸດ​ລົງ​ຢ່າງ​ເປັນທາງ​ການ​ໃນ​ຕອນ​ບ່າຍ​ຂອງ ວັນ​ທີ 9 ກໍ​ລະ​ກົດ​ ທີ່​ຜ່ານ​ມານີ້ວ່າ​ ຜົນ​ທີ່​ໄດ້​ຮັບ​ຈາກ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ຄັ້ງຫລ້າສຸດ​ນີ້ ກໍ​ມີທັງ​ການລົງມະ ຕິ​ຮັບຮອງ​ເອົາ​ລາຍ​ງານ​ການ​ປະຕິບັດ​ແຜນການ​ພັດ​ທະ​ນາ​ປະຈຳ​ປີ 2008 ຫາ 2009 ການ​ດັດ​ແກ້​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ໃນ​ແຜນການ​ດັ່ງກ່າວ ​ແລະ ການ​ຮັບຮອງເອົາ​ ຄາດໝາຍ​ຂອງແຜນການ​ພັດ​ທະ​ນາ​ປະຈຳ​ປີ 2009 ຫາ ປີ 2010 ຂອງ​ ລັດຖະບານ​ລາວ. ​

ສາລະ​ສຳຄັນ​ນັ້ນກໍ​ຄື ການ​ປັບລົດ​ເປົ້າໝາຍການ​ຂະຫຍາຍ​ຕົວທາງ​ເສດຖະ​ກິດ​ໃນ​ແຜນ ການ​ປະຈຳ​ປີ 2008 ຫາ 2009 ນີ້ ລົງ​ຈາກເດີມ 8% ມາ​ເປັນ 7.5% ​ແລະ ກໍ​ໃຫ້​ຄົງ ລະດັບ​ການ​ຂະ ຫຍາຍຕົວ​ໃນ​ດັ່ງກ່າວ​ນີ້ຕໍ່​ໄປ ​ໃນ​ຕະຫລອດ​ແຜນການປະຈຳ​ປີ 2009 ຫາ 2010 ​ອີກ​ດ້ວຍ.

ສຳລັບໃນດ້ານ​ງົບປະມານລາຍ​ຮັບ​ລາຍ​ຈ່າຍ ປະຈຳ​ປີ 2008 ຫາ 2009 ນັ້ນ ກໍ​ໄດ້​ມີ ການ​ເພີ້ມລະດັບ​ຂອງ​ການ​ຂາດ​ດຸນ​ທາງ​ດ້ານ ​ງົບປະມານ​ຈາກ 4.56% ​ເປັນ 5% ຂອງ GDP ທັງໝົດ ​ເພາະວ່າ​ບໍ່ສາມາດ​ຈັດ​ເກັບ ລາຍ​ຮັບໄດ້​ຕາມເປົ້າໝາຍທີ່​ວາງ​ເອົາ​ໄວ້. ຫາກ​ແຕ່​ວ່າ ​ໃນ​ໄລຍະ​ແຜນການ​ປະຈຳ​ປີ 2009 ຫາ 2010 ນັ້ນ ທາງ​ການ​ ລັດຖະ ບານ​ລາວ ກໍ​ໄດ້​ວາງ​ເປົ້າໝາຍທີ່​ຈະ ຈັດ​ເກັບລາຍ​ຮັບ​ໃຫ້​ໄດ້​ໃນ​ສັດ​ສ່ວນ 17% ຂອງ​ຍອດ​ຜະຫລິດ​ຕະພັນ​ລວມພາຍ​ໃນ​ປະ​ເທດ ຫລື​ ມູນ​ຄ່າ GDP ທັງໝົດ ​ໂດຍ​ເປັນ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ​ບໍ່ໜ້ອຍກວ່າ 15% ຂອງ GDP, ສ່ວນ​ທີ່​ເຫລືອ​ນັ້ນ ​ເປັນ​ການ​ກູ້​ຢືມ ຫລື ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຕ່າງປ​ະ​ເທດ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ລັດຖະບານ​ລາວ ​ໄດ້​ຕັ້ງງົບປະມານ​ລາຍ​ຈ່າຍ​ໄວ້​ໃນ​ມູນ ຄ່າ​ລວມຫລາຍ​ກວ່າ 11.000ຕື້ກີບ ​ຫລື ທຽບເທົ່າກັບ 20.34% ຂອງ GDP, ​ໃນ​ຂະ ນະ​ດຽວກັນ ກໍ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ພາຍ​ໃນ​ໄດ້​ພຽງ​ແຕ່ 8.115,76 ຕື້​ກີບ​ ​ເທົ່າ​ນັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ ຕ້ອງ​ເພິ່ງ​ພາ​ການ​ກູ້​ຢືມ ​ແລະ ການ​ຊ່ອຍ​ເຫລືອ​ຈາກ​ຕ່າງ ປະ​ເທດ ຄຶດ​ເປັນ​ມູນ​ຄ່າ​ລວມກັນຫລາຍກວ່າ 2.889 ຕື້ກີບ ນັ້ນ​ເອງ.

ສຳລັບ​ກົດໝາຍທີ່​ຜ່ານ​ການ​ຮັບຮອງ​ຈາກ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​ໃນ​ຄັ້ງຫລ້າ​ສຸດ ຈຳນວນ ສີ່​ສະບັບ ຊຶ່ງ​ປະກອບ​ດ້ວຍ​ກົດໝາຍວ່າ​ດ້ວຍ​ການ​ປະມົງ​ ກົດໝາຍວ່າ​ດ້ວຍ​ການນ້ຳປະປາ, ກົດໝາຍ ວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ, ​ແລະ ກົດໝາຍວ່າ​ດ້ວຍການ​ລົງ​ທຶນ ນັ້ນ ກໍ​ໄດ້​ມີ​ຢູ່​ສອງ​ສະບັບ ທີ່​ທາງ​ການ​ລາວ​ໄດ້​ຕັ້ງຄວາມ​ຫວັງ​ໄວ້​ວ່າ ຈະ​ມີ​ສ່ວນ​ຢ່າງ​ສຳຄັນ​ຕໍ່ການ​ພັດ​ທະນາ​ປະ​ເທດ​ລາວ​ໃນ​ໄລຍະ​ໃໝ່ ຊຶ່ງ​ກໍ​ຄື ກົດໝາຍວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ ຊຶ່ງ​ຈະ​ເປັນ​ການ​ເປີດ​ໂອກາດ ​ແລະ ດຶງ​ດູດ​ເອົາ​ການ​ປະກອບສ່ວນ​ ຈາກ​ຄົນ​ລາວ​ໃນ​ຕ່າງປະ​ເທດ ​ເຂົ້າສູ່​ການ​ພັດ​ທະນາ​ປະ​ເທດ​ລາວ​ໃຫ້​ຫລາຍ​ຂຶ້ນ.

ສ່ວນ​ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ນັ້ນ ກໍ​ຈະ​ໃຫ້ສິດ​ແກ່​ບັນດາ​ນັກ​ລົງທຶນ​ຊາວ​ຕ່າງປະ​ເທດ​ໃນ​ການ​ເຊົ່າ​ທີ່​ດິນ​ຢູ່​ໃນລາວ ​ໃນ​ໄລຍະ​ເວລາ​ເຖິງ 99ປີ ກັບ​ທັງ​ຍັງ​ມີ​ສິດ​ທີ່​ຈະ​ຊື້ຂາຍ​ອາ ຄານ ​ແລະ ສຳ​ນັກ​ງານ​ໄດ້​ອີກ​ດ້ວຍ ຖ້າ​ຫາກ​ວ່າ​ເປັນ​ການ​ລົງທຶນ​ທີ່​ມີ​ມູນ​ຄ່າ​ຕັ້ງ​ແຕ່ 2.5 ຕື້ກີບ ຫລື ປະມານ 287.400 ໂດລາ ສະຫະຣັດ ຂຶ້ນ​ໄປ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 18 ກໍລະກົດ 2009

XS
SM
MD
LG