ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ປະຕິເສດ ບໍ່ໄດ້ກົດດັນໃຫ້ອິນເດັຽ ປັບປຸງ ຄວາມສັມພັນ ກັບປາກິສຖານ


ຄລິນຕັນ - ເອເຊັຽ: ຣັຖມຸນຕຣີ ການຕ່າງປະ ເທດສະຫະຣັດ ທ່ານນາງ HILLARY CLINTON ປະຕິເສດວ່າ ສະຫະຣັດ ບໍ່ໄດ້ກົດດັນ ໃຫ້ອິນເດັຽ ປັບປຸງ ຄວາມສັມພັນ ກັບປາກິສຖານ ທັງໆທີ່ອິນ ເດັຽເຊື່ອວ່າ ປາກິສຖານ ບໍ່ໄດ້ດຳເນີນການ ຢ່າງ ພຽງພໍ ເພື່ອຍຸຕິ ການກໍ່ການຮ້າຍ ຂ້າມຊາຍແດນນັ້ນ. ທ່ານນາງ CLINTON ກ່າວຕໍ່ ພວກນັກຂ່າວ ໃນວັນເສົາມື້ນີ້ ທີ່ເມືອງມູມໄບ ສູນກາງການຄ້າ ຂອງອິນເດັຽ ບ່ອນທີ່ ເຈົ້າໜ້າທີ່ອິນເດັຽ ເຊື່ອວ່າ ພວກກໍ່ການຮ້າຍ ທີ່ມີສ່ວນພົວພັນ ກັບປາກິສຖານ ໄດ້ສັງຫານ 166 ຄົນ ໃນລະຫວ່າງ ການໂຈມຕີ ເມື່ອເດືອນພະຈິກ ປີກາຍນີ້. ທ່ານນາງ CLINTON ຊີ້ແນະວ່າ ປາກິສຖານ ໄດ້ດຳເນີນການ ຫລາຍຢ່າງ ໃນໄລຍະ ບໍ່ເທົ່າໃດເດືອນ ຜ່ານມານີ້ ເພື່ອຮັບມື ກັບພວກກໍ່ການຮ້າຍ ພາຍໃນປາກິສຖານ ແລະທ່ານນາງ ສເນີແນະວ່າ ໃນໄວໆນີ້ ຈະມີການເອົາ ມາຕການ ເພື່ອນຳເອົາໂຕ ພວກທີ່ຮັບຜິດຊອບ ໃນການໂຈມຕີ ເມືອງມູມໄບ ມາລົງໂທດ. ທ່ານນາງ CLINTON ຢືນຢັດວ່າ ສະຫະຣັດ ບໍ່ໄດ້ກົດດັນ ໃຫ້ພວກຜູ້ນຳ ຂອງປາກິສຖານ ແລະອິນເດັຽ ເປີດການເຈຣະຈາ ເພື່ອປັບປຸງ ຄວາມສັມພັນ ໂດຍເວົ້າວ່າ ສຸດແລ້ວແຕ່ ຣັຖບານ ຂອງປະເທດທັງ 2 ຈະຊອກຫາ ຊ່ອງທາງແກ້ໄຂ ບັນຫາຂັດແຍ້ງ.

ປາກິສຖານ: ເຈົ້າໜ້າທີ່ກອງທັບ ປາກິສຖານ ກ່າວວ່າ ເຮືອບິນຣົບອາຍພົ່ນ ຂອງປາກິສຖານ ໄດ້ໂຈມຕີ ບ່ອນຫຼົບລີ້ ພວກຫົວຮຸນແຮງຂອງ ກຸ່ມຂຸນເສິກ ອະວຸໂສທາລີບານ ໂດຍໄດ້ສັງຫານ ພວກທີ່ສົງສັຍວ່າ ເປັນກະບົດ 6 ຄົນ ໃນວັນເສົາ ມື້ນີ້. ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີ ທາງອາກາດ ໄດ້ທຳລາຍ ທີ່ໝັ້ນຂອງນາຍ HAKIM ULLAH ໃນເຂດຊົນເຜົ່າ ທາງພາກ ຕາເວັນຕົກສຽງເໜືອ ຂອງປາກິສຖານ ແຕ່ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່ານາຍ ULLAH ຢູ່ທີ່ນັ້ນ ຫລືບໍ່ ໃນເວລາ ທີ່ມີການໂຈມຕີ. ນາຍ ULLAH ເປັນຮອງນາຍ BETULLAH MEHSUD ຜູ້ນຳຂອງ ກຸ່ມທາລີບານ ໃນປາກິສຖານ ທີ່ມີການ ຖິ້ມໂທດໃສ່ວ່າ ເປັນຜູ້ ຮັບຜິດຊອບ ໃນການໂຈມຕີ ເປົ້າໝາຍ ຂອງຣັຖບານ ແລະພົລເຮືອນ ຈຳນວນນຶ່ງ. ນອກນັ້ນ ຍັງເປັນທີ່ ເຊື່ອກັນວ່າ ນາຍ MEHSUD ເປັນພັນທະມິດ ທີ່ສຳຄັນ ຂອງພວກຣົບ ກຸ່ມກໍ່ການຮ້າຍ AL-QAIDA ໃນປາກິສຖານ. ການບຸກໂຈມຕີ ຂອງຣັຖບານ ປາກິສຖານ ຕໍ່ພວກກະບົດ ທາລີບານ ໃນເຂດ ພາກຕາເວັນຕົກ ສຽງເໜືອ ຂອງປະເທດ ເຮັດໃຫ້ມີ ຜູ້ອົພຍົບຫລົບພັຍ ຫລາຍກວ່າ 2 ລ້ານຄົນ.

ອິນໂດເນເຊັຽ: ຄະນະສືບສວນຂອງອິນໂດເນ ເຊັຽ ກຳລັງດຳເນີນງານໃນວັນເສົາມື້ນີ້ເພື່ອພິສູດ ສົບຂອງພວກໂຈມຕີ ສະລະຊີບ 2 ຄົນ ທີ່ໄດ້ໂຈມຕີ ໂຮງແຮມຫຣູຫຣາ 2 ແຫ່ງ ທີ່ນະຄອນຫລວງ ຈາກາຕ້າ ໃນຕອນເຊົ້າ ວານນີ້. ມີ 8 ຄົນ ເສັຽຊີວິດ ແລະອີກຢ່າງນ້ອຍ 50 ຄົນ ໄດ້ຮັບບາດເຈັບ ຈາກເຫດຣະເບີດ ທີ່ມີຂຶ້ນ ເກືອບພ້ອມໆກັນ ຢູ່ຂ້າງໃນ ໂຮງແຮມ RITZ-CARLTON ແລະໂຮງແຮມ MARRIOTT ທີ່ນະຄອນຫລວງ ຈາກາຕ້າ ຂອງອິນໂດເນເຊັຽ. ພວກທີເສັຽຊີວິດ ແມ່ນມີຮວມທັງ ຊາວອະເມຣິກັນ, ອອສເຕຣເລັຽ, ການາດາ ແລະນິວຊີແລນດ໌. ຣະເບີດລູກທີ 3 ທີ່ຍັງບໍ່ທັນແຕກ ໄດ້ຖືກພົບເຫັນ ໃນເວລາຕໍ່ມາ ຢູ່ຂ້າງໃນ ໂຮງແຮມ MARRIOTT. ຜູ້ບັນຊາການຕຳຣວດ ໃນເຂດ ນະຄອນຫລວງ ຈາກາຕ້າ ທ່ານ WAHYONO ກ່າວວ່າ ຜູ້ໂຈມຕີ ສະລະຊີບ ໄດ້ພັກເປັນແຂກ ຢູ່ທີ່ໂຮງແຮມທັງ 2 ແລະໄດ້ປະກອບ ອຸບປະກອນຣະເບີດ ໃນຫ້ອງ ຂອງພວກເຂົາເຈົ້າ. ຣັຖມຸນຕຣີ ຮັກສາຄວາມປອດພັຍ ຂອງອິນໂດເນເຊັຽ ທ່ານ WIDODO ADI SUCIPTO ກ່າວວ່າ ຣະເບີດທັງ 2 ໄດ້ເຮັດໂດຍ ດິນຣະເບີດ ຂນາດແຮງ.

ຮອນດູຣັສ: ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ທ່ານ MANUEL ZELAYA ກ່າວໃນ ມື້ວານນີ້ວ່າ ທ່ານມີແຜນການ ທີ່ຈະ ເດີນທາງ ກັບຄືນປະເທດ ແລະເຂົ້າຮັບ ຕຳ ແໜ່ງຄືນໃໝ່ ດ້ວຍການບັນລຸຂໍ້ຕົກລົງຈາກ ການເຈຣະຈາໄກເກັ່ຽ ທີ່ໄດ້ຮັບການໜຸນຫລັງ ຈາກສະຫະຣັດ ຊຶ່ງກຳນົດ ຈະໄຂຂຶ້ນ ໃນວັນເສົາມື້ນີ້ ຫລືບໍ່ກໍຕາມ. ການເຈຣະຈາຫາຣື ແມ່ນແນໃສ່ ເພື່ອຊອກຫາຊ່ອງທາງ ເຮັດໃຫ້ວິກິຕການ ທາງດ້ານການເມືອງ ໃນຮອນດູຣັສ ສິ້ນສຸດລົງ ດ້ວຍສັນຕິວິທີ. ທ່ານ ZELAYA ໄດ້ຕັ້ງກຳນົດທ່ຽງຄືນ ວັນເສົາມື້ນີ້ ເປັນເສັ້ນຕາຍ ໃຫ້ການເຈຣະຈາຫາຣື ທີ່ຄອສຕາຣິກາ ເປັນຜູ້ໄກ່ເກ່ັຽ ບັນລຸການຕົກລົງ ທີ່ອາດຟື້ນຟູອຳນາດ ຄືນໃຫ້ແກ່ທ່ານ. ທ່ານບໍ່ໄດ້ເວົ້າວ່າ ເວລາໃດ ຫລືດ້ວຍວິທີໃດ ທ່ານຈະເດີນທາງ ກັບຄືນໄປ ຮອນດູຣັສ ຫລືທ່ານ ຈະດຳເນີນການແນວໃດ ຖ້າຫາກ ການເຈຣະຈາ ປະສົບກັບ ຄວາມລົ້ມແຫລວ. ທ່ານ ZELAYA ໄດ້ຖືກໂຄ່ນລົ້ມ ໃນວັນທີ 28 ມິຖຸນາຜ່ານມາ ໂດຍພວກທະຫານ ແລະພວກຝ່າຍຄ້ານ ທີ່ກ່າວວ່າ ທ່ານພະຍາຍາມ ຈະປ່ຽນແປງ ຣັຖທັມມະນູນ ແບບຜິດກົດໝາຍ ເພື່ອໃຫ້ທ່ານ ໄດ້ຮັບຕຳແໜ່ງ ເປັນປະທານາທິບໍດີ ຕໍ່ໄປ.

ໂຊມາເລັຽ: ມືປືນຊາວໂຊມາເລັຽໄດ້ຈີ້ເອົາໂຕ ພະນັກງານ ໃຫ້ການຊ່ອຍເຫລືອ ບັນເທົາທຸກ ຊາວຕ່າງປະເທດ 3 ຄົນ ໃນພາກເໜືອ ຂອງ ປະເທດເຄນຢາ. ບຸກຄົນທັງ 3 ໄດ້ຖືກລັກພາໂຕ ໃນຕອນເຊົ້າ ວັນເສົາມື້ນີ້ ໃນການບຸກໂຈມຕີ ທີ່ຫົວເມືອງຊາຍແດນ MANDERA. ສັນຊາດ ຂອງພວກພະນັກງານ ບັນເທົາທຸກ ແລະອົງການ ທີ່ເຂົາເຈົ້າ ເຮັດວຽກໃຫ້ນັ້ນ ຍັງບໍ່ທັນ ເປັນທີ່ຮູ້ ຈັກເທື່ອ ໃນເວລານີ້. ໃນຕົ້ນອາທິດນີ້ ທີ່ປຶກສາ ທາງທະຫານ ຂອງຝຣັ່ງ 2 ຄົນ ກໍຖືກລັກພາໂຕ. ມີລາຍງານວ່າບຸກຄົນທັງ 2 ໄດ້ຖືກຈັບໂຕໄວ້ ໂດຍກຸ່ມຫົວຮຸນແຮງມຸສລິມ AL-SHABAB. ກະຊວງ ການຕ່າງປະເທດ ຝຣັ່ງກ່າວວ່າ ຜູ້ຊາຍ ທີ່ຖືກລັກພາໂຕທັງ 2 ເປັນເຈົ້າໜ້າທີ່ ທີ່ພວມຢູ່ໃນລະຫວ່າງ ການປະຕິບັດງານ ເພື່ອໃຫ້ການຊ່ອຍເຫຼືອ ແກ່ຣັຖບານໂຊມາເລັຽ. ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອວ່າ ຊາວຝຣັ່ງທັງ 2 ໄດ້ຖືກລັກພາໂຕ ເພື່ອຮຽກເງິນຄ່າໄຖ່ ຫລື ຍ້ອນເຫດຜົນ ທາງດ້ານການເມືອງ. ໂຊມາເລັຽ ໄດ້ປະສົບກັບ ຄວາມວຸ້ນວາຍ ລຸນຫຼັງທີ່ໄດ້ເກີດ ການຕໍ່ສູ້ພາຍໃນ ແລະພວກ ຊາວຕ່າງປະເທດ ມັກຈະຕົກເປັນເປົ້າ ໃນການຖືກລັກພາໂຕ.

ມໍຣີຕາເນັຽ: ຜູ້ມີສິດປ່ອນບັດ ໃນ MAURITA NIA ກຳລັງພາກັນ ໄປລົງຄະແນນສຽງໃນການ ເລືອກເອົາ ປະທານາທິບໍດີຄົນໃໝ່ບໍ່ຮອດນຶ່ງປີ ຫລັງຈາກຜູ້ນຳຄົນທຳອິດ ຂອງປະເທດທີ່ໄດ້ຖືກ ຮັບເລືອກ ຢ່າງເສຣີ ຖືກໂຄ່ນລົ້ມ ໃນການກໍ່ ຣັຖປະຫານ. ນາຍພົນ MOHAMED OULD ABDEL AZIZ ແມ່ນຜູ້ສະມັກ ຄົນນຶ່ງ ໃນການເລືອກຕັ້ງ ເທື່ອນີ້. ນາຍພົນ AZIZ ເປັນຜູ້ໂຄ່ນລົ້ມ ປະທານາທິບໍດີ SIDI OULD CHEIKH ABDALLAHI ໃນເດືອນສິງຫາ ປີກາຍ. ຫລັງຈາກນັ້ນ ນາຍພົນ AZIZ ກໍໄດ້ແກ້ໄຂ ຣັຖທັມມະນູນ ອະນຸຍາດໃຫ້ ນາຍທະຫານ ເບັ້ຽບຳນານ ສະມັກເຂົ້າ ແຂ່ງຂັນເອົາ ຕຳແໜ່ງ ທາງການເມືອງໄດ້ ກ່ອນທີ່ທ່ານ ຈະລາອອກ. ເວລານີ້ ນາຍພົນ AZIZ ປະເຊີນໜ້າ ກັບຄູ່ແຂ່ງ ທີ່ຮວມທັງ ຜູ້ນຳຂອງ ພັກຝ່າຍຄ້ານ ທ່ານ AHMED OULD DADAH ຊຶ່ງໄດ້ຮັບຄະແນນສຽງ ຫລາຍເປັນອັນດັບ 2 ໃນການເລືອກຕັ້ງ ຂອງ MAURITANIA ໃນປີ 2007. ທ່ານ DADAH ເປັນຄົນມາຈາກ ປະຊາຄົມປູກຝັງ ໃນບໍຣິເວນຊາຍແດນ SENEGAL ແລະຄາດວ່າ ທ່ານຈະໄດ້ຮັບ ການສນັບສນຸນ ເປັນຢ່າງດີ ໃນເຂດບ້ານເກີດ ຂອງທ່ານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.
XS
SM
MD
LG