ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄົ້ນຄວ້າລີງພົບວ່າ ການກິນໜ້ອຍຊ່ວຍຕໍ່ ອາຍຸໃຫ້ຍືນຂຶ້ນ


ການສຶກສາຄົ້ນຄວ້າກ່ຽວ​ກັບລີງ ທີ່​ດຳ​ເນີນ​ມາ​ເປັນ​ ເວລາ 20 ປີ ​ໄດ້ພົບ​ວ່າ ການ​ຫລຸດ ຜ່ອນຄາລ​ເລີຣີ ຫລື ພະ​ລັງ​ງານ​ ໃນ​ຮ່າງ​ກາຍລົງ​ເກືອ​ບ 1 ສ່ວນ ​3 ​ໝາຍ​ຄວາມ​ວ່າ ​ກິນ​ອາຫານ​ທີ່​ມີຄາລ​ເລີຣີໜ້ອຍລົງ​ນັ້ນ ຊ່ວຍ​ເຮັດ​ໃຫ້​ລິງນານ​ເຖົ້າ ແລະປ້ອງ​ກັນ​ບໍ່​ໃຫ້​ຕາຍ ໄວໄດ້. ການສຶກສາຄົ້ນຄວ້າ​ນີ້ສະ​ແດງ​ໃຫ້ ເຫັນວ່າການ​ກິນ​ອາຫານ ​ແບບ​ດຽວກັນ ອາດ​ຈະໃຊ້​ໄດ້ຜົນກັບຄົນ​ເຊັ່ນກັນ.

ນັບ​ແຕ່​ຊຸມປີ 1930 ​ເປັນຕົ້ນມາ​ແລ້ວ ພວກ​ນັກຄົ້ນຄວ້າໄດ້​ທຳ​ການສຶກສາ​ຫລາຍຕໍ່​ຫລາຍ​ຄັ້ງ ​ເພື່ອພະຍາຍາມ​ໃຫ້ເຂົ້າ​ໃຈຜົນ​ການ ຄົ້ນຄວ້າ​ທີ່ໜ້າງຶດ​ອັນ​ນື່ງ ຄືວ່າ​ເປັນ​ຫຍັງພວກໜູ ທີ່​ກິນ​ອາຫານ​ທີ່​ຈຳກັດ​ຄາລເລີຣີ ຫລື​ມີຄາລ​ເລີຣີໜ້ອຍ ​ແຕ່​ເປັນ​ອາຫານ​ທີ່ມີ​ທາດ​ບຳລຸງ​ດີນັ້ນ ຈື່ງມີ​ອາຍຸຍືນ​ກວ່າພວກ​ໂຕ​ ໜູ ທີ່​ກິນ​ອາຫານຕາມປົກກະຕິ.

ມາບັດ​ນີ້ ​ໃນການສຶກສາຄົ້ນຄວ້າ​ໃຫຍ່​ທີ່​ສຸດ ທີ່ໄດ້ດຳ​ເນີນ​ໄປ​ແບບ​ມີ​ການ​ຄວບຄຸມ​ສູ​ງທີ່ສຸດ ພວກນັກຄົ້ນຄວ້າ ທີ່ສູນ​ກາງຄົ້ນ ຄວ້າ​ກ່ຽວກັບລິງ​ແຫ່ງ​ຊາດ ຂອງ​ລັດ​ວິສະຄອນ​ຊິນ ຫລື the Wisconsin National Primate Research Center ​ໄດ້​ຢືນຢັນ​ວ່າ ພວກລີງ​ທີ່​ກິນອາຫານ​ ທີ່ມີຄາ​ລ​ເລີຣີ ​ໃນ​ຈຳນວນ​ຈຳກັດ​ ​ແຕ່ມີ​ທາດ​ບຳລຸງ​ອັນ​ສົມສ່ວນນັ້ນ ມີ​ຊີ​ວີ​ດຍືນ ​ແລະມີ​ສຸຂະພາບ​ດີ ກ​ວ່າພວກສັດ ທີ່​ກິນ​ອາຫານ​ຕາມ​ໃຈ ບໍ່​ຈຳກັດ​ຄາລ​ເລີຣີ.

ນັກຄົ້ນຄວ້າ Richard Weindruck (ວາຍ​ນ ດຣັກ) ຢູ່ ສູນ​ກາງສຶກສາຄົ້ນຄວ້າ​ກ່ຽວກັບ​ການມີ​ອາຍຸ​ເຖົ້າ​ແກ່ ຫລື the Geriatric Research Education Clinical Center ທີ່ ​ໂຮງພະ ຍາບານ​ນັກ​ຮົບ​ເກົ່າ ຫລື Veterans Administration Hospital ຢູ່​ເມືອງ Madison ເວົ້າວ່າ ສຳລັບ​ພວກສັດ​ທີ່ໃຫ້​ກິນອາຫານ​ຕາມ​ທຳ​ມະ​ດາ ບໍ່​ຈຳກັດ​ຄາລ​ເລີຣີນັ້ນ ​ແມ່ນມີ​ຄວາມ​ສ່ຽງຕໍ່ການ​ເປັນ​ພະຍາ​ດທີ່ພົວພັນ​ກັບ​ຄວາມ​ເຖົ້າ ​ໃນ​ລະດັບສູງ​ກວ່າ​ພວກ​ທີ່​ໃຫ້​ກິນ​ອາຫານ​ແບບ​ຈຳກັດ​ ຫລືມີ​ຄາ​ລ​ເລີຣີໜ້ອຍກວ່າ ​ເຖິງ 3 ​ເທົ່າ ​ເລີ້ມຕັ້ງ​ແຕ່ເວລາພວກ​ສັດ​ເຫລົ່ານີ້ ໃຫຍ່​ຂຶ້ນມາ.


ທ່ານ Weindruck (ວາຍ​ນ ດຣັກ) ຍັງ​ເວົ້າອີກ​ວ່າ ການຄົ້ນຄວ້າ ກ່ຽວ​ກັບພວກລີງນີ້ ຈະດຳ​ເນີນ ​ສືບຕໍ່​ໄປ​ເພື່ອສື​ກສາເບິ່ງວ່າ ພວກລີງ ທີ່​ກິນ​ອາຫານທີ່ມີຄາ​ລ​ເລີຣີ ໜ້ອຍນັ້ນ ຈະມີ​ອາຍຸ ຍືນ​ຍາວ​ ໄດ້​ຫລາຍ​ປານ​ໃດ.

ຜ່ານ​ມາ​ເຫັນ​ວ່າ 37% ຂອງ​ພວກລີງ​ທີ່ສືບຕໍ່ກິນອາຫານ​ຕາມ ປົກກະຕິ ​ໄດ້​ຕາຍ​ຍ້ອນ​ໂຣກທີ່​ກ່ຽວຂ້ອງ​ກັບຄວາມ​ແກ່​ຊະລາ ​ສົມ​ທຽບ​ໃສ່ພວກລີງທີ່​ກິນ​ອາຫານ ທີ່ມີຄາ​ລ​ເລີຣີ ໜ້ອຍກວ່າ​ນັ້ນ ຜັດມີພຽງ​ແຕ່ 13% ​ເທົ່າ​ນັ້ນ ທີ່​ຕາຍ​ຍ້ອນພະຍາດ​ດັ່ງກ່າວ​ນີ້.

ທ່ານ Weindruck (ວາຍ​ນ ດຣັກ) ​ເວົ້າວ່າ ພວກ​ນັກຄົ້ນຄວ້າ ບໍ່​ຮູ້ວ່າ ​ເປັນ​ຫຍັງ​ການຈຳກັດປະລິມານ​ຄາລ​ເລີຣີ ​ທີ່​ກິນເຂົ້າໄປ ໃຫ້ໜ້ອຍລົງນັ້ນ​ ຈື່ງເຮັດ​ໃຫ້​ຊີ​ວິດ​ຍືນ​ຂຶ້ນ ແຕ່​ພວກ​ເຂົາ​ເຈົ້າຄິດ​ວ່າ ມີ​ການ​ປ່ຽນ​ແປງທີ່​ເປັນ​ປະ​ໂຫຍ​ດໃນ​ຂັ້ນຕອນການ​ຜະຫລິດ ພະລັງງານ​ ໃນຮ່າງກາຍຂອງ​ພວກ​ລີງ ທີ່​ກິນອາຫານ​ທີ່​ມີຄາ​ລເລີຣີໜ້ອຍ.

ທ່ານ Weindruck (ວາຍ​ນ ດຣັກ) ຍັງກ່າວຕື່ມ​ວ່າ ການຄົ້ນ ຄວ້າ ​ໄດ້​ສະ​ແດງ​ໃຫ້​ເຫັນອີກ​ວ່າ ພວກລີງທີ່​ກິນ​ອາຫານ ທີ່ຈຳ ກັດ​ຄາ​ລເລີຣີນັ້ນ ບໍ່ພຽງ​ແຕ່​ມີ​ອາຍຸ​ຍືນ​ຂຶ້ນເທົ່ານັ້ນ ພວກ​ເຂົາຍັງ​ມີ​ຄຸນ​ນະພາ​ບຊີວິດ​ທີ່​ດີ​ຂຶ້ນ ​ເພາະ​ມັນ​ເຮັດ​ໃຫ້​ກ້າມ​ເນື້ອຫ່ຽວ​ແຫ້ງ​ຊ້າ​ລົງ ກໍ​ຄື​ເຮັດ​ໃຫ້​ເຖົ້າຊ້າ​ລົງ​ນັ້ນ​ເອງ ​ແລະ ​ເຮັດ​ໃຫ້ສະໝອງ ຫົດ​ຊ້າ​ລົງອີກ ຊື່​ງອາການ​ສະຫມອງ​ຫົດ​ລົງ​ນີ້ ​ແມ່ນ​ສາ​ເຫດ​ທີ່ພາ​ໃຫ້​ເປັນ​ໂຣກປະສາດ​ເຊື່ອມ ຫລື​ຄວາມ​ຈຳ​ເຊື່ອມ.

ຄວາ​ມ​ແຕກ​ຕ່າງ​ໃນ​ດ້ານຮູບຮ່າງຂອງ ພວກລີງທີ່​ກິນ​ອາຫານ ທີ່ ມີຄາ​ລ​ເລີຣີຈຳກັດ ກັບ ພວກທີ່​ກິນ​ອາຫານຕາມ​ໃຈນັ້ນ ​ກໍ​ໂດດ ​ເດ່ັ​ນ. ຄື​ ພວກລີງທີ່ກິນ​ອາຫານ ທີ່ມີຄາ​ລ​ເລີຣີ​ໜ້ອຍ ຈະ​ມີຮູບ​ຮ່າງໜຸ່ມກ່ວາ ​ແລະມີສຸຂະພາບ​ດີກວ່າພວກລີງທີ່​ກິນອາຫານ​ບໍ່​ຈຳກັດ ຊຶ່ງ ມັກ​ຈະອ້ວນ​ພີ​ ​ແລະເຖົ້າ​ແກ່ກວ່າ.

XS
SM
MD
LG