ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນຈະຢ້ຽມຢາມອິນເດັຽເພື່ອເຈຣະຈາໃນຂອບເຂດ ທີ່ກວ້າງຂວາງ ເສີມຂຍາຍຄວາມສັມພັນ 2 ຝ່າຍ


ຄລິນຕັນ - ເອເຊັຽ: ຣັຖມຸນຕຣີການຕ່າງປະ ເທດ ສະຫະຣັດ ທ່ານນາງ HILLARY CLIN TON ອອກເດີນທາງ ໃນວັນພະຫັດ ມື້ນີ້ ເພື່ອ ໄປຢ້ຽມຢາມເຂດເອເຊັຽບ່ອນທີ່ທ່ານນາງ ຫວັງ ວ່າ ຈະສ້າງ ຄວາມກ້າວໜ້າ ໃຫ້ການເປັນພາຄີ ລະຫວ່າງ ສະຫະຣັດ ກັບອິນເດັຽ ດ້ວຍການເຈ ຣະຈາ ໃນຂອບເຂດ ທີ່ກວ້າງຂວາງທີ່ສຸດ ເທົ່າທີ່ເຄີຍມີມາ ລະຫວ່າງ ປະເທດທັງສອງ. ໃນຄຳປາສັຍ ທີ່ກຸງວໍຊິງຕັນ ມື້ວານນີ້ ທ່ານນາງ CLINTON ກ່າວວ່າ ການເຈຣະຈາ ຂອງທ່ານນາງ ກັບພວກຜູ້ນຳອິນເດັຽ ແມ່ນຈະກວມເຖິງ ບັນຫາຕ່າງໆ ໃນດ້ານ ນະໂຍບາຍ ຕ່າງປະເທດ ສາທາຣະນະສຸກ ການສຶກສາ ເສຖກິດ ບັນຫາ ການປ່ຽນແປງ ຂອງ ດິນຟ້າອາກາດ ແລະພະລັງງານ. ໂຄສົກຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ກ່າວຕໍ່ ພວກນັກຂ່າວ ໃນມື້ວານນີ້ວ່າ ສະຫະຣັດຫວັງວ່າ ຈະສ້າງຄວາມກ້າວໜ້າ ໃຫ້ແກ່ການ ເປັນພາຄີ​ຍຸທສາດ ກັບອິນເດັຽ ທີ່ເລີ້ມມາ ໃນປີ 2005 ດ້ວຍຂໍ້ຕົກລົງ ຮ່ວມມື ທາງດ້ານນິວເຄລັຽນັ້ນ ຈົນເຖິງຂໍ້ຕົກລົງ ທີ່ອິນເດັຽ ຈະສາມາດ ຊື້ເທັກໂນໂລຈີ ນິວເຄລັຽ ແລະເຮືອບິນຣົບ ຈາກສະຫະຣັດໄດ້.

ຈີນ - ເສຖກິດ: ຈີນກ່າວວ່າ ເສຖກິດຂອງຕົນ ໄດ້ເຕີບໂຕເກືອບ 8% ໃນໄຕຣມາສທີ 2 ຂອງ ປີ 2009 ໂດຍໄດ້ຮັບ ແຮງຂັບດັນ ຈາກແຜນ ການກະຕຸກຊຸກຍູ້ເສຖກິດຂນາດໃຫຍ່ ທີ່ແນໃສ່ ເພື່ອຊ່ອຍໃຫ້ເສຖກິດຈີນ ຊຶ່ງເປັນເສຖກິດ ທີ່ໃຫຍ່ ອັນດັບ 3 ຂອງໂລກ ລອດພົ້ນ ຈາກສະພາບ ການຕົກ​ຕ່ຳ ຂອງເສຖກິດໂລກ. ກົມສະຖິຕິ ແຫ່ງຊາດ ກ່າວວ່າ ຍອດຜລິດຮວມ ພາຍໃນຂອງຈີນ ໄດ້ຂຍາຍໂຕຂື້ນ 7.9% ສົມທຽບໃສ່ ໄລຍະດຽວກັນ ຂອງປີ 2008 ​ແລະເພີ້ມຂຶ້ນ ຫລາຍສົມຄວນ ຈາກການຂຍາຍໂຕ​ ໃນ​ອັດຕາ 6.1% ຂອງໄຕຣມາສທຳອິດ ຂອງປີ 2009. ນອກນັ້ນ ກົມສະຖິຕິ ແຫ່ງຊາດ ຍັງມີຂ່າວດີ ເພີ້ມຕື່ມ ທາງດ້ານເສຖກິດ ຄືວ່າຍອດຂາຍຍ່ອຍ ຂອງຈີນ ໄດ້ຖີບຂຶ້ນ 15% ໃນໄລຍະ 6 ເດືອນທຳອິດ ຂອງປີ 2009 ຂະນະທີ່ ຣາຄາສິນຄ້າ ​ເຄື່ອງອຸບປະໂພກ ບໍຣິໂພກ ຫລຸດລົງ 1.7% ໃນເດືອນມິຖຸນາ ຜ່ານມາ ຈາກ​ລະດັບ​ຂອງເດືອນດຽວກັນ ​ເມື່ອປີ 2008. ກົມສະຖິຕິ ແຫ່ງຊາດເວົ້າວ່າ ຜົນຜລິດ ທາງດ້ານ ອຸສາຫະກັມຂອງຈີນ ໄດ້ເພີ້ມຂຶ້ນ 10.7% ໃນເດືອນມິຖຸນາ ຫລັງຈາກ ໄດ້ຂຍາຍໂຕ 8.9% ໃນເດືອນພຶສະພາ ຜ່ານມາ.

ຄລິນຕັນ - ມຽນມາ: ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ຢືນ ຢັດວ່າ ຣັຖບານ ທ່ານ OBAMA ມີນະໂຍບາຍ ອັນໜັກແໜ້ນ ເພື່ອຮັບມື ກັບຣັຖບານ ທະຫານ ມຽນມາ. ຮອງຣັຖມຸນຕຣີ ຊ່ອຍວ່າການ ກະຊວງ ການຕ່າງປະເທດ ສະຫະຣັດ ທ່ານ SCOT MARCIEL ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ການທົບທວນ ຄືນເບິ່ງ ນະໂຍບາຍ ຂອງກະຊວງ ການຕ່າງປະເທດ ກ່ຽວ​ກັບມຽນມາ ຍັງບໍ່ທັນແລ້ວ ສຳເຣັດເທື່ອ ເນື່ອງຈາກ ການດຳເນີນຄະດີ ທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານ ຂອງມຽນມາ. ແຕ່ທ່ານ MARCIEL ເວົ້າວ່າ ການຊັກຊ້າ ທີ່ວ່ານີ້ ຈະບໍ່ເປັນ ອຸບປະສັກ ຂັດຂວາງ ບໍ່​ໃຫ້ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ສົນທະນາຫາຣື ກ່ຽວກັບເຣື່ອງ ມຽນມາ ເວລາທ່ານນາງ ໄປຮ່ວມກອງປະຊຸມ ຣະດັບຣັຖມຸນຕຣີ ຂອງອາຊ່ຽນ ທີ່ພູເກັດ ປະເທດໄທ ໃນອາທິດໜ້ານັ້ນ ​ແຕ່​ຢ່າງ​ໃດ. ທ່ານ MARCIEL ຊຶ່ງມີໜ້າທີ່ ເປັນເອກອັຄຣັຖທູດ ສະຫະຣັດ ປະຈຳ ສມາຄົມ ອາຊ່ຽນນຳນັ້ນ ກ່າວວ່າ ນະໂຍບາຍພື້ນຖານ ຂອງວໍຊິງຕັນ ກໍແມ່ນຊຸກຍູ້ ໃຫ້ມີຂັ້ນຕອນ ປະຊາທິປະໄຕ ໃນມຽນມາ ຮວມທັງ ການສົນທະນາຫາຣື ທີ່ພົວພັນກັບ ຣັຖບານທະຫານ ພັກຝ່າຍຄ້ານ ແລະຊົນກຸ່ມນ້ອຍຕ່າງໆ.

ເກົາຫລີເໜືອ - ກິມ: ເກົາຫລີເໜືອ ກ່າວວ່າ ຕົນ​ໄດ້ເລີ້ມ ຖ່າຍທຳ ສາຣະຄະດີ ຮູບເງົາເປັນ ຕອນໆ ກ່ຽວກັ ບຊີວິດ ຂອງຜູ້ນຳ ເກົາຫລີເໜືອ ທ່ານ KIM JONG IL ຊຶ່ງພາໃຫ້ ມີການສັນ ນິຖານ​ ຕ່າງໆ​ນາໆກັນ ຄັ້ງໃໝ່ ກ່ຽວກັບອາການ ດ້ານສຸຂພາບ​ທີ່ແທ້ຈິງຂອງທ່ານ. ອົງການຂ່າວ ສູນກາງ ຂອງທາງການ ເກົາຫລີເໜືອ ກ່າວວ່າ ສາຣະຄະດີ ທີ່ວ່ານີ້ ຈະເນັ້ນໜັກເຖິງ ບົດບາດ ຂອງທ່ານ KIM ໃນການສ້າງຕັ້ງ ອຳນາດປົກຄອງ ຄອມມູນິສນັ້ນ. ມີການ ສັນນິຖານກັນ ເພີ້ມຂຶ້ນ ກ່ຽວກັບສຸຂພາບ ຂອງຜູ້ນຳ ວັຍ 67 ປີ ຂອງເກົາຫລີເໜືອ ນັບແຕ່ ມີລາຍງານວ່າ ຜູ້ກ່ຽວໄດ້ເປັນລົມ ສາຣະບາດ ຢ່າງແຮງ ໃນປີກາຍນີ້. ທ່ານ KIM ມີລັກສນະ ​ຈ່ອຍ​ຜອມ ແລະສັງເກດ ​ເຫັນໄດ້ວ່າ ທ່ານຍ່າງ ແບບຄົນຂາເຄ ໃນລະຫວ່າງ ການໄປປາກົດໂຕ​ໃນສັບປະດາ ແລ້ວນີ້ ໃນພິທີ ໄວ້ອາລັຍ ເນື່ອງໃນໂອກາດ ວັນຄົບຮອບ ການເຖິງແກ່ ມໍຣະນະກັມ 15 ປີຂອງມື້ລາງ ທ່ານ KIM IL SUNG ບິດາຂອງທ່ານ ຊຶ່ງເປັນຜູ້ສ້າງຕັ້ງ ປະເທດເກົາຫລີເໜືອນັ້ນ. ໂທຣະພາບ YTN ຂອງເກົາຫລີໃຕ້ ລາຍງານ ໃນຕົ້ນອາທິດນີ້ວ່າ ທ່ານ KIM ເປັນມະເຮັງ ໃນມ້າມ ແລະການປ່ວຍ ຂອງທ່ານ ແມ່ນຮ້າຍແຮງ ເປັນພັຍຂົ່ມຂູ່ ຕໍ່ຊີວິດ.

ມຽນມາ - ຢາເສບຕິດ: ເຈົ້າໜ້າທີ່ມຽນມາ ກ່າວວ່າ ມີ 3 ຄົນ ໄດ້ຖືກຈັບ ໃນອັນທີ່ ເຈົ້າ ໜ້າທີ່ເອີ້ນວ່າ ເປັນການຢຶດ ຢາເສບຕິດ ຄັ້ງ ໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາ ໃນມຽນມາ. ຕຳຣວດ ປາບຢາເສບຕິດ ຂອງມຽນມາ ຢຶດໄດ້ເຮໂຣອີນ 762 ກິໂລ ພ້ອມກັບຢາບ້າ 340 ພັນເມັດ ຈາກຣົດບັນທຸກ ຄັນນຶ່ງ ທີ່ແລ່ນໄປມາ ໃນເມືອງທ່າຂີ້ເຫລັກ ໃນພາກຕາເວັນອອກ ຂອງປະເທດ ໃກ້ໆບໍຣິເວນຊາຍແດນ ໄທມຽນມາ ໃນມື້ວັນສຸກ ສັບປະດາແລ້ວ. ຣົດບັນທຸກ ຄັນດັ່ງກ່າວ ໄດ້ຢຸດຈອດ ທີ່ດ່ານກວດ ແຫ່ງນຶ່ງ ເວລາພວກເຈົ້າໜ້າທີ່ ເຂົ້າທຳ​ການ​ ກວດຄົ້ນ. ມຽນມາ ເປັນປະເທດ ທີ່ຜລິດເຮໂຣອີນ ຫລາຍເປັນ ອັນດັບສອງ ຂອງ​ໂລກ ຮອງຈາກ ອັຟການິສຖານ ຕລອດທັງ ເປັນແຫລ່ງທີ່ມາ ອັນສຳຄັນ ຂອງຢາບ້າ METHAMPHETAMINE.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ພະນັກງານ ຄົນນຶ່ງ ຂອງອົງການ ສະຫະປະຊາ ຊາດ ທີ່ເຮັດວຽກ ຢູ່ສູນອົພຍົບແຫ່ງນຶ່ງ ໃນພາກ ຕາເວັນຕົກ ສຽງເໜືອ ຂອງປາກິສຖານ ໄດ້ຖືກຍິງຕາຍ ໃນລະຫວ່າງທີ່ ຄົນຮ້າຍພະຍາຍາມ ຈະລັກພາໂຕ ຜູ້ກ່ຽວ​ໄປ ໃນວັນພະຫັດ ມື້ນີ້. ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ກ່າວວ່າ ພະນັກງານຄົນນີ້ ເປັນຜູ້ຊາຍ ຊາວປາກິສຖານ ເຮັດວຽກທີ່ ສູນອົພຍົບ KACHA GARHI ໃກ້ໆເມືອງ PESHAWAR ​ແລະວ່າ ມືປືນ ໄດ້ຍິງພະນັກງານຄົນນີ້ ຫລາຍໆຄັ້ງ ຂະນະທີ່ພວກເຂົາ ພະຍາຍາມ ຈະຈັບໂຕລາວໄປ. ຜູ້ກ່ຽວ ໄດ້ຖືກນຳໂຕສົ່ງ ໂຮງພະຍາບານ ບ່ອນທີ່ນາຍ​ແພດ ແຈ້ງໃຫ້ຊາບວ່າ ລາວເສັຽຊີວິດແລ້ວ. ຕຳຣວດເວົ້າວ່າ ນອກນັ້ນ ພວກມືປືນ ຍັງໄດ້ຍິງ ຍາມຮັກສາ ຄວາມສະງົບ ທີ່ສູນອົພຍົບ ຄົນ​ນື່ງ ແຕ່ມີລາຍງານ ຂັດແຍ້ງກັນ ກ່ຽວກັບວ່າ ຍາມຄົນ​ນີ້ ໄດ້ຮັບບາດເຈັບ ຫລືເສັຽຊີວິດ ກັນແທ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG