ທະນາຄານຮ່ວມທຶນ ລາວ-ຫວຽດນາມເປັນທະນາຄານ ທີ່ເຕີບໂຕ ໃນທຸລະກິດທະນາ ຄານຢ່າງໄວວາທີ່ສຸດໃນລາວ ໂດຍຈາກການດຳເນີນກິດຈະການ ໃນໄລຍະ 10 ປີ ມານີ້ ກໍປະກົດວ່າ ມີມູນຄ່າຊັບສິນ ເພີ້ມ ຂຶ້ນເຖິງ 25 ເທົ່າ ແລະ ມີຜົນກຳໄລ ເພີ້ມ ຂຶ້ນ ໂດຍສະເລ່ຍ ເຖິງ 30% ໃນແຕ່ລະປີ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກລັດຖະມົນຕີ ຜູ້ປະຈຳການຄະນະລັດຖະບານລາວ ໃນຖານະປະທານຄະນະ ກຳມະການກຳກັບດູແລທະນາຄານແຫ່ງຊາດລາວ ໄດ້ຖະແຫລງເນື່ອງໃນໂອກາດ ເປັນປະທານໃນພິທີສະເຫລີມສະຫລອງ ໃນວາລະຄົບຮອບ 10 ປີຂອງການ ຈັດຕັ້ງທະນາ ຄານຮ່ວມທຶນລະຫວ່າງລາວ ກັບຫວຽດນາມ ຫລື Lao-Viet Bank ວ່າທະນາຄານລາວ ແລະ ຫວຽດນາມຊຶ່ງເປັນພາກສ່ວນໜຶ່ງໃນຂໍ້ຕົກລົງວ່າດ້ວຍຄວາມຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍຄື ລັດຖະບານລາວ ແລະ ຫວຽດນາມນັ້ນ ນັບເປັນທະນາຄານທີ່ມີການຂະຫຍາຍເຕີບໂຕ ທາງດ້ານທຸລະກິດທະນາຄານຢ່າງໄວວາທີ່ສຸດຢູ່ໃນປະເທດ ລາວ. ພ້ອມກັນນີ້ ທ່ານ ສົມສະຫວາດ ກໍຍັງໄດ້ສະແດງຄວາມເຊື່ອໝັ້ນດ້ວຍວ່າ ທະນາ ຄານດັ່ງກ່າວນີ້ ຈະຍັງຄົງມີການຂະຫຍາຍການເຕີບໂຕທາງທຸລະກິດຕໍ່ໄປຢ່າງບໍ່ຢຸດຢັ້ງ ເຖິງແມ່ນວ່າ ຈະຕ້ອງປະເຊີນກັບບັນຫາວິກິດການທາງເສດຖະກິດການເງິນໂລກ ໃນປະ ຈຸບັນນີ້ກໍຕາມ ຫາກແຕ່ວ່າ ດ້ວຍການທີ່ໄດ້ຮັບການສະໜັບສະໜູນສົ່ງເສີມ ຈາກທັງທະນາ ຄານແຫ່ງຊາດລາວ ແລະ ທະນາຄານແຫ່ງຊາດຫວຽດນາມ ກໍຄືລັດຖະບານຂອງທັງ ສອງປະເທດເປັນຢ່າງດີນັ້ນ ກໍຍິ່ງເຮັດໃຫ້ການດຳເນີນທຸລະກິດຂອງທະນາຄານ ລາວ- ຫວຽດນາມ ມີການຂະຫຍາຍເຕີບໂຕເພີ້ມຂຶ້ນໃນທຸກໆດ້ານ ແລະ ຢ່າງຕໍ່ເນື່ອງອີກດ້ວຍ.
ທັງນີ້ ໂດຍໃນໄລຍະ 10 ທີ່ຜ່ານມາຂອງການດຳເນີນກິດຈະການ ປາກົດວ່າ ທະນາ ຄານ ລາວ-ຫວຽດນາມໄດ້ເພີ້ມທຶນຈົດທະ ບຽນ ຈາກ 10ລ້ານ ໂດລາສະຫະລັດ ເປັນ 15ລ້ານ ໂດລາສະຫະລັດ ແລະ ໃນຫມໍ່ໆນີ້ ກໍຍັງຈະເພີ້ມທຶນຈົດທະບຽນເປັນບໍ່ໜ້ອຍ ກວ່າ 37.5ລ້ານ ໂດລາສະຫະລັດ ອີກດ້ວຍ.
ສ່ວນກ່ຽວກັບຊັບສິນຂອງທະນາຄານນັ້ນ ກໍປາກົດວ່າ ມີມູນຄ່າລວມເກີນກວ່າ 250 ລ້ານໂດລາສະຫະລັດ ແລ້ວໃນປະຈຸບັນ ໂດຍໄດ້ເພີ້ມຂຶ້ນຈາກໃນໄລຍະຂອງການຈັດຕັ້ງ ທະນາຄານຂຶ້ນໃໝ່ໆ ເຖິງ 25 ເທົ່າຕົວ ແລະ ໃນຂະນະດຽວກັນ ກໍໄດ້ມີການປ່ອຍເງິນກູ້ ຫລື ສິນເຊື່ອໃຫ້ກັບບັນດາຫນ່ວຍທຸລະກິດຕ່າງໆ ທີ່ພົວພັນການຄ້າ ແລະ ການລົງທຶນລະຫວ່າງລາວກັບຫວຽດນາມໄປແລ້ວ ຄຶດເປັນມູນຄ່າລວມກັນຫລາຍກວ່າ 150ລ້ານ ໂດລາສະຫະລັດ ແລະ ກໍສາມາດລະດົມເງິນຝາກໄດ້ຫລາຍກວ່າ 200ລ້ານ ໂດລາສະ ຫະລັດ ຫລື ເພີ້ມຂຶ້ນເຖິງ 35% ໃນແຕ່ລະປີ.
ໃນປະຈຸບັນນີ້ ເຖິງແມ່ນວ່າ ທະນາຄານ ລາວ-ຫວຽດນາມ ຈະມີສາຂາຂອງທະນາຄານ ຢູ່ພຽງແຕ່ສີ່ແຫ່ງ ແລະ ສຳນັກງານໃຫຍ່ຢູ່ນະຄອນຫລວງວຽງຈັນອີກໜຶ່ງແຫ່ງເທົ່ານັ້ນກໍຕາມ, ຫາກແຕ່ວ່າ ທະນາຄານ ລາວ-ຫວຽດນາມນັ້ນ ກໍຍັງສາມາດສ້າງຜົນກຳໄລໄດ້ສະເລ່ຍເຖິງ 30% ໃນແຕ່ລະປີ ແລະ ໃນຂະນະດຽວກັນ ກໍມີການໂອນ ແລະ ແລກປ່ຽນເງິນຕາລະຫວ່າງ ລາວກັບຫວຽດນາມ ຄິດເປັນມູນຄ່າລວມຫລາຍກວ່າ 450 ລ້ານ ໂດລາ ສະຫະລັດ ຫລື ຫລາຍກວ່າ 3.000ຕື້ ດົງ.
ນອກຈາກນັ້ນ ທະນາຄານ ລາວ-ຫວຽດນາມ ກໍຍັງໄດ້ສະໜັບສະໜູນເງິນກູ້ ຫລື ສິນເຊື່ອໃຫ້ກັບໂຄງການກໍ່ສ້າງເຂື່ອນເຊຂະໝານຢູ່ໃນພາກໃຕ້ຂອງລາວ ທີ່ເປັນການລົງທຶນໂດຍຫວຽດນາມ ໂຄງການກໍ່ສ້າງຖະໜົນ ເລກ 18B ເພື່ອເຊື່ອມຕໍ່ການຄົມນະຄົງຂົນສົ່ງ ລະ ຫວ່າງ ແຂວງພາກໃຕ້ຂອງລາວ ກັບຊາຍແດນໃນເຂດພາກກາງຂອງຫວຽດນາມ ແລະ ໂຄງການພັດທະນາລະບົບໂຄງຂ່າຍພື້ນຖານຕ່າງໆ ຈຳນວນໜຶ່ງ.
ຍິ່ງໄປກວ່ານັ້ນ ຄະນະບໍລິຫານ ຂອງທະນາຄານ ລາວ-ຫວຽດນາມ ກໍຍັງໄດ້ຕັ້ງເປົ້າໝາຍ ທີ່ຈະປະກອບສ່ວນເຂົ້າຢ່າງສຳຄັນ ໃນການເຮັດໃຫ້ມູນຄ່າການຄ້າລະຫວ່າງ ລາວກັບຫວຽດນາມ ເພີ້ມຂຶ້ນເປັນບໍ່ໜ້ອຍກວ່າ 1.000ລ້ານ ໂດລາສະຫະລັດ ພາຍໃນປີ 2010 ແລະ ເພີ້ມຂຶ້ນເປັນເຖິງ 2.000ລ້ານ ໂດລາ ສະຫະລັດ ໃຫ້ໄດ້ພາຍໃນປີ 2015 ຊຶ່ງລວມໄປເຖິງ ການທີ່ຈະສົ່ງເສີມໃຫ້ພາກເອກະຊົນຫວຽດນາມ ເພີ້ມການລົງທຶນຢູ່ໃນລາວໃຫ້ໄດ້ຫລາຍກວ່າ 1.000 ລ້ານໂດລາສະຫະລັດ ໃນແຕ່ລະປີອີກດ້ວຍ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 11 ກໍລະກົດ 2009