ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານາທິບໍດີໄລບີເຣັຽ ກ່າວວ່າ ການດຳເນີນຄະດີ ອາຊຍາກັມສົງຄາມຕໍ່ທ່ານ ແມ່ນອີງຕາມການຕົວະລ່າຍ


ອາຊຍາກັມສົງຄາມ - ທ່ານເທເລີ: ອະດີດ ປະທານາທິບໍດີ ໄລບີເຣັຽ ທ່ານ CHARLES TAYLOR ​ໄດ້ໃຫ້ການ ເປັນເທື່ອທຳອິດ ໃນ ການດຳເນີນຄະດີ ອາຊຍາກັມສົງຄາມ ຕໍ່ທ່ານ ທີ່ນະຄອນ HAGUE ປະເທດ NETHER- LAND ໂດຍກ່າວວ່າ ການດຳເນີນຄະດີຕໍ່ທ່ານ ແມ່ນອີງຕາມການຕົວະລ່າຍ. ທ່ານ TAYLOR ກ່າວຕໍ່ສານວ່າ ມັນເປັນເຣື່ອງ ທີ່ບໍ່ໜ້າເຊື່ອ ແລະໂຊກຮ້າຍທີ່ສຸດ ທີ່ໄອຍະການ ຈະກາງຕໍ່ ແຕ່ໃນສິ່ງ ທີ່ທ່ານເອີ້ນວ່າ ການໃຫ້ຂໍ້ມູນ ທີ່ບໍ່ຖືກຕ້ອງ ແລະຂ່າວລື ກ່ຽວກັບບົດບາດ ຂອງທ່ານ ໃນສົງຄາມກາງເມືອງ ທີ່ນອງເລືອດ ເປັນເວລາ 10 ປີ ຂອງປະ​ເທດເພື່ອນບ້ານ SIERRA LEONE ທີ່ໄດ້ສິ້ນສຸດລົງ ໃນປີ 2002. ທ່ານໄດ້ກ່າວ ເຖິງລູກ 14 ຄົນຂອງທ່ານ ເວລາທ່ານເວົ້າວ່າ ທ່ານໄດ້ທຳການຕໍ່ສູ້ ມາຕລອດຊີວິດ ຂອງທ່ານ ເພື່ອກະທຳ ໃນສິ່ງທີ່ທ່ານເຊື່ອວ່າ ຖືກຕ້ອງ. ອະດີດ ຜູ້ນຳວັຍ 61 ປີ ຂອງໄລບີເຣັຽ ຖືກກ່າວຫາວ່າ ໃຫ້ການສນັບສນຸນ ຕໍ່ກຸ່ມ ແນວໂຮມປະຕິວັດ ໃນ SIERRA LEONE ໂດຍໄດ້ລັກລອບ ສົ່ງອາວຸດ ໄປໃຫ້ ພວກກະບົດຈຸນີ້ ເພື່ອແລກປ່ຽນ ກັບອັນທີ່ເອີ້ນວ່າ “ເພັດເລືອດ” ນັ້ນ.

ກຳປູເຈັຽ - ຂເມນແດງ: ເຈົ້າໜ້າທີ່ສອບປາກ ຄຳ​ລະດັບ ອະວຸໂສຄົນນຶ່ງ ຂອງສູນຄຸມຂັງ ທີ່ມີ ຊື່ສຽງ​ເນົ່າ​ເໝັນຂອງພວກ ຂເມນແດງ ໄດ້ປະຕິ ເສດໃນວັນອັງຄານມື້ນີ້ວ່າ ລາວບໍ່ໄດ້ທໍຣະມານ ພວກນັກໂທດ ທັງໆທີ່ ຄຳໃຫ້ການ ຂອງນາຍ​ຜູ້ກ່ຽວ ກ່ອນໜ້ານີ້ ເວົ້າວ່າ ການທໍຣະມານ ແມ່ນເປັນເຣື່ອງທັມມະດາທີ່ຄຸກ​ດັ່ງກ່າວ. ນາຍ MAM NAI ອາຍຸ 76 ປີ ກ່າວຕໍ່ສານ ພິຈາ ລະນາ​ຄະດີ ຂ້າລ້າງເຜົ່າພັນ ທີ່ໄດ້ຮັບ ການ ໜຸນຫລັງ ຈາກອົງການ ສະຫະປະຊາຊາດ ທີ່ນະຄອນຫລວງ ພະນົມເປັນວ່າ ລາວບໍ່ເຄີຍ ທຳການທໍຣະມານ ຍ້ອນລາວເຊື່ອວ່າ ການທໍ ຣະມານ ຈະນຳພາໄປສູ່ ການສາຣະພາບຜິດ ທີ່ບໍ່ຖືກຕ້ອງ. ນາຍ MAM NAI ໄດ້ໄປໃຫ້ການ ຕໍ່​ສານ ໃນຖານະພະຍານ ບໍ່ແມ່ນຈຳເລີຍ ໃນການດຳເນີນຄະດີ ຂ້າລ້າງເຜົ່າພັນ ຕໍ່ນາຍ KAING GUEK EAV ທີ່ຮູ້ກັນດີ ໃນອີກຊື່ນຶ່ງວ່າ ນາຍ DUCH ຊຶ່ງເປັນຫົວໜ້າ ສູນຄຸມຂັງ TOUL SLENG ໃນກຳປູເຈັຽ ແຕ່ປີ 1975 ຫາ 1979 ນັ້ນ. ເປັນທີ່ເຊື່ອກັນວ່າ ມີຫລາຍກວ່າ 15 ພັນຄົນ ໄດ້ຖືກທໍຣະມານ ທີ່ຄຸກດັ່ງກ່າວນີ້ ກ່ອນຈະຖືກຂ້າຕາຍ. ມີພວກນັກໂທດ ບໍ່ຮອດ 10 ຄົນ ທີ່ລອດຊີວິດ ມາໄດ້.

ການເມືອງຍີ່ປຸ່ນ: ນາຍົກຣັຖມຸນຕຣີຍີ່ປຸ່ນທ່ານ TARO ASO ລອດພົ້ນຈາກການລົງມະຕິບໍ່ໄວ້ ວາງໃຈ ຣັຖບານ ຢ່າງງ່າຍດາຍ ຢູ່ໃນສະພາຕ່ຳ ຂອງຍີ່ປຸ່ນ ທີ່ຄວບຄຸມໂດຍ ພັກເສຣີປະຊາທິປັດ ຂອງທ່ານ ໃນວັນອັງຄານ ມື້ນີ້. ສະພາຕ່ຳຂອງ ຍີ່ປຸ່ນ ໄດ້ລົງຄະແນນສຽງ ບໍ່ເຫັນພ້ອມ ກັບມະຕິ ບໍ່ໄວ້ວາງໃຈຣັຖບານ ດ້ວຍຄະແນນ 333 ຕໍ່ 139 ສຽງ. ສ່ວນສະພາສູງ ທີ່ຄວບຄຸມໂດຍ ພັກປະຊາທິປັດ ຂອງຍີ່ປຸ່ນ ຊຶ່ງເປັນພັກ ຝ່າຍຄ້ານນັ້ນ ໄດ້ຮັບຜ່ານ ມະຕິດັ່ງກ່າວ ໃນການລົງ ຄະແນນສຽງ ໃນເວລາຕໍ່ມາ ​ໃນ​ຕອນ​ບ່າຍ ຂອງມື້ນີ້. ​ແຕ່ມະຕິດັ່ງກ່າວ ບໍ່ມີຜົນບັງຄັບ ທາງກົດໝາຍ ແລະບໍ່ມີ ຈຸດປະສົງຫຍັງ ນອກເໜືອໄປຈາກ ສ້າງຄວາມ ອັບອາຍຂາຍໜ້າ ໃຫ້ແກ່ ນາຍົກຣັຖມຸນຕຣີ ASO. ການລົງຄະ​ແນນ​ສຽງ​ ກ່ຽວ​ກັບມະຕິ ທັງສອງ ໄດ້ມີຂຶ້ນ ນຶ່ງມື້ ຫລັງຈາກທ່ານ ASO ປະກາດວ່າ ທ່ານຈະຍຸບສະພາ ໃນອາທິດໜ້າ ແລະຮຽກໃຫ້ຈັດ ການເລືອກຕັ້ງທົ່ວໄປ ຂື້ນພາຍໃນ ວັນທີ 30 ສິງຫາ ຈະມານີ້.

ຈີນ - ອອສເຕຣເລັຽ: ສື່ມວນຊົນຂອງທາງ ການຈີນ ລາຍງານວ່າ ເຈົ້າໜ້າທີ່ ພວມດຳເນີນ ການສືບສວນ ບໍຣິສັດເຫລັກກ້າພາຍໃນປະເທດ 5 ແຫ່ງ ໃນການສອບສວນ ທີ່ຂຍາຍວົງກວ້າງ ອອກ ກ່ຽວກັບ ການກ່າວຫາທີ່ວ່າ ມີການເຮັດ ໃຫ້ຄວາມລັບຂອງຣັດ ຮົ່ວໄຫຼ ໄປຍັງບໍຣິສັດ ບໍ່ແຮ່ຮ່ວມທຶນຍັກໃຫຍ່ ອັງກິດ ອອສເຕຣເລັຽ RIO TINTO. ໜັງສືພິມ CHINA DAILY ຂອງທາງການຈີນ ລາຍງານ ໃນມື້ນີ້ວ່າ ນອກ ຈາກຜູ້ຈັດການ ຫລາຍໆຄົນ ຂອງບໍຣິສັດ ເຫຼັກກ້າແລ້ວ ເຈົ້າໜ້າທີ່ ຈາກສມາ​ຄົມເຫຼັກ ແລະເຫລັກກ້າ ຂອງຈີນ ກໍໄດ້ຖືກສືບສວນ ນຳດ້ວຍ. ບໍຣິສັດ RIO TINTO ແລະບໍຣິສັດ ຂາຍແຮ່ເຫຼັກອື່ນໆ ໄດ້ຖືກ ກ່າວຫາວ່າ ໃຫ້ເງິນສິນບົນ ແກ່ຄະນະບໍຣິຫານ ຂອງບໍຣິສັດເຫລົ່ານີ້ ເພື່ອແລກກັບ ຂໍ້ມູນເຊັ່ນວ່າ ຣະດັບຂອງຮຸ້ນ ບໍຣິມາດຂອງການຜລິດ ແລະຂໍ້ມູນ ທາງດ້ານການເງິນ. ເຈົ້າໜ້າທີ່ ນະຄອນຊຽງໄຮ້ ກຳລັງຄວບຄຸມໂຕ ຄນະບໍຣິຫານ 4 ຄົນ ຂອງບໍຣິສັດ RIO TINTO ​ໄວ້ ຮວມທັງ ຊາວອອສເຕຼເລັຽ ຄົນນຶ່ງ ໃນຂໍ້ຫາ ລັກຂະໂມຍ ຄວາມລັບຂອງຣັດ.

ອີຣ່ານ - ການປະຫານຊີວິດ: ສື່ມວນຊົນ ຂອງທາງການ ອີຣ່ານ ລາຍງານວ່າ ອີຣ່ານ ໄດ້ປະຫານຊີວິດດ້ວຍການແຂວນຄໍ ສະມາຊິກ 13 ຄົນ ຂອງພວກມຸສລິ​ມ ນິກາຍຊຸນນີ່ ຫົວ ຮຸນແຮງກຸ່ມນື່ງ ທີ່​ຊື່ວ່າ JUNDALLAH ຫລື ທະຫານພຣະເຈົ້າ ລາຍງານຂ່າວ​ ທີ່​ອອກ​ມາ ໃນວັນອັງຄານມື້ນີ້ ແຈ້ງວ່າ ການປະຫານຊີວິດ ໄດ້ມີຂຶ້ນ ທີ່ຄຸກແຫ່ງນຶ່ງ ທີ່ເມືອງ ZAHEDAN ທາງພາກຕາເວັນອອກ ສຽງໃຕ້ ຂອງອີຣ່ານ. ລາຍງານເວົ້າວ່າ ພວກເຈົ້າໜ້າທີ່ ໄດ້ປ່ຽນໃຈ ໃນນາທີສຸດທ້າຍ ແລະຕັດສິນໃຈ ປະຫານຊີວິດ ພວກນັກໂທດ ເຫລົ່ານີ້ ຢູ່​ໃນຄຸກ ແທນທີ່ຈະແມ່ນ ສະຖານທີ່ ສາທາຣະນະ. ເຈົ້າໜ້າທີ່ອີຣ່ານ ກ່າວວ່າ ພວກຫົວຮຸນແຮງ ຈຸນີ້ ເປັນພວກ ກໍ່ການຮ້າຍ ທີ່ມີສ່ວນພົວພັນ ກັບການກໍ່ອາຊຍາກັມ ຫລາຍ​ຄັ້ງ ຮວມທັງ ການຄາຕກັມນຳ. ກຸ່ມ JUNDALLAH ມີຖານປະຕິບັດງານ ໃນພາກຕາເວັນອອກ ສຽງໃຕ້ ຂອງອີຣ່ານ ໃກ້ໆຊາຍແດນ ຕິດກັບປາກິສຖານ.

ໂຊມາເລັຽ - ການລັກພາໂຕ: ພວກທີ່ເຫັນ ເຫດການ ກ່າວວ່າ ຊາວຝຣັ່ງ 2 ຄົນ ໄດ້ຖືກລັກ ພາໂຕ​ ໂດຍຄົນ​ຮ້າຍ ​ທີ່​ໃຊ້​ປືນຈີ້​ເຂົາ​ເຈົ້າ​ໄປ ຈາກໂຮງແຮມແຫ່ງນຶ່ງ ທີ່ນະຄອນຫລວງ MOGADISHU ຂອງໂຊມາເລັຽ. ມີມືປືນ ຢ່າງນ້ອຍ 10 ຄົນ ໄດ້ບຸກເຂົ້າໄປ ໃນໂຮງແຮມ SAHAFI ແລະປົດອາວຸດ ພວກຄົນຍາມ ແລ້ວກໍຈີ້ ເອົາຊາວຕ່າງປະເທດ ທັງສອງ ໄປຈາກຫ້ອງ ຂອງພວກເຂົາເຈົ້າ. ໃນຂັ້ນຕົ້ນ ເຊື່ອກັນວ່າ ພວກຜູ້ຊາຍທັງສອງ ເປັນນັກຂ່າວ ແຕ່ບັດ​ນີ້ ແຫລ່ງຂ່າວເວົ້າວ່າ ບຸກຄົນທັງສອງ ເປັນທີ່ປຶກສາ ທີ່​ມາ​ຈາກ ກອງທັບຝຣັ່ງ. ໂຊມາເລັຽ ໄດ້ຕົກ​ຢູ່​ໃນ​ ຄວາມຈະລາຈົນວຸ້ນວາຍ ນັບແຕ່ພວກຂຸນເສິກ ໄດ້ໂຄ່ນລົ້ມ ຈອມຜະເດັດການລົງ ໃນປີ 1991. ພົລເຮືອນ ຊາວໂຊມາເລັຽ ຈຳນວນ ຫລາຍໆພັນຄົນ ໄດ້ເສັຽຊີວິດ ນັບແຕ່ປີ 2006 ເປັນຕົ້ນມາ ໃນການ ສູ້ຣົບກັນ ລະຫວ່າງ ພວກກະບົດມຸສລິມ ແລະກຳລັງ ທະຫານຣັຖບານ ທີ່ໄດ້ຮັບ ການໜຸນຫລັງ ຈາກອົງການ ສະຫະປະຊາຊາດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.


XS
SM
MD
LG