ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍາດແຍ່ງອຳນາດ ຢູ່ໃນປະເທດໄນເຈີ


<!-- IMAGE -->

ເປັນທີ່ນ່າ​ເສັຽ​ໃຈ​ຍິ່ງ ທີ່​ປະ​ເທດ Niger ໄດ້​ເຂົ້າຮ່ວມຢູ່​ໃນ​ບັນຊີ ອັນ​ຍາວ​ຢຽດ​ຂຶ້ນ​ເລື້ອຍໆຂອງ​ບັນດາປະ​ເທດ​ອັຟຣິກາ​ທັງຫຼາຍທີ່ສັ່ນ​ສະ​ເທືອ​ ນຍ້ອນ​ການ​ຕໍ່ສູ້​ກັນ​ກ່ຽວ ກັບ​ອຳນາດ​ຂອງ​ປະທານາທິບໍດີນັ້ນ. ​ໃນ​ການ​ຊຸກຍູ້​ໃຫ້​ຈັດຕັ້ງ​ການ​ລົງ​ປະຊາ​ມະຕິ​ຂຶ້ນ​ ​ເພື່ອ​ເສີມ​ຂຍາຍ​ອຳນາດ​ຂອງ​ຜູ້ກ່ຽວ​ນັ້ນ ປະທານ​າທິບໍດີ ມາ​ມາ​ດູ ຕັນ​ຢາ ​ໄດ້​ເອົາ​ບົດບາດ​ອັນ​ເປັນ​ການ​ຂົ່ມຂູ່​ສະ​ເຖັຽຣະພາບ​ແລະ​ປະຊາທິປະ​ໄຕ​ໃນ​ປະ​ເທດ​ຂອງເຂົາ ​ຊື່ງ​ພາ​ໃຫ້ ສຫຣ ຈຶ່ງ​ຕ້ອງ​ໄດ້​ຕິດຕາມ​ເບິ່ງ​ສະຖານະ​ການ​ດ່ັງກ່າວ​ຢ່າງ​ໄກ້​ຊິດ.

<!-- IMAGE -->

ວິ​ກິ​ຕການ​ທີ່ວ່າ​ນີ້​ໄດ້​ເຣີ່ມຂຶ້ນ​ເມື່ອ​ເດືອນ​ແລ້ວ​ນີ້ ເວລາ​ສານ​ສູງ​ສຸດ​ຂອງ Niger ໄດ້ອອກ​ດີກາ​ຢ່າງ​ຜິດ​ກົດໝາຍ ​ໃຫ້​ ປ. ຕັນ​ຢາ ດຳ​ເນີນ​ການ​ຢັ່ງ​ປະຊາ​ມະຕິທີ່ວ່າ​ນັ້ນ ​ເພື່ອ​ແນ​ໃສ່​ການແກ້​ໄຂຣັຖທັມມະ​ນູນ ​ເພື່ອ​ໃຫ້​ຜູ້ກ່ຽວ​ເອງ​ ໄດ້​ສມັກ​ເປັນ​ ປ. ​ຕື່ມ​ສມັຍ​ນຶ່ງອີກ​ສາມ​ປີ. ປ​. ຜູ້​ຊຶ່ງ​ມີ​ກຳນົດ​ຈະ​ອອກ​ໄປ ໃນ​ຕອນ​ທ້າຍ​ເທີ​ມທີ​ສອງ ​ໃນ​ທ້າຍ​ປີ​ນີ້ ​ໄດ້​ທຳ​ການປ່ຽນ​ແປງ ໂດຍໄດ້​ຍຸບ​ສານ​ແລະ​ປະກາດ​ວ່າ ຕັ້ງ​ແຕບັດ​ນີ້ເປັນ​ຕົ້ນໄປຕົນ​ຈະ​ປົກຄອງ​ດ້ວຍ​ຄຳ​ສັ່ງ​ຫຼື​ດີກາ. ຄວາມ​ເຄັ່ງ​ຕຶງ​ໄດ້​ທວີ​ຂຶ້ນ ​ເວລາ​ ຜູ້ກ່ຽວ​ປະກາດ​ພາວະ​ສຸກ​ເສີນ ຍຸບ​ສະພາ​ແຫ່ງ​ຊາດ ​ໄດ້​ກັກ​ຂັງ​ໄລຍະ​ນຶ່ງ ທ່ານ ມາ​ຫາ​ມາ​ດູ ອີ​ຊູ​ຟູ ຜູ້ນຳ​ທີ່ມີ​ຊື່​ສຽງ​ຂອງ​ຝ່າຍ​ຄ້ານ ​ແລະ​ໄດ້​ສັ່ງ​ໃຫ້​ທັບ​ມ້າງ​ສື່​ມວນ​ຊົນ​ຂອງ​ຊາດ ​ເພື່ອ​ຈຳກັດ​ຮັດ​ແຄບການ​ສົນທະນາ​ກັນ​ເຣື່ອງການ​ການ​ກະທຳ​ຂອງ​ຜູ້ກ່ຽວ. ສະຫະພັນອັຟຣິກາໄດ້​ສົ່ງ​ຜູ້​ແທນ​ຄນະ​ນ່ຶງ​ໄປ​ຍັງ Niger ເພື່ອຊ່ອຍ​ເຫຼືອ​ທຸກ​ພັກ​ຝ່າຍໃຫ້​ແກ້ ໄຂ​ຄວາມ​ຂັດ​ແຍ້​ງຂອງ​ພວກ​ເຂົາ​ເຈົ້າ ແລະ​ເພື່ອຊອກ​ຫາ​ຂໍ້​ແກ້​ໄຂ​ບັນຫາ​ວິ​ກິ​ຕການນີ້ຢ່າງ​ສັນຕິ.ນອກຈາກ​ນີ້​ແລ້ວ​ ປະຊາ​ຄົມ​ເສ​ຖກິດ​ຂອງ​ອັຟຣິກາ​ຕາ​ເວັນ​ຕົກ ຍັງ​ມີ​ຄວາມ​ກັງວົນ​ ​ແລະ​ໃນ​ຖ​ແລງ​ການສບັບນຶ່ງ​ຍັງ​ເວົ້າ​ວ່າ ອາດ​ຈະ​ມີ​ການ​ລົງ​ໂທດ​ທາງ​ດ້ານເສ​ຖກິດ​ຕໍ່​ປະທານາທິບໍດີ​ດັ່ງກ່າວຖ້າວ່າ ບົດບາດ​ຂອງ​ຜູ້ກ່ຽວ​ຫາກ​ຂັດ​ກັບ​ຫຼັກການ​ປະຊາທິປະ​ໄຕ. ຖ້າ​ເປັນ​ແນວ​ນັ້ນກໍ​ຈະ​ເປັນ​ໂຊກ​ຮ້າຍຫຼາຍ​ເພາະວ່າ​ມັນ​ຈະ​ເປັນ​ຜົນ​ສະທ້ອນ​ ໜັກໄປ​ຕ່ືມ​ທ່ີ​ຈະສ້າງ​ຄວາມ​ລຳບາກ​ຍາກ​ແຄ້ນໃຫ້​ແກ່​ປະຊາຊົນຂອງ​ຊາດ​ນຳ.​

ປະ​ເທດNigerໄດ້​ທຳ​ຄວາມ​ກ້າວໜ້າມາ​ຢ່າງ​ຫຼວງຫຼາຍ ​ເມື່ອ​ບໍ່​ຫຼາຍ​ປີຜ່ານມາ​ນີ້ ​ໄປ​ສູ່ກາ​ນສົ່ງ​ເສີມ​ການ​ປົກຄອງ​ທ່ີ​ດີ​ແລະ​ການ​ມີ​ຕົວ​ບົດ​ກົດໝາຍ​ທ່ີ​ດີ. ​ແຕ່​ບົດບາດ​ອັນ​ມໍ່ໆ​ມາ​ນີ້​ຂອງ​ປ. ຕັນ​ຢາ ​ໄດ້​ຢຽບ​ຢຳ​ທຳລາຍ​ຄວາມ​ກ້າວໜ້າ​ທ່ີ​ວ່າ​ນັ້ນ ​ຊ່ຶງ ສຫຣ ຈະ​ປຶກສາ​ຫາລື​ແລະ​ປະຕິບັດ​ງານ​ຮ່ວມ​ກັບ​ຄູ່​ຮ່ວມ​ງານ​ຂອງ​ປະ​ເທດ​ດ່ັງກ່າວ​ໃນ​ຂົງ​ເຂດ​ນັ້ນ ເພື່ອ​ຊ່ອຍແກ້​ໄຂ​ວິ​ກິ​ຕການ​ທີ່​ວ່າ​ນີ້.

XS
SM
MD
LG