ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຝ່າຍຄ້ານຍີ່ປຸ່ນຍື່ນຍັດຕິບໍໄວ້ວາງໃນຣັຖບານຕາໂຣອາໂຊະ


ກາ​ນ​ເມືອງ​ໃນ​ຍີ່ປຸ່ນ: ທ່ານ​ຕາ​ໂຣ ອາ​ໂຊະ ນາຍົກຣັຖມຸນຕີ​ຍີ່ປຸ່ນ ກ່າວ​ວ່າ ທ່ານ​ຈະ​ປະກາດ ຍຸບ​ສະພາ​ແຫ່ງ​ຊາດ​ໃນ​ສັບປະດາ​ໜ້າ​ ແລະ​ຮຽກການ​ເລືອກຕັ້ງ​ຂຶ້ນກ່ອນ​ກຳນົດ​ ໃນ​ວັນ​ທີ 30 ສິງຫາ ​ເດືອນ​ໜ້າ​ນີ້. ຫລັງ​ຈາກ​ທ່ານ​ອາ​ໂຊະ​ປະກາດການຕັດສິນ​ໃຈ​ດັ່ງກ່າວໃຫ້​ຮູ້​ໃນ​ວັນ​ຈັນ​ມື້ນີ້​ ພັກປະສົມ​ຝ່າຍ​ຄ້ານ​ຂອງ​ຍ່ີປຸ່ນ​ກ່າວ​ວ່າ ຕົນ ​ໄດ້​ຍື່ນຍັດ​ຕິ​ບໍ່​ໄວ້​ວາງ​ໃຈນາຍົກຣັຖມຸນຕີ​ພ້ອມ​ກັບຄນະຣັຖບານ​ຂອງ​ທ່ານ ຕໍ່​ສະພາ​ແຫ່ງ​ຊາດ​.
ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ພັກ​ປະຊາທິປັດ​ຂອງ​ຍ່ີ​ປຸ່ນ​ແລະ​ 3 ພັນທະມິດ​ໃນພັກ​ປະສົມ​ຝ່າຍ​ຄ້ານ ມີ​ຂຶ້ນ​ຫລັງ​ຈາກ​ພັກ​ປະສົມ​ຂອງຣັຖບານ​ທ່ານອາ​ໂຊະ ບໍ່​ສາມາດ​ຮັກສາ​ຕຳ​ແໜ່​ງພັກ​ສຽງ​ສວ່ນຫລາຍ​ ໃນ​ສະພາ​ເທດສະ ບານ​ກຸງ​ໂຕ​ກຽວໄວ້​ໄດ້ ໃນການ​ເລືອກ​ຕັ້ງ​ໃນວັນອາທິດ​ວານ​ນີ້. ນາຍົກຣັຖມຸນຕີອາ​ໂຊະປະກາດ​ການ​ຕັດສິນ​ໃຈ​ຂອງ​ທ່ານທີ່​ຈະຈັດການ​ເລືອກ​ຕັ້ງ​ຂຶ້ນກ່ອນ​ກຳນົດນັ້ນໃຫ້​ຮູ້​ ຫລັງ​ຈາກໄດ້​ໂອ້​ລົມ​ສົນທະນາ​ກັບບັນດາ​ເຈົ້າ​ໜ້າ​ທ່ີພັກ​ເສຣີປະຊາທິປັດ​ຂອງຣັຖບານ​ຂອງ​ທ່ານ. ພັກ​ເສຣີປະຊາທິປັດ​ໄດ້​ຊະນະ​ບ່ອນ​ນັ່ງ​ພຽງ​ແຕ່ 38 ບ່ອນ​ໃນ​ສະພາ​ໂຕ​ກຽວ​ທ່ີ​ມີ​ສະມາຊິກ​ທັງ​ໝົດ 127 ບ່ອນ ​ໃນ​ຂະນະ​ທີ່​ພັກ​ປະຊາ​ທິປັດ​ ຝ່າຍ​ຄ້ານທ່ີ​ນຳພາ​ໂດຍ​ທ່ານ Yukio Hatoyama ​ໄດ້​ຊະນະ​ບ່ອນ​ນັ່ງ 54 ບ່ອນ ຊຶ່ງ​ໄດ້​ກາຍ​ເປັນ​ພັກໃຫຍ່​ທ່ີ​ສຸດ​ໃນ​ສະພາເທດສະບານໂຕ​ກຽວນັ້ນ.
ກ່ຽວ​ກັບ​ສຸກຂະພາບ​ຂອງ​ຜູ້ນຳ​ເກົາຫລີ​ເໜືອ: ສະຖາ​ນີ​ໂທລະພາບ​ Yonhap Television News ຊື່​ງ​ເປັນໂທຣະພາບ​ຂ່າວທີ່ໃຫຍ່​ສຸດຂອງ​ເກົາຫລີ​ໃຕ້ ​ ລາຍ​ງານ​ຂ່າວວ່າ ທ່ານ​ກິມຢອງ​ອີລ ຜູ້ນຳ​ເກົາຫລີເໜືອ​ກຳລັງປ່ວຍ​ເປັນໂຣກມະ​ເຮັງ​ໃນ​ມ້າມ ​ແລະ​ວ່າ ອາການປ່ວຍ​ຂອງ​ທ່ານເຖິງ​ຂັ້ນຄຸກ​ຄາມຕໍ່​ຊີວິດ​ແລ້ວ. ​ໂທລະພາບYTV ກ່າວວ່າ ຂ່າວ​ຂອງ​ຕົນແມ່ນອິງ​ຕາມຂໍ້​ມູນ​ທ່ີ​ໄດ້​ຮັບມາ​ຈາກບັນດາ​ເຈົ້າໜ້າ​ທ່ີ​ສືບ​ລັບ​ເກົາຫລີ​ໃຕ້​ແລະ​ຈີນ. ແຕ່ກະຊວງ​ທ້ອນ​ໂຮມ​ເກົາຫລີ​ຂອງຣັຖບານ​ກຸງ​ໂຊນກ່າວ​ວ່າ ຕົນ​ບໍ່​ມີຂໍ້​ມູນ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ນີ້.
ທ່ານ Hah Tae-kyoung ປະທານ​ສະຖາ​ນີວິທະຍຸພາກ​ເອກະ​ຊົນ Open Radio for North Korea ຊຶ່ງ​ອາ​ໄສ​ຂ່າວ​ຈາກແຫ​ລ່ງຂ່າວ​ລັບ​ໃນ​ເກົາຫລີ​ເໜືອ​ ​ເພື່ອລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ໃນເກົາຫລີ​ເໜືອນັ້ນ ກ່າວ​ວ່າ ທ່ານ​ຍັງ​ບໍ່​ທັນ​ແນ່​ໃຈ​ປານ​ໃດ​ກ່ຽວ​ກັບ​ລາຍ​ງານຂ່າວ ທ່ີ​ວ່າ​ນີ້. ບັນດາ​ນາຍ​ແພດ​ກ່າວ​ວ່າ ​ໂຣກມະ​ເຮັງ​ໃນ​ມ້າມ​ແມ່ນ​ເປັນ​ໂຣກທ່ີ​ຮ້າຍ​ແຮງເຖິງ​ຕາຍ​ເລື້ອຍໆ ​ແລະ​ມັກ​ກວ​ດເຫັນ​ເມື່ອ​ມັນ​ຢູ່​ໃນ​ຂັ້ນ​ສຸດທ້າຍ​ແລ້ວ.
ສຸກຂະພາບ​ຂອງ​ທ່ານ​ກິມຢອງ​ອີລ ​ໄດ້​ກາຍ​ມາ​ເປັນ​ຈຸດ​ເພ່ງ​ເລັງ​ຂອງ​ການ​ວິພາກ​ວິຈານ​ກັນ​ມາ​ໃນ​ປີ​ແລ້ວ​ນີ້​ ຫລັງ​ຈາກ​ມີ​ລາຍ​ງານ​ຂ່າວ​ວ່າ ທ່ານ​ໄດ້ເປັນ​ລົມ​ສາລະ​ບາດ ຫລື stroke ຍ້ອນເສ້ນ​ເລືອດ​ຕັນ​ໃນ​ສະໝອງ​.
ທີອິນ​ໂດ​ເນ​ເຊັຍ: ທາງ​ການ​ອິນ​ໂດ​ເນ​ເຊັຍ​ກ່າວ​ວ່າ ​ໄດ້​ມີ​ການ​ພົບ​ເຫັນສົບ​ຂອງ​ຕຳຫລວດ​ຄົນ​ນຶ່ງ​ ​ໃນ​ວັນ​ຈັນ​ມື້​ນີ້ ​ເຮັດ​ໃຫ້​ຈຳນວນ​ຜູ້​ເສັຍ​ຊີວິດ​ເພ່ີມ​ຂຶ້ນ​ເປັນ 3 ຄົນ​ຈາກ​ການ​ໂຈມ​ຕີ 2 ບັ້ນ​ ຢູ່​ໃກ້​ກັບ​ບໍລິສັດ​ຂຸດບໍ່​ແຮ່ Freeport ​ຂອງ​ອະ​ເມຣິກາ​. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຕຳຫລວດ​ຄົນ​ນີ້​ເສັຍ​ຊີວິດ​ໃນ​ການ​ໂຈມ​ຕີ​ໃນ​ວັນອາທິດວານ​ນີ້​ ຕໍ່​ຂະບວນ​ລົດບັນທຸກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພຂະບວນ​ນຶ່ງ ຊື່​ງຄົນ​ຍາມຮັກສາ​ຄວາມ​ປອດ​ໄພ​ຂອງ​ບໍລິສັດ Freeport ຄົນ​ນື່ງ ກໍ​ເສັຍ​ຊີວິດ. ການ​ພົບ​ເຫັນ​ສົບ​ດັ່ງກ່າວ​ມີ​ຂຶ້ນ ​ຫລັງ​ຈາກ​ ທ່ານ Drew Grant ນັກ​ຊ່ຽວຊານ​ດ້ານ​ບໍ່​ແຮ່ Australia ວັຍ 29 ປີ​ ​ຖືກ​ຄົນ​ຮ້າຍ ດັກ​ຍິງຕາຍໃນ​ວັນ​ເສົາ​ຜ່ານ​ມາ​.
ການ​ໂຈມ​ຕີ 2 ບັ້ນທີ່​ວ່າ​ນີ້ ​ໄດ້​ເກີດ​ຂຶ້ນ​ຢູ່​ໃກ້ໆ​ກັບ​ບໍ່​ຄຳ​ແລະ​ທອງ​ແດງ Grasberg ນຶ່ງ​ໃນ​ບັນດາເໝືອງ​ແຮ່​ທີ່ໃຫຍ່​ທ່ີ​ສຸດ​ຂອງ​ໂລກ. ບໍ່ແຮ່​ດັ່ງກ່າວ​ເປັນ​ສາ​ເຫດຂອງ​ຄວາມ​ຂັດ​ແຍ້​ງກັນ​ກັບ​ຊາວ​ປາ​ປົວ ​ໃນ​ທ້ອງ​ຖິ່ນ ທີ່​ຍັງ​ທຸກ​ຈົນ​ຢູ່ຕໍ່​ມາ ​ໃນ​ຂະນະ​ທ່ີ​ກຳ​ໄລ​ຈາກພວກ​ແຮ່​ທາດ​ດັ່ງກ່າວ ​ຫລັ່ງ​ໄຫລ​ໄປເຂົ້າກະ​ເປົາ​ເງິນຂອງພວກ​ນັກ​ລົງທຶນ​ຕ່າງປະ​ເທດ​.
ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ອະດີດ​ຜູ້ນຳ Liberia:ການ​ດຳ​ເນີນ​ຄະດີອາຊະຍາ​ກັມ​ສົງຄາມຕໍ່ອະດີດ​ປະທານາທິບໍດີ Charles Taylor ​ແຫ່ງ Liberia ​ໄດ້​ເຣີ່ມຂື້ນຄືນ​ໃນ​ວັນ​ຈັນ​ມື້​ນີ້​ ທ່ີກຸງ Hague ປະ​ເທດ​ໂຮ​ນ​ແລນ. ພວກ​ທະນາຍຄວາມ​ຂອງ​ທ່ານ Charles Taylor ກ່າວ​ວ່າ ທ່ານ Taylor ຈະ​ທຳ​ການ​ໂຕ້​ແຍ້​ງຕໍ່​ສານ​ອາຊະຍາ​ກັມ​ສົງຄາມ​ ທ່ີ​ໄດ້​ຮັບ​ການໜຸນ​ຫລັງ​ຈາກ​ສະຫະ​ປະຊາ​ຊາດ​ນັ້ນວ່າ ​ແມ່ນທ່ານ​ພະຍາຍາມ​ ທີ່​ຈະ ເກັ້ຍກ່ອມ​ໃຫ້​ມີ​ສັນຕິພາບ​ ບໍ່​ແມ່ນ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ລະຫວ່າງສົງຄາມ​ກາງ​ເມືອງ​ໃນ​ປີ 1991 ຫາ 2002 ທ່ີ​ປະ​ເທດ Sierra Leone ນັ້ນ. ທະນາຍຄວາມ​ຄົນ​ນຶ່ງ​ຂອງ​ທ່ານ Taylor ກ່າວ​ຕໍ່​ສານ​ໃນ​ວັນ​ຈັນມື້​ນີ້​ວ່າ ການ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ນີ້​ ບໍ່​ມີ​ຫລັກ​ຖານພຽງພໍ. ຄາດ​ວ່າ ອະດີດ​ຜູ້ນຳ​ປະ​ເທດ Liberia ຈະ​ກ່າວ​ປ້ອງ​ກັນ​ໂຕຕໍ່​ສານ​ໃນວັນ​ອັງຄານ​ມື້​ອື່ນ. ທ່ານ​ກຳລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ 11 ກະທົງ ​ໃນ​ຖານ​ກໍ່ອາຊະຍາກັມ ສົງຄາມ​ແລະ​ອາຊະຍາ​ກັມຕ້ານ​ມະນຸດຊາດ.

ທີ່ Nigeria: ກຸ່ມ​ຫົວ​ຮຸນ​ແຮງ​ທີ່ມີ​ຊື່​ສຽງ​ໂດ່​ງດັງ​ທ່ີ​ສຸດ​ໃນ​ໄນ​ຈີເຣັຍ ກ່າວ​ວ່າ ພວກຕົນ​ໄດ້​ທຳ​ການ​ໂຈມ​ຕີ​ ບ່ອນ​ສູບນ້ຳມັນ​ໃສ່ກຳ​ປັ່ນ​ບັນທຸກ​ນ້ຳມັນແຫ່ງນຶ່ງ​ໃນຣັດ Lagos. ຂະ​ບວນກາ​ນປົດ​ປ່ອຍ​ເຂດ​ສາມ​ຫລຽມ​ແມ່​ນ້ຳ Niger ຫລື MEND ​ໄດ້ອອກ​ຖ​ແລງ​ການ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ​ ກ່າວ​ວ່າ ​ພວກ​ຕົນ​ໄດ້ກໍ່​ວິນາດສະກຳ​ຕໍ່​ບ່ອນ​ສູບ​ນ້ຳມັນ​ໃສ່​ກຳ​ປັ່ນ Atlas Cove Jetty ທີ່ຣັດ Lagos. ຂະ​ບວນການ​ MEND ກ່າວ​ຕ່ື່ມວ່າ ບ່ອນເຕີມ​ນ້ຳມັນ​ແລະ​ພວກ​ກຳ​ປັ່ນ​ ທີ່​ທອດ​ສະໝໍລໍຖ້າ​ຮັບ​ເອົາ​ນ້ຳມັນຢູ່​ທ່ີ​ນັ້ນ​ ໄດ້ເກີດ​ໄຟ​ໄໝ້​ຂຶ້ນ​ຫລັງ​ຈາກ​ການ​ໂຈມ​ຕີ ​ແຕ່​ບໍ່​ມີ​ການ​ຢືນຢັນ​ຂ່າວ​ນີ້ ຈາກ​ບັນດາ​ເຈົ້າ​ໜ້າ​ທ່ີໃນຣັດ Lagos ນັ້ນ.
ການ​ໂຈມ​ຕີ​ດັ່ງກ່າວ​ນີ້ ​ຈະ​ເປັນຄັ້ງ​ທຳ​ອິດ​ທ່ີ​ພວກ​ຫົວ​ຮຸນ​ແຮງກະທຳ​ຂື້ນ ໃນ​ນະຄອນຫລວງ​ການ​ຄ້າ​ຂອງ​ປະ​ເທດ. ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ​ໄດ້​ທຳ​ການ​ໂຈມ​ຕີແລະ​ລັກ​ຈັບ​ຜູ້​ຄົນ​ໄປ​ຫລາຍ​ບັ້ນ​ໃນ​ຂົງ​ເຂດ Niger Delta ນັບ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ ສົ່ງຜົນໃຫ້ການ​ຜລິດ​ນ້ຳມັນ​ໃນ Nigeria ລົດ​ລົງ​ຢ່າງ​ຫລວງຫລາຍ.

XS
SM
MD
LG