ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທ່ານໂອບາມາກັບຄືນປະເທດຫລັງຈາກຢ້ຽມຢາມຢູໂຣບແລະການາ


ໂອບາມາກັບຄືນປະເທດ: ປະທານາທິບໍດີບາຣັກໂອບາມາ ເດີນທາງກັບ ຄືນມາສະຫະຣັດແລ້ວຫລັງຈາກເດີນທາງໄປ ຢ້ຽມຢາມກຸງມອສກູ ​ໄປຮ່ວມກອງປະຊຸມສຸດຍອດ G-8 ແລະຢຸດແວ່ທີ່ປະເທດ Ghana ເປັນ ເວລາ 1ສັບປະດາເຕັມ. ທ່ານໂອບາມາ ແລະ ຄອບ ຄົວເດີນທາງມາຮອດສະຫະຣັດ ຫລັງ ຈາກ ເວລາທ່ຽງຄືນນ້ອຍດຽວ. ໃນວັນເສົາວານນີ້ ປະ ທານາທິບໍ ດີໂອບາມາໄດ້ທ້າທາຍ​ປະຊາຊົນ ອັຟຟຣິກາທັງ​ໝົດ ໃຫ້ຮັບເອົາຄວາມຮັບຜິດ ຊອບຫລາຍຂຶ້ນ​ໃນ​ການລົບລ້າງຄວາມທຸກ ຈົນ ຕລອດທັງສົງຄາມ ແລະການສໍ້ຣາດ ບັງຫລວງ ໃນທະວີບໃຫ້ໝົດໄປ. ໃນຄຳປາໄສຕໍ່ສະພາ​ແຫ່ງ​ຊາດ Ghana ທ່ານໂອບາມາກ່າວວ່າການປົກຄອງທ່ີດີແມ່ນຍັງຂາດເຂີນຢູ່ໃນ ຫລາຍແຫ່ງໃນທະວີບອາຟຣິກາ ​ແລະທ່ານກ່າວວ່າ ອາຟຣິກາບໍ່ຕ້ອງການຜູ້ນຳທີ່​ແຂງ​ແຮງ​ມີ​ອຳນາດ ແຕ່ຕ້ອງການສະຖາບັນທ່ີແຂງແຮງຕ່າງໆ.
ຈຸດທ່ີຕື່ນເຕັ້ນສະທ້ານ​ໃຈ​ໃນການຢ້ຽມຢາມຂອງທ່ານໂອບາມາ ໄດ້ແກ່ສູນຂ້າທາດເກົ່າແຫ່ງນຶ່ງ ຊຶ່ງຄົນອາຟຣິ ກາຫລາຍພັນຄົນໄດ້ຖືກສົ່ງອອກໄປຍັງທະວີບອະເມຣິກາ ​ເພື່ອ​ຮັບ​ໃຊ້​ເປັນ​ຂ້າ​ທາດນັ້ນ. ການຢ້ຽມຢາມ Ghana ຂອງທ່ານໂອບາມາ ​ແມ່ນເປັນເທ່ືອທຳອິດທ່ີທ່ານໄດ້ຢ້ຽມຢາມຂົງເຂດທີ່ຢູ່ໃຕ້ທະເລຊາຍຊາຮາຣາລົງ​ໄປ ນັບແຕ່ໄດ້ຂື້ນ​ດຳລົງ​ຕຳ​ແໜ່​ງເປັນປະທານາທິບໍດີຜິວດຳຄົນທຳອິດຂອງສະຫະຣັດ ເປັນຕົ້ນມາ.
ສະຫະຣັດແລະຊີເຣັຍ:ທ່ານບາຣັກໂອບາມາ ປະທານາທິບໍດີສະຫະລັດ ກ່າວວ່າທ່ານຫວັງວ່າ ຈະມີສາຍສຳພັນທີ່ດີຂື້ນກັບປະເທດຊີເຣຍ ເຖິງແມ່ນວ່າເວລານີ້ ທ່ານ​ຍັງມີຄວາມລຳບາກ​ໃຈກ່ຽວກັບ ພຶດຕິການບາງ​ຢ່າງຂອງຊີເຣຍ ກໍ​ຕາມ. ທ່ານໂອບາມາ ກ່າວເມື່ອວັນເສົາວານນີ້ ໃນຕອນໃຫ້ສຳພາດກັບໜ່ວຍ ຂ່າວທີວີ SKY NEWS ຂອງອັງກິດ ວ່າທ່ານເຊື່ອວ່າຊີເຣຍສາມາດມີ​ບົດບາດໃນແນວທາງສ້າງສັນ​ຂື້ນກວ່າ​ເກົ່າ ໃນຫລາຍໆບັນຫາ.ປະທານາບໍດີສະຫະລັດຍັງເວົ້າອີກວ່າ ທ່ານເປັນຜູ້ມີຄວາມເຊື່ອໝັ້ນໃນ ການພົວພັນກັບປະເທດອື່ນໆ.ເມື່ອເດືອນຜ່ານມານີ້ ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ກ່າວວ່າ ທ່ານມີຄວາມຍິນດີຕ້ອນຮັບ ປະທານາ ທິບໍດີໂອບາມາ ມາຢ້ຽມຢາມຊີເຣຍ ​ແລະທ່ານ ASSAD ໄດ້ອອກ​ຄຳເຊື້ອເຊີນ ຢ່າງບໍ່ເປັນທາງການ ​ໃຫ້​ທ່ານໂອບາມາ​ໄປ​ຢ້ຽມຢາມ​ຊີເຣຍ ໃນລະຫວ່າງການ ໃຫ້ສຳພາດຂ່າວ​ແກ່ທີວີ SKY NEWS ​ເມື່ອ​ບໍ່​ດົນ​ຜ່ານ​ມາ. ເມື່ອເດືອນມິຖຸນາຜ່ານມານີ້ ສະຫະລັດ ໄດ້ປະກາດວ່າ ຕົນມີແຜນການຈະເປີດສະຖານທູດສະຫະ ລັດໃນຊີເຣຍຄືນໃໝ່ຫລັງຈາກປິດມາໄດ້ 4ປີ.
ກ່ຽວ​ກັບ​ຍານ​ອະ​ວະ​ກາດEndeaver: ອົງການNASA ຂອງ​ສະຫະຣັດ​ໄດ້​ເລື່ອນ​ແຜນການ​ປ່ອຍ​ຍານອະວະ ກາດ​ໄປ​ກັບEndeaver ທ່ີ​ກຳນົດ​ໄວ້​ໃນ​ວັນ​ເສົາ​ວານ​ນີ້ອອກ​ໄປ ​ເພື່ອ ທຳ​ການ​ສຳ​ຫລວດ​ເບິ່ງ​ວ່າ ​ໄດ້ເກີດຄວາມ​ເສັຍ​ຫາຍໃດໆຫລື​ບໍ່​ຕໍ່​ແຜ່ນອຸບປະກອນຕ່າງໆ ຈາກ​ເຫດການ​ຟ້າຜ່າຢູ່​ຖານ​ສົ່ງ​ຍານ​ຂຶ້ນ​ນັ້ນ. ອົງການ NASA ລາຍ​ງານ​ວ່າ​ມີ​ຟ້າ​ຜ່າ 11 ຄັ້ງ​ໃນ​ຂົງ​ເຂດ​ອ້ອມ​ແອ້ມ ສູນ​ກາງ​ສົ່ງ​ຍານ Kennedy Space Center ​ໃນຣັດຟລໍຣິດາ ​ໃນ​ລະຫວ່າງ​ເກີດ​ລົມພາຍຸແຮງ​ໃນ​ວັນ​ສຸກ​ຜ່ານ​ມາ. ​ຟ້າ​ຜ່າ​ຫລາຍ​ຄັ້ງ​ໄດ້​ປະ​ທະລະບົບ​ສາຍ​ໄຟ​ ທ່ີ​ຕິດຕັ້ງຂື້ນ​ມາເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຍານ​ອະວະກາດ​ຖືກຟ້າຜ່າໂດຍ​ກົງນັ້ນ. ອົງການ​ນາ​ຊາ ກ່າວ​ວ່າ ຍານ​ອະວະ​ການ​ບໍ່​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ໃດໆແຕ່​ທາງ​ອົງການ​ຍົງ​ສືບ​ຕໍ່​ທົບ​ທວນຄືນ​ເບິ່ງ​ຂໍ້​ມູນ​ຂອງ​ຕົນ​ຢູ່.
​ໄດ້ມີ​ການວາງ​ກຳນົດ​ເວລາ​ສົ່ງ​ຍານ​ອະວະກາດ Endeaver ຂຶ້ນ​ໃໝ່​ໃນ​ແລງ​ວັນ​ອາທິດ​ມື້​ນີ້. ພວກ​ພະຍາກອນ​ອາກາດ​ທຳນາຍ​ວ່າ ຄວາມ ຫວັງທີ່​ວ່າຈະ​ສົ່ງ​ຍານ​ອະວະກາດ​ອາດຂຶ້ນໄດ້ນັ້ນ ມີ​ຢູ່ 60 ​ເປີ​ເຊັນ. ຍານ​ອະວະ ກາດ​ແລະ​ພວກ​ລູກ​ເຮືອ​ໃນ​ຍານ7ຄົນ​ມີ​ກຳນົດ​ຈະ​ຂຶ້ນ​ໄປປະຕິ​ບັດ​ງານເປັນ​ເວລາ 16ມື້​ເພື່ອ​ ໄປ​ຕິດ​ຕັ້ງ​ລະບຽງ​ທ່ີ​ສ້າງ​ຂຶ້ນ​ໂດຍ​ຍີ່ປຸ່ນ​ ໃສ່​ສະຖານີ​ອະວະກາດ​ລະຫວ່າງ​ຊາດ​ນັ້ນ.
ປາກີສຖານ: ຕຳຫລວດປາກີສຖານກ່າວວ່າ ພວກມືປືນທີ່ບໍ່ຮູ້ວ່າ​ແມ່ນ​ຝ່າຍ​ໃດ ໄດ້ສັງ ຫານເຈົ້າໜ້າທີ່ ຕຳຫລວດປາກີສຖານ 5 ຄົນ ແລະເຈົ້າໜ້າທີ່ກົມປ່າໄມ້ 1 ຄົນ ໃນການດັກສະກັດຍິງ ໃນເຂດຕາເວັນຕົກ ສຽງເໜືອຂອງ​ປະ​ເທດ. ທາງການປາກີສຖານກ່າວວ່າ ການໂຈມຕີດັ່ງກ່າວ ເກີດຂື້ນຕອນແລງ ຂອງວັນເສົາວານນີ້ ໃນເຂດເມືອງ MANSEHRA ໃນຂະນະທີ່ເຈົ້າ ໜ້າທີ່ຕຳຫລວດ ທຳການຕິດຕາມ​ເບິ່ງລາຍງານທີ່​ວ່າວ່າເຫັນສົບຄົນຕາຍ ນຶ່ງສົບໃນເຂດດັ່ງກ່າວ. ຍັງບໍ່ທັນມີຝ່າຍໃດອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີຄັ້ງນີ້​ເທື່ອ.ໃນແຫ່ງອື່ນໆນັ້ນ ເຈົ້າໜ້າທີ່ຕຳຫລວດໄດ້ຈັບກຸມພວກຕ້ອງສົງໄສວ່າເປັນ ພວກຫົວຮຸນແຮງ 11 ຄົນ ໃນລະຫວ່າງການບຸກ​ເຂົ້າຄົ້ນບ່ອນລີ້ຊ່ອນຂອງພວກເຂົາໃນວັນອາທິດມື້ນີ້ ໃນ​ເຂດ​ຮ່ອມ​ພູ KHYBER PASS ຂອງ​ຊົນເຜົ່າ. ໃນຈຳນວນຜູ້ທີ່ຖືກກັກຕົວໄວ້ນີ້ ມີຊາວຕ່າງປະເທດຢ່າງ ໜ້ອຍ 4 ຄົນ. ກຳລັງທະຫານຂອງປາກີສຖານ ໄດ້ທຳການສູ້ລົບກັບ ກຸ່ມທະຫານຕາລິບານຢູ່ທົ່ວຂົງເຂດຕາເວັນ ຕົກສຽງເໜືອຂອງປະເທດ ມາໄດ້ສອງເດືອນກວ່າຜ່ານມາແລ້ວ.

ທີ່ອິນເດັຍ:ຂົວສຳລັບທາງລົດໄຟແຫງນງທກຳລັງກສາງພັງທະລາຍລົງໃນກຸງ
ນີວແດນລີ ນະຄອນຫລວງຂອງອິນເດັຍເຮັດໃຫປະຊາຊົນຢາງນອຍເສັຍຊີວິດ 5 ຄົນ.
ບັນດາເຈາໜາທຕຳຫລວດແລະການແພດກາວວາ ຢາງນ້ອຍມີຕມອີກ 15 ຄົນໄດຮັບບາດເຈັບ ​ແລະວາອຸບັດເຫດດງກາວເກີດຂນໃນຕອນ ເຊາວັນອາທິດມນ ເວລາເສົາຄ້ຳຂົວເສົານງພັງລົງ ໃນຂະນະທພວກ ພນັກງານກສາງ ​ພາກັນຍົກແຜນຄອນຄຣິດຂື້ນໃສຂົວນນ. ພວກທເສັຍຊີວິດແລະໄດຮັບບາດເຈັບ ເປັນພວກແຮງງານກສາງທເຮັດວຽກຢູຂົວນນ. ຂົວແຫງນີ້ແມນພາກສວນນງໃນການກສາງລະບົບທາງລົດໄຟໃຕດິນ ໃໝໃນນະຄອນຫລວງນິວເເດລລີ.

ກ່ຽວຂ້ອງກັນ

XS
SM
MD
LG