ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດການຄັ້ງປະວັດສາດໃນອີຣັກ


<!-- IMAGE -->

ທາງ​ການ​ທະຫານ​ຂອງ​ສະຫະລັຖ​ໄດ້​ເສັດ​ສິ້ນ​ການ​ໂອນອຳນາດ ໃນ​ການຄວບ​ຄຸມ​ຫົວ​ເມືອງ​ໃຫຍ່​ແລະ​ນ້ອຍ​ທັງ​ໝົດ​ຂອງ​ອີຣັກ​ໃຫ້​ແກ່ກຳລັງ​ຮັກສາ​ຄວາມ​ປອດ​ໄ​ພ​ຂອງ​ອີຣັກ​ແລ້ວ ຊື່​ງການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້​ເປັນ​ພາກສ່ວນ​ຂອງ​ຂໍ້​ຕົກລົງ​ກັນ​ລະ​ວ່າງ​ສະຫະ​ລັຖ​ແລະ​ອີຣັກ​ໃນ​ປີ 2008. ການ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັກສາ​ຄວາມ​ປອດໄພ​ຕາມ​ຫົວ​ເມືອງ​ຕ່າງໆ​ຂອງ​ອີຣັກ ມາ​ເປັນ​ພາລະ​ຂອງ​ຕົນ​ແຕ່ຝ່າຍ​ດຽວຂອງ​ທາງ​ການ​ອິຣັກ​ໃນຄັ້ງ​ນີ້​ແມ່ນເລີ່​ມຂື້ນ​ໃນ​ວັນ​ທີ່ 30 ​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້ ຊຶ່ງ​ເປັນ​ມື້​ທີ່​ອີຣັກ​ໄດ້​ຕັ້ງ​ໃຫ້​ເປັນວັນພັກ​ແຫ່ງ​ຊາດ.

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ​ ຊຶ່ງເອີ້ນ​ການ​ໂອນ​ອຳນາດ​ຄວບ​ຄຸມໃນຄັ້ງ​ນີ້​ວ່າ​ເປັນ “​ເຫດການ​ຄັ້ງ​ປະວັດ​ສາດ” ກ່າວ​ວ່າ ການ​ທີ່ປະຊາຊົນ​ອີຣັກ ຖື​ເອົາ​ວັນ​ນີ້ເປັນ​ເຫດຜົນ​ຂອງການສະ​ເລີມສະ​ລອງນັ້ນ ​ແມ່ນຖືກຕ້ອງ​ເໝາະ​ສົມແລ້ວ ຊື່​ງທ່ານ​ກ່າວຕໍ່​ໄປ​ວ່າ:

“ນີ້ແມ່ນບາດກ້າວ​ຕໍ່​ໄປ​ຂ້າງ​ໜ້າທີ່​ສຳຄັນ​ບາດກ້າວ​ນຶ່ງ ໃນ​ຂະນະທີ່​ປະ​ເທດອີຣັກ ທີ່​ມີ​ອະທິປະ​ໄຕ​ແລະ​ປຸ້ມລຸມ​ສາມັກ ຄີເປັນອັນ​ນື່ງເປັນ​ນຶ່ງ​ດຽວກັນ ​ສືບ​ຕໍ່​ຄວບ​ຄຸມ​ໂຊກ​ຊາຕາ​ຂອງ​ຕົນ​ເອງ​.”

ກອງ​ທະຫານ​ສະຫະລັຖ ໄດ້ນຳ​ພາ​ກຳລັງ​ຜະສົມ​ຂອງ​ນານາຊາດ​ ບຸກເຂົ້າ​ໄປ​ໃນ​ອີຣັກ​ໃນ​ປີ 2003 ​ແລະ​ຂັບ​ໄລ່​ຈອມ​ຜະ​ເດັດ​ການ ຊັດດາມ ຮູ​ສ​ເຊ​ນ ອອກ​ຈາກ​ອຳນາດ​.ຍຸ​ທະສາດຂອງ​ປະທານາທິບໍດີໂອ​ບາ​ມາ​ໃນເວລາ​ນີ້​ ກໍ​ຄື​ການ​ຖອນ​ກອງ​ພົນ​ນ້ອຍໜ່ວຍ​ລົບ​ຂອງ​ສະຫະລັຖອອກ​ໄປ​ຈາກອີຣັກ​ໃຫ້​ໝົດ​ ພາຍໃນ​ເດືອນ​ກັນຍາ​ປີ 2010 ປີໜ້າ​ນີ້ ​ແລະ​ຖອນກຳລັງ​ຂອງ​ສະຫະລັຖ​ທັງ​ໝົດອອກ​ໄປພາຍໃນ​ທ້າຍປີ 2011.

ປະທານາທິບໍດີ​ໂອ​ບາ​ມາ ​ໃຫ້​ຂໍ້​ສັງ​ເກດ​ວ່າອີຣັກຍັງ​ຈະປະ​ເຊີນ​ກັບວັນ ​ເວລາ​ທີ່​ຍຸ່ງຍາກ​ລຳ​ບາກ​ຢູ່ ​ຊື່​ງທ່ານ​ໄດ້​ຍົກ​ຕົວຢ່າງ​ນຶ່ງ​ ຄື​ເຫດການວາງລະ​ເບີດ​ໂດຍພວກ​ກໍ່ການ​ຮ້າຍ​ໃນ​ເມືອງເຄີ​ຄຸກ ​ເມື່ອ​ວັນ​ທີ່ 30 ​ເດືອນ​ມິຖຸນາ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສ​ຍຊີວິດຫລາຍ​ກວ່າ 40 ຄົນ. ​ປະທານາທິບໍດີ ​ໂອ​ບາ​ມາ​ ກ່າວ​ຕໍ່​ໄປ​ວ່າ:

“​ແລະ​ກໍ​ຍັງມີພວກຄົນ ທີ່​ຢາກ​ທົດ​ສອບ​ກຳລັງ​ຮັກສາ​ຄວາມ​ປອດໄພ​ຂອງ​ອີຣັກ ​ແລະການ​ຕົກລົງ​ໃຈຂອງ​ປະຊາຊົນ​ອີຣັກ ​ຜ່ານການວາງ​ລະ​ເບີດໂຈມ​ຕີ​ກັນລະ​ວ່າງກຸ່ມ​ນິກາຍ​ຕ່າງ​ໆຕື່ມ​ອີກ​ ແລະ​ເຂັ່ນຂ້າ​ພວກ​ປະຊາຊົນ​ທີ່​ບໍ່​ມີ​ຄວາມ​ຜິດ​ໃດໆ​.”

ພົນ​ເອກ ເຣມອນ ໂອເດຍໂນ ​ແຫ່ງ​ກອງທັບ​ບົກ​ສະຫະລັຖ ຊຶ່ງ​ເປັນຜູ້​ບັນຊາ​ການ​ກຳລັງທະຫານ​ປະສົມ​ນານາ​ຊາດ​ໃນ​ອີຣັກ ກ່າວ​ວ່າ ກຸ່ມ​ອາ​ລເຄ​ອີ​ດານັ້ນ ​ເຖິງ​ແມ່ນ​ໄດ້​ຕົກ​ຕ່ຳລຸດລະດັບ​ຄວາມແຂງແຮງລົງໄປແລ້​ວກໍຕາມ ແຕ່ກໍຍັງສືບຕໍ່ເຂັ່ນຂ້າປະຊາຊົນ ອີຣັກຜູ້ບໍລິສຸດຢູ່ຢ່າງບໍ່ລົດລະ ເພື່ອພະຍາຍາມຈຸດໄຟແຫ່ງຄວາມຮຸນແຮງຂື້ນອີກ ໃນ ລະວ່າງກຸ່ມນິກາຍຕ່າງໆຂອງສາສະນາອີສລາມຢູ່ໃນອີຣັກ ນາຍພົນໂອເດຍໂນກ່າວ ອີກວ່າສ່ວນອີຣ່ານນັ້ນກໍຍັງສຶບຕໍ່ສ້າງບັນຫາຂື້ນມາດ້ວຍການຈັດການເຝິກອົບລົມ ແລະຈັດສົ່ງອາວຸດຕ່າງໆໃຫ້ແກ່ພວກຫົວຮຸນແຮງທີ່ຢູ່ພາຍໃນອີຣັກນັ້ນ.

ພົນ​ເອກໂອເດຍໂນ ກ່າວ​ຕໍ່​ໄປ​ວ່າ “​ແຕ່​ຄວາມ​ສາມາດ​ຂອງ​ກຳລັງ​ຮັກ ສາ​ຄວາມ​ປອດໄພ​ຂອງ​ອີຣັກ ​ກໍໄດ້​ເຕີບ​ໂຕ​ຂື້ນ​ໄປ​ຢ່າງ​ໃຫຍ່​ຫລວງ ​ໃນ​ລະຍະ​ສາມ​ປີຜ່ານມາ ​ແລະ​ທ່ານ​ກໍ​ຫວັງ​ວ່າອີຣັກຈະ​ກ້າວ​ຕໍ່​ໄປ​ຂ້າງ​ໜ້າໃນ​ຖານະເປັນ​ປະ​ເທດ​ນື່ງທີ່​ມີ​ຄວາມ​ໝັ້ນຄົງ ມີ​ສະຖຽນ​ລະ​ພາບ ​ແລະ​ມີອະທິປະ​ໄຕ.

ປະທານາທິບໍດີ​ໂອ​ບາ​ມາກໍໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈອອກ​ມາ​ເຊັ່ນ​ກັນວ່າ ​ປະຊາຊົນ​ອີຣັກຈະ​ສາມາດ​ຮັກສາ​ຄວາມ​ກ້າວໜ້າ​ຕ່າງໆ ​ທີ່​ໄດ້​ມາ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ນັ້ນໄວ້​ໄດ້ ຊຶ່ງ​ທ່ານ​ກ່າວ​ວ່າ:

“ອະນາຄົດ​ແມ່ນເປັນຂອງ​ຜູ້​ທີ່​ສ້າງສາ ບໍ່​ແມ່ນ​ເປັນ​ຂອງ​ຜູ້​ທັບ​ມ້າງ​ທຳລາຍ​ ​ແລະ​ການ​ໂອນ​ອຳນາດ​ຄວບ​ຄຸມ​ໃຫ້​ແກ່​ກຳລັງ​ຮັກສາ​ຄວາມ​ປອດໄພ​ຂອງ​ອີຣັກ​ໃນ​ມື້​ນີ້ ກໍເປັນ​ສິ່ງ​ພິ​ສູດໃຫ້ເຫັນ​ຕື່ມອີກ​ວ່າ ພວກ​ທີ່​ຢາກ​ຈະ​ດຶງ​ອີຣັກ​ ​ໃຫ້​ຕົກລົງ​ສູ່ເຫວ​ເລິກ​ແຫ່ງຄວາ​ມ​ແຕກ​ແຍກ​ກັນ ແລະ​ສົງຄາມ​ກາງ​ເມືອງນັ້ນ ແມ່ນເປັນ​ພວກ​ທີ່ຢູ່​ໃນ ຝ່າຍ​ຜິດ​ຂອງ​ປະວັດ​ສາດ”

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ໃນ​ທີ່​ສຸດ​ວ່າ “ຍັງ​ມີ​ຫລາ​ຍສິ່ງ​ຫລາຍ​ຢ່າງ ​ພວກ​ເຮົາ​ຈະ​ຕ້ອງໄດ້ເຮັດໄດ້​ທຳອີກ​ຢູ່ ​ແຕ່​ພວກ​ເຮົາ​ກໍ​ໄດ້​ສ້າງ​ຄວາມ ກ້າວໜ້າ​ທີ່​ສຳຄັນ​ຫລາຍ​ແລ້ວ ໃນ​ການ​ສະ​ນັບ​ສະນຸນຊຸກຍູ້​ໃຫ້​ອີຣັກ​ເປັນ​ປະ​ເທດ​ທີ່ມີ​ອະ ທິປະ​ໄຕ ມີສະຖຽນ​ລະ​ພາບ ​ແລະ​ອາ​ໃສ​ເພິ່ງ​ອິງຕົນ​ເອງໄດ້.

XS
SM
MD
LG