ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາເວົ້າວ່າ ອາຟຣິກາ ບໍ່ໄດ້ແຍກອອກຈາກ ກິຈການ ຂອງໂລກ


ໂອບາມາ - ການາ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ທີ່ຫາກໍເສັດ ສິ້ນກອງປະຊຸມສຸດຍອດ ຂອງກຸ່ມຈີ 8 ຫຼື 8 ປະເທດ ທີ່ຈະເຣີນ ທາງດ້ານອຸສາຫະກັມ ຢູ່ທີ່ ປະເທດອີຕາລີ ໃນສັບປະດານີ້ ມາສົດໆຮ້ອນໆ ນັ້ນ ກ່າວໃນວັນເສົາ ມື້ນີ້ວ່າ ອາຟຣິກາ ບໍ່ໄດ້ແຍກຈາກ ກິຈການຂອງໂລກ. ທ່ານ OBAMA ໃຫ້ທັສນະດັ່ງກ່າວ ທີ່ປະເທດການາ ຫລັງຈາກໄດ້ປະຊຸມ ແລະຮັບປະທານ ອາຫານເຊົ້າ ໄປພ້ອມ ກັບປະທານາທິບໍດີ ການາ ທ່ານ JOHN ATTA MILLS. ນອກນັ້ນແລ້ວ ໃນມື້ນີ້ ຜູ້ນຳຂອງສະຫະຣັດ ຍັງຈະໄດ້ ກ່າວຄຳປາສັຍ ຕໍ່ສະພາແຫ່ງຊາດ ການາ ບ່ອນທີ່ທ່ານ ຈະເວົ້າເຖິງ ນະໂຍບາຍ ຂອງຣັຖບານທ່ານ ທີ່ມີຕໍ່ອາຟຣິກາ. ການເດີນທາງ ໄປຢ້ຽມຢາມ ປະເທດການາ ຄັ້ງປະວັດສາດ ຂອງທ່ານ OBAMA ແມ່ນການເດີນທາງ ເທື່ອທຳອິດ ໄປຍັງເຂດ ທີ່ຢູ່ໃຕ້ ທະເລຊາຍ ຊາຮາຣາ ນັບແຕ່ທ່ານ ໄດ້ເຂົ້າ ຮັບຕຳແໜ່ງ ເປັນປະທານາທິບໍດີ ອະເມຣິກັນ ເຊື້ອສາຍອາຟຣິກາ ຜູ້ທຳອິດ. ທ່ານເວົ້າວ່າ ທ່ານເລືອກ ປະເທດການາ ກໍຍ້ອນວ່າ ປະເທດດັ່ງກ່າວ ມີຣະບອບ ປະຊາທິປະໄຕ ທີ່ເຂັ້ມແຂງ ແລະປະທານາທິບໍດີ ຂອງການາ ຜູ້ຊຶ່ງທ່ານ OBAMA ເວົ້າວ່າ ມີຄວາມຈິງຈັງ ໃນການຫລຸດຜ່ອນ ການສໍ້ຣາດບັງຫລວງນັ້ນ.

ອີຣ່ານ: ຣັຖມຸນຕຣີ ການຕ່າງປະເທດ ອີຣ່ານ ບໍ່ໄດ້ໃຫ້ ຄວາມສຳຄັນ ຕໍ່ຄຳປະກາດ ຂອງກຸ່ມຈີ 8 ກ່ຽວກັບ ການປາບປາມ ພວກເດີນຂະບວນ ປະທ້ວງຂອງອີຣ່ານ ລຸນຫລັງທີ່ໄດ້ມີການເລືອກ ຕັ້ງ ແລະ ການດຳເນີນການ ຂອງອີຣ່ານ ກ່ຽວ ກັບໂຄງການ ສ້າງອາວຸດນິວເຄລັຽ ທີ່ມີການສົງ ສັຍກັນນັ້ນ. ທ່ານ MANOUCHEHR MOTTAKI ຣັຖມຸນຕຣີ ການຕ່າງປະເທດ ອີຣ່ານ ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫລວງ ເຕຫະຣ່າ ນໃນວັນເສົາມື້ນີ້ວ່າ ອີຣ່ານ ກຳລັງກະກຽມ ໂຄງການນຶ່ງ ສຳລັບປະເທດ ຕາເວັນຕົກ ຊຶ່ງຈະສາມາດ ໃຊ້ເປັນພື້ນຖານໄດ້ ເປັນຢ່າງດີ ສຳລັບ ການເຈຣະຈາຫາຣື. ທ່ານ MOTTAKI ເວົ້າວ່າ ເຈົ້າໜ້າທີ່ ອີຣ່ານ ບໍ່ໄດ້ຮັບ ຂໍ້ມູນໃໝ່ໃດໆ ຈາກກອງປະຊຸມ ສຸດຍອດ ເປັນເວລາ 3 ມື້ ຂອງກຸ່ມຈີ 8 ທີ່ໄດ້ສິ້ນສຸດລົງ ໃນວານນີ້. ພວກຜູ້ນຳ ຂອງບັນດາ ປະເທດທີ່ ຮັ່ງມີທີ່ສຸດໃນໂລກ ໄດ້ພົບປະກັນ ທີ່ເມືອງ L’AQUILA ປະເທດອີຕາລີ ບ່ອນທີ່ພວກເຂົາເຈົ້າ ໄດ້ອອກຖແລງການ ເວົ້າວ່າ ກຸ່ມຈີ 8 ກຳລັງຈະໝົດ ຄວາມອົດທົນ ກັບອີຣ່ານ.

ສະຫະຣັດ: ການທົບທວນ ໂດຍຄະນະສືບສວນ ອະວຸໂສ ຂອງຣັຖບານ ສະຫະຣັດ ກ່າວວ່າ ໂຄງ ການສອດສ່ອງດູແລ ຢ່າງເປັນທາງລັບທີ່ໄດ້ຮັບການ ອະນຸມັດ ໂດຍປະທານາທິບໍດີ GEORGE W BUSH ລຸນຫລັງການໂຈມຕີຂອງພວກກໍ່ການຮ້າຍ ໃນວັນທີ 11 ກັນຍາ ປີ 2001 ນັ້ນ ບໍ່ໄດ້ມີ ການກວດສອບ ພິຈາຣະນາ ທາງດ້ານກົດໝາຍ ຢ່າງກວ້າງຂວາງ ເວລາມີການ ຈັດຕັ້ງຂຶ້ນ. ໂຄງການດັ່ງກ່າວ ແມ່ນຮວມທັງ ການດັກຟັງ ໂທຣະສັບ ໂດຍບໍ່ຕ້ອງ ໄດ້ຮັບ ອະນຸຍາດ ຈາກສານ ແລະການດຳເນີນ ຄວາມພະຍາຍາມ ໃນການເກັບກຳ ຂໍ້ມູນຄວາມລັບ ບາງຢ່າງ ແບບທີ່ບໍ່ເຄີຍມີ ມາກ່ອນ. ລາຍງານຂ່າວ ແຈ້ງວ່າ ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ໂຄງການ ທີ່ໄດ້ກາຍເປັນ ບັນຫາຖົກຖຽງ ໂຕ້ຢ່າງໃຫຍ່ນີ້ ມີປະສິດທິຜົນ ຫລາຍປານໃດ ໃນການເກັບກຳ ຂໍ້ມູນຄວາມລັບ ທີ່ເປັນປໂຍດ. ລາຍງານສະບັບນີ້ ໄດ້ພິມເຜີຍແຜ່ ໃນມື້ວັນສຸກ ວານນີ້ ໂດຍຄະນະ ກວດກາອະວຸໂສ 5 ຄົນ ຈາກຜແນກການ ທີ່ຮັບຜິດຊອບ ໃນເຣື່ອງສືບລັບ ຄືຈາກກະຊວງ ປ້ອງກັນປະເທດ ແລະກະຊວງຍຸຕິທັມ ພ້ອມໆກັບ ອົງການສືບລັບ ຊີໄອເອ ອົງການຮັບຜິດຊອບ ກ່ຽວກັບ ຄວາມໝັ້ນຄົງ ແຫ່ງຊາດ ແລະສຳນັກງານ ຜູ້ອຳນວຍການ ສືບລັບແຫ່ງຊາດ ຂອງສະຫະຣັດ.

ອັຟການິສຖານ - ສະຫະຣັດ: ໜັງສືພິມຂອງ ສະຫະຣັດ ສະບັບນຶ່ງ ລາຍງານວ່າ ຣັຖບານປະ ທານາທິບໍດີ BUSH ບໍ່ເຫັນພ້ອມ ຊ້ຳແລ້ວຊ້ຳ ອີກໃນການດຳເນີນ ຄວາມພະຍາຍາມ ເພື່ອທຳການສືບສວນ ກ່ຽວກັບ ການສັງຫານ ພວກນັກໂທດ ທາລີບານ ຈຳນວນຫຼວງຫຼາຍ ໃນປີ 2001 ໂດຍພວກ ທະຫານບ້ານ ຂອງຂຸນເສິກ ກຸ່ມນຶ່ງ ທີ່ໄດ້ຮັບ ການໜຸນຫລັງ ຈາກສະຫະຣັດ. ໜັງສືພິມ NEW YORK TIMES ລາຍງານວ່າ ອົງການ FBI, ກະຊວງ ການຕ່າງປະເທດ ສະຫະຣັດ ແລະ ສະພາກາແດງ ຕ່າງກໍໄດ້ຊຸກຍູ້ ໃຫ້ມີການສືບສວນ ແຕ່ທຳນຽບຂາວ ບໍ່ໄດ້ດຳເນີນການ ຍ້ອນວ່າຂຸນເສິກ ນາຍພົນ ABDUL RASHID DOSTUM ໄດ້ຮັບເງິນ ຈາກອົງການ ສືບລັບ CIA ຂອງສະຫະຣັດ ໃນເວລາທີ່ ມີການ ສັງຫານນັ້ນ. ນາຍພົນ DOSTUM ແລະພວກທະຫານ ຂອງທ່ານ ໄດ້ຖືກກ່າວຫາວ່າ ສັງຫານ ພວກນັກໂທດ ທາລີບານ ຈຳນວນຫຼາຍຮ້ອຍ ຖ້າບໍ່ແມ່ນ ຫລາຍພັນຄົນ ທີ່ໄດ້ຍອມຈຳນົນ ລຸນຫລັງສະຫະຣັດ ບຸກເຂົ້າໄປ ໃນອັຟການິສຖານ ໃນປີ 2001.

ໂອບາມາ - ເສຖກິດ: ປະທານາທິບໍດີສະ ຫະຣັດທ່ານ BARACK OBAMA ໃນຂະນະ ທີ່ພວມ ຢູ່ໃນລະຫວ່າງ ການເດີນຢ້ຽມຢາມ ປະເທດຣັດເຊັຽ ເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງກຸ່ມຈີ 8 ແລະ ເດີນທາງ ໄປຢ້ຽມຢາມ ອາຟຣິກາ ເທື່ອທຳອິດ ໃນນາມ ປະທານາທິບໍດີນັ້ນ ໄດ້ເລືອກເອົາ ເຣື່ອງເສຖກິດ ຂອງສະຫະຣັດ ມາເປັນຫົວຂໍ້ ໃນການກ່າວ ຄຳປາສັຍ ທາງວິທຍຸ ແລະອິນເຕີແນັດ ປະຈຳສັບປະດາ ຂອງທ່ານ ໃນມື້ນີ້. ທ່ານ OBAMA ເວົ້າວ່າ ເສຖກິດ ຂອງສະຫະຣັດ ໄດ້ລອດພົ້ນ ມາໄດ້ ແຕ່ກໍຍັງອີກດົນ ກ່ອນທີ່ ບັນຫາທ້າທາຍ ທາງດ້ານເສຖກິດ ຈະສິ້ນສຸດລົງ. ທ່ານໄດ້ປະຕິເສດ ຕໍ່ການສເນີແນະ ກ່ຽວກັບ ແຜນການ ກະຕຸກຊຸກຍູ້ ເສຖກິດຄັ້ງທີ 2 ແລະການ ຕຳໜິຕິຕຽນທີ່ວ່າ ແຜນການຂອງທ່ານ ໄດ້ປະສົບກັບ ຄວາມລົ້ມແຫລວ ໂດຍເວົ້າວ່າ ແຜນການຂອງທ່ານ ແມ່ນໄດ້ອອກແບບ ເພື່ອໃຫ້ໄດ້ຮັບຜົນ ພາຍໃນເວລາ ສອງປີ. ນອກນັ້ນ ທ່ານ OBAMA ຍັງໄດ້ປະຕິເສດ ຕໍ່ຂໍ້ຫາທີ່ວ່າ ແຜນການ ຮັກສາສຸຂພາບ ແລະປະຕິຮູບ ການສຶກສາຂອງທ່ານ ຈະໃຊ້ເງິນຫລາຍໂພດ ແລະເຮັດໃຫ້ ການຂາດດຸນ ຂອງງົບປະມານ ເພີ້ມຂຶ້ນ.

ຍານອະວະກາດໄປກັບ: ອົງການອະວະກາດ ຂອງສະຫະຣັດ ກ່າວວ່າ ພາຍຸຝົນ ອາດຈະເຮັດ ໃຫ້ ມີການຊັກຊ້າ ກ່ຽວກັບແຜນການ ສົ່ງຍານ ອະວະກາດໄປກັບ ENDEAVOUR ຂຶ້ນສູ່ ຫ້ວງອະວະກາດ ໃນວັນເສົາມື້ນີ້ ເພື່ອໄປປະຕິ ບັດງານ ຕິດຕັ້ງ ທີ່ສະຖານີ ອະວະກາດ ນາໆຊາດ. ອົງການອະວະກາດ ຂອງສະຫະຣັດ ໄດ້ທຳການຊັ່ງຊາ ໃນມື້ວານນີ້ ຂະນະທີ່ ພວກນັກພະຍາກອນອາກາດ ທຳນາຍວ່າ ພາຍຸຝົນ ອາດຈະຣົບກວນ ການສົ່ງຍານ ENDEAVOUR ຈາກສູນກາງ ອະວະກາດ ເຄນເນດີ ທີ່ຣັດຟລໍຣິດາ ໃນຕອນແລງ ຂອງວັນເສົາ ມື້ນີ້. ນັກພະຍາກອນອາກາດ ຂອງອົງການ ອະວະກາດສະຫະຣັດ ກ່າວວ່າ ເປັນທີ່ຄາດກັນວ່າ ສະພາບຂອງອາກາດ ຈະດີຂຶ້ນ ພາຍໃນໄລຍະ ສອງສາມມື້ ຂ້າງໜ້ານີ້ ຖ້າພວກນັກບິນ ອະວະກາດ ທັງ 7 ຫາກຈຳເປັນ ຕ້ອງໄດ້ລໍຖ້າ ຈົນຮອດວັນອາທິດ ຫລືວັນອັງຄານ.ຍານ ENDEAVOUR ມີກຳນົດ ທີ່ຈະຖືກສົ່ງ ຂຶ້ນສູ່ຫ້ວງ ອະວະກາດ ໃນເດືອນແລ້ວ ແຕ່ໄດ້ມີການ ເລື່ອນເວລາ ຍ້ອນຖັງ ໄຮໂດຣເຈັນຮົ່ວ. ເຈົ້າໜ້າທີ່ ເຊື່ອວ່າ ເຂົາເຈົ້າ ໄດ້ແກ້ໄຂບັນຫາ ຊຶ່ງໄດ້ເກີດຂຶ້ນ ກັບທໍ່ຣະບາຍ ໄຮໂດຣເຈັນ ທີ່ຖານສົ່ງແລ້ວ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG