ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມສຸດຍອດ ຂອງກຸ່ມຈີ 8 ສິ້ນສຸດລົງ ດ້ວຍການ ເພັ່ງເລັງໃສ່ ອາຟຣິກາ ຄວາມໝັ້ນຄົງ ທາງດ້ານອາຫານ


ກອງປະຊຸມສຸດຍອດຈີ 8: ພວກຜູ້ນຳຂອງ ບັນດາປະເທດ ທີ່ຮັ່ງມີທີ່ສຸດໃນໂລກ ໄດ້ມ້ວນ ທ້າຍ ກອງປະຊຸມ ສຸດຍອດ ເປັນເວລາ 3 ມື້ ທີ່ເມືອງ L’AQUILA ປະເທດ ອີຕາລີ ໃນວັນ ສຸກມື້ນີ້ ໂດຍໄດ້ສົນທະນາຫາຣື ກ່ຽວກັບຄວາມ ໝັ້ນຄົງ ທາງດ້ານອາຫານ ກັບບັນດາປະເທດ ໃນທະວີບອາຟຣິກາ ທີ່ເປັນຄູ່ເຈຣະຈາ. ເປັນທີ່ ຄາດກັນວ່າ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະຜູ້ນຳ ຄົນອື່ນໆ ຂອງກຸ່ມຈີ 8 ຈະປະກາດ ກ່ຽວກັບການໃຫ້ ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ອຍເຫຼືອ 15 ພັນລ້ານໂດລາ ໃນໄລຍະ 3 ປີຂ້າງໜ້າ ສຳ ລັບຊ່ອຍ ປະເທດທີ່ທຸກຍາກຮັບມືກັບຄວາມ ອຶດຢາກ ແລະພັທນາ ພາກສ່ວນ ການກະເສດ ຂອງເຂົາເຈົ້າ. ນອກນັ້ນ ທ່ານ OBAMA ຍັງໄດ້ເຈຣະຈາຫາຣື ເປັນການພິເສດ ກັບພວກ ເຈົ້າໜ້າທີ່ອາຟຣິກາໃຕ້. ຫລັງຈາກນັ້ນ ຜູ້ນຳຂອງສະຫະຣັດ ກໍຈະພົບປະ ກັບພຣະສັນ ຕະປະປາ BENEDICT ທີ່ກຸງວາຕິກັນ.

ໂອບາມາ - ການາ: ປະທານາທິບໍດີສະຫະ ຣັດ ທ່ານ BARACK OBAMA ມີກຳນົດ ເດີນທາງໄປເຖິງປະເທດການາ ໃນຕອນແລງ ຂອງວັນສຸກມື້ນີ້ໃນການເດີນທາງ ເທື່ອທຳອິດ ໄປຍັງເຂດພາກໃຕ້ ທະເລຊາຍຊາຮາຣາ ໃນ ທະວີບອາຟຣິກາ ໃນຖານະ ປະທານາທິບໍດີ. ທຳນຽບຂາວ ກ່າວວ່າ ທ່ານ OBAMA ໄດ້ ເລືອກເອົາ ປະເທດການາ ເປັນບ່ອນໄປຢ້ຽມ ຢາມ ແຫ່ງທຳອິດ ຢູ່ໃນຂົງເຂດ ກໍຍ້ອນອັນ ທີ່ທ່ານເຫັນວ່າ ເປັນປະເທດ ທີ່ມີຣະບົບ ປະຊາທິປະໄຕ ເຂັ້ມແຂງທີ່ສຸດ. ຣັຖມຸນຕຣີ ກະຊວງຍຸຕິທັມ ຂອງການາ ທ່ານນາງ BETTY MOULD-IDDRISSU ກ່າວວ່າ ການາ ເປັນປ້ອມປາການ ໃນການປົກຄອງທີດີ ແລະທ່ານນາງ ຫວັງວ່າ ການໄປຢ້ຽມຢາມ ທີ່ມີຄວາມສຳຄັນສູງ ທີ່ວ່ານີ້ ຈະຊ່ອຍເສີມຂຍາຍ ການຢຶດໝັ້ນ ໃນຄຸນຄ່າເຫລົ່ານີ້ ເພີ້ມຕື່ມ. ເປັນທີ່ຄາດກັນວ່າ ການເດີນທາງ ໄປຢ້ຽມຢາມ ເປັນເວລານຶ່ງມື້ ຂອງທ່ານ OBAMA ຈະພາໃຫ້ ຜູ້ຄົນທີ່ມີ ຄວາມກະຕືລືລົ້ນ ໄປຕ້ອນຮັບ ເປັນຈຳນວນຫຼວງຫລາຍ ເພື່ອຈະໄດ້ເບິ່ງ ປະທານາທິບໍດີ ຄົນທຳອິດ ຂອງ ສະຫະຣັດ ທີ່ມີເຊື້ອສາຍ ຈາກອາຟຣິກາ.

ຈີນ - ຊິນຈຽງ: ເຈົ້າໜ້າທີ່ ໃນເຂດຊິນຈຽງ ຂອງຈີນ ໄດ້ສັ່ງໃຫ້ວັດ ຂອງສາສນາອິສລາມ ທີ່ເມືອງ URUMQI ປິດຕໍ່ໄປອີກ ຊຶ່ງເປັນການ ເຄື່ອນໄຫວລ່າສຸດ ເພື່ອປ້ອງກັນ ບໍ່ໃຫ້ເກິດ ຄວາມຮຸນແຮງ ດັ່ງທີ່ໄດ້ເກີດຂຶ້ນ ໃນສັບປະດາ ນີ້ ລະຫວ່າງ ພວກຊົນເຜົ່າວີເກີ້ຊຶ່ງເປັນຊົນກຸ່ມ ນ້ອຍ ແລະຊາວຮັນ ຊຶ່ງເປັນກຸ່ມໃຫຍ່ ເກີດຂຶ້ນ ຊ້ຳອີກ. ມີຄຳສັ່ງ ໃຫ້ວັດຂອງ ສາສນາອິສລາມ ປິດໃນລະຫວ່າງ ວັນແຫ່ງການ ສວດມົນພາວະ ນາ ທີ່ມີຂຶ້ນ ຕາມປະເພນີ. ແຕ່ວັດບາງແຫ່ງ ໄດ້ເປີດ ຂະນະທີ່ ພວກເຫຼື້ອມໃສ ໃນສາສນາ ຈຳນວນຫລາຍຮ້ອຍຄົນ ໄດ້ໄປເຕົ້າໂຮມກັນ ຢູ່ນອກວັດ ໂດຍບໍ່ເອົາຫົວຊາ ຕໍ່ການມີໜ້າ ຂອງກຳລັງ ຮັກສາຄວາມສະງົບ ທີ່ປະຈຳການ ຢູ່ຕາມ ຖນົນຫົນທາງນັ້ນ. ເຈົ້າໜ້າທີ່ ໄດ້ສົ່ງກຳລັງທະຫານ ຫລາຍພັນຄົນ ໄປຍັງເມືອງ URUMQI ເພື່ອຮັກສາ ຄວາມສະງົບ ຫລັງຈາກ ມີຜູ້ເສັຽຊີວິດ ປະມານ 156 ຄົນ ລຸນຫລັງທີ່ ຊາວວີເກີ້ ຊຶ່ງນັບຖື ສາສນາອິສລາມ ໄດ້ທຳການໂຈມຕີ ຊາວຮັນ ໃນວັນອາທິດ ຜ່ານມາ.

ຈີນ - ອອສເຕຣເລັຽ: ຈີນໄດ້ກ່າວຫາຄະນະ ບໍຣິຫານ 4 ຄົນ ຂອງບໍຣິສັດບໍ່ແຮ່ຮ່ວມລົງທຶນ ອັງກິດ ອອສເຕຣເລັຽ RIO TINTO ສາຂາ ນະຄອນຊຽງໄຮ້ນັ້ນວ່າ ໃຫ້ເງິນສິນບົນ ແກ່ບໍຣິ ສັດ ຜລິດເຫຼັກກ້າຂອງຈີນ ເພື່ອແລກກັບຂໍ້ມູນ ໃນລະຫວ່າງ ການເຈຣະຈາ ກ່ຽວກັບ ຣາຄາແຮ່ ເຫລັກຂອງໂລກ. ຫ້ອງການ ຮັກສາຄວາມປອດ ພັຍ ຂອງຈີນ ໄດ້ເປີດເຜີຍ ກ່ຽວກັບ ຂໍ້ກ່າວຫາ ເຫລົ່ານີ້ ຕໍ່ສື່ມວນຊົນ ທີ່ຣັດເປັນເຈົ້າຂອງໆຈີນ ໃນວັນສຸກມື້ນີ້. ຜແນກດັ່ງກ່າວ ເວົ້າວ່າ ການກະທຳ ຂອງຄະນະ ບໍຣິຫານທັງ 4 ໄດ້ສ້າງຄວາມເສັຽຫາຍ ໃຫ້ແກ່ຄວາມໝັ້ນຄົງ ແລະຜົນປໂຍດ ທາງດ້ານເສຖກິດ ຂອງຈີນ. ເຈົ້າໜ້າທີ່ຈີນ ໄດ້ຈັບທ່ານ STERN HU ຊາວອອສເຕຣເລັຽ ເຊື້ອສາຍຈີນ ແລະຊາວຈີນອີກ 3 ຄົນ ທີ່ຖືກຈ້າງໂດຍ ບໍຣິສັດ RIO TINTO ໃນຖານ ສົງສັຍວ່າ ບຸກຄົນທັງ 4 ລັກຂະໂມຍ ຄວາມລັບ ຂອງຣັຖບານ. ນາຍົກຣັຖມຸນຕຣີ ອອສເຕຣເລັຽ ທ່ານ KEVIN RUDD ກ່າວໃນມື້ນີ້ວ່າ ຣັຖບານຂອງທ່ານ ຈະດຳເນີນການ ດ້ວຍຄວາມຣະມັດຣະວັງ ກ່ຽວກັບ ການກ່າວຫາ ຂອງຈີນ.

ມຽນມາ - ຊູຈີ: ການດຳເນີນຄະດີ ຜູ້ນຳ ພັກຝ່າຍຄ້ານມຽນມາ ທ່ານນາງ ອອງຊານ ຊູຈີໄດ້ ເລີ້ມຄືນໃໝ່ ລຸນຫລັງທີ່ໄດ້ ມີການ ເລື່ອນເວລາ ມາຊົ່ວໄລຍະນຶ່ງ. ມີການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ທີ່ຄຸກໃຫຍ່ INSEIN ໃນນະຄອນຢ່າງກຸ້ງ ບ່ອນທີ່ ທ່ານ ນາງອອງຊານ ຊູຈີ ຜູ້ຊຶ່ງເຄີຍໄດ້ຮັບລາງວັນ ໂນແບລ ຂແນງ ສັນຕິພາບ ໄດ້ຖືກຄຸມຂັງ ນັບແຕ່ທ່ານນາງໄດ້ຖືກຈັບ ໃນເດືອນພຶສະພາ ຜ່ານມາ ໃນຂໍ້ຫາ ລະເມີດເງື່ອນໄຂ ຂອງການ ກັກບໍຣິເວນທ່ານນາງ. ເປັນທີ່ຄາດກັນວ່າ ສານຈະຮັບຟັງ ຄຳໃຫ້ການ ຈາກພະຍານ ຂອງຝ່າຍ ຈຳເລີຍ ຄືທ່ານ KHIN MOE MOE ສະມາຊິກ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງ ອອງຊານ ຊູຈີ. ໃນຂັ້ນຕົ້ນ ທ່ານ KHIN MOE MOE ໄດ້ຖືກຫ້າມ ບໍ່ໃຫ້ໄປໃຫ້ການ ແຕ່ສານອຸທອນ ຂອງ ມຽນມາ ໄດ້ຕ່າວປີ້ນ ການຕັດສິນ ຂອງສານຊັ້ນຕົ້ນ ຊຶ່ງມີຂຶ້ນ ກ່ອນໜ້ານີ້. ໃນທ້າຍເດືອນແລ້ວ ສານສູງ ຂອງມຽນມາ ໄດ້ເຫັນພ້ອມ ກັບການຕັດສິນ ຂອງສານຊັ້ນຕົ້ນ ທີ່ຫ້າມບໍ່ໃຫ້ ພະຍານອີກ 2 ຄົນ ຂອງຈຳເລີຍ ຄືທ່ານ WIN TIN ແລະທ່ານ TIN OO ໄປໃຫ້ການ ຕໍ່ສານ.

ອີຣ່ານ: ສື່ມວນຊົນ ຂອງອີຣ່ານ ລາຍງານວ່າ ຕຳຣວດແລະ ພວກເດີນຂະບວນໄດ້ປະທະກັນ ທີ່ນະຄອນຫຼວງ ເຕຫະຣ່ານ ໃນມື້ວານນີ້ ເວລາ ພວກນັກເຄື່ອນໄຫວ ພາກັນຝ່າຝືນ ຕໍ່ຄຳເຕືອນ ຂອງຣັຖບານກ່ຽວກັບການໂຮມຊຸມນຸມປະທ້ວງ. ໂທຣະພາບ ຂອງທາງການອີຣ່ານ ລາຍງານວ່າ ກຳລັງຮັກສາຄວາມສະງົບ ໄດ້ຍິງຣະເບີດນ້ຳຕາ ຂັບໄລ່ພວກປະທ້ວງ ທີ່ໄປໂຮມຊຸມນຸມກັນ ໃກ້ໆມະຫາວິທຍາລັຍ ເຕຫະຣ່ານ ເພື່ອລະລຶກ ເຖິງວັນຄົບຮອບ 10 ປີ ໃນການລຸກຮືຂຶ້ນ ຂອງພວກ ນັກສຶກສາອີຣ່ານ. ໂທຣະພາບ ຂອງອີຣ່ານ ແຈ້ງໃຫ້ຊາບ ຕື່ມວ່າ ພວກເດີນຂະບວນ ຈຳນວນຫຼາຍຮ້ອຍຄົນ ໄດ້ໄປໂຮມ ຊຸມນຸມກັນ ໃກ້ໆ ບໍຣິເວນດັ່ງກ່າວ ແຕ່ອົງການ ຂ່າວອື່ນໆ ລາຍງານວ່າ ມີຫລາຍພັນຄົນ ໄດ້ໄປຮ່ວມ ການໂຮມຊຸມນຸມ ປະທ້ວງ. ພວກທີ່ເຫັນເຫດການ ເວົ້າວ່າ ຕຳຣວດ ໄດ້ຍິງປືນຂຶ້ນຟ້າ ແລະໃຊ້ໄມ້ຄ້ອນ ແລະຣະເບີດນ້ຳຕາ ສະກັດກັ້ນ ພວກປະທ້ວງ ເອົາໄວ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG