ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຮ່າງກົດໝາຍເພື່ອດຶງດູດເອົາການປະກອບສ່ວນຈາກຄົນລາວ ໃນຕ່າງປະເທດ


ທາງ​ການແນວ​ລາວສ້າງຊາດຢືນຢັນ​ວ່າ ​ເປົ້າໝາຍສຳ​ຄັນ​ປະການໜຶ່ງຂອງຮ່າງ​ກົດໝາຍ​ທີ່​ຕົນ​ໄດ້​ສະ​ເຫນີ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ຮັບ​ຜ່ານ​ເປັນກົດໝາຍ ກໍ​ຄືເພື່ອເຕົ້າໂຮມ​ເອົາການ​ປະ ກອບສ່ວນ​ຈາກ​ຄົນລາວໃນ​ຕ່າງປະ​ເທດ ທີ່​ຕ້ອງການ​ຈະ​ກັບ​ຄືນ​ໄປ​ລາວ ​ເພື່ອຮ່ວມສ້າງສາ ​ພັດທະນາປະ​ເທດ​ຊາດ.

ທ່ານ ຕົງ ​ເຢີທໍ ຮອງປະທານສູນກາງແນວລາວ ສ້າງຊາດ ໄດ້ຖະແຫລງຢືນຢັນວ່າ ການສະເໜີ​ ຮ່າງ​ກົດໝາຍ​ວ່າດ້ວຍ ແນວລາວສ້າງຊາດເຂົ້າ ສູ່ການພິຈາລະນາໃນກອງປະຊຸມສະ​ໄໝສາ​ມັນ ຄັ້ງທີ່ 7 ຂອງສະ ພາແຫ່ງຊາດລາວຊຸດທີ່ 6 ທີ່ ກຳລັງດຳເນີນກອງປະຊຸມຢູ່ໃນເວລານີ້ ນອກ ຈາກຈະມີເປົ້າໝາຍເພື່ອເຮັດໃຫ້ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງແນວລາວ ສ້າງຊາດໃຫ້ ເປັນໄປຕາມລັດຖະທຳມະນູນ ການປົກຄອງສະ ບັບປະຈຸບັນຂອງລາວແລ້ວ ກໍຍັງມີເປົ້າໝາຍ ທີ່ ສຳຄັນອີກປະການໜຶ່ງ ຊຶ່ງກໍຄື ເພື່ອເປັນການເຕົ້າໂຮມເອົາຄວາມສາມັກຄີປອງດອງຊາດລະ ຫວ່າງ ປະຊາຊົນລາວບັນດາເຜົ່າ ທັງທີ່ຢູ່ໃນປະເທດລາວ ແລະ ທີ່ຢູ່ໃນຕ່າງປະເທດ. ທັງນີ້ ໂດຍສະເພາະແມ່ນການເຕົ້າໂຮມເອົາຄົນລາວຈາກຕ່າງປະເທດ ເພື່ອໃຫ້ປະກອບສ່ວນເຂົ້າ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້ານັບມື້ຫລາຍຂຶ້ນ ເນື່ອງຈາກວ່າ ຍຸກສະໄໝ ແລະ ສະຖານະການໂລກທີ່ປ່ຽນແປງໄປ​ຢ່າງ​ໄວວາ​ນັ້ນມັນໄດ້​ເຮັດ ໃຫ້​ມີ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ຈະຕ້ອງ​ລະດົມ​ເອົາ​ທຸກກ້ອນ​ກຳລັງ​ສາ​ມັກ​ຄີ ໃຫ້ປະ ກອບ​ສວ່ນເຂົ້າໃນ​ການ​ສ້າງສາ ແລະ ພັດທະນາປະເທດຊາດ​ໃນ​ໄລຍະໃໝ່ຕາມ​ແຜນການ ​ແລະ ເປົ້າໝາຍທີ່​ພັກ​ປະຊາຊົນ​ປະຕິບັດ​ລາວ​ໄດ້​ວາງອອກ.

ຮ່າງ​ກົດໝາຍວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວກຳລັງ​ພິຈາ ລະນາ​ຢູ່​ໃນເວລາ​ນີ້ ປະກອບ​ມີ 12 ໝວດ 50 ມາດຕາ ຊຶ່ງ​ກຳນົດກ່ຽວກັບ​ໂຄງປະກອບ ການຈັດຕັ້ງພາລະ​ບົດ​ບາດສິດ​ທິໜ້າທີ່​ຂໍ້ກຳນົດ ​ທີ່​ເປັນ​ຫລັກການ ລະບຽບການ ​ແລະ ມາດ ຕະການ​ຕ່າງໆ ທີ່​ຈະ​ເຮັດໃຫ້ການ​ປະຕິບັດ​ວຽກງານຂອງແນວລາວສ້າງ​ຊາດມີ​ປະສິດທິ ພາບ​ຫລາຍ​ຂຶ້ນຢ່າງແທ້​ຈິງ. ​ໂດຍ​ລວມ​ໄປ​ເຖິງວຽກງານ​ໃນ​ການຂະຫຍາຍ ​ແລະ ຂົນ​ຂວາຍ ​ເອົາ​ຄົນ​ລາວ​ຈາກ​ຕ່າງປະ​ເທດ ​ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດ​ທະນາ​ປະ ​ເທດ​ຊາດ​ໃຫ້​ຫລາຍ​ຂຶ້ນນັບ​ມື້.

ກ່ອນໜ້ານີ້ ທ່ານ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ປະທານສູນ​ກາງ​ແນວ​ລາວສ້າງ​ຊາດ ​ໄດ້​ຖະ ແຫລ​ງຢືນຢັນ​ວ່າ ຈະ​ມີ​ການ​ປ່ຽນຊື່​ແນວ​ລາວ​ສ້າງ​ຊາດ ​ໄປ​ເປັນ​ແນວ​ໂຮມ​ແຫ່ງ​ຊາດໃນຫມໍ່ໆ ນີ້ ​ເພື່ອ​ເປັນ​ການສະ​ແດງ​ອອກ​ເຖິງ​ກະ​ແສ​ການ​ຮຽກຮ້ອງ ​ແລະ ຄວາມ​ຕ້ອງການ​ທີ່ຈະ​ເຕົ້າ​ ໂຮມ​ເອົາ​ກ້ອນ​ກຳລັງ​ຄວາມ​ສາ​ມັກ​ຄີ​ປອງ​ດອງ​ຊາດ ລະ​ຫວ່າງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ທັງ ທີ່ຢູ່​ໃນ​ປະ​ເທດ ​ແລະ ທີ່ຢູ່ໃນຕ່າງປະເທດ ​ໃນ​ໄລຍະ​ໃໝ່ຢ່າງແທ້​ຈິງ​.

ທັງນີ້ ​ແນວ​ລາວ​ສ້າງ​ຊາດ ກໍ​ຍັງ​ມີ​ແຜນການ​ທີ່​ຈະ​ຈັດ​ສົ່ງ​ເຈົ້າໜ້າທີ່​ໄປ​ປະຈຳການ​ຢູ່​ຕາມສະ ຖານທູດ ​ແລະ ສະຖານກົງສູນ​ຂອງ​ລາວ​ຢູ່​ໃນ​ຕ່າງປະ​ເທດ ​ເພື່ອ​ໃຫ້​ປະຕິບັດໜ້າທີ່ ໃນ​ການ ອຳ​ນວຍຄວາມ​ສະດວກ ​ແລະ ​ໃຫ້ການ​ຊ່ອຍ​ເຫລືອແກ່​ບັນດາຄົນ​ລາວ​ໃນ​ຕ່າງປະ​ເທດ ທີ່​ ຕ້ອງການ​ຈະ​ເດີນທາງ​ກັບ​ຄືນໄປ​ລາວ​ເປັນ​ການສະ​ເພາະ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ​ພາຍ​ຫລັງ​ຈາກ​ຮ່າງ​ກົດໝາຍວ່າ​ດ້ວຍ ​ແນວ​ລາວ​ສ້າງ​ຊາດ ​ໄດ້​ຜ່ານ​ການ​ຮັບ ຮອງ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້​ມີ​ການ​ປະກາດ​ບັງຄັບ​ໃ​ຊ້ ຢ່າງ​ເປັນ​ທາງ​ການ​ແລ້ວ ນັ້ນ ກໍ​ຍັງ​ຈະ​ເຮັດ​ໃຫ້​ແນວ​ລາວ​ສ້າງ​ຊາດ ກາຍ​ເປັນ​ອົງການ​ທີ່​ມີ​ສ່ວນ​ຢ່າງສຳຄັນ ​ໃນ​ການ​ທີ່ ຈະ​ພິຈາລະນາ ​ເພື່ອ​ໃຫ້​ສັນຊາດແກ່ຄົນ​ລາວໃນຕ່າງປະ​ເທດ ທີ່​ຕ້ອງການ​ຈະ​ກັບ​ຄືນ​ໄປ​ປັກ​ ຫລັກ​ຖານ ຢູ່​ໃນ​ລາວ​ເປັນ​ການ​ຖາວອນ​ອີກ​ດ້ວຍ. ​

​ການ​ດຳ​ເນີນ​ງານ​ໃນ​ແນວທາງ​ດັ່ງກ່າວ​ນີ້ຂອງລາວ ນັບ​ເປັນ​ແນວ​ທາງ​ດຽວກັນກັບ​ການ​ທີ່​ ທາງ​ການຫວຽດນາມ​ໄດ້​ໃຊ້​ກັບ​ຊາວຫ​ວຽດນາມ​ໃນ​ຕ່າງປະ​ເທດ ຫລື ຊາວຫ​ວຽດກຽວ ຊຶ່ງ​ກໍ​ປາກົດ​ວ່າ ປະສົບ​ຜົນ​ສຳ​ລັດ​ເປັນຢ່າງ​ດີ ນັບ​ເປັນ​ເວລາ​ຍາວ​ນານ​ກວ່າ 10 ປີມາ​ແລ້ວ.

ຊົງຣິດ ໂພນເງິນລາຍງານຈາກ ບາງກອກໃນວັນທີ 08 ກໍລະກົດ 2009

XS
SM
MD
LG