ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລັກລອບຂົນສົ່ງຢາເສບຕິດໃນອາຟຣິກາ


<!-- IMAGE -->

ແນວ​ຝັ່ງ​ທະ​ເລ​ທີ່​ຍາວຢຽດ ບວກ​ກັບ​ຄວາມ​ສາມາດທີ່​ມີຈຳກັດໃນ​ການບັງຄັບໃຊ້ກົດໝາຍ​ ​ແລະການ​ປົກຄອງທີ່​ອ່ອນ​ແອ ໄດ້​ດຶງດູດ ໃຫ້ພວກ​ລັກລອບ​ຄ້າຂາຍຢາ​ເສບ​ຕິດ​ໃນ​ຂົງ​ເຂດ​ອາ​ເມລິ​ກາ​ລາ​ຕິນ ​ຫັນ​ໄປ​ຫາ​ຂົງ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ເມື່ອ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​ແລະ​ຫັນປ່ຽນ​ຂົງ​ເຂດ​ດັ່ງກ່າວ ໃຫ້ກາຍ​ເປັນ​ທາງ​ຜ່ານ​ທີ່​ສຳຄັນສຳ​ລັບລຳລຽງ ຜົງ​ຂາວ​ໂຄ​ເຄນ ​ແລະ​ຢາ​ເສບ​ຕິດ​ຜິດ​ກົດໝາຍອື່ນໆ​ອີກ.ມີ​ການປະ​ເມີນ​ກັນວ່າປັດຈຸບັນ​ນີ້ 60 ​ເປີ​ເຊັນຂອງ​ໂຄ​ເຄນ​ທັງ​ໝົດ​ທີ່​ຂາຍ​ຢູ່​ໃນ​ຢຸ​ໂຣບ ​ແມ່ນລຳລຽງ​ຜ່ານ​ພວກ​ປະ​ເທດອັຟຣິກາ​ຕາ​ເວັນ​ຕົກ ​ເຊັ່ນປະ​ເທດ Guinea-Bissau, Togo, Ghana ​ແລະ Senegal ​ເປັນຕົ້ນ.

​ມັນແມ່ນ​ເປັນ​ແນວ​ໂນ້ມຫລື​ທ່າ​ອ່ຽງທີ່​ໜ້າ​ຕົກ​ໃຈ​ ສຳ​ຫລັບ​ຄວາມ​ພະຍາ ຍາມ​ປາບ​ປາມ​ຢາ​ເສບ​ຕິດຂອງ​ລະ​ວ່າງ​ຊາດ ​ແລະສະຖຽນ​ລະ​ພາບ​ຂອງ​ພວກປະ​ເທດທີ່​ຖືກ​ກະທົບ​. ສະຫະລັຖກຳລັງ​ປະສານວຽກງານ​ຂອງສາມກະຊວງ​ຂອງ ລັຖບານ​ ເພື່ອປະຕິບັດ​ງານຣ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ພູມີພາກສ່ວນນັ້ນຂອງ​ໂລກ ແລະພາຄີ​ລະ​ວ່າງ​ຊາດ​ອື່ນໆ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ດັ່ງກ່າວ​ນີ້ ຊຶ່ງ​ຄາດ​ວ່າ​ຈະ​ກາຍ​ເປັນ​ຮ້າຍ​ແຮງ​ໜັກ​ໜ້າລົງ​ໄປອີກໃນ​ໄລຍະ​ອັນ​ໄກ້ນີ້ ​ກ່ອນ​ຈະ​ດີ​ຂື້ນ​.

ທ່ານ Johnnie Carson ລັຖມຸນຕຣີຊ່ວຍກະຊວງ​ການ​ຕ່າງປະ​ເທດ​ສະຫະລັຖ ​ແຈ້ງ​ໃຫ້​ສະພາ​ຄອງ​ແກຣສ ຫລື ຣັຖສະພາ​ຊາບ​ ເມື່ອ​ບໍ່​ນານມາ​ນີ້​ວ່າ ກະຊວງ​ການ​ຕ່າງປະ​ເທດ ກະຊວງ​ຍຸຕິ​ທຳ ​ແລະກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະຣັຖ ສາມ​ກະຊວງ​ທີ່​ກຳລັງ​ປະສານ​ງານ​ກັນ​ໃນເຣື່ອງນີ້​ແມ່ນ​ເປັນອັນ​ນຶ່ງອັນດຽວ​ກັນ ໃນ​ຄວາມ​ເຂົ້າ​ໃຈ​ຂອງເຂົາ​ເຈົ້າທີ່​ວ່າ ​ການ​ລັກລອບ​ຄ້າຂາຍຢາ​ເສບຕິດ ບໍ່ໄດ້ເປັນພັຍ​ຂົ່ມຂູ່​ຕໍ່​ສະ​ເພາະແຕ່ພວກປະ​ເທດ​ອາ​ຟຣິກາຕາ​ເວັນ​ຕົກ​ເທົ່າ​ນັ້ນ ​ແຕ່​ຕໍ່​ຜົນ​ປະ​ໂຍດ​ຂອງ​ສະຫະລັຖ​ນຳ

ບັນຫາ​ດັ່ງ​ກ່າວນີ້ ​ບໍ່​ໄດ້​ມີ​ຢູ່​ແຕ່ໃນ​ຂົງ​ເຂດອາ​ຟຣິກາ​ຕາ​ເວັນ​ຕົກພຽງແຫ່ງ ດຽວ​ເທົ່າ​ນັ້ນ ​ປະ​ເທດເຄນ​ຢາ ​ແລະ​ອີ​ທິ​ໂອ​ເປຍ​ ກໍໄດ້ກາຍມາ​ເປັນເສ້ນທາງ​ຜ່ານ​ທ່ີ​ສຳຄັນ ສຳລັບ​ການລຳລຽງຜົງ​ຂາວ​ເຮ​ໂຣອີນທີ່​ມາ​ຈາກ​ອາ​ຟກາ​ນີສຖານ ​ແລະ​ປາ​ກີ​ສຖານ​ ຊື່​ງຜົນກະທົບ​ແມ່ນສະທ້ອນ​ໃຫ້ເຫັນ​ຢູ່​ໃນອາຊຍາ​ກຳແລະ​ການ​ສໍ້​ລາດ​ບັງ​ຫລວງ ​ໃນ​ພວກປະ​ເທດ​ທີ່​ຕົກ​ຢູ່ໃນ​ສະພາບ​ດັ່ງກ່າວນີ້ ​ແລະໃນ​ທີ່​ສຸດ​ກໍ​ເຮັດ​ໃຫ້ການ​ຊົມ​ໃຊ້​ຢາ​ເສບຕິດ​ຖີບ​ຕົວ​ສູງ​ຂື້ນໃນ​ໝູ່​ປະຊາຊົນ​ ​ໃນ​ພວກ​ປະ​ເທດ​ທີ່​ເປັນ​ທາງ​ຜ່ານ​ຂອງ​ການ​ລຳລຽງນັ້ນ

​ນອກນີ້ ​ສະຫະລັຖຍັງກຳລັງ​ປະຕິບັດ​ງານ​ຮ່ວມກັບ​ສະຫະພາບ​ຢຸ​ໂຣບ ​ແລະ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ຊ່ວຍ​ເຫລືອພວກປະ​ເທດ​ຕ່າງໆ​ຢູ່​ໃນຂົງ​ເຂດ​ອັຟຣິກາ​ຕາ​ເວັນ​ຕົກ​ນັ້ນ ​ໃນ​ດ້ານການ​ລວບ​ລວມ​ເກັບ​ກຳຂໍ້ມູນລັບ ການລາຕ​ເວນ​ທາງ​ທະ​ເລ ​ແລະ​ຊ່ວຍ​ເຫລືອ​ໃນຂະບວນ​ການ​ຍຸຕິ​ທຳ​ດ້ານ​ອາຊຍາ​ກຳ.ປະ​ເທດ​ກາ​ນາ ​ໂຕ​ໂກ ​ແລະ​ເຊຍ​ລາ​ລີ​ອອນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມເຕັມໃຈ​ທີ່​ຈະ​ປະຕິບັດ​ງານ​ຢ່າງ​ໄກ້​ຊິດ​ກັບ​ສະຫະລັຖ​ແລ້ວ ​ແລະ​ປະ​ເທດອື່ນໆ ອີກ​ຫລາຍ​ປະ​ເທດກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເຊັ່ນ​ກັນ.

XS
SM
MD
LG