ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຍອມຮັບວ່າລາຍຣັບຈາກການເກັບພາສີອາກອນ ຫລຸດຈາກຄາດໝາຍ


ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີວ່າ​

ການກະຊວງ​ການເງິນ​ຂອງລາວໄດ້

ຖະ​ແຫລ​ງຍອມຮັບ​ຕໍ່ກອງປະຊຸມສະ

​ໄໝສາມັນຄັ້ງທີ່ 7 ຂອງສະພາແຫ່ງ

ຊາດລາວ ຊຸດທີ່ 6 ທີ່ກຳລັງດຳເນີນ

ກອງປະຊຸມຢູ່ໃນເວລານີ້ວ່າລາຍ​ຮັບ

ຂອງ​ລັດຖະບານ​ໃນ​ໄລຍະ​ 8 ເດືອນ

​ທີ່​ຜ່ານ​ມາ ຂອງ​ແຜນການ​ງົບປະມານ

​ປະຈຳ​ປີ 2008 ຫາ 2009ນີ້ ບໍ່​ເປັນ​ໄປ​ຕາມ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ກ່ອນໜ້ານີ້​ໃນ​ທຸກໆ

ດ້ານ, ​ໂດຍ​ສະ​ເພາະ​ແມ່ນ​ລາຍ​ຮັບ​ຈາກ​ສ່ວຍສາອາກອນ​ນັ້ນ ນັບ​ເປັນ​ພາກສ່ວນ​ທີ່​ສາມາດ

​ຈັດເກັບ​ລາຍ​ຮັບໄດ້ຕ່ຳຫລາຍ, ເມື່ອ​ທຽບ​ໃສ່​ກັບ​ແຜນ​ການແລະ​ເປົ້າໝາຍທີ່​ວາງ​ເອົາ​ໄວ້.

ທັງນີ້​ ທ່ານ ສົມ​ດີ ​ໄດ້​ໃຫ້​ເຫດຜົນ​ວ່າ​ເປັນ​ຍ້ອນ​ຜົນ​ກະທົບທີ່​ເກີດ​ຈາກ ວິກິດການທາງເສດ

ຖະກິດການເງິນໂລກ ຈຶ່ງ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຕ່າງປະ​ເທດ ​ໄດ້​ມີ​ການ

​ປັບ​ຕົວ​ລົດ​ລົງແລະກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເນື່ອງ ​ເຖິງ​ບັນດາ​ພາກ​ຫນ່ວຍທຸລະ​ກິດ​ການ

ຄ້າ ​ແລະ ການ​ລົງທຶນ​ໂດຍ​ລວມຢູ່​ໃນ​ລາວ​ ຢ່າງຫ​ລີກລ້ຽງບໍ່​ໄດ້​ອີກ​ດ້ວຍ. ຈຶ່ງ​ເຮັດ​ໃຫ້ການ

ຈັດ​ເກັບ​ລາຍ​ຮັບຈາກ​ສ່ວຍສາ​ອາກອນທີ່​ຄິດ​ເປັນ​ສັດສ່ວນ​ເຖິງ 47% ຂອງ​ລາຍ​ຮັບ​ງົບປະ

ມານ​ທັງໝົດຂອງ​ລັດຖະບານລາວນັ້ນ ຕ້ອງ​ລົດໜ້ອຍຖອຍ​ລົງ​ນັ້ນ​ໄປອີກດ້ວຍ.


ສຳລັບ​ໃນ​ໄລຍະ​ 8 ​ເດືອນ​ຂອງ ແຜນ

ການ​ປະຈຳ​ປີ 2008 ຫາ 2009

ທີ່​ຜ່ານ​ມານີ້ ລັດຖະບານ​ລາວສາມາດ

​ເກັບ​ລາຍ​ຮັບ​ຈາກສ່ວຍສາອາກອນ​ໄດ້

​ໃນ​ມູນ​ຄ່າ​ລວມ 2.186,9 ຕື້​ກີບ ຊຶ່ງ

ກໍ​ຄຶດ​ເປັນ​ພຽງ​ແຕ່ 60,41% ຂອງ

​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ທັງໝົດ​ເທົ່າ​ນັ້ນ.

ໂດຍພາກສ່ວນ​ທີ່​ຖື​ວ່າເປັນການ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕ່ຳກວ່າ​ເປົ້າໝາຍທີ່​ວາງ​ເອົາ​ໄວ້

ຢ່າງ​ຫລວງຫລາຍ​ທີ່​ສຸດນັ້ນກໍແມ່ນລາຍ​ຮັບ​ທີ່​ໄດ້​ຈາກ​ພາສີ​ແລະຄ່າ​ຳນຽມຈາກການ

ໃຫ້ສຳ​ປະທານ​ປ່າ​ໄມ້ຊຶ່ງກໍປາກົດວ່າ ໃນ​ໄລຍະ​8ເດືອນ​ຂອງ​ແຜນການ​ທີ່ຜ່ານ​ມາກັບ

​ສາມາດຈັດ​ເກັບ​ລາ​ຍຮັບ​ໄດ້ພຽງ​ແຕ່ 27,94 ຕື້ກີບ ​ເທົ່າ​ນັ້ນ. ທັ້ງໆທີ່​ຕາມແຜນການ

ແລະ ເປົ້າໝາຍໄດ້​ວາງ​ເອົາ​ໄວ້ບໍ່ໜ້ອຍກວ່າ 100 ຕື້ກີບ. ສ່ວນ​ລາຍ​ຮັບ​ຈາກ​ພາສີ

​ສິນຄ້າ​ຂາອອກ-ຂາ​ເຂົ້ານັ້ນ ​ເຖິງແມ່ນ​ວ່າຈະສາມາດ​ຈັດ​ເກັບ​ໄດ້ໃນ ​ມູນ​ຄ່າ 1.408,68

ຕື້ກີບ​ ກໍ​ຕາມ, ຫາກ​ແຕ່​ກໍ​ຄຶດເປັນ​ພຽງ​ແຕ່ 62% ກວ່າຂ​ອງ​ແຜນການ​ແລະເປົ້າໝາຍ

ທີ່​ວາງເອົາ​ໄວ້​ເທົ່ານັ້ນ ໃນ​ຂະນະ​ທີ່ລາຍ​ຮັບຈາ​ກການ​ໃຫ້​ເຊົ່າຫລືໃຫ້​ສຳ​ປະທານທີ່ດິນ

ຂອງ​ລັດ​ນັ້ນກໍ​ມີ​ມູນ​ຄ່າບໍ່​ເຖິງ 98 ຕື້ກີບ ຫລື ຄຶດ​ເປັນ​ພຽງ​ແຕ່ 42% ກວ່າ​ຂ​ອງ​ແຜນ

ການຕະຫລອດ​ປີ​ທີ່​ວາງເອົາໄວ້.


ຊຶ່ງ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວຕ້ອງ​ເພິ່ງພາ​ຄວາມ​ຊ່ວຍ

​ເຫລື​ອ ດ້ານງົບປະມານ​ຈາກ​ຕ່າ​ງປະ​ເທດ​ເພີ້ມຫລາຍ​ຂຶ້ນ. ຍິ່ງ​ໄປ​ກວ່າ​ນັ້ນ, ດ້ວຍ​ເຫດ​ທີ່

ວ່າ​ລັດຖະບານ​ລາວ ​ໄດ້​ຕັ້ງງົບປະມານ​ລາຍ​ຈ່າຍ​ຕະຫລອດ​ໄລຍະ​ແຜນການ​ປະຈຳ​ປີ

2008 ຫາ 2009 ນີ້ ໄວ້​ໃນ​ມູນ​ຄ່າ​ລວມຫລາຍ​ກວ່າ 10.647 ຕື້ ກີບ ​ແລະ ​ໃນ​ໄລຍະ​

8 ​ເດືອນ​ທີ່​ຜ່ານ​ມາ ກໍ​ໄດ້​ໃຊ້​ຈ່າຍ​ງົບປະມານ​ໄປ​ແລ້ວ 6.186,33 ຕື້ກີບ ຫລື ຄຶດ​ເປັນ

58.1% ຂອງ​ແຜນການ​ທັງໝົດ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ ຕ້ອງ​ພະຍາຍາມ​ດຸນ​ດ່ຽງ

ງົບປະມານ ດ້ວຍ​ການ​ກູ້​ຢືມ​ຈາກ​ຕ່າງປະ​ເທດ​ຫລາຍ​ຂຶ້ນອີກດ້ວຍ.


​ໃນ​ຕະຫລອດ​ແຜນການ​ປະຈຳ​ປີ ​2008 ຫາ 2009 ນີ້ ລັດຖະບານ​ລາວ​ໄດ້​ວາງ​ເປົ້າ

ໝາຍທີ່​ຈະ​ຂໍ​ຄວາມ​ຊ່ອຍ​ເຫລືອ ​ແລະ ກູ້​ຢືມ​ຈາກ​ຕ່າງປະ​ເທດ​ໃຫ້​ໄດ້ ​ໃນ​ມູນ​ຄ່າ​ລວມບໍ່

ໜ້ອຍກວ່າ 2.307 ຕື້ກີບ ຊຶ່ງ​ໃນ​ໄລຍະ​ແປດ​ເດືອ​ນທີ່​ຜ່ານ​ມາກໍ​ປາກົດ​ວ່າ ນາໆຊາດ​ໄດ້

ໃຫ້​ຄວາມ​ຊ່ອຍ​ເຫລືອ​ລ້າແກ່ລາວ​ແລ້ວ ​ໃນ​ມູນ​ຄ່າ​ຫລາຍ​ກວ່າ 777 ຕື້ກີບ ​ແລະ​ ໃນຂະ

ນະດຽວກັນ ລັດຖະບານ​ລາວ​ເອງ ກໍ​ໄດ້​ກູ້​ຢືມ​ເງິນ​ຈາກ​ຕ່າງ​ຊາດ​ແລ້ວ ​ໃນ​ມູນ​ຄ່າ​ລວມ

936,14 ຕື້ກີບ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 07 ກໍລະກົດ 2009

XS
SM
MD
LG