ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ໄດ້ກ່າວໂດຍສັງເຂບ ກ່ຽວກັບວິໄສທັດ ຂອງເປົ້າໝາຍຮ່ວມ ລະຫວ່າງສະຫະຣັດ ກັບຣັດເຊັຽ


ສະຫະຣັດ - ຣັດເຊັຽ: ປະທານາທິບໍດີ ສະ ຫະຣັດ ທ່ານ BARACK OBAMA ກ່າວວ່າ ສະຫະຣັດ ແລະຣັດເຊັຽ ມີຜົນປໂຍດ ຫລາຍໆ ຢ່າງຮ່ວມກັນ ຮວມທັງ ການຕ່າວປີ້ນ ໃນການແຜ່ຜາຍ ອາວຸດນິວເຄລັຽ ແລະການເອົາຊະນະ ພວກຫົວຮຸນແຮງຈັດ. ໃນການຖແລງ ຕໍ່ພວກນັກສຶກສາ ທີ່ສະຖາບັນ ເສຖກິດໃໝ່ ໃນກຸງມົສກູ ທ່ານ OBAMA ກ່າວວ່າ ບັນຫາ ການແຜ່ຜາຍ ອາວຸດນິວເຄລັຽ ແມ່ນຈຸດໃຈກາງ ຂອງບັນຫາ ທ້າທາຍ ກ່ຽວກັບເຣື່ອງ ນິວເຄລັຽ ໃນສັດຕະວັດ ທີ 21. ທ່ານໄດ້ກ່າວເຖິງ ຂໍ້ຕົກລົງ ທີ່ທ່ານໄດ້ລົງນາມ ໃນມື້ວັນຈັນ ກັບປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV ກ່ຽວກັບ ຂໍ້ຕົກລົງ 2 ຝ່າຍ ທີ່ຈະຕັດ ຈຳນວນ ອາວຸດນິວເຄຼັຽ ແລະຈຣວດ ຍິງ​ລະ​ເບີດ​ນິວ​ເຄລັຽ ທີ່ມີຢູ່ໃນຄັງ ຂອງສະຫະຣັດ ແລະຣັດເຊັຽນັ້ນ ລົງເປັນ ຈຳນວນຫຼວງຫລາຍ. ທ່ານ OBAMA ໄດ້ກ່າວຢືນຢັນ ກ່ຽວກັບເປົ້າໝາຍ ຂອງທ່ານ ໃນການປັບ ຄວາມສັມພັນ ກັບຣັດເຊັຽໃໝ່ ແລະຢ້ຳວ່າ ສະຫະຣັດ ຢາກໃຫ້ຣັດເຊັຽ ເປັນປະເທດ ທີ່ເຂັ້ມແຂງ ມີສັນຕິພາບ ແລະອຸດົມຮັ່ງມີ.

ຈີນ - ຄວາມວຸ້ນວາຍ: ສື່​ມວນ​ຊົນ​ຈີນ​ ກ່າວ​ວ່າ ອຳນາດ​ປົກຄອງ ໃນ​ເຂດ​ຊິນ​ຈຽງທີ່​ວຸ່ນວາຍ​ ໃນ​ພາກ​ຕາ​ເວັນ​ຕົກ​ ຂອງ​ຈີນ ​ໄດ້​ປະກາດ ​ຫ້າມ​ສັນຈອນ ​ໃນ​ຍາມ​ຄ່ຳ​ຄືນ ລຸນ​ຫລັງ​ໄດ້​ເກີດ​ ການຈະລາ​ຈົນ ລະ​ຫວ່າງ​ຊົນ​ເຜົ່າ ທີ່​ໄດ້​ເຮັດ​ໃຫ້​ເມືອງ​ເອກ URUMQI ຂອງ​ເຂດ​ດັ່ງກ່າວ ​ເປັນ​ອັມພາດ​ໄປ. ອົງການ​ຂ່າວ​ຊິນ​ຫົວ​ ຂອງ​ທາງ​ການ​ຈີນ​ ລາຍ​ງານ​ວ່າ ການ​ຫ້າມ​ສັນຈອນ ​ຈະເລີ້ມ​ແຕ່ 9 ​ໂມງ​ແລງ ວັນ​ອັງຄານ​ມື້​ນີ້ ​ໄປ​ຫາ 8 ​ໂມງ​ເຊົ້າ ວັນ​ພຸດ​ມື້​ອື່ນ ຕາມ​ເວລາ​ ໃນ​ທ້ອງ​ຖິ່ນ. ການ​ຫ້າມ​ດັ່ງກ່າວ​ ມີ​ຂື້ນ ຫລັງ​ຈາກ ພວກຊົນກຸ່ມນ້ອຍ ຊາວມຸສລິມ ເຜົ່າວີເກີ້ ແລະພວກຊາວຮັນ ຊຶ່ງເປັນຊົນກຸ່ມໃຫຍ່​ ໃນຈີນ ໄດ້ປະເຊີນໜ້າ ກັບຕຳຣວດ ປາບຈະລາ ຈົນທີ່ເຂດຊິນຈຽງ ໃນວັນອັງຄານ ມື້ນີ້ 2 ມື້ ຫລັງຈາກ ໄດ້ມີການ ເດີນຂະບວນ ປະທ້ວງ ທີ່ຮຸນແຮງ ໃນເຂດດັ່ງກ່າວ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 156 ຄົນ. ທຳອິດ ຕຳຣວດ ໄດ້ປະເຊີນໜ້າ ກັບປະມານ 200 ຄົນ ທີ່ພາກັນ ປະທ້ວງ ການປາບປາມ ຂອງຣັຖບານ ຕໍ່ຊາວວີເກີ້ ທີ່ກ່າວວ່າ ສະມາຊິກ ໃນຄອບຄົວ ຂອງພວກເຂົາເຈົ້າ ໄດ້ຖືກຈັບ ໂດຍພະລະການ ໃນມື້ວັນຈັນ ວານນີ້ ລຸນຫລັງ ທີ່ໄດ້ມີການ ກໍ່ຈະລາຈົນ ໃນວັນອາທິດ.

ປາກິສຖານ: ເຈົ້າໜ້າທີ່ ສືບລັບ ປາກິສຖານ ກ່າວວ່າ ຍານອາກາດທີ່ສົງສັຍວ່າເປັນເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ໄດ້ຍິງລູກສອນ ໄຟ ໃສ່ຄ້າຍຝຶກ ຂອງພວກທາລີບານ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເຮັດໃຫ້ ພວກຫົວຮຸນແຮງ ເສັຽຊີວິດ ຫລາຍເຖິງ 14 ຄົນ. ເຈົ້າໜ້າທີ່ ເວົ້າວ່າ ການໂຈມຕີ ໄດ້ມີຂຶ້ນ ໃນວັນອັງຄານ ມື້ນີ້ ທີ່ເຂດ WAZIRISTAN ໃຕ້ ຢູ່ຕາມ ບໍຣິເວນຊາຍແດນ ທີ່ຕິດກັບ ອັຟການິສຖານ. ມີລາຍງານວ່າ ມີຊາວຕ່າງປະເທດ ຫລາຍໆຄົນ ຮວມຢູ່ໃນ ພວກທີ່ເສັຽຊີວິດ. ເຂດດັ່ງກ່າວ ເປັນທີ່ໝັ້ນ ຂອງນາຍ BAITULLAH MEHSUD ຜູ້ນຳຂອງກຸ່ມ ທາລີບານ ແລະພັນທະມິດ ຂອງກຸ່ມ ກໍ່ການຮ້າຍ AL-QAIDA ຊຶ່ງທັງປາກິສຖານ ແລະສະຫະຣັດ ຕ່າງກໍ ຕ້ອງການໂຕຢູ່ນັ້ນ. ມີການຖິ້ມໂທດ ໃສ່ວ່າ ນາຍ MEHSUD ເປັນຜູ້ຮັບຜິດຊອບ ຕໍ່ການໂຈມຕີ ຈຳນວນນຶ່ງ ຕໍ່ເປົ້າໝາຍ ຂອງຣັຖບານ ແລະພົລເຮືອນ ແລະເຊື່ອກັນວ່າ ເປັນຜູ້ ໃຫ້ການຊ່ອຍເຫລືອ ທີ່ສຳຄັນ ແກ່ພວກນັກຣົບ AL-QAIDA ໃນປາກິສຖານ. ກອງທັບປາກິສຖານ ໄດ້ສູ້ຣົບ ກັບພວກຫົວຮຸນແຮງ ທາລີບານ ໃນທົ່ວເຂດ ພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ມາເປັນເວລາ ສອງເດືອນກວ່າແລ້ວ.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ມີການແກວ່ງຣະເບີດມືລູກນຶ່ງໃສ່ຣົດ ຕຳຣວດ ທີ່ເປັນເຫດ ໃຫ້ພົລເຮືອນ ຄົນນຶ່ງເສັຽ ຊີວິດ ແລະອີກ 29 ຄົນ ໄດ້ຮັບບາດເຈັບ ໃນພາກຕາເວັນອອກ ອັຟການິສຖານ. ເຈົ້າໜ້າທີ່ ກ່າວວ່າ ການໂຈມຕີ ທີ່ແຂວງ KHOST ແມ່ນແນເປົ້າໝາຍ ໃສ່ຣົດຕຳຣວດ ຂະບວນນຶ່ງ. ພວກເຄາະຮ້າຍ ສ່ວນໃຫຍ່ ເປັນພົລເຮືອນ ແຕ່ຕຳຣວດ 4 ຄົນ ກໍຮວມຢູ່ໃນ ຈຳນວນພວກ ທີ່ໄດ້ຮັບບາດເຈັບ. ຂະນະດຽວກັນ ກຳລັງຮັກສາ ຄວາມປອດພັຍ ຂອງນາໆຊາດ ພາຍໃຕ້ການນຳພາ ຂອງອົງການເນໂຕ້ ກ່າວວ່າ ທະຫານ ອົງການເນໂຕ້ 3 ຄົນ, 2 ຄົນ ເປັນຄົນ ການາດາ ແລະອີກຜູ້ນຶ່ງ ເປັນຄົນອັງກິດ ໄດ້ເສັຽຊີວິດ ຍ້ອນອຸບັດຕິເຫດ ເຮຣີຄອບເຕີ້ຕົກ ທີ່ແຂວງ ZABUL ທາງພາກໃຕ້ ຂອງອັຟການິສຖານ ໃນມື້ວານນີ້ ຊຶ່ງໂຄສົກຄົນນຶ່ງ ຂອງອົງການເນໂຕ້ ເວົ້າວ່າ ເປັນອຸບັດຕິເຫດ ແລະບໍ່ໄດ້ ມີສາເຫດ ມາຈາກການໂຈມຕີ ຂອງຝ່າຍສັດຕຣູ. ກ່ອນໜ້ານັ້ນ ໃນວັນຈັນ ວານນີ້ ໂຄສົກຄົນນຶ່ງ ຂອງກອງທັບ ສະຫະຣັດ ກ່າວວ່າ ທະຫານ ອະເມຣິກັນ 4 ຄົນ ເສັຽຊີວິດ ເວລາຣົດເຂົາເຈົ້າ ຢຽບຣະເບີດ ແຄມທາງ ທີ່ແຂວງ KUNDUZ ໃນພາກເໜືອ ຂອງ ອັຟການິສຖານ.

ຮອນດູຣາສ: ປະທານາທິບໍດີ ທີ່ຖືກຂັບໄລ່ ອອກຈາກອຳນາດ ຂອງຮອນດູຣາສ ທ່ານ MANUEL ZELAYA ມີກຳນົດ ທີ່ຈະພົບປະ ກັບຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ທີ່ກຸງວໍ ຊິງຕັນ ໃນວັນອັງຄານ ມື້ນີ້ ຂະນະທີ່ທ່ານ ຊອກຫາຊ່ອງທາງ ເພື່ອເສີມຂຍາຍ ການສນັບ ສນຸນ ຂອງນາໆຊາດ ໃນການກັບຄືນ ເຂົ້າສູ່ອຳນາດ ຂອງທ່ານ. ການພົບປະ ທີ່ວ່ານີ້ ຈະເປັນການຕິດຕໍ່ ຣະດັບສູງສຸດ ລະຫວ່າງທ່ານ ZELAYA ແລະ ຣັຖບານທ່ານ OBAMA ນັບແຕ່ທ່ານ ໄດ້ຖືກຂັບໄລ່ ອອກຈາກ ຮອນດູຣາສ ລຸນຫລັງ ການກໍ່ຣັຖປະຫານ ຂອງພວກທະຫານ ໃນວັນທີ 28 ມິຖຸນາ ຜ່ານມາ. ໃນລະຫວ່າງ ການຖແລງ ທີ່ກຸງມົສກູ ເຊົ້າມື້ນີ້ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ກ່າວສນັບສນຸນ ທ່ານ ZELAYA ຢ່າງເປີດເຜີຍ ເຖິງແມ່ນທ່ານ OBAMA ເວົ້າວ່າ ຜູ້ນຳຂອງ ຮອນດູຣາສ ໄດ້ຄັດຄ້ານ ຢ່າງແຂງຂັນ ຕໍ່ນະໂຍບາຍ ຂອງສະຫະຣັດ.

ເກົາຫລີເໜືອ: ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ໄດ້ປະນາມການຍິງທົດລອງລູກ ສອນໄຟ ຂີປະນາວຸດ ເທື່ອລ່າສຸດ ຂອງເກົາຫລີເໜືອ ນັ້ນວ່າ ເປັນພັຍຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ຂອງໂລກ. ທ່ານ RUHAKANA RUGUNDA ເອກອັຄຣັຖທູດ ຂອງຢູການດາ ຊຶ່ງເປັນປະທານ ຄົນປັດຈຸບັນ ຂອງ ສະພາ ຄວາມໝັ້ນຄົງ ກ່າວລຸນຫລັງ ການປະຊຸມ ໃນມື້ວານນີ້ວ່າ ສະມາຊິກທັງ 15 ປະເທດ ຂອງສະພາ ຄວາມໝັ້ນຄົງ ແມ່ນ​ມີຄວາມວິຕົກ ກັງວົນ ເປັນທີ່ສຸດ. ທ່ານເຕືອນ ເກົາຫລີເໜືອວ່າ ​ເກົາຫລີ​ເໜືອ ຕ້ອງໄດ້ປະຕິບັດ ຕາມທຸກມະຕິ ຂອງສະພາ ຄວາມໝັ້ນຄົງ ກ່ຽວກັບ ການທົດລອງ ລູກສອນໄຟ ແລະໂຄງການ ອາວຸດນິວເຄລັຽ ຂອງຕົນ​ນັ້ນ. ນອກນີ້ ທ່ານ RUGUNDA ຍັງກ່າວວ່າ ສະມາຊິກ ສະພາຄວາມໝັ້ນຄົງ ທຸກປະເທດ ໄດ້ກ່າວຢ້ຳ ເຖິງຄວາມໝາຍໝັ້ນ ຕັ້ງໃຈຂອງຕົນ ທີ່ຈະແກ້ໄຂ ບັນຫານີ້ ໂດຍທາງການທູດ ແບບສັນຕິວິທີ. ເກົາຫລີເໜືອ ໄດ້ທົດລອງ ຍິງລູກສອນໄຟ ຂີປະນາວຸດ 7 ລູກ ໄປໃສ່ ທະເລຍີ່ປຸ່ນ ໃນມື້ວັນເສົາແລ້ວ ຊຶ່ງເປັນການ ຝ່າຝືນຢ່າງຈະແຈ້ງ ຕໍ່ອົງການ ສະຫະປະຊາຊາດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG