ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມົງກຸດຂອງເທພີ ອິດສະລະພາບໄດ້ເປີດໃຫ້ຄົນເຂົ້າຊົມ ຄືນອີກເລີ້ມແຕ່ວັນທີ 4 ກໍລະກົດ


ມື້ນີ້ຊຶ່ງກົງກັບວັນທີ 4 ເດືອນກໍລະກົດເປັນວັນເກີດຄົບຮອບ 233ປີ ຂອງປະເທດຊາດສະຫະຣັດ ຊາວອະເມຣິກັນທົ່ວປະເທດແມ່ນ ກຳລັງສະຫລອງວັນເອກລາດຄັ້ງຍິ່ງໃຫຍ່ນີ້ຢ່າງຄືກ​ຄື້ນ. ວັນທີ່ 4 ເດືອນກໍລະກົດ ປີ 1776 ເມື່ອ 200 ກວ່າ​ປີ​ກ່ອນນີ້​ບັນດາພວກ ຜູ້ນຳຂອງຫົວເມືອງຂຶ້ນຕ່າງໆ​ໃນອະ​ເມຣິກາ ໄດ້ຕົກລົງຮັບຮູ້ການ ປະກາດວັນເອກລາດຂອງປະເທດສະຫະຣັດອະເມຣິກາ ຢ່າງເປັນ ທາງການ ແລະ ໃນປີນີ້ເນື່ອງໃນວັນຊາດນີ້ເຊັ່ນກັນ. ທີ່ຣັດ New York ກໍໄດ້ຈັດໃຫ້ມີການເປີດຄືນໃຫມ່ ສັນຍາລັກອັນສຳຄັນ ຂອງສະຫະຣັດ, ອະ​ນຸສາວະລີ ອິດສະລະພາບ ທີ່ປິດມານານເຖິງ ແປດປີແລ້ວ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍ​່ການ​ຮ້າຍ​ທີ່ New York ​ແລະ ​ທີ່​ອື່ນໆ​ ເມື່ອວັນ​ທີ່ 11 ເດືອນ​ກັນຍາ​ປີ​ 2001 ນັ້ນ.

ອະນຸສາວະລີ ອິດສະລະພາບນີ້ແມ່ນ ​ໄດ້ຕັ້ງຢູ່​ທ່າ​ເຮືອນີວຢອກ​ມາ​ເປັນ​ເວລາ​ຫລາຍກວ່າ 100 ປີ​ແລ້​ວ. ​ມັນແມ່ນຂອງຂວັນ ຈາກປະຊາຊົນຝຣັ່ງ ທີ່​ມອບ​ໃຫ້ອາ​ເມຣິກາໃນປີ 1984 ໂດຍຊື່ເຕັມຂອງອະນຸສາວະລີນີ້​ແມ່ນ "ອະນຸສາວະລີເຍືອງ​ທວນ​ໄຟ​ອິດສະລະພາບໃຫ້ແກ່ ຊາວໂລກທັງມວນ" ຫລື "Liberty Enlightening the World".

ອະນຸສາວະລີ ​ອິດສະລະພາບນີ້ ​ແມ່ນມີຄວາມສູງຢູ່ 46 ແມັດ ແລະ ​ເຮັດດ້ວຍທອງແດງ ເກືອບໝົດ. ຕະຫລອດ​ເວລາ​ຜ່ານ​ມາ​ໃນປະຫວັດສາດ, ຮູບພາບອິດສະລະພາບ ແມ່ນຮູບ ແມ່ຍິງ ເຊິ່ງບາງຄັ້ງກໍເອີ້ນວ່າ "ເທພີ​ແຫ່ງອິດສະຫລະພາບ" ຫລື "Lady Liberty."

ໃບໜ້າຂອງອະນຸສາວະລີ​ ອິດສະລະພາບ ແມ່ນເຮັດໃຫ້ຄື​ໃບໜ້າຂອງແມ່ນາຍຊ່າງຫລໍ່ຮູບ ນັ້ນ. ແຂນຂວາຂອງນາງແມ່ນຖືທວນໄຟທີ່​ມີ​ແປວສູງລຸກຂຶ້ນ​ໄປເທິງຟ້າ. ແຂນ​ເບື້ອງຊ້າຍ ຂອງນາງ ແມ່ນຖືແຜ່ນຫີນຈາລຶກ ວັນທີ່ປະກາດອິດສະລະພາບ ຂອງ​ອາ​ເມຣິກາ ຈາກປະ ເທດອັງກິດ ຊຶ່ງ​ແມ່ນວັນທີ 4 ກໍລະກົດ ປີ 1776. ຢູ່ເທິງຂອງຫົວນາງ ​ແມ່ນໃສ່ມົງກຸດທີ່ ມີຊໍ່ແຫລມເຈັດຊໍ່. ​ແຕ່​ລະ​ຊໍ່ ແມ່ນມີຄວາມໝາຍເປັນຕົວແທນແສງໄຟ​ແຫ່ງອິດສະລະພາບ ທີ່ກຳລັງສ່ອງແສງໃສ່ມະຫາ​ສະມຸດ 7 ​ແຫ່ງ ແລະ ​ແຜ່ນດິນ 7 ທະວີບ​ ໃນ​ໂລກອີກ ດ້ວຍ. ປ້ອງຢ້ຽມ 25 ປ່ອງ ຢູ່​ໃນ​ມົງກຸດ​ນັ້ນ ເປັນສັນຍາລັກເພັດພອຍທີ່ມີຢູ່ໃນໂລກ. ສາຍໂສ້ທີ່ ຂາດອອກຈາກກັນເປັນສັນຍາລັກ ຂອງຄວາມກົດ​ຂີ່​ຂົມ​ເຫັງທີ່ຖືກທຳລາຍຕົກຢູ່ ປາຍຕີນຂອງນາງ.


ໃນປີ1903 ແຜ່ນທອງແດງໄດ້ຖືກນຳ​ໄປ ຕິດ​ຢູ່​ທີ່​ຝາຂ້າງໃນຂອງຫຸ່ນເທພີອິດສະ ລະພາບ​ ຢ່າງ​ຫມັ້ນຄົງ ​ແລະໃນແຜ່ນຝາ ປ້າຍທອງແດງນັ້ນແມ່ນມີກະວີ ແລະ ກາບກອນທີ່ເອີ້ນວ່າ "The New Colossus" ທີ່​ແຕ່ງໂດ​ຍນັກ​ກະວີ Emma Lazarus ​ໃນ​ປີ 1883 ຊຶ່ງ ໄດ້ຖືກເເກະສະລັກໄວ້ ໃນ​ແຜ່ນ​ທອງ ແດງ​ນັ້ນ​ໂດຍມີ​ຂໍ້ຄວາມ, ແລະ ຄຳ​ເວົ້າ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຂອງ​ຜູ້​ຄົນ​ ທີ່​ສະ​ແຫ​ວງຫາອິດສະລະ​ເສລີ​ຂໍ້ຄວາມໃນ ແຜ່ນທອງແດງນັ້ນຂຽນວ່າ:

​ "ຈົ່ງເອົາ​ຄວາມ​ອິດ​ເມື່ອຍແລະ​ຄວາມ​ທຸກຍາກ​ລຳບາກ"

​ "ພວກ​ທີ່​ສ​ະແຫວງຫາ​ໂອກາດ​ເພື່ອການ​ຫາຍໃຈ​ອັນ​ເສລີ"

"ພວກ​ທີ່​ຖືກ​ກົດ​ຂີ່​ຂົມ​ເຫັງ​ໃນ​ດິນ​ແດນ​ເທິງ​ຝັ່ງຂອງ​ເຈົ້າ​ນັ້ນໃຫ້​ຂ້ອຍ"

"ແລະ ສົ່ງ​ພວກເຫຼົ້ານີ້, ພວກທີ່ບ້າ​ນ​ແຕກ​ສ​ະແຫຼກ​ຂາດ​ທີ່ບໍ່​ມີ​ບ່ອນຢູ່​ອາໃສ​ ພວກ​ທີ່​ ຖືກ​ລົມ​ພະຍຸ​ດພັດ​ມາ​ນັ້ນ ​ໃຫ້​ຂ້ອຍ"
"​ແລະ​ ຂ້ອຍຂໍແຍງ​ແສງສະຫວ່າງ​ແຫ່ງ​ໂຄມ​ໄຟ​ອັນ​ນີ້​ໃ​ຫ້​ເຫັນ​ປະຕູຄຳ"

ສະຫະຣັດອາເມຣິກາ ແລະ ຝຣັ່ງນັ້ນໄດ້ເປັນ​ເພື່ອນ​ມິດ ແລະ ພັນທະມິດກັນ ຕັ້ງແຕ່ເວ ລາທີ່ມີການປະຕິວັດ ຂອງຊາວອາເມຣິກັນ ເພື່ອຕໍ່ສູ້ເອົາເອກະລາດ. ຝຣັ່ງໄດ້ຊ່ວຍທະ ຫານອາເມຣິກັນ ທີ່​ເປັນຫົວເມືອງຂຶ້ນນັ້ນ ຕີ​ເອົາຊະນະຊາວອັງກິດ ​ເຊິ່ງສົງຄາມນັ້ນ ກໍ ໄດ້ຈົບລົງຢ່າງເປັນທາງການໃນປີ 1783. ​ສອງ​-ສາມປີຕໍ່ມາ ປະຊາຊົນຊາວຝຣັ່ງ ກໍໄດ້ ທຳ​ການໂຄ່ນ​ລົ້​ມ ເຈົ້າຊີວິດຂອງ​ພວກເຂົາ​ເຈົ້າຄື​ກັນ.

ນັກປະຫວັດສາດ ແລະ ຜູ້ນຳການເມືອງຝຣັ່ງ ທ່ານ Edouard-Rene Lefebvre de Laboulaye ເປັນຜູ້ທີ່ອອກຫົວຄິດຫລໍ່ຮູບປັ້ນເທພີ​ແຫ່ງອິດສະຫລະພາບນີ້ຂຶ້ນມາ ແລະ ໃນປີ 1865 ທ່ານ ໄດ້ສະເໜີໃຫ້ທາງການຝຣັ່ງ ແລະ ອາເມຣິກັນວ່າ ຄວນຈະສ້າງ ອະນຸສາວະລີຮ່ວມກັນ ເພື່ອສະເຫລີມສະຫລອງອິດສະລະພາບດັ່ງກ່າວ.

ອະນຸສາວະລີເທພີ​ອິດສະລະ​ພາບນີ້​ໄດ້​ກາຍ​ມາ​ເປັນ​ສັນຍາ​ລັກ​ຂ​ອງຄວາມ​ຫວັງ​ຂອງ​ຊາວ ອົພຍົບທັງຫຼາຍທີ່​ພາກັນ​ຍົກຍ້າຍ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະຣັດໂດຍທາງ​ເຮືອ​ກຳ​ປັ່ນ ຈາກ​ເອີຣົບ. ​ແລະ ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫຼາຍກວ່າ 12 ລ້ານ​ຄົນ​ທີ່ໄດ້ຜ່ານຫນ້າ​ຂອງຮຸ່ນ​ເທ ພີ​ອິດສະລະ​ພາບນີ້ ລະຫວ່າງ​ປີ 1892 ຫາ1954​ ໂດຍໄດ້​ຜ່ານ​ຫ້ອງການ​ອົພຍົບທີ່​ຕັ້ງຢູ່ ເກາະ Ellis ທີ່​ໃກ້​ໆນັ້ນ ແລະ ໃນນັ້ນກໍມີ​ບັນພະ​ບຸ​ຣຸດ​ຂອງ​ຊາວ​ອະ​ເມຣິກັນ​ຫຼາຍ​ກວ່າ 40% ນັ້ນ​ໄດ້​ຜ່ານ ເກາະ Ellis ນີ້ເຊັ່ນກັນ. ປີ​ແລ້ວ​ປີ​ເຫຼົ່າ​ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫຼາຍໆລ້ານ ​ຄົນ​ແມ່ນໄດ້ໄປ​ຊົມ​ແລະ​ຢຽ້ມຢາມເທພີ​ອິດສະລະ​ພາບ​ແລະເກາະ Ellis​ ນີ້​ໂດຍ​ປຽບສະ ເຫມືອນວ່າ ການທີ່​ບໍ່​ໄດ້​ໄປ​ເຫັນ​ເທພີ​ອິດສະລະ​ພາບກໍ​ເທົ່າ​ກັນກັບ​ວ່າ​ບໍ່​ໄດ້​ໄປ​ເຫັນ New York ຢ່າງ​ຄົບ​ໝົດ.

​ວັນເວລາຜ່ານໄປຫລາຍປີ ອະນຸສາວະລີອິດສະລະພາບກໍມີຄວາມເກົ່າແກ່ ແລະ ​ເປັນ ອັນ​ຕະຣາຍຫຼາຍຕໍ່​ຜູ້​ທີ່​ເຂົ້າ​ຊົມ, ດັ່ງ​ນັ້ນ​ໃນ​ປີ 1992 ອະດີດ​ປະທານາທິບໍດີ Ronald Reagan ​ໄດ້​ຂໍໃຫ້​ນັກທຸລະກິດ​ຄົນ​ນຶ່ງ ຊື່ Lee ​ອີໂຄກວາ ເປັນຜູ້ນຳ​ໃນ ​ໂຄງການສ້ອມ ແປງເທພີ​ອິດສະລະ​ພາບນີ້​ແລະ​ທ່ານ​ກໍ​ໄດ້​ຕັ້ງມູນ​ລະນິທິເທພີອິດສະລະ​ພາບ​ນີ້ຂຶ້ນໂດຍຫາ ລາຍ​ໄດ້​ເຖິງ100 ລ້ານ​ໂດ​ລາ​ຈາກ​ພາກ​ເອກ​ກະ​ຊົນ​ເພື່ອ​ມາ​ດຳ​ເນີນ​ການ​ບຸລະນະ​ປະຕິ ສັງ​ຂອນ​. ການ​ບຸລະນະ​ຄັ້ງ​ນີ້​ແມ່ນ​ຮວມທັງ​ການ​ປ່ຽນ​ໂຄມໄຟ, ​ແລະ​ໃຊ້​ຄຳເປັນ​ແປວ​ໄຟ ແລະ ຕໍ່ມາ​ໃນ​ວັນ​ທີ່​ສີ່​ເດືອນ​ກໍລະກົດ​ຂອງ​ປີ 1986 ທາງການຣັດ New York ໄດ້ເປີດໃຫ້ເຂົ້າ ຊົມອະນຸສາວະລີ ອິດສະລະພາບຢ່າງເປັນທາງການ ອີກຄັ້ງຫຼັງຈາກທີ່ໄດ້ຮັບການບຸລະນະ ແລ້ວ.

ແລະ ຕໍ່ມາພວກເຈົ້າໜ້າທີ່ໄດ້ປິດອະນຸສາວະລີ ​ເທພີ​ແຫ່ງ ອິດສະລະພາບອີກຄັ້ງນຶ່ງພາຍ ຫລັງທີ່ພວກກໍ່ການຮ້າຍ ໄດ້ໂຈມຕີເມືອງນີວຢັອກ ໃນວັນທີ 11 ປີ 2001 ແລະ ກໍໄດ້ ສືບຕໍ່ປິດຈົນເຖິງ ເດືອນສິງຫາ ປີ 2004. ໃນເວລາທີ່ມັນເປີດຄືນອີກ ນັກທ່ອງທ່ຽວສາ ມາດຂຶ້ນໄປໄດ້ພຽງແຕ່ຊັ້ນລຸ່ມຂອງຮູບຫລໍ່ເທົ່ານັ້ນ. ແຕ່ປານນັ້ນ ຮູບຫລໍ່ອານຸສາ​ວະລີນີ້ ກໍຍັງໄດ້ສືບຕໍ່ດຶງດູດ​ເອົານັກທ່ອງທ່ຽວມາຊົມຫລາຍກວ່າ 3 ລ້ານຄົນຕໍ່ປີ.

ສໍາລັບວັນທີ 4 ກໍລະກົດ ຫລື July fourth ປີນີ້ ນັກທ່ອງທ່ຽວ ຈະສາມາດຍ່າງຂຶ້ນຂັ້ນ ໄດໃນຮູບປັ້ນນັ້ນ ໄປເຖິງເທິງຈອມໄດ້ອີກເທື່ອໜຶ່ງ​ເພື່ອ​ຊົມ​ວິວ ​ໂດຍຕ້ອງຂຶ້ນຂັ້ນໄດທີ່ສູງ ຊັນຢູ່ທາງ​ໃນ ຫລາຍກວ່າ 300 ຂັ້ນ ຈື່ງ​ຈະ​ໄປ​ຮອດ​ຈອມຊຶ່ງເປັນ ຊັ້ນມົງກຸດ ຂອງເທພີ ​ແຫ່ງອິດ ສະລະພາບນັ້ນ. ພະ​ແນ​ກບໍລິການສວນສາທາລະນະ ແຫ່ງຊາດ ຫລື The National Park Service ຂອງ ສະຫະເວົ້າວ່າ ເຂົາ​ເຈົ້າຈະຈຳກັດຈຳນວນຄົນທີ່ສາ ມາດຍ່າງຂຶ້ນໄປໄດ້ ໃຫ້ຢູ່​ໃນປະມານ 200 ຄົນ ຕໍ່ມື້​ເທົ່າ​ນັ້ນ. ​ແລະ ການ​ຂຶ້ນ​ແຕ່ລະຄັ້ງ ຈະບໍ່​ໃຫ້ມີຄົນກາຍ ກວ່າສິບຄົນຂຶ້ນ​ໄດ້. ​ເຈົ້າໜ້າທີ່ ປະເມີນວ່າ ຈະມີຄົນຈຳນວນຫລາຍ ກວ່າ 1 ແສນ ຄົນທີ່ ສາມາດຍ່າງຂຶ້ນຂັ້ນໄດໄປເທິງຈອມ ໄດ້ໃນແຕ່ລະປີ.

ຫາກແຕ່ວ່າ ຖ້າວ່າທ່ານຢາກໄປທ່ຽວເບິ່ງ ອະນຸສາວະລີ​ເທພີ​ແຫ່ງອິດສະລະພາບ ທີ່ຫາ ກໍຈະເປີດໃໝ່ໆນີ້ ທ່ານຕ້ອງໄປ ເບິ່ງພາຍໃນສອງປີຂ້າງໜ້າ, ເພາະວ່າ ພະ​ແນ​ກບໍລິການ ສວນສາທາລະນະແຫ່ງຊາດ ມີແຜນການຈະປິດການໃຫ້ເຂົ້າ ຊົມໃນຮູບປັ້ນອີກເພື່ອສ້ອມ ແປງ. ເຈົ້າໜ້າທີ່ເວົ້າວ່າ ການສ້ອມແປງນັ້ນ ອາດສາມາດໃຊ້ເວລາຫລາຍເຖິງເປັນສອງປີ. ແຕ່ເຂົາ​ເຈົ້າກໍ​ຍັງ​ບອກວ່າ ວຽກງານ​ສ້ອມ​ແປງ​ທີ່​ວ່ານັ້ນ ຈະທຳໃຫ້ມີຄວາມປອດໄພຫລາຍ ຂຶ້ນ ເພື່ອໃຫ້ສາມາດອານຸຍາດ​ໃຫ້ນັກທ່ອງທ່ຽວ ຂຶ້ນໄປຊົມເປັນຈຳນວນສອງເທົ່າຂອງ​ຈຳ ນວນ​ທີ່​ຂຶ້ນ​ໄດ້ຢູ່​ໃນ​ເວລານີ້.

​ໃນ​ການສະ​ເຫລີມສະຫລອງ​ວັນຊາດ​ມື້ນີ້ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ປີຜ່ານ​ມາ​ທີ່ ຊາວອະ​ເມຣິ ກັນ​ສວ່ນ​ໃຫຍ່ ແມ່ນ ຈັດສະຫລອງໃນຕອນ​ກາງເ​ວັນດ້ວຍ​ການ​ຈັດກາກິນເຂົ້າປ່າ picnic, ປີ້ງ​ຊີ້ນ BBQ ​ແລະ​ເດີ​ນສວນສະຫນາມ. ​ຢູ່ທີ່ໃນນະຄອນຫຼວງ Washington DC, ກໍມີ​ການ​ເດີນ​ສວນ​ສະຫນາມກັນຢ່າງຄຶກຄີ້ນໃນ​ວັນ​ເອກລາດ​ປະຈຳ​ປີ ເຫມືອນ​ກັບ​ຫົວ​ເມືອງ ໃຫຍ່ອື່ນໆ​ ໃນ​ທົ່ວ​ສະຫະຣັດ​ເຊັ່ນ​ກັນ …​ແລະ ລາຍການ​ທີ່​ເດັ່ນ​ສຸດ​ເຫັນ​ຈະ​ເປັນ​ການ​ຈູດບັ້ງໄຟດອກເວລາຕອນຄ່ຳຂອງວັນທີ 4 ກໍລະກົດ ນີ້ຊຶ່ງ​ເປັນ​ປະ​ເພນີ​ທີ່​ປະຕິບັດ​ກັນມາ ​ຕັ້ງ​ແຕ່​ສະໃໝ​ປີ 1776 ​ໂດຍ​ເລີ້ມຕົ້ນຢູ່​ທີ່​ເມືອງ Philadelphia, ຣັດ Pennsylvania ​ບ່ອນທີ່ປະ​ເທດສະ​ຫະຣັດອະ​ເມຣິກາ​ປະກາດ​ເອກລາດພຸ້ນ.​

ແປໂດຍ ບົວສະຫວັນ ສິມມາລາ ແລະ ວັນນະສອນ ແກ້ວດາຣາ

ຟັງສຽງ ເປັນພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ

XS
SM
MD
LG