ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໂອບາມາ ຄາດຫວັງຄວາມກ້າວໜ້າເປັນພິເສດ ທີ່ກອງປະຊຸມສຸດຍອດທ່ີກຸງມອສກູ




ສະຫະຣັດ- ຣັດເຊັຍ: ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ​ໄດ້​ເດີນທາງ​ໄປ​ຮອດ​ກຸງມອສກູ​ແລ້ວ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ຖານະ​ເປັນ​ປະທານາທິບໍດີ​. ທ່ານ​ໂອ​ບາ​ມາ​ກ່າວ​ວ່າທ່ານ​ຄາດ​ຫວັງວ່າ ຈະ​ມີ​ການ​ທຳ​ຄວາມ​ກ້າວໜ້າເປັນ​ພິ​ເສດກ່ຽວ​ກັບ​ບັນຫາ​ຫລາຍ​ເຣື່ອງໃນ​ລະຫ​ວ່າງ​ການ​ປະຊຸມ​ສຸດ​ຍອດ​ຂອງ​ທ່ານ​ກັບ​ປະທານາທິບໍດີຣັດ​ເຊັຍ ທ່ານ Dmitri Medvedev ຢູ່​ນະຄອນຫລວງ​ມອສ​ໂຄ.
ທ່ານ​ໂອ​ບາ​ມາໄດ້​ກ່າວ​ເຊ່ັນ​ນັ້ນ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ວາລະ​ເຣີ່ມຕົ້ນການພົບ​ປະ​ເຈຣະຈາເປັນ​ເວລາ​ສອງ​ມື້ ກັບ​ປະທານາທິບໍດີ Medvedev ​ແລະ​ຜູ້ນຳ​ຄົນ​ອື່ນໆ​ອີກ​ຂອງຣັດ​ເຊັຍ. ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ສະຫະ ຣັດກັບຣັດ​ເຊັຍ​ມີ​ຫລາຍສິ່ງ​ຫລາຍຄ້າຍຄື​ກັນຫລາຍ​ກ່ວາ​ສິ່ງ​ທີ່​ແຕກ​ຕ່າງ​ກັນ ​ແລະ​ທຳນາຍ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ຄັງນີ້ ຈະ​ເປັນ​ປະ​ໂຫຍ​ດ​ແກ່​ປະຊາຊົນ​ທັງ​ສອງ​ຊາດ.
ປະທານາທິບໍດີ​ທັງສອງ​ກຳລັງ​ຈະ​ເຈລະຈາ​ກັນ​ເພື່ອເຮັດສົນທິສັນຍາ​ສະບັບໃໝ່ຂື້ນ​ໃຊ້ແທນ​ສົນທິສັນຍາ​ວ່າ​ດ້ວຍ​ການ​ລົດ​ກຳລັງ​ອາວຸດ​ຍຸດທະ​ສາດ​ສະບັບ​ປີ1991 ຊຶ່ງ​ຈະ​ໝົດ​ອາຍຸ​ໃນ​ທ້າ​ຍ​ເດືອນ​ທັນວາ​ປີ​ນີ້.
ທ່ານ​ໂອ​ບາ​ມາໄດ້ກ່າວ​ຕໍ່​ໂທຣພາບຣັດ​ເຊັຍ​ວ່າ ​ເປົ້າ​ໝາຍ​ຂອງ​ທ່ານ​ກໍ​ແມ່ນຕັດ​ຄັງ​ອາວຸດ​ນີສວເຄລັຍ​ລົງ ​ໃນ​ທາງ​ທ່ີ​ຈະ​ບໍ່​ປະ​ໃຫ້​ສະຫະຣັດ ຫລືຣັດ​ເຊັຍ ໄດ້​ປຽບ​ກັນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ສະຫະຣັດ​ແລະຣັດ​ເຊັຍ​ໄດ້​ຕົກ ລົງເຫັນ​ພ້ອມ​ນຳກັນ​ແລ້ວ ​ກ່ຽວ​ກັບ​ບົດ​ເນື້ອ​ໃນຂອງແຜນການ​ຕັດ​ພວກ​ອາວຸດລົງ​ນັ້ນ.

ຄວາມ​ບໍ່​ສງົບ​ໃນ​ຈີນ: ເຈົ້າ​ໜ້າ​ທ່ີ​ຈີນ​ກ່າວ​ວ່າ ມີປະຊາຊົນ 140 ຄົນ​ເສັຍ​ຊີວິດໃນ​ເຫດການວຸ້ນວາຍ​ທ່ີ​ເກີດ​ຂຶ້ນ​ ໃນ​ເຂດ​ຊິນ​ຈຽງ​ທາງ​ພາກ​ຕາ​ເວັນ​ຕົກຂອງ​ຈີນ. ອົງການ​ຂ່າວ​ຊີ​ນຫົວ​ທາງ​ການ​ຂອງ​ຈີນ​ລາຍ​ງານ​ວ່າ ການ​ຕໍ່ສູ້​ກັນ​ໃນ​ວັນ​ອາທິດ ວານ​ນີ້​ໄດ້​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 800 ຄົນ​ໃນ Urumqi ​ເມືອງຫລວງຂອງ​ແຂວງ​ດັ່ງກ່າວ. ລາຍ​ງານ​ຂ່າວ​ເວົ້າ​ວ່າ ອີກ​ຫລາຍ​ຮ້ອຍ​ຄົນ​ ຖືກ​ຈັບ​ກຸມ. ພວກ​ທ່ີ​ເຫັນ​ເຫດການ​ເກີດ​ຂຶ້ນ​ກ່າວ​ວ່າ ພວກ​ຊົນ​ເຜົ່າ Uiger ຈຳນວນ 1000 ຄົນ​ ໄດ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງຕໍ່​ອັນ​ທ່ີ​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນການ​ປະຕິບັດ​ທ່ີ​ບໍ່​ຖືກຕ້ອງ​ຊອບ​ທັມ​ຕໍ່​ເຂົ​າ​ເຈົ້າ ຈາກຊົນ​ເຜົ່າ​ຫັ້ນ ທີ່ເປັນ​ຊົນເຜົ່າໃຫຍ່ໃນ​ປະ​ເທດຈີນ. ພວກ​ຊົນ​ເຜົ່າ Uiger ສ່ວນ​ຫລາຍ​ເປັນ​ຊາວ​ມຸສລິ​ມ. ອົງການ​ຂ່າວ​ຊິນ​ຫົວ​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທ່ີ​ແຂວງ​ຊິນ​ຈຽງ ທ່ີ​ກ່າວ​ຖິ້ມ​ໂທດ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂື້ນໃນ​ວັນ​ອາທິດ​ວານ​ນີ້​ ໃສ່​ພວກ​ຊົນ​ເຜົ່າ Uiger ​ໃນ​ ຕ່າງປະ​ເທດ ​ແລະ​ອັນ​ທ່ີ​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ພວກ​ຍຸຍົງ​ສົ່ງ​ເສີມ​ຈາກຕ່າງປະ​ເທດ​ນັ້ນ.

ທີ່ຮົງ​ດູຣັສ: ປະທານາທິບໍດີ Manuel Zelaya ​ແຫ່ງ​ຮົງ​ດູຣັສ ທ່ີ​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກຕຳ​ແໜ່​ງ ​ເດີນທາງ​ໄປ​ຮອດ El Salvador ໃນ​ມື້​ນີ້ ເພື່ອ​ທຳ​ການ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ປະ​ເທດອື່ນໆ​ໃນຂົງ​ເຂດ​ອະ​ເມຣິກາ​ລາ​ຕິ​ນ ຫລັງຈາກປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ໃນ​ການ​ພະຍາຍາມ​ກັບ​ຄືນໄປ​ຍັງ​ ປະ​ເທດ​ຂອງ​ທ່ານ​ ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້. ພວກ​ປະທານາທິບໍດີ​ຂອງ​ປະ​ເທດ Argentina, Ecuador, ​ແລະ Paraguay ຈະ​ພົບ​ປະ​ກັບ​ທ່ານ Zelaya ຕລອດ​ທັງ​ເລຂາທິການ​ໃຫຍ່​ຂອງ​ອົງການ​ກຸ່ມ​ປະ​ເທດ​ອະ​ເມຣິກາ​ນຳ.
ປະທານາທິບໍດີ Zelaya ກ່າວ​ຕໍ່​ໂທຣະພາບ Telesur ​ໃນ​ຕອນເດິກ ວັນ​ອາທິດ​ວານ​ນີ້​ວ່າ ​ເຮືອບິນ​ຂອງ​ທ່ານ​ບໍ່​ສາມາດ​ລົງ​ຈອດ​ທີ່​ສນາມ​ບິນ ນະ​ຄອນ​ຫລວງ Tegucigalpa ​ໄດ້ ​ເພາະວ່າ​ພວກ​ທະຫານຮົງ​ດູຣັສ ​ໄດ້ຕັນ​ທາງ​ແລ່ນຂອງ​ເຮືອບິນ​ໄວ້. ​ຢ່າງ​ໃດ​ກໍ​ຕາມ ທ່ານກ່າວວ່າທ່ານ​ ຈະ​ພະຍາຍາມ​ກັບ​ຄືນ​ໄປ​ຍັງ​ຮົງ​ດູຣັສຕື່ມ​ອີກ ໃນເວລາ​ທ່ີ​ໄວ​ເທົ່າ​ທ່ີ​ຈະ​ໄວ​ໄດ້. ​ໃນ​ຂະນະ​ດຽວ​ກັນ ຣັຖບານ​ຊົ່ວຄາວ​ຂອງ​ຮົງ​ດູຣັສ ​ໄດ້​ປະກາດ​ຫ້າມຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄື້ນຈົນຮອດ​ມື້​ເຊົ້າ ຫລັງ​ຈາກ​ຜູ້​ປະ​ທ້ວງຄົນ​ນຶ່ງ​ເສັຍ​ຊີວິດທ່ີ​ສນາມ​ບິນ. ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ເພື່ອທຳ​ການປະ​ທ້ວງ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງໄດ້ກາຍ​ເປັນ​ເຫດການ​ຮຸນ​ແຮງ​ຂຶ້ນ. ນອກຈາກ​ມີຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເສັຍ​ຊີວິດ​ແລ້ວ ຍັງ​ມີ​ອີກ​ຫລາຍ​ຄົນ​ໄດ້ຮັບ​ບາດ​ເຈັບ​ໃນ ລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ​ ລະຫວ່າງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ພວກ​ສນັບ​ສນຸນທ່ານ Zelaya ຫລາຍ​ພັນ​ຄົນ​ນັ້ນ.
ການ​ເລືອກ​ຕັ້ງ​ທີ່ເມັກ​ຊິ​ໂກ: ພັກ​ການ​ເມືອງທ່ີເຄີຍປົກຄອງປະ​ເທດ​ເມັກ​ຊິ​ໂກ​ມາ​ເປັນ​ເວລາ 7 ທົດ​ສວັດ ມີ​ໂອກາດ​ຈະ​ໄດ້ກັບ​ຄືນ​ມາ​ປົກຄອງ​ປະ​ເທດ​ອີກ ​ຫລັງ​ຈາກ​ໄດ້ ຮັບ​ໄຊຊນະຢ່າງ​ເປັນ​ປະວັດ​ກາ​ນ ໂດຍ​ໄດ້​ຮັບ​ຄະ​ແນນສຽງ​ສນັນ​ສນູນ​ຢ່າງ​ຫລວງຫລາຍ​ຈາກ​ປະຊາຊົນ​ຜູ້​ປ່ອນ​ບັດ ໃນ​ການ​ເລືອກ​ຕັ້ງ​ວັນ​ອາ ທິດ​ວານ​ນີ້ ​ເປັນ​ເທື່ອ​ທຳ​ອິດ​ນັບແຕ່​ພັກ​ດັ່ງກ່າວ​ໄດ້​ຮັບ​ການ​ປລາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ຄັ້ງ​ປີ 2000 ນັ້ນ.
ພັກ National Action Party ຫລື PAN ຂອງ​ປະທານາທິບໍດີ Felipe Calderon ​ໄດ້​ຍອມຮັບເອົາ​ການປລາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ເຄິ່ງສ​ໄມ ​ໃຫ້​ແກ່​ພັກ Institutional Revolutionary Party ຫລື PRI. ທ່ານ German Martinez ຜູ້ນຳ​ພັກ PAN ຍອມຮັບ​ວ່າ ພັກ PRI ຈະມີ​ສຽງ​ສ່ວນ​ຫລາຍໃນ​ສະພາ​ຕ່ຳ​ຂອງ​ສະພາ​ Congress ຫລັງ ຈາກ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້. ປະຊາຊົນ​ເມັກ​ຊິ​ໂກ​ ປະມານ 77 ລ້ານ​ຄົນ​ມີ​ສິດ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງຄັ້ງນີ້ ເພື່ອ​ເລືອກ​ເອົາຜູ້ແທນເຂົ້ານັ່ງ​ສະພາ​ຕ່ຳ 500 ບ່ອນ ຕລອດ​ທັງ ເຈົ້າ​ແຂວງ 6​ແຂວງ ​ແລະ​ເຈົ້າ​ຄອງ​ກຳ​ແພງ​ເມືອງ​ ຫລາຍ​ກວ່າ 560 ຄົນ.

ທີ່ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ ນຶ່ງ​ໄດ້​ຈູ​ດກະນວນລະ​ເບີດ​ລົດ​ຄັນ​ນຶ່ງ​ ຢູ່​ໃກ້ໆ​ກັບ​ທາງ​ເຂົ້າ​ຄ້າຍ​ທະຫານ​ ຂອງ​ກຸ່ມ​ເນ​ໂຕ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ ​ເຮັດ​ໃຫ້ພົນລະ​ເຮືອນ​ ຢ່າງ​ນ້ອຍ 2 ຄົນ​ເສັຍ​ຊີວິດ​ ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ 14 ຄົນ. ພວກ​ນາຍ​ທະຫານ​ແລະ​ຕຳຫລວດ​ກ່າວ​ວ່າ ຄົນ​ຮ້າຍລະ​ເບີດໂຕ​ຕາຍຢູ່ ​ໃກ້ໆ​ກັບ​ທາງ​ເຂົ້າ​ເດ່ີນ​ບິນ Kandahar ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ແລະ​ວ່າ ຢ່າງ​ນ້ອຍພົນລະ​ເຮືອນ 12 ຄົນ​ແລະທະຫານ​ອັຟກາ​ນີສຖານ 2 ຄົນ​ ຮວມຢູ່​ໃນ​ຈຳນວນຜູ້​ຄົນ​ທ່ີ​ໄດ້​ຮັບບາດ​ເຈັບ​. ເດີ່ນ​ບິນ​ແຫ່ງ​ນີ້​ເປັນ​ນຶ່ງ​ໃນ​ບັນດາ​ຖານ​ທັບ​ທີ່ໃຫຍ່​ທ່ີ​ສຸດ​ ສຳລັບພວກ​ທະຫານ​ນາໆ​ຊາດ​ໃນ​ອັຟ ກາ​ນີສຖານ​. ການ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ພວກ​ທະຫານ​ມາຣິນສະຫະຣັດຫລາຍ​ພັນຄົນ​ ເຣີ່ມທຳ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ຕໍ່​ພວກ​ຕາ​ລີ​ບັນ​ໃນ​ແຂວງ Helmand ​ທີ່ຢູ່​ຕິດກັນ​ນັ້ນ​.
​ໃນ​ວັນ​ອາທິດ​ວານ​ນີ້ ພົນ​ເຮືອ​ເອກ Mike Mullen ປະທານ​ຫົວໜ້າ​ເສນາ​ທິການ​ຮ່ວມ​ກອງທັບ​ສະຫະຣັດກ່າວ​ວ່າ ທ່ານ​ມີ​ຄວາມ​ສະບາຍ​ໃຈ ນຳ​ຍຸດ​ທະ​ສາດ​ສົງຄາມ​ໃນ​ອັຟກາ​ນີສຖານ ​ແຕ່​ກໍ​ເປີດ​ກວ້າງ ກ່ຽວ​ກັບ ການ​ປັບ​ລະດັບ​ຂອງຈຳນວນ​ທະຫານ​ສະຫະຣັດ​ໃນ​ອັຟກາ​ນີສຖານ​ນັ້ນ.

XS
SM
MD
LG