ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນກະທົບຈາກການສຳປະທານທີ່ດິນໃນລາວ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ


ທາງການລາວຍອມຮັບວ່າ ການໃຫ້ສຳປະ ທານສິດ ໃນການເຊົ່າທີ່ດິນໄລຍະຍາວ ແກ່ ບັນດາເອກກະຊົນລາວແລະ ຕ່າງຊາດ ໄດ້ ສົ່ງຜົນກະທົບຕໍ່ປະຊາຊົນລາວ ແລະ ສະ ພາບ ແວດລ້ອມທຳມະຊາດໃນລາວ ຢ່າງ ກວ້າງຂວາງເນື່ອງຈາກປາ ກົດວ່າ ການອາ ນຸມັດໃຫ້ສຳປະທານສ່ວນຫລາຍບໍ່ ໄດ້ປະຕິ ບັດ ຕາມກົດໝາຍ ແລະ ລະບຽບຂໍ້ກຳນົດ ຕ່າງໆທີ່ວາງເອົາໄວ້ຢ່າງ ຖືກຕ້ອງ.

ທ່ານ ຄຳອ້ວນ ບຸບຜາ ລັດຖະມົນຕີປະຈຳ ສຳນັກ ງານນາຍົກລັດຖະມົນຕີລາວ ຜູ້ຮັບ ຜິດຊອບວຽກງານໃນດ້ານການບໍລິຫານ ແລະ ຄຸ້ມຄອງທີ່ດິນແຫ່ງຊາດຂອງລັດຖະບານ ໄດ້ຖະແຫລງຍອມຮັບວ່າ ການປະຕິບັດການຄຸ້ມຄອງກ່ຽວກັບ ການລົງທຶນ ໃນການເຊົ່າ ແລະ ສຳປະທານທີ່ດິນ ຈະຕ້ອງດຳເນີນການກວດກາ ຄືນໃໝ່ທັງໝົດ ໃນທົ່ວປະເທດ ເນື່ອງຈາກວ່າ ຍັງຄົງມີບັນຫາທັງໃນສ່ວນ ທີ່ເປັນການລົງທຶນ ຂອງພາກເອກະຊົນລາວ ແລະ ບໍລິສັດຈາກຕ່າງປະເທດ. ທັງນີ້ກໍເພາະວ່າ ໃນປະຈຸບັນ ທາງການລາວທັງໃນລະ ດັບສ່ວນກາງ ແລະ ລະດັບທ່ອງຖິ່ນນັ້ນ ໄດ້ອານຸມັດ ໃຫ້ສຳປະທານສິດ ໃນການເຊົ່າທີ່ ດິນໄລຍະຍາວ ແກ່ບັນດາບໍລິສັດເອກະຊົນໄປແລ້ວ ຈຳນວນເຖິງ 1,126 ສັນຍາ ຊຶ່ງໃນ ຈຳນວນນີ້ ກໍເປັນການອານຸມັດສຳປະທານສິດ ໃນການເຊົ່າທີ່ດິນໄລຍະຍາວ ທີ່ເປັນພື້ນ ທີ່ກວ້າງ ຕັ້ງແຕ່ 8,000 ເຮັກຕ້າ ໄປຈົນເຖິງ 50,000 ເຮັກຕ້າ ໃຫ້ແກ່ບັນດາບໍລິສັດ ເອກະຊົນ ຈາກຕ່າງປະເທດແລ້ວ ຈຳນວນເຖິງ 398 ສັນຍາ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ເປັນການໃຫ້ ສຳປະທານ ທີ່ດິນທີ່ບໍ່ມີການສຳຫລວດພື້ນທີ່ ຢ່າງຄັກແນ່ ຈຶ່ງເຮັດໃຫ້ເກີດບັນຫາຂຶ້ນທັງໃນ ດ້ານຜົນກະທົບຕໍ່ປະຊາຊົນລາວ ແລະ ຜົນກະ ທົບຕໍ່ສະພາບແວດລ້ອມ ທຳມະຊາດຢູ່ໃນລາວ ຢ່າງກວ້າງຂວາງ ຊຶ່ງກໍຄືການອານຸມັດສໍາປະ ທານທີ່ດິນ ທີ່ບໍ່ມີການສຳຫລວດພື້ນທີ່ຢ່າງຄັກ ແນ່ນັ້ນ ໄດ້ເກີດໄປກວາມເອົາ ທີ່ດິນທຳກິນຂອງ ປະຊາຊົນ ແລະ ໃນຫລາຍໆກໍລະນີ ກໍໄດ້ໄປ ກວາມເອົາທີ່ດິນຂອງປ່າສະຫງວນແຫ່ງຊາດກໍມີ ຈຶ່ງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງສະພາບແວດລ້ອມທຳມະຊາດ ຢ່າງຫລີກລ້ຽງບໍ່ໄດ້ ເນື່ອງ ຈາກປະກົດວ່າ ໄດ້ມີການຕັດໄມ້ທຳລາຍປ່າ ຢູ່ໃນເຂດສຳປະທານທີ່ກວາມໄປເຖິງ ເຂດປ່າສະຫງວນຢ່າງກວ້າງຂວາງອີກດ້ວຍ.

ທ່ານ ຄຳອ້ວນ ໄດ້ຖະແຫລງຢືນຢັນດ້ວຍອີກວ່າ ຄວາມເປັນຈິງແລ້ວ ຄະນະເລຂາທິການ ລັດຖະບານລາວ ໄດ້ອອກປະກາດແຈ້ງການ ສະບັບທີ່ 4743 ເພື່ອໃຫ້ການຍຸຕິ ໃຫ້ການ ເຊົາ ແລະ ສຳປະ ທານທີ່ດິນເປັນການ ຊົ່ວຄາວໃນທົ່ວປະເທດ ນັບຕັ້ງແຕ່ ວັນທີ 8 ເດືອນ ພຶດສະພາ ປີ 2007 ເປັນຕົ້ນມາແລ້ວ ດ້ວຍເຫດຜົນທີ່ວ່າ ການໃຫ້ສຳປະທານ ສິດໃນການເຊົ່າ ໃນໄລຍະທີ່ຜ່ານມານັ້ນ ບໍ່ໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບຂໍ້ ກຳນົດ ຕ່າງໆ ຢ່າງຖືກຕ້ອງນັ້ນເອງ.

ຍິ່ງໄປກວ່ານັ້ນ ດ້ວຍເຫດທີ່ບໍ່ໄດ້ມີ ການສຳຫລວດ ພື້ນທີ່ ທີ່ເໝາະສົມ ກັບການທີ່ຈະປູກພືດ ແຕ່ລະຊະໜິດ ນັ້ນ ລວມໄປເຖິງ ການທີ່ບໍ່ໄດ້ມີການ ສຶກສາ ກ່ຽວກັບຄວາມຕ້ອງການ ທີ່ ແທ້ຈິງຂອງຕະຫລາດ ທີ່ຈະຮອງຮັບ ສິນຄ້າອີກນັ້ນຍັງໄດ້ສົ່ງຜົນກະທົບ ຕໍ່ການທີ່ຈະຫັນປ່ຽນ ເອົາທີ່ດິນ ເພື່ອ ໄປນຳໃຊ້ໃຫ້ເປັນປະໂຫຍດ ໃນດ້ານ ອື່ນໆອີກດ້ວຍ.

ນອກຈາກນີ້ ການໃຫ້ສຳປະທານສິດໃນການເຊົ່າທີ່ດິນໄລຍະຍາວ ແລະ ກໍເປັນແປງຂະ ໜາດໃຫຍ່ໃນຫລາຍໆກໍລະນີ ກໍຍັງໄດ້ກໍ່ໃຫ້ເກີດຂໍ້ຂັດແຍ້ງ ກັບປະຊາຊົນລາວຂຶ້ນຢ່າງ ກວ້າງຂວາງອີກດ້ວຍ ເນື່ອງຈາກປະກົດວ່າ ໄດ້ມີການກົດລາຄາ ຄ່າເວນຄືນທີ່ດິນ ຊຶ່ງໄດ້ ເຮັດໃຫ້ປະຊາຊົນເກີດຄວາມບໍ່ພໍໃຈ ແລະ ກໍບໍ່ຍອມຍົກຍ້າຍອອກຈາກທີ່ດິນຂອງພວກຕົນ ດັ່ງໃນກໍລະນີໂຄງ ການພັດທະນາເຂດເມືອງໃໝ່ ຢູ່ບຶງທາດຫລວງ ຂອງກຸ່ມນັກທຸລະກິດ ຈາກຈີນນັ້ນ ກໍຕ້ອງມີການຫລຸດພື້ນທີ່ສຳປະທານທີ່ດິນລົງຈາກເດີມ 1.600 ເຮັກຕ້າ ເຫລືອຢູ່ພຽງແຕ່ 200 ເຮັກຕ້າ ເທົ່ານັ້ນໃນປະຈຸບັນນີ້.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 01 ກໍລະກົດ 2009

XS
SM
MD
LG