ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ຍິງລູກສອນໄຟຫລາຍໆລູກ ຈາກແຄມຝັ່ງທະເລ ກ້ຳຕາເວັນອອກຂອງຕົນ


ເກົາຫລີເໜືອ - ນິວເຄລັຽ: ກະຊວງປ້ອງກັນ ປະເທດ ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອໄດ້ ຍິງລູກສອນໄຟ ຈຳນວນນຶ່ງ ຈາກເຂດແຄມຝັ່ງ ທະເລກ້ຳຕາເວັນອອກຂອງຕົນ ລຸນຫລັງທີ່ໄດ້ ມີການຍິງທົດລອງທຳນອງດຽວກັນ ໃນຕົ້ນອາ ທິດນີ້. ລູກສອນໄຟເຫລົ່ານີ້ໄດ້ຖືກຍິງເປັນໄລ ຍະຫລາຍໆຊົ່ວໂມງ ເລີ້ມມາແຕ່ ຕອນເຊົ້າວັນ ເສົາມື້ນີ້. ອົງການຂ່າວຢອນຮັບ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ທະຫານທີ່ກ່າວວ່າ ເປັນທີ່ປາກົດ ວ່າ ລູກສອນໄຟເຫລົ່ານີ້ ແມ່ນເປັນຊະນິດດຽວ ກັບ ລູກສອນໄຟ SCUD ທີ່ຍິງໄດ້ ໃນໄລຍະ ໃກ້. ການທົດລອງ ລູກສອນໄຟເທື່ອ ລ່າສຸດ ຂອງເກົາຫລີເໜືອ ມີຂຶ້ນຂະນະທີ່ ສະຫະຣັດ ເລີ້ມການສເລີມສລອງວັນພັກເນື່ອງໃນໂອກາດ ການສລອງວັນຊາດ ຫລືວັນເອກກະຣາດທີ 4 ກໍຣະກົດ. ເກົາຫລີເໜືອເຄີຍທຳການທົດລອງລູກສອນໄຟ ແລະອາວຸດນິວເຄລັຽ ມາແລ້ວ ໃນວັນພັກຂອງສະຫະຣັດ. ສະຫະຣັດ ແລະເພື່ອນບ້ານຂອງເກົາຫລີເໜືອ ກ່າວວ່າ ການ ທົດລອງລູກສອນໄຟ 4 ລູກຂອງເກົາຫລີເໜືອ ໃນວັນພະຫັດຜ່ານມາ ແມ່ນເປັນການທ້າ ທາຍ ແລະຮຽກຮ້ອງໃຫ້ ປະເທດຄອມມູນິສເກົາຫຼີເໜືອ ກັບຄືນເຂົ້າສູ່ ໂຕະເຈຣະຈາ ເພື່ອ ປົດອາວຸດ ນິວເຄລັຽ.

ຮອນດູຣາສ: ຣັຖບານໃໝ່ ຂອງຮອນດູຣາສ ກ່າວວ່າ ຕົນບໍ່ໄດ້ຮັບຮູ້ ກົດບັດ ຂອງອົງການ ບັນດາປະເທດ ໃນທະວີບອະເມຣິກາຫຼື OAS ອີກຕໍ່ໄປແລ້ວ ແລະພວມຖອນ ການເປັນສະມາ ຊິກໃນອົງການດັ່ງກ່າວ. ຮອນດູຣາສໄດ້ປະກາດ ກ່ຽວກັບເຣື່ອງນີ້ ໃນຕອນແລງ ຂອງມື້ວັນສຸກ ນຶ່ງມື້ກ່ອນທີ່ ມີກຳນົດວ່າ ອົງການ OAS ຈະລົງຄະແນນສຽງ ໂຈະການເປັນສະມາຊິກ ຂອງຮອນດູຣາສ ຫລັງຈາກປະເທດດັ່ງກ່າວ ໄດ້ປະຕິເສດ ບໍ່ຍອມປະຕິບັດຕາມ ຄຳຮຽກຮ້ອງ ຂອງ OAS ໃຫ້ແຕ່ງຕັ້ງ ປະທານາທິບໍດີ MANUEL ZELAYA ທີ່ຖືກໂຄ່ນລົ້ມໄປນັ້ນ ເຂົ້າຮັບຕຳແໜ່ງ ຄືນໃໝ່. ອົງການ OAS ຮຽກໃຫ້ເປີດປະຊຸມສຸກເສີນ ທີ່ກຸງວໍຊິງຕັນ ໃນວັນເສົາມື້ນີ້. ສານສູງສຸດ ຂອງຮອນດູຣາສ ແຈ້ງໃຫ້ຜູ້ນ ຳຂອງອົງການ OAS ທ່ານ JOSE MIGUEL INSULZA ຊາບ ໃນມື້ວານນີ້ວ່າ ການຕັດສິນຂອງຕົນ ທີ່ໄດ້ຂັບໄລ່ ທ່ານ ZELAYA ອອກຈາກຕຳແໜ່ງນັ້ນ ແມ່ນບໍ່ສາມາດ ຕ່າວປີ້ນໄດ້ ແລະ ຜູ້ນຳຝ່າຍຊ້າຍ ຄົນນີ້ ຈະຖືກຈັບ ຖ້າຜູ້ກ່ຽວ ຫາກເດີນທາງ ກັບຄືນປະເທດ. ທ່ານ ZELAYA ກ່າວວ່າ ທ່ານຈະພະຍາຍາມ ກັບຄືນໄປ ຮອນດູຣາສ ໃນວັນອາທິດ ແລະຄາດວ່າ ຈະມີທ່ານ INSULZA ຕລອດທັງ ປະທານາທິບໍດີ ອາເຈັນຕີນາ ທ່ານນາງ CRISTINA FERNANDEZ DE KIRCHNER ປະທານາທິບໍດີ ເອກວາດໍ ທ່ານ RAFAEL CORREA ແລະບຸກຄົນອື່ນໆອີກ ຮ່ວມເດີນທາງ ໄປນຳ.

ອັຟການິສຖານ: ການສູ້ຣົບກັນໃນພາກຕາເວັນ ອອກ ອັຟການິສຖານ ໃນວັນເສົາມື້ນີ້ ເຮັດໃຫ້ທະ ຫານສະຫະຣັດ 2 ຄົນ ແລະພວກທີ່ສົງສັຍວ່າ ເປັນກະບົດທາລີບານ 30 ຄົນ ເສັຽຊີວິດ. ເຈົ້າ ໜ້າທີ່ທ້ອງຖິ່ນ ກ່າວວ່າ ການສູ້ຣົບກັນ ເລີ້ມຂຶ້ນ ທີ່ແຂວງ PAKTIKA ເວລາຣົດບັນທຸກຄັນນຶ່ງ ຣະເບີດຂຶ້ນ ໃກ້ໆຄ້າຍ ທະຫານຣັຖບານ ທີ່ເມືອງ ZIROK ເຮັດໃຫ້ ທະຫານສະຫະຣັດ 2 ຄົນ ເສັຽຊີວິດ ແລະອີກ 4 ຄົນບາດເຈັບ. ເຈົ້າໜ້າທີ່ ເວົ້າວ່າ ພວກກະບົດ ໄດ້ເລີ້ມຣະດົມຍິງເຂົ້າໃສ່ ຄ້າຍທະຫານແຫ່ງນັ້ນ ຈຶ່ງເຮັດໃຫ້ກຳລັງ ພາຍໃຕ້ ການນຳພາ ຂອງສະຫະຣັດ ຮ້ອງຂໍ ການໂຈມຕີ ທາງອາກາດ ທີ່ເຮັດໃຫ້ ພວກຫົວຮຸນແຮງ 30 ຄົນ ຖືກຂ້າຕາຍ. ສ່ວນທີ່ແຂວງ HELMAND ທາງພາກໃຕ້ ອັຟການິສຖານ ໃນວັນເສົາມື້ນີ້ ກຳລັງສະຫະຣັດຍັງສືບຕໍ່ ບຸກຄືບໜ້າ ເພື່ອຂັບໄລ່ ພວກກະບົດ ທາລີບານ ແລະເຂົ້າຢຶດ ເອົາເຂດດັ່ງກ່າວ ກ່ອນການເລືອກຕັ້ງ ປະທານາທິບໍດີ ໃນອັຟການິສຖານ ຊຶ່ງຈະມີຂຶ້ນໃນ ເດືອນສິງຫາ ປີນີ້. ທະຫານມາຣີນ ສະຫະຣັດ ປະມານ 4 ພັນຄົນ ໄດ້ເຂົ້າຮ່ວມການ ປະຕິບັດງານ ທີ່ຮວມທັງ ການພັທນາ ເຂດສອກຫລີກຫ່າງໄກ ຂອງແຂວງ HELMAND ໃນຄວາມພະຍາຍາມ ເພື່ອເອົາຊະນະ ໃຈປະຊາຊົນທ້ອງຖິ່ນ ຊາວອັຟການິສຖານ.

ທ່ານນາງເພລິນ ລາອອກ: ຜູ້ປົກຄອງຣັດອາລາສ ກາແລະອະດີດ ຜູ້ສະມັກປະທານາທິບໍດີສະຫະຣັດ ທ່ານນາງ SAHRAH PALIN ກ່າວວ່າ ທ່ານນາງ ຈະລາອອກຈາກຕຳແໜ່ງ ໃນທ້າຍເດືອນນີ້ ແລະ ຈະບໍ່ສະມັກ ເຂົ້າແຂ່ງຂັນເລືອກຕັ້ງ ເອົາຕຳແໜ່ງ ດັ່ງກ່າວອີກ. ທ່ານນາງ PALIN ໄດ້ກ່າວຕໍ່ກອງ ປະຊຸມຖແລງຂ່າວ ຢູ່ນອກເຮືອນທ່ານນາງທີ່ເມືອງ WASILA ຊຶ່ງເປັນເມືອງນ້ອຍໆ ໃນຣັດອາລາສກາ ໃນມື້ວານນີ້. ການປະກາດ ທີ່ບໍ່ໄດ້ມີການ ຄາດຄິດ ມາກ່ອນ ຂອງທ່ານນາງ ພາໃຫ້ມີ ການຄາດຄະເນ ກັນວ່າ ທ່ານນາງ ອາດຈະຊອກສແວງຫາຊ່ອງທາງ ເພື່ອໃຫ້ໄດ້ຮັບ ການແຕ່ງຕັ້ງ ເປັນຜູ້ສະມັກ ເລືອກຕັ້ງ ປະທານາທິບໍດີ ຂອງພັກຣີພັບຣີກັນ ໃນປີ 2012. ທ່ານ PALIN ທີ່ຫລາຍໆຄົນໄດ້ມອງກັນວ່າ ເປັນດາວຮຸ່ງດວງໃໝ່ ຂອງພັກ ຣີພັບຣີກັນນັ້ນ ແມ່ນຜູ້ສະມັກ ເປັນຮອງປະທານາທິບໍດີ ຂອງທ່ານ JOHN McCAIN ໃນການເລືອກຕັ້ງ ປະທານາທິບໍດີ ປີ 2008 ຊຶ່ງພວກທ່ານ ໄດ້ເສັຽໄຊ ໃຫ້ແກ່ທ່ານ BARACK OBAMA ແລະທ່ານ JOE BIDEN. ທ່ານນາງ PALIN ກ່າວວ່າ ທ່ານນາງ ຈະທຳການປ່ຽນແປງ ໄປໃນທາງບວກ ຢູ່ນອກ ວົງການຣັຖບານ ໃນເວລານີ້.

ເຊັສເນັຽ: ຕຳຣວດ CHECHNYA 9 ຄົນ ໄດ້ຖືກຂ້າຕາຍ ໃນການດັກສະກັດໂຈມຕີທີ່ສາທາຣະນະຣັດ INGUSHETIA ຂອງຣັດເຊັຽ ໃນວັນເສົາມື້ນີ້. ເຈົ້າໜ້າທີ່ INGUSHETIA ກ່າວວ່າ ຕຳຣວດຈຸນີ້ ໄດ້ເດີນທາງໄປນຳຂະບວນຣົດເວລາ ເຂົາເຈົ້າ ຖືກດັກສະກັດໂຈມຕີ ດ້ວຍປືນກົນ ແລະປືນຍິງ ຣະເບີດມື. ນອກນັ້ນ ຍັງມີຕຳຣວດອີກ 9 ຄົນ ໄດ້ຮັບບາດ ເຈັບ. ເຈົ້າໜ້າທີ່ຕຳຣວດ CHECHNYA ໄດ້ເດີນທາງໄປ ຍັງ ສາທາຣະນະຣັດ INGUSHETIA ທີ່ເປັນເພື່ອນບ້ານ ເພື່ອປະຕິບັດງານ ຮ່ວມຕໍ່ຕ້ານ ພວກຫົວຮຸນແຮງ ກັບເຈົ້າໜ້າທີ່ INGUSHETIA. ການປະຕິບັດງານ ໄດ້ເລີ້ມຂຶ້ນຫລັງ ຈາກ ໄດ້ມີການໂຈມຕີ ສະລະຊີບ ໃນວັນທີ 22 ມິຖຸນາ ທີ່ເຮັດໃຫ້ ປະທານາທິບໍດີ ຂອງ INGUSHETIA ຊຶ່ງໄດ້ຮັບການແຕ່ງຕັ້ງ ໂດຍມົສກູນັ້ນ ໄດ້ຮັບບາດເຈັບສາຫັດ. ຜູ້ນຳຂອງ CHECHNYA ທ່ານ RAMZAN KADYROV ໄດ້ປະກາດວ່າ ຈະລົງໂທດຢ່າງໜັກ ຕໍ່ພວກຫົວຮຸນແຮງ ທີ່ຮັບຜິດຊອບ ໃນການໂຈມຕີ ແລະເວົ້າວ່າ ພວກຫົວຮຸນແຮງ ຈະຕ້ອງຖືກກຳຈັດ ໃຫ້ຊິ້ນຊາກ. ສາທາຣະນະຣັດ INGUSHETIA ໄດ້ທຳການຕໍ່ສູ້ ກັບພວກມຸສລິມ ແບ່ງແຍກດິນແດນ ທີ່ໄດ້ຕໍ່ສູ້ ກັບທະຫານຣັດເຊັຽ ຢູ່ໃນ CHECHNYA ຄືກັນ ໃນໄລຍະ 15 ປີ ຜ່ານມານີ້.

ສະຫະປະຊາຊາດ - ມຽນມາ: ເລຂາທິການ ໃຫຍ່ ອົງການສະຫະປະຊາຊາດ ທ່ານ BAN KI-MOON ກ່າວວ່າ ຣັຖບານທະຫານມຽນມາ ໄດ້ປະຕິເສດອີກຄັ້ງນຶ່ງຕໍ່ການຮ້ອງຂໍ ຂອງທ່ານ ທີ່ຢາກພົບປະກັບທ່ານນາງ ອອງຊານ ຊູຈີ ຜູ້ ນຳປະຊາທິປະໄຕ ຂອງມຽນມາ ທີ່ຖືກຄຸມຂັງ ຢູ່ໃນເວລານີ້. ລຸນຫລັງທີ່ໄດ້ພົບປະເປັນເວລາ 30 ນາທີ ໃນວັນເສົາມື້ນີ້ ກັບຜູ້ນຳ ຣັຖບານທະ ຫານມຽນມາ ນາຍພົນ THAN SHWE ແລ້ວ ທ່ານ BAN ກ່າວຕໍ່ພວກນັກຂ່າວວ່າ ທ່ານຮູ້ສຶກ ເສັຽໃຈ ເປັນທີ່ສຸດ. ທ່ານ BAN ໄດ້ພົບປະກັບ ນາຍພົນອະວຸໂສ THAN SHWE ເປັນຄັ້ງທີ 2 ໃນວັນເສົາມື້ນີ້ ທີ່ນະຄອນຫລວງ NAYPYI- TAW ເພື່ອຊຸກຍູ້ໃຫ້ມຽນມາ ປ່ອຍພວກນັກໂທດການເມືອງທັງໝົດ ຮວມທັງທ່ານນາງ ອອງຊານ ຊູຈີ ແລະ ສ້າງຄວາມປອງດອງຊາດ ກ່ອນການເລືອກຕັ້ງ ໃນປີໜ້າ. ຜູ້ນຳ ພັກຝ່າຍຄ້ານ ຂອງມຽນມາ ພວມຖືກ ດຳເນີນຄະດີ ໃນຂໍ້ຫາ ລະເມີດເງື່ອນໄຂການກັກ ບໍຣິເວນ. ມີກຳນົດວ່າ ການດຳເນີນຄະດີ ຈະເລີ້ມຄືນໃໝ່ ໃນວັນສຸກວານນີ້ ຊຶ່ງເປັນມື້ທີ່ ທ່ານ BAN ເດີນທາງໄປເຖິງ ປະເທດມຽນມາ ແຕ່ໄດ້ ຖືກເລື່ອນເວລາ ອອກໄປອີກ ນຶ່ງອາທິດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG