ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳອົງການສະຫະປະຊາຊາດ ຂໍພົບທ່ານນາງ ອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານມຽນມາ


ສະຫະປະຊາຊາດ - ມຽນມາ: ເລຂາທິການ ໃຫຍ່ ອົງການສະຫະປະຊາຊາດ ທ່ານ BAN KI-MOON ກ່າວວ່າ ທ່ານກຳລັງລໍຖ້າ ອະນຸ ຍາດຈາກຣັຖບານທະຫານມຽນມາ ເພື່ອພົບປະ ເປັນການສ່ວນໂຕກັບທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ມຽນມາ ທີ່ຖືກຄຸມຂັງ ຢູ່ໃນເວລາ. ທ່ານ BAN ໄດ້ທຳການ ຂໍຮ້ອງ ໃນວັນສຸກ ມື້ນີ້ ໃນລະຫວ່າງ ການເຈຣະຈາຫາຣື ກັບນາຍພົນ THAN SHWE ທີ່ນະຄອນຫລວງ NAYPYITAW. ຜູ້ນຳຂອງ ອົງການສະຫະປະ ຊາຊາດ ໄດ້ໄປເຖິງມຽນມາ ບໍ່ເທົ່າໃດຊົ່ວໂມງ ກ່ອນໜ້ານີ້ ໃນການປະຕິບັດງານ ເພື່ອຮຽກຮ້ອງ ໃຫ້ມີການປ່ອຍ ທ່ານນາງອອງ ຊານ ຊູຈີ ແລະພວກນັກໂທດ ການເມືອງ ທັງໝົດ. ຂະນະດຽວກັນ ການດຳເນີນຄະດີ ທ່ານນາງອອງຊານ ຊູຈີ ກໍມີກຳນົດທີ່ຈະ ເລີ້ມຄືນໃໝ່ ລຸນຫລັງທີ່ ໄດ້ມີການຊັກຊ້າ ມາແລ້ວຫລາຍຄັ້ງ. ແຕ່ສານ ທີ່ພິຈາຣະນາຄະດີ ມີຄຳສັ່ງ ໃຫ້ເລື່ອນ ການດຳເນີນຄະດີ ອີກຄັ້ງນຶ່ງ. ເທື່ອນີ້ ແມ່ນເລື່ອນໄປໃສ່ ວັນທີ 10 ກໍຣະກົດ. ທ່ານນາງອອງຊານ ຊູຈີ ຜູ້ທີ່ເຄີຍ ໄດ້ຮັບລາງວັນ ໂນແບລ ຂແນງສັນຕິພາບ ຖືກກ່າວຫາວ່າ ລະເມີດເງື່ອນໄຂ ຂອງການກັກບໍຣິເວນ ແລະປະເຊີນກັບ ໂທດຈຳຄຸກ ເປັນເວລາ 5 ປີ.

ອັຟການິສຖານ: ທະຫານມາຣີນສະຫະຣັດ ໄດ້ ບຸກຄືບໜ້າ ເລີກເຂົ້າໄປໃນພາກໃຕ້ອັຟການິສຖານ ໃນວັນສຸກມື້ນີ້ ໂດຍມີການຕ້ານຢັນ ແຕ່ພຽງເລັກ ນ້ອຍ ຂະນະທີ່ພວກເຂົາເຈົ້າ ບຸກເຂົ້າຢຶດເອົາ ຫລາຍໆບ້ານ ແລະສູນກາງ ປະຊາຊົນ ທີ່ຄວບ ຄຸມໂດຍ ພວກຫົວຮຸນແຮງ ທາລີບານ. ການບຸກໂຈມຕີ ຂອງສະຫະຣັດ ແມ່ນນຳພາໂດຍ ທະຫານມາຣີນ 4 ພັນຄົນ ຊຶ່ງໄດ້ເຄື່ອນ ກຳລັງເຂົ້າໄປ ໃນແຂວງ HELMAND ທີ່ຢູ່ໃນ ພາກໃຕ້ ຂອງອັຟການິສຖານ ເລີ້ມຂຶ້ນ ໃນມື້ວານນີ້. ການປະຕິບັດງານ ດັ່ງກ່າວ ແມ່ນແນໃສ່ ເພື່ອຂັບໄລ່ ພວກຫົວຮຸນແຮງ ແລະຢຶດເອົາພື້ນທີ່ ກ່ອນການເລືອກຕັ້ງ ປະທານາທິບໍດີ ຊຶ່ງຈະມີຂຶ້ນ ໃນວັນທີ 20 ສິງຫາ ຈະມານີ້. ທ່ານ BILL PELLETIER ໂຄສົກ ຂອງທະຫານມາຣີນ ກ່າວວ່າ ກຳລັງສະຫະຣັດ ໄດ້ພົວພັນນຳ ການສູ້ຣົບ ແບບກະຈັດກະຈາຍທໍ່ນັ້ນ ແຕ່ທ່ານເຕືອນວ່າ ສະພາບການ ທີ່ວ່ານີ້ ອາດຈະມີ ການປ່ຽນແປງ. ທ່ານເວົ້າວ່າ ສະຫະຣັດເພັ່ງເລັງໃສ່ ການຂັບໄລ່ ພວກຫົວຮຸນແຮງ ທາລີບານ ອອກໜີ ແລະສ້າງ ຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ. ກອງທັບສະຫະຣັດ ກ່າວວ່າ ມີທະຫານມາຣີນ ຄົນນຶ່ງ ເສັຽຊີວິດ ແລະອີກຫຼາຍຄົນ ໄດ້ຮັບບາດເຈັບ ໃນການບຸກໂຈມຕີ ເທື່ອນີ້.

ປາກິສຖານ: ເຈົ້າໜ້າທີ່ສືບລັບປາກິສຖານ ກ່າວວ່າ ເຮືອບິນບໍ່ມີຄົນຂັບທີ່ສົງສັຍວ່າເປັນ ຂອງສະຫະຣັດ ໄດ້ຍິງລູກສອນໄຟ ໂຈມຕີ ບ່ອນຫລົບລີ້ຂອງພວກທາລີບານ ແລະກຸ່ມກໍ່ ການຮ້າຍ AL-QAIDA ໃນເຂດຊົນເຜົ່າ WAZIRISTAN ໃຕ້ ໃນວັນສຸກ ມື້ນີ້ ເຮັດ ໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 10 ຄົນ. ເຈົ້າໜ້າ ທີ່ທ້ອງຖິ່ນ ເວົ້າວ່າ ລູກສອນໄຟ ທີ່ວ່ານີ້ ໄດ້ແນເປົ້າ ໃສ່ເຂດຄວບຄຸມ ຂອງນາຍ BAITULLAH MEHSUD ຜູ້ນຳກຸ່ມທາລີບານ ແລະກຸ່ມກໍ່ການຮ້າຍ AL-QAIDA ທີ່ເປັນພັນ ທະມິດ. ປັດຈຸບັນນີ້ ກອງທັບປາກິສຖານ ກຳລັງຕາມລ່າ ຫາໂຕນາຍ MEHSUD ທີ່ມີການ ຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດຊອບ ໃນການໂຈມຕີ ເປົ້າໝາຍຂອງຣັຖບານ ແລະພົລເຮືອນ ຫລາຍໆບ່ອນ. ນອກນັ້ນ ເຈົ້າໜ້າທີ່ ຍັງເຊື່ອວ່າ ນາຍ MEHSUD ເປັນຜູ້ປະສານງານ ຄົນສຳຄັນ ກັບກຳລັງ ກຸ່ມກໍ່ການຮ້າຍ AL-QAIDA ໃນເຂດພາກຕາເວັນຕົກ ສຽງເໜືອ ທີ່ມີບັນຫາ ຂອງປາກິສຖານ. ທີ່ແຂວງ WAZIRISTAN ເໜືອ ໃນຕົ້ນອາທິດນີ້ ພວກຜູ້ນຳທາລີບານ ໄດ້ຖອນໂຕ ຈາກຂໍ້ຕົກລົງ ສັນຕິພາບ ກັບຣັຖບານ ປາກິສຖານ ໂດຍເວົ້າວ່າ ຣັຖບານບໍ່ສາມາດ ຢັບຢັ້ງການໂຈມຕີ ທີ່ສົງສັຍວ່າ ເປັນຂອງສະຫະຣັດ ທັງຢູ່ທີ່ແຂວງ WAZIRISTAN ເໜືອ ແລະ WAZIRISTAN ໃຕ້.

ອີຣັກ: ຮອງປະທານາທິບໍດີສະຫະຣັດ ທ່ານ JOE BIDEN ກຳລັງຢູ່ທີ່ ນະຄອນຫລວງ ແບັກແດັດ ບ່ອນທີ່ຄາດກັນວ່າ ທ່ານຈະຮຽກ ຮ້ອງໃຫ້ພວກຜູ້ນຳຂອງອີຣັກ ແກ້ໄຂບັນຫາ ຂັດແຍ້ງກ່ຽວກັບເຣື່ອງລາຍໄດ້ຈາກການຂາຍ ນ້ຳມັນ ແລະການແບ່ງປັນອຳນາດ ທາງດ້ານການ ເມືອງ. ທ່ານ BIDEN ໄດ້ເດີນທາງ ໄປເຖິງ ນະຄອນແບັກແດັດ ໃນມື້ວານນີ້ ແລະ ມີກຳນົດ ທີ່ຈະພົບປະ ກັບນາຍົກຣັຖມຸນຕຣີ NOURI AL-MALIKI ແລະ ປະທານາທິບໍດີ JALAL TALABANI ໃນວັນສຸກ ມື້ນີ້. ເປັນທີ່ຄາດກັນວ່າ ຮອງປະທານາທິບໍດີ ສະຫະຣັດ ຈະໄດ້ກ່າວຢ້ຳ ເຖິງຄວາມສຳຄັນ ໃນການບັນລຸ ສະເຖັຽຣະພາບ ທາງດ້ານການເມືອງ ຢູ່ໃນອີຣັກ ກ່ອນກອງກຳລັງ ສະຫະຣັດ ຈະຖອນອອກ ຈາກປະເທດດັ່ງກ່າວ ໃນປີ 2011. ໃນຕົ້ນອາທິດນີ້ ກໍໄດ້ມີ ການຖອນ ກຳລັງສູ້ຣົບ ຂອງສະຫະຣັດ ອອກຈາກເຂດ ເທສບານຕ່າງໆ ໃນອີຣັກ. ທະຫານສະຫະຣັດ ປະມານ 130 ພັນຄົນ ຍັງຈະສືບຕໍ່ ປະຈຳການ ຢູ່ອີຣັກ ເພື່ອປະຕິບັດໜ້າທີ່ ໃນການສູ້ຣົບ ຢູ່ນອກ ເຂດເທສບານ ແລະໃຫ້ຄຳແນະນຳ ແກ່ທະຫານອີຣັກ ຢູ່ຕາມ ຫົວເມືອງຕ່າງໆ.

ສະຫະພາບອາຟຣິກາ: ບັນດາຜູ້ນຳຂອງອາຟຣິກາໄດ້ ຕົກລົງກັນ ທີ່ຈະເສີມຂຍາຍ ອຳນາດຂອງ ສະຫະພາບອາ ຟຣິກາ ໃນການເອົາ ບາດກ້າວໄປສູ່ ວິໄສທັດ ຂອງຜູ້ນຳ ສະຫະພາບ ອາຟຣິກາ ຄົນປັດຈຸບັນ ຄືປະທານາທິບໍດີ MOAMMA GADHAFI ແຫ່ງລີເບັຽ ທີ່ຢາກໃຫ້ເປັນ ສະຫະຣັດ ອາຟຣິການັ້ນ. ມະຕິດັ່ງກ່າວ ໄດ້ມີການຮັບ ຮອງເອົາ ໃນຕອນເຊົ້າ ຂອງວັນສຸກ ມື້ນີ້ ໂດຍໄດ້ວາງ ລາຍລະອຽດ ໃນໄລຍະ ຂ້າມຜ່ານ ຈາກຄະນະ ກັມມາ ທິການ ຂອງສະຫະພາບ ອາຟຣິກາ ໄປສູ່ອຳນາດ ຊຶ່ງຕາມປົກກະຕິແລ້ວ ມີສິດ ໃນການປະສານງານ ໃນດ້ານຄວາມໝັ້ນຄົງ ແລະການດຳເນີນ ຄວາມພະຍາຍາມ ທາງດ້ານການທູດ. ລີເບັຽ ຊຶ່ງເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ສະຫະພາບ ອາຟຣິກາ ໄດ້ຊຸກຍູ້ ໃຫ້ບັນດາ ປະເທດສະມາຊິກ ກ່ຽວກັບ ການປ່ຽນແປງ ເຫລົ່ານີ້. ພວກນັກການທູດ ກ່າວວ່າ ບາງປະເທດ ທີ່ຮັ່ງມີ ໃນອາຟຣິກາ ເຊັ່ນໄນຈີເຣັຽ ແລະອາຟຣິກາໃຕ້ ໄດ້ຮຽກຮ້ອງ ໃຫ້ດຳເນີນການ ແບບຄ່ອຍເປັນຄ່ອຍໄປ. ພວກນັກການທູດ ຫລາຍໆຄົນ ໄດ້ພາກັນສະແດງ ຄວາມບໍ່ພໍໃຈ ເປັນການສ່ວນໂຕ ໃນການໃຊ້ເວລາ ຂອງກອງປະຊຸມ ສຸດຍອດ ສົນທະນາຫາຣືກັນ ໃນອັນທີ່ເອີ້ນວ່າ ສະຫະຣັດ ເພື່ອຄວາມຄິດ ຂອງອາຟຣິກາ.

ຮອນດູຣາສ: ຜູ້ນຳຂອງອົງການບັນດາປະເທດ ໃນທະວີບອະເມຣິກາກ່າວວ່າ ທ່ານຈະເດີນທາງ ໄປຮອນດູຣາສ ໃນວັນສຸກມື້ນີ້ເພື່ອຊອກຫາຊ່ອງ ທາງ ໃຫ້ມີການແຕ່ງຕັ້ງ ປະທານາທິບໍດີ MA NUEL ZELAYA ເຂົ້າຮັບຕຳແໜ່ງ ຄືນໃໝ່. ທ່ານ JOSE MIGUEL INSULZA ໄດ້ທຳ ການປະກາດ ທີ່ກອງປະຊຸມສຸດຍອດ ພວກຜູ້ນຳ ໃນແຖບທະເລ ຄາຣີບບຽນ ທີ່ GUYANA ໃນມື້ວານນີ້. ທ່ານເວົ້າວ່າ ທ່ານຈະເດີນທາງ ໄປຮອນດູຣາສ ບໍ່ແມ່ນເພື່ອເຈຣະຈາ ແຕ່ເພື່ອ ຍື່ນຄຳຂາດ. ອົງການ ບັນດາປະເທດ ໃນທະວີບອະເມຣິກາ ຫລື OAS ຢາກໃຫ້ມີ ການແຕ່ງຕັ້ງທ່ານ ZELAYA ເຂົ້າຮັບຕຳແໜ່ງ ຄືນໃໝ່ພ າຍໃນວັນເສົາ ມື້ອື່ນ ຖ້າບໍ່ດັ່ງນັ້ນ ກໍຈະຖືກໂຈະ ການເປັນສະມາຊິກ ຢູ່ໃນອົງການ OAS. ທ່ານ ROBERTO MICHELETTI ຮັກສາການ ຕຳແໜ່ງ ປະທານາທິບໍດີ ຮອນດູຣາສ ກ່າວໃນຕອນແລງ ວານນີ້ວ່າ ທ່ານບໍ່ຄັດຄ້ານ ຕໍ່ການຮຽກໃຫ້ມີ ການເລືອກຕັ້ງ ກ່ອນກຳນົດ ເພື່ອຊ່ອຍແກ້ໄຂ ວິກິຕການ ທາງດ້ານການເມືອງ ໃນປະເທດ ດັ່ງກ່າວ. ປັດຈຸບັນນີ້ ການເລືອກຕັ້ງ ປະທານາທິບໍດີ ແມ່ນກຳນົດໃສ່ ເດືອນພະຈິກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG