ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ Zelaya ທີ່ຖືກປົດ ອອກຈາກຕຳແໜ່ງ ໃນຮົງດູຣາສ ເດີນທາງໄປຮອດ ນີກາຣາກົວ



ກ່ຽວກັບຮົງດູຣາສ : ອະດີດປະທານາທິບໍດີ Manuel Zelaya ຂອງ Honduras ​ເດີນ ທາງ​ໄປ​ຮອດ Nicaragua ​ແລ້ວ ຫລັງ​ຈາກຜູ້ກ່ຽວ​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ອາທິດ​ວານ​ນີ້​ໂດຍ​ພວກ ທະຫານ Honduras. ທະຫານ​ໄດ້​ຈັບ​ທ່ານ Zelaya ​ແລ້ວ​ສົ່ງ​ທ່ານ​ໄປ​ຍັງ​ປະ​ເທດ Costa Rica ​ໃນ​ຕອນ​ເດິກ​ເຊົ້າ​ວັນ​ອາທິດ​ວານ​ນີ້ ​ຊື່​ງ​ເປັນມື້​ທ່ີ​ທ່ານ​ກຳນົດ​ໃຫ້​ມີ​ການລົງ​ປະຊາ​ມະຕິ​ ເພື່ອ​ປ່ຽນ​ແປງ​ກົດໝາຍຣັຖທັມມະ​ນູນ​ເພື່ອ​ຈະ​ອະນຸ ມັດ ​ໃຫ້​ທ່ານ​ສະມັກ​ເປັນ​ປະທານາທິບໍດີ​ໄດ້​ອີກສ​ໄມ​ນຶ່ງ​ນັ້ນ. ທ່ານ Zelaza ​ເດີນທາງ​ໄປ​ຮອດ Nicaragua ຈາກ​ປະ​ເທດ Costa Rica ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ໄປ​ຮ່ວມ​ປະຊຸມ​ກັບ​ບັນດາ​ປະທາ ນາທິບໍດີ​ໃນ​ເຂດ​ອະ​ເມຣິກາ​ລາ​ຕິນ ທ່ີ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ຈັນ​ມື້ນີ້. ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ​ຂອງ Honduras ໄດ້ແຕ່ງ​ຕັ້ງປະທານ​ສະພາ​ ​ໃຫ້ເປັນ​ຜູ້​ວ່າການຊົ່ວຄາວ​ແທນປະທານາທິບໍດີ ຫລັງ​ຈາກ​ທ່ານ Zelaya ຖືກ​ໂຄ່ນ​ລົ້ມໄປແລ້ວ. ທ່ານ Roberto Micheletti ຫົວໜ້າ​ສະພາ Congress ຂອງ Honduras ກ່າວ​ວ່າ ການ​ຂຶ້ນ​ກຳ​ຕຳ​ແໜ່​ງຊົ່ວຄາວ​ຂອງ ທ່ານ​ເມ່ນ​ເປັນ​ການ​ດຳ​ເນີນ​ການໄປ​ຕາມ​ຂັ້ນຕອນ​ທ່ີ​ຖືກຕ້ອງ​ຕາມກົດໝາຍ. ​ຫລັງ​ຈາກສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​ແລ້ວ ທ່ານ Micheletti ກ່າວວ່າ ການ​ປົດ​ທ່ານ Zelaya ອອກ​ຈາກ​ຕຳ​ແໜ່​ງບໍ່​ແມ່ນ​ການ​ກໍ່ ຣັຖປະຫານ. ທ່ານ Micheletti ​ໄດ້​ປະກາດ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ ​ໄປ​ຮອດ​ແລງ​ວັນ​ອັງຄານ​ມື້​ອື່ນ.

ທີ່ອິຣ່ານ: ອິຣ່ານກ່າວ​ວ່າ ຕົນ​ໄດ້​ປ່ອຍ​ໂຕ​ພນັກ​ງານ​ຊາວ​ອິຣ່ານ​ຂອງສະຖານທູດ​ອັງກິດ​ໃນ​ກຸງ​ເຕຣ່ານ 5 ຄົນ​ ໃນ​ເວລາ​ບໍ່​ເທົ່າ​ໃດ​ມື້ຫລັງຈາກ​ພວກ​ເຂົາ ​ເຈົ້າ​ຖືກ​ຈັບໄປ ​ໃນ​ຂໍ້​ຫາ​ມີ​ສ່ວນ​ພົວພັນ​ກັບ​ການ​ກໍ່ຄວາມ​ວຸ້ນວາຍ​ ​ຫລັງ​ການເລືອກ​ຕັ້ງ​ໃນ​ປະ​ເທດ​ນັ້ນ. ທ່ານ Hassan Qashqavi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິຣ່ານ ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້ວ່າ ພວກ​ພນັກ​ງານ 5ຄົນ ໃນ​ຈຳນວນ9 ຄົນ​ທ່ີ​ຖືກ​ຈັບໄປ ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ ​ແລະ​ສ່ວນ​ພວກ​ພນັກ​ງານ​ທ່ີ​ຍັງ​ເຫລືອ​ນັ້ນ​ ກຳລັງ​ຖືກ​ສອບ​ປາກຄຳ​ຢູ່. ລາຍ​ງານ​ຂ່າວ ກ່ອນ​ໜ້າ​ນີ້​ເວົ້າ​ວ່າ ພວກ​ພນັກ​ງານ 8 ຄົນ​ໃນ​ສະຖານທູດ​ອັງກິດ​ໄດ້ຖືກ​ຈັບ​ກຸມ. ທ່ານ David Miliband ຣັຖມຸນຕີ​ການ​ຕ່າງປະ​ເທດ​ອັງກິດ​ແລະ​ພວກ ຣັຖມຸນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ພວກ​ພນັງານ​ເຫລົ່າ​ນີ້​ທັງ​ໝົດ ​ໂດຍ​ເອີ້ນ​ການ​ຈັບ​ກຸມ​ຄຸມ​ຂັງ​ເຂົາ​ເຈົ້າ​ວ່າເປັນ​ຮູບ​ແບ​ບຂອງການ​ກໍ່ກວນ​ແລະ​ການ​ນາບ​ຂູ່ ທ່ີ​ຮັບ​ເອົາ​ບໍ​ໄດ້​. ລາຍ​ງານ​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ວານ​ນີ້​ ອ້າງ​ຄຳ​ເວົ້າ​ຂອງຣັຖມຸນຕີ​ກະ ຊວງ​ສືບ​ຂ່າວ​ລັບ​ຂອງ​ອິຣ່ານ ທີ່​ກ່າວວ່າ ທ່ານ​ມີ​ຫລັກ​ຖານ​ທີ່​ສະ​ແດງ​ວ່າ​ພວກ​ພນັກ​ງານທ້ອງ​ຖິ່ນ​ບາງ​ຄົນ​ ໄດ້​ເກັບກຳ​ເອົາຂ່າວ​ກ່ຽວ​ກັບ​ການປະ​ ທ້ວງ​ຫວ່າງ​ໄວໆ​ມາ​ນີ້.
ການ​ເລືອກ​ຕັ້ງ​ທີ່ Argentina: ປະທານາທິບໍດີ Cristina Fernandez de Kirchner ສັງກັດ​ພັກ Peronist ທ່ີ​ປົກຄອງປະ​ເທດ​ໃນ​ປັດຈຸບັນ​ ໄດ້​ຮັບ​ການ​ປາ​ໄຊຢ່າງ​ຮ້າຍແຮງ​ໃນ​ການ​ເລືອກ​ຕັ້ງ​ເຄ່ິງສ​ໄມ​ໃນ​ວັນ​ອາທິດ​ວານ​ນີ້ ດ້ວຍ​ການ​ສູນເສັຍ​ການ​ຄວບ​ຄຸມ​ບ່ອນ​ນັ່ງ​ໃນ​ສະພາ Congress​ ໄປ​ຫລາຍ​ບ່ອນ. ສາມີ​ຂອງ​ທ່ານ​ນາງ ຄື​ ອະດີດ​ປະທານາທິບໍດີ Nestor Kirchnerກໍ​ໄດ້​ປາ​ໄຊ​ໃຫ້​ແກ່​ທ່ານ Francisco de Navaez ນັກທຸລະກິດ​ທ່ີ​ຮັ່ງມີ ​ໃນການ​ຍາດ​ເອົາບ່ອນ​ນັ່ງ​ສຳລັບ​ຜູ້​ແທນ​ຈາກ​ແຂວງ Buenos Aires ທ່ີມີ​ພົນລະ​ເມືອງ​ໜາ​ແໜ້ນ​ນັ້ນ. ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ ພາກັນ​ໄປ​ອອກສຽງ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ເລືອກ​ເອົາ​ຜູ້​ແທນ​ໃນ​ຈຳນວນ​ເຄ່ິງນຶ່ງ​ໃນ​ສະພາ​ຕ່ຳ ​ແລະ​ ຈຳນວນ 1 ສ່ວນ 3 ​ໃນ​ສະພາ​ສູງ. ​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ການ​ປະກາດຜົນ​ຂອງ​ ການ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ​ໃຫ້​ຊາບ​ເທື່ອ. ພວກ​ພັນທະ​ມິດ​ປະທານາທິບໍດີ Fernandez ​ໄດ້​ຄວບ​ຄຸມ​ບ່ອນ​ນັ່ງໃນ​ຣັຖສະພາ​ມາ​ເປັນ​ເວລາ 6 ປີ​ແລ້ວ.
ສະຫະຣັດ​ແລະ​ເກົາຫລີ​ເໜືອ: ​ເອກ​ອັຄຣັຖທູດ​ສະຫ​ະຣັດປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ລົງ​ໂທດ​ຕໍ່​ເກົາຫລີ​ເໜືອ​ຈະ​ມີ​ຜົນ​ກະທົບ​ ເມື່ອ​ໃດ​ທີ່ມີ​ການລົງມື​ປະຕິບັດແລ້ວ. ທ່ານ​ນາງ Susan Rice ກ່າວ​ໃນ​ການ​ໃຫ້​ສັມພາດຂ່າວ​ທາງ​ໂທຣະພາບ​CBSໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ລົງ​ໂທດ​ດ້ານ​ການ​ເງິນ ການ​ຫ້າມ​ສົ່ງ​ອາວຸດ ພ້ອມ​ທັງ​ການ​ກັກ​ຊັບ​ສິນ​ໃນ​ຕ່າງປະ​ເທດຂອງ​ເກົາຫລີ​ເໜືອ​ທັງ​ໝົດ ​ຈະ​ເປັນ​ໂຄງການ​ທ່ີ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ. ​ແຕ່ທ່ານ​ນາງ Rice ບໍ່​ຍອມອອກ​ຄວາມ​ຄິດ​ຄວາມ​ເຫັນ​ໃດໆ​ ກ່ຽວ​ກັບວ່າ​ ທາງ​ສະຫະຣັດຫລື​ພວກ​ປະ​ເທດ​ພັນທະ​ມິດ​ ຈະ​ດຳເນີນ​ແຜນການແນວ​ໃດ ​ກ່ຽວ​ກັບ​ກຳ​ປັ່ນ​ຂອງ​ເກົາຫລີ​ເໜືອລຳ​ນື່ງ ທ່ີ​ສົງ​ໄສ​ວ່າ​ບັນທຸກ​ພວກ​ລູກ​ສອນ​ໄຟ​ຫລື​ວັດຖຸຕ້ອງ​ຫ້າມອື່ນໆນັ້ນ. ​ເອກ​ອັກຄະຣັດຖະທູດ​ສະຫະຣັດກ່າວ​ວ່າ ມີ​ແຕ່​ສະຫະຣັດ​ເທົ່າ​ນັ້ນ​ທ່ີ​ຕິດຕາມ​ແລະ​ສິ້ງ​ຊອມ​ເບິ່ງ​ຢ່າງ​ໃກ້ຊິດ​ກ່ຽວ​ກັບ​ຄວາມ​ຄືບໜ້າ​ຂອງ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ປັ່ນ​ລຳ​ນີ້.
​ເຮືອ​ພິຄາດ​ຂອງ​ກອງທັບ​ເຮືອ​ສະຫະຣັດລຳ​ນຶ່ງ​ກຳລັງ​ຕິດຕາມ​ເບິ່ງ​ເຮືອ​ Kang Nam ຂອງ​ເກົາຫລີ​ເໜືອ​ ຊຶ່ງ​ສື່​ມວນ​ຊົນ​ຂອງ​ເກົາຫລີ​ໃຕ້​ບາງ​ກະ​ແສ​ເວົ້າ​ວ່າ ​ເຮືອ​ເກົາຫລີ​ເໜືອ​ລຳ​ນີ້​ກຳລັງ​ມຸ້ງ​ໜ້າ​ໄປ​ຍັງ​ມຽນມ້າໂດຍ ​ຜ່ານ​ທາງ​ສິງກະ​ໂປ​ໄປ. ​ເຮືອ​ລຳ​ນີ້​ແມ່ນ​ຮວມຢູ່​ໃນ​ກອງ​ເຮືອຣົບທ່ີບັນດາ ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກ່າວ​ວ່າ ​ເຄີຍ​ຖືກ​ໃຊ້​ເພື່ອ​ບັນທຸກ​ອາວຸດ​ຕ່າງໆ​ໃນ​ອະດີດ​ຜ່ານ​ມາ​ນັ້ນ​.
​ທີ່ມຽນມ້າ : ​ໃນ​ວັນ​ຈັນ​ມື້​ນີ້ ສານ​ສູງ​ສຸດ​ຂອງ​ມຽນມ້າປະຕິ​ເສດ​ຕໍ່​ຄຳ​ອຸທອນເພື່ອ​ຂໍນຳ​ເອົາພະຍານ​ຂອງຝ່າຍ​ຈຳ​ເລີຍ 2 ຄົນ​ມາ​ໃຫ້ການ ​ໃນ​ການ​ດຳ​ເນີນ​ຄະດີ​ທ່າ​ນນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ເພື່ອ​ປະຊາທິປະ​ໄຕ​ນັ້ນ.
ສານ​ສູງ​ສຸດ​ໄດ້​ເຫັນ​ດີ​ນຳ​ຄຳ​ຕັດສິນ​ຂອງ​ສານ​ຊັ້ນ​ຕົ້ນ​ ທ່ີ​ຫ້າມ​ພະຍານ​ສອງ​ຄົນ​ນີ້ມາ​ໃຫ້ການ​ໃນ​ຈຳນວນ​ພະຍານ​ສີ່​ຄົນຂອງ​ຈຳ​ເລີຍນັ້ນ​. ທ່ານ​ນາງ​ອອງຊານ​ຊູ​ຈີ​ກຳລັງ​ຖືກ​ດຳ​ເນີນ​ຄະດີ​ໃນ​ນະຄອນ​ຢັ້ງ​ກຸ້ງ​ໃນ​ຂໍ້​ຫາ​ຖານລະ​ເມີດ​ຂໍ້​ຫ້າມ​ໃນ​ການ​ຖືກ​ກັກບໍລິ​ເວນໃຫ້​ຢູ່​ແຕ່​ໃນ​ບ້ານ​ເຮືອນ​ ​ໂດຍ​ໄດ້ອະນຸຍາດ​ໃຫ້​ນາຍ John Yattaw ຄົນ​ອະ​ເມຣິກັນມາພັກ​ຢູ່​ບ້ານ​ພັກ​ຂອງ​ທ່ານ​ນາງ​ເປັນ​ເວລາ 2 ຄືນ​ຫລັງ​ຈາກ​ນາຍ Yettaw ລອຍ​ຂ້າມ​ທະ​ເລ​ສາບ​ມາໂດຍ​ບໍ່​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃນ​ເດືອນ​ແລ້ວ​ນີ້. ປະຊາ​ຄົມ​ໂລກ​ໄດ້​ປະນາມ​ການ​ດຳ​ເນີນ​ຄະດີ​ດັ່ງກ່າວ​ວ່າ​ເປັນ​ການ ຫລອກ​ລວງ​ອັນ​ນຶ່ງ ​ແລະ​ຮຽກຮ້ອງ​ໃຫ້​ມຽນມ້າ​ປ່ອຍ​ໂຕ​ທ່ານ​ນາງ ອອງຊານ​ເຊັ່ນ​ກັນ. ພວກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ລະຫວ່າງ​ຊາດ​ພາກັນ​ກ່າວ​ຫາຣັຖບານທະຫານ​ມຽນມ້າ​ວ່າ ​ໃຊ້​ການ​ດຳ​ເນີນ​ຄະດີ​ນີ້​ເປັນ​ຂໍ້​ອ້າງ​ເພື່ອ​ຢາກ​ກັກ​ໂຕ​ທ່ານ​ນາງ​ໄວ້​ຈົນ​ຮອດເວລາເລືອກ​ຕັ້ງ​ໃນ​ປີໜ້າ.

XS
SM
MD
LG