ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະຣັດປັບປະໂຍບາຍປາບຢາເສບຕິດໃນອັຟການີສຖານ



ກ່ຽວກັບອັຟການີສຖານ: ສະຫະຣັດກຳລັງວີທີທາງໃນການຕໍ່ສູ້ກັບການລັກລອບຄ້າຂາຍຢາ​ເສບ​ຕິດ​ໃນ​ອັຟກາ​ນີສຖານ ​ໂດຍ​ເອີ້ນ​ຄວາມ​ພະຍາຍາມ​ໃນ​ເມື່ອ​ກ່ອນ​ຂອງ​ຕົນ​ເພື່ອ​ລົບ​ລ້າງ​ການ​ປູກ​ຝິ່ນ​ໃຫ້​ໝົດ​ໄປ​ນັ້ນ​ເປັນຄວາມ​ລົ້ມ​ແຫລວ ທ່ີໄດ້​ສົ່ງ​ເສີມໃຫ້​ມີການສນັບ​ສນຸນ​ແກ່​ພວກ​ກະບົດ​ຕາ​ລີ​ບັນ​.ທ່ານ Richard ໊Holbrooke ທູດ​ພິ​ເສດ​ສະຫະຣັດສຳລັບອັຟກາ​ນີສຖານ​ແລະ​ປາ​ກີ​ສຖານ ກ່າວຕໍ່​ກອງ​ປະຊຸມ​ບັນດາຣັຖມຸນຕີ​ການຕ່າງປະ​ເທດ​ຂອງ​ກຸ່ມ 8 ປະ​ເທດ​ທ່ີ​ອີ​ຕາ​ລີ​ວ່າ ຄວາມ​ພະຍາຍາມຕ່າງໆ​ເພື່ອ​ທຳລາຍ​ການ​ປູກຝ່ິນ​ທີ່ສນອງ​ເງິນ​ທຶນໃຫ້ພວກ​ຕາ​ລີ​ບັນນັ້ນ ​ໄດ້​ສູນ​ເສັຍ​ເງິນ​ໄປ​ຈຳນວນ​ຫລາຍ​ຮ້ອຍ​ລ້ານ​ດອນ​ລາ. ບັນດາຣັຖມຸນຕີ​ກຸມ 8 ປະ​ເທດ​ຕລອດ​ທັງ​ຫົວໜ້າຫ້ອງການ​ປາບ​ຢາ​ເສບ​ຕິດ​ແລະ​ອາຊຍາ​ກັມສະຫະ​ປະຊາ​ຊາດ ທ່ານ Antonio Maria Costa ສະ​ແດງ​ຄວາມ​ຍິນ​ດີ​ນຳ​ການ​ປ່ຽນ​ແປງ​ວິທີ​ການ​ຮັບ​ມື​ກັບ​ເລື່ອ​ງນີ້ຂອງ​ສຫະຣັດ. ທ່ານ Holbrooke ກ່າວ​ວ່າ ທາງຣັຖບານ​ກຸງ​ວໍ​ຊິງ​ຕັນ​ມອງ​ເບິ່ງ​ກຸ່ມຕາ​ລີ​ບັນ ບໍ​ແມ່ນ​ພວກ​ກະສິກອນ​ປູກ​ຝ່ິນ ​ເປັນສັດຕູ​ຂອງ​ຕົນ ຊຶ່ງ​ທ່ານ
ກ່າວ​ວ່າ ບັດ​ນີ້​ສະຫະຣັດຈະ​ໃຊ້​ຈ່າຍ​ເງິນ​ຫລາຍ​ຂຶ້ນ​ເພື່ອ​ສນັບ​ສນຸນການປູກ​ຝິ່ນ​ທ່ີ​ຖືກຕ້ອງ​ຕາມ​ກົດໝາຍ​ແລະ​ການ​ພັດທະນາ​ທາງ​ດ້ານ​ການ​ກະ​ເສດ​ນັ້ນ.
ທີ່ອິຣ່ານ: ໜັງສືພິມ​ຂອງ​ຣັຖບານ​ອີ່ຣ່ານລາຍ​ງານ​ວ່າ ​ເຈົ້າໜ້າ​ທີ່​ອີຣ່ານ​ໄດ້​ຈັບ​ກຸມ ພະນັກງານ​ຊາວ​ອີຣ່ານ
ປະຈຳ​ສະຖານທູດ​ອັງກິດ​ທີ່​ກຸງ​ເຕຫະຣ່ານ 8 ຄົນ. ອົງການ​ຂ່າວ Fars ຂອງ​ອີຣ່ານ​ເວົ້າວ່າ ພະນັກງານ​ທັງ​8​ຄົນ​ ທີ່​ຖືກ​ຈັບ​ກຸມ​ນີ້​ ເປັນ​ພວກ​ທີ່​ມີ​ບົດບາດ​ຢ່າ​ງຫລວງຫລາຍ ​ໃນ​ການສນັບ​ສນຸນການ​ກໍ່ຄວາມວຸ້ນວາຍ​ ຫລັງ​ການ​ເລືອກ​ຕັ້ງ​ຂອງ​ອີຣ່ານ.ລັດຖະບານ​ອີຣ່ານ​ໄດ້​ກ່າວ​ຫາ​ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ ​ໂດຍ​ສະ​ເພາະປະ​ເທດ​ອັງກິດ ​ແລະ​ສະຫະລັຖອາ​ເມ​ລິ​ກາ ວ່າ​ເຂົ້າ​ແຊກ​ແຊງໃນການປະ​ທ້ວງ​ແລະ​ການ​ກໍ່​ຄວາມ​ວຸ້ນວາຍ​ຕາມ​ທ້ອງ​ຖນົນ​ໃນ​ກຸງ​ເຕຫະຣ່ານນັ້ນ​ເມື່ອ​ອາທິດ​ແລ້ວ​ນີ້ ລັດຖະບານ​ອີຣ່ານ​ໄດ້​ເນລະ​ເທດ​ນັກ​ການ​ທູດ​ອັງກິດ 2​ຄົນ ​ສົ່ງ​ຜົນ​ໃຫ້​ອັງກິດ​ຕອບ​ໂຕ້ຄືນ​ໃນ​ທຳນອງ​ດຽວ​ກັນ. ລຸນ​ຫລັງ​ເຫດການ​ດັ່ງກ່າວ​ນີ້ ລັດຖະມຸນຕຣີຕ່າງປະ​ເທດ​ຂອງ​ອີຣ່ານ​ເຕືອນ​ວ່າ ອີຣ່ານອາດ​ພິຈາລະ​ນາຫລຸດ​ລະດັບຄວາມສຳພັນ​ກັບ​ອັງກິດ​ລົງ. ​ ທ່ານ Mir Hossei Mousavi ຜູ້ນຳ​ ຝ່າຍ​ຄ້ານ​ຂອງ​ອີຣ່ານກ່າວ​ວ່າ ​ໄດ້​ມີ​ການສໍ້ໂກງຢ່າງ​ກວ້າງຂວາງ​ໃນ​ການ​ເລືອກ​ຕັ້ງ​ເອົາປະທານາທິບໍດີ ເມື່ອ​ໝໍ່ໆ​ມາ​ນີ້ ທີ່ໄດ້​ປະກາດ​ໃຫ້​ປະທານາທິບໍດີ Mahmoud Ahmedenijad ​ເປັນ​ຜູ້ໄດ້​ຮັບ​ໃຊຊະນະ​ນັ້ນ. ສະພາ​ປົກຄອງ​ອິຣ່ານ ຫລື​ສະພາ​ພິທັກ​ອີຣ່ານ ​ໄດ້ສະ​ເນີ​ໃຫ້​ມີການສຸ່ມ​ນັບ​ບັດຄືນ​ໃໝ່ ໃນ​ຈຳນວນ 10 ​ເປີ​ເຊັນ​ຂອງ​ບັດ​ເລືອກ​ຕັ້ງ​ທັງ​ໝົດ ​ແຕ່ທ່ານມູຊາ​ວີ​ບໍ່​ຍອມຮັບເອົາການ​ນັບ​ບັດຄືນເປັນ​ບ່າງ​ສ່ວນ ແລະ​ຢືນ​ຢັດໃຫ້ລົບ​ລ້າງ​ຜົນ​ການ​ເລືອກ​ຕັ້ງຄັ້ງ​ນີ້.
ຣັດ​ເຊັຍ​ແລະເນ​ໂຕ: ​ເນ​ໂຕ​ແລະຣັດ​ເຊັຍ​ໄດ້​ຕົກລົງ​ກັນ​ໃນ​ວັນ​ເສົາ​ວານ​ນີ້​ເພື່ອ​ຟື້ນ​ສາຍ​ພົວພັນ​ທາງທະຫານກັນ ​ເຮັດ​ໃຫ້ຄວາມ​ແຕກ​ແຍກ​ກັນ​ມາ​ເປັນ​ເວລາ10 ​ເດືອນ​ຍຸດຕິ​ລົງ ຊຶ່ງ​ຄວາມ​ແຕກ​ແຍກ​ກັນ​ທີ່​ວ່າ​ນີ້ໄດ້​ເກີດ​ຈາກ​ສົງຄາມລະຫວ່າງ ຣັດ​ເຊັຍ​ກັບGeorgia ​ແຕ່​ສອງ​ຝ່າຍກໍ​ຍັງ​ບໍ່​ສາມາດແກ້​ໄຂ​ຄວາມແຕກ ​ຕ່າງ​ ກັນ ທ່ີ​ສຳຄັນ ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນໄດ້. ຂໍ້​ຕົກລົງ​ກັນ​ນີ້ ຊຶ່ງ​ຈະ​ແຜ້ວ​ທາງ​ໃຫ້​ສອງ​ຝ່າຍ​ຮື້​ຟື້ນ​ການ​ຮ່ວມ​ໄມ້​ຮ່ວມມື​ໃນ​ການ​ປະຕິບັດ​ງານ​ຮ່ວມ​ກັນ​ຕໍ່ຕ້ານ​ການ​ປຸ້ນ​ສະດົມ​ທາງ​ທະ​ເລ ການຕໍ່ ຕ້ານ​ການ​ກໍ່​ການ​ຮ້າຍແລະ​ສົງຄາມ​ໃນ​ອັຟກາ​ນີສຖານນັ້ນ ​ໄດ້​ບັນລຸກັນ​ທ່ີ​ກອງ​ປະຊຸມກຸ່ມ​ຂອງ​ບັນດາຣັຖມຸນຕີ​ການ​ຕ່າງປະ​ເທດ​ຂອງ​ພວກປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ເນ​ໂຕ​ແລະ​ຂອງຣັດ​ເຊັຍ​ທ່ີ​ປະ​ເທດ Greece. ທ່ານ Jaap de Hoop ​ເລຂາທິການ​ໃຫຍ່​ກຸ່ມ​ເນ​ໂຕ ທ່ີ​ຈະກຳລັງ​ພົ້ນ​ຈາກຕຳ​ແໜ່​ງ​ໄປ​ກ່າວ​ວ່າ ສະພາ​ເນ​ໂຕ​ແລະຣັດ​ເຊັຍ ຊຶ່ງ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ​ນັ້ນ ບັດ​ນີ້ໄດ້​ກັບ​ຄືນ​ມາ​ດຳ​ເນີນງານ​ອີກ​ແລ້​ວ. ໃນ​ວັນ​ເສົາ​ວານ​ນີ້ ​ເຊັ່ນ​ກັນ ທ່ີ​ກຸງ​ມອສກູປະທານ​ຫົວໜ້າ​ເສນາ​ທິການຮ່ວມ​ຂອງ​ສະຫະຣັດ ​ພົນ​ເຮືອ​ເອກ Mike Mullen ​ໄດ້​ຮຽກຮ້ອງ​ໃຫ້ ພວກ​ນາຍ​ທະຫານຣັດ​ເຊັຍ​ຊ່ອຍຊຸກຍູ້ສາຍ​ພົວພັນ​ທາງ​ທະຫານລະຫວ່າງສະຫະຣັດ​ແລະຣັດ​ເຊັຍ​ ໃຫ້​ກ້າວ​ຂື້ນ​ສູ່ໃນ​ລະດັບ​ໃໝ່. ພົນ​ເຮືອ​ເອກ Mullen ​ແລະ​ຄູ່​ຕຳ​ແໜ່​ງຈາກຣັດ​ເຊັຍ ​ຈະ​ລົງ​ນາມ​ໃນ​ຂໍ້ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງ​ທະຫານ​ກັນ​ໃໝ່​ນີ້​ໃນ​ເດືອນ​ໜ້າ ​ໃນ​ລະຫວ່າງ​ການ​ຢ້ຽມຢາມຣັດ​ເຊັຍ​ຂອງ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ ສະຫະຣັດທ່ີ​ກຸງ​ມອສກູ​ນັ້ນ.
ການເລືອກຕັ້ງທ່ີອາລເບເນັຍ: ຊາວ​ອາລເບ​ເນຍພາກັນ​ໄປ​ອອກສຽງ​ໃນ​ການ​ເລືອກຕັ້ງ​ເອົາ​ສະມາຊິກລັດຖະສະ​ພາ​ ທີ່​ມີ​ຄວາມ​ສຳຄັນຕໍ່​ຄວາມ​ຫວັງ​ຂອງປະ​ເທດ​ຊາດ​ ທີ່ຢາກ​ເຂົ້າ​ເປັນ​ສະມາຊິກຂອງ​ສະຫະພາບ​ຢຸ​ໂຣບນັ້ນ.
ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້​ ຖື​ວ່າ​ເປັນ​ການ​ທົດ​ສອບ​ຄວາມ​ພ້ອມພຽງ​ທາງ​ການ​ເມືອງ​ຂອງ​ອາລເບ​ເນຍ ​ແລະ​ເປັນ​ການ​ເລືອກ​ຕັ້ງຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ອາລ​ເບເນຍ​ເຂົ້າຮ່ວມ​ກັບ​ອົງການ ​ເນ​ໂຕ. ປະຊາຊົນ​ຈຳນວນປະ ມານ 3 ​ລ້ານ​ນຶ່ງ​ແສນ​ຄົນ ຈະ​ເລືອກ​ເອົາ​ສະມາຊິກ​ລັດຖະສະ​ພາ ຈຳນວນ 140 ຄົນ​ຈາກ​ທົ່ວ​ປະ​ເທດ ຊຶ່ງການ​ເລືອກ​ຄັ້ງ​ນີ້​ ເປັນ​ຄັ້ງ​ທີ່ ​7ຫລັງ​ຈາກ​ການ​ລົ້ມ​ສະ​ລາຍ​ຂອງ​ລະບອບ​ຄອມ​ມີ​ວນີສ​ໃນຊຸມ​ປີ 1990 ນັ້ນ.
ມີ​ຜູ້​ຮ່ວມ​ສັງ​ເກດ​ການການ​ເລືອກ​ຕັ້ງ​ຄັ້ງ​ນີ້ຢ່າງ​ໜ້ອຍ​ 3ພັນ​ຄົນ ​ໃນ​ນັ້ນ​ 500 ຄົນ​ແມ່ນ​ມາຈາກ​ປະ​ເທດ​ອື່ນໆ. ພວກ​ສັງ​ເກດ​ນານາ​ຊາດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ສັງ​ເກດ​ການ​ຢ່າງ​ໄກ້​ຊິດ​ເພື່ອ​ຢາກ​ເຫັນ​ການ​ເລືອກ​ຕັ້ງ​ນີ້ ​ເປັນ​ໄປ​ຢ່າງ​ເສລີ​ແລະ​ຍຸຕິ​ທຳ.
ການ​ເລືອກ​ຕັ້ງ​ທີ່ Guinea Bissau: ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄຂ​ຂຶ້ນ​ທ່ີ​ປະ​ເທດ Guinea Bissau ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ໃຫ້​ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ອອກ​ໄປ​ເລືອກ​ຕັ້ງ​ເອົາ ​ປະທາ​ນາ​ທິບໍດີ​ຄົນ​ໃໝ່ ຂຶ້ນດຳລົງ​ຕຳ​ແໜ່​ງ​ແທນ​ອະດີດ​ປະທານາທິບໍດີ Joao Bernado Vieira ທ່ີ​ໄດ້​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ແລະ​ໄດ້​ຖືກ​ສັງຫານ​ໄປ​ໂດຍ​ພວກ​ທະຫານ​ທ່ີ​ກໍ່​ການ​ກະບົດ​ຂຶ້ນ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນັ້ນ. ມີ​ຜູ້​ສມັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຈຳນວນ 11 ຄົນ ​ແລະ​ມີປະຊາ ຊົນ​ຈຳນວນ 6 ​ແສນ​ຄົນ​ ໄປ​ລົງທະບຽນ​ເພື່ອ​ປ່ອນ​ບັດ​ໃນ​ຄັ້ງ​ນີ້.
ຄາດ​ກັນ​ວ່າການ​ປ່ອນ​ບັດ​ຄັ້ງ​ນີ້ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຈະ​ເປັນການ​ ເຂ່ງຂັນ​ກັນລະຫວ່າງ​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ ຈາກ​ພັກຣັຖບານ​ທີ່ປົກຄອງ​ປະ​ເທດ​ໃນ​ປັດ​ຈຸບັນ ​ກໍ​ຄືທ່ານ Malam Bacai Sanha ປະທານ​ສະພາ​ແຫ່ງ​ຊາດ ແລະ​ອະດີດ​ປະທານາທິບໍດີ Kumba Yala ສັງກັດ​ພັກ​ຝ່າຍ​ຄ້ານ Social Renewal Party ນັ້ນ.
​ໃນ​ຕົ້ນ​ເດືອນ​ນີ້ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງຣັຖບານ​ໄດ້​ສັງຫານທ່ານ Baciro Dabo ຜູ້​ສມັກ​ປະທາ ນາທິບໍດີ ໂດຍອ້າງ​ວ່າ​ທ່ານ​ມີ​ສ່ວນພົວພັນ​ກັບ​ການ​ວາງ​ແຜນ​ກໍ່ຣັຖປະຫານ​ຂຶ້ນ. ຜູ້​ສມັກ​ປະທານາທິ ບໍດີ​ອີກຄົນ​ນຶ່ງ​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ແຂ່ງຂັນ​ໃນ​ເວລາ​ຕໍ່​ມາ ຍ້ອນ​ອັນ​ທ່ີ​ຜູ້ກ່ຽວ​ເອີ້ນ​ວ່າ ຄວາມ​ເປັນ​ຫ່ວງ​ທາງ​ດ້ານ​ຄວາມ​ປອດ​ໄພ​.

XS
SM
MD
LG