ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາແຫ່ງຊາດລາວບໍ່ພໍໃຈການປະຕິບັດແຜນການພັດທະນາ ຂອງລັດຖະບານ


ປະທານສະພາແຫ່ງຊາດລາວລະບຸວ່າການບໍລິຫານ

ງານຂອງລັດຖະບານລາວໃນໄລຍະ 6 ເດືອນຕົ້ນປີ

ຂອງແຜນການປະຈຳປີ 2008 ຫາ 2009 ນີ້ບໍ່ເປັນ

ໄປຕາມແຜນການ ແລະ ເປົ້າໝາຍທີ່ວາງເອົາໄວ້

ໃນຫລາຍໆດ້ານ. ສ່ວນນາຍົກລັດຖະມົນຕີລາວນັ້ນ

ກໍຍອມຮັບວ່າການຂະຫຍາຍຕົວທາງເສດຖະກິດໃນ

ປີນີ້ຈະຫລຸດຕ່ຳລົງກວ່າປີກາຍນີ້.

ການ​ເກັບ​ລາຍຮັບບໍ່ທັນ​ໄດ້​ຕາມ​ແຜນການ​ ຍ້ອນ​ລາ​ຄາສິນຄ້າ​ ສົ່ງອອກຫລຸດ​ລົງ ​ແລະ ການ​ສົ່ງ ​ອອກຜະຫລິດຕະພັນ​ກະສິກຳ​ ຂອງ​ປະຊາຊົນ​ຍັງ​ພົບຄວາມ​ຫຍຸ້ງຍາກ, ລາຄາ​ຕົກ ຕໍ່າ. ຄົນ​ ຫວ່າງ​ງານ​ກໍ​ຄ່ອຍມີ​ຈຳນວນ​ເພີ້ມຂຶ້ນ. ການ​ປັບປຸງ​ລະບົບ​ການ​ເມືອງຢູ່​ຂັ້ນຮາກຖານ, ການ​ພັດທະນາ​ຊົນນະບົດເພື່ອ​ແກ້​ໄຂຄວາມ​ ຫຍຸ້ງຍາກກໍ​ບໍ່ທັນ​ບັນລຸ​ໄດ້​ຕາມຈຸດປະສົງ​ ແລະ ຄາດໝາຍທີ່​ວາງ ​ໄວ້. ການ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້ກໍ​ບໍ່ທັນ​ບັນລຸ​ໄດ້​ຕາມຈຸດປະ ສົງ ​ແລະ​ ຄາດໝາຍທີ່​ວາງ​ໄວ້. ການ​ແກ້​ໄຂປະກົດ​ການ​ຫຍໍ້​ ທໍ້ຕ່າງໆຢູ່​ໃນ​ສັງຄົມ ​ບໍ່ທັນ​ມີ​ປະສິດທິ​ຜົນ​ເທົ່າ​ທີ່ຄວນ. ການ​ປົກ ຄອງຕາມ​ກົດ ໝາຍ ຍັງ​ບໍ່ທັນ​ມີ​ຜົນ​ສັກ​ສິດ​ເທົ່າ​ທີ່ຄວນ. ພະນັກ ງານ, ທະຫານ, ຕຳຫລວ​ດ ​ແລະ ປະຊາ​ຊົນ​ຈຳນວນ​ນຶ່ງຍັງ​ຂາດ​ສະຕິເຄົາລົບກົດໝາຍ.

ນີ້ກໍແມ່ນການຖະແຫລງໂດຍທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດລາວ

ຊຶ່ງເປັນການຖະແຫລງເນື່ອງ​ໃນໂອກາດໄຂກອງປະຊຸມສະໄໝສາມັນຄັ້ງທີ່ 7 ຂອງສະ

ພາແຫ່ງຊາດລາວຊຸດທີ 6 ເມື່ອ ວັນທີ 22 ມິຖຸນາ ທີ່ຜ່ານມານີ້. ​ໃນການຖະແຫລງດັ່ງ

ກ່າວ ທ່ານ ທອງສິງ ໄດ້ໃຫ້ການ​ເນັ້ນຢ້ຳເປັນການພິເສດວ່າການບໍລິຫານງານ ແລະການ

ປະຕິບັດແຜນການປະຈຳປີ2008 ຫາ 2009 ຂອງລັດຖບານລາວໃນໄລຍະຫົກເດືອນ

ຕົ້ນປີຂອງແຜນການ ກໍຄື ນັບຈາກເດືອນຕຸລາ ປີ2008 ຫາ ເດືອນມີນາ ປີ 2009 ທີ່

ຜ່ານມານັ້ນ ບໍ່ສາມາດປະຕິບັດໄດ້ຕາມແຜນການເປົ້າໝາຍທີ່ ວາງເອົາໄວ້ໃນຫລາຍໆ

ດ້ານ, ໂດຍສະເພາະແມ່ນ ການຈັດເກັບລາຍຮັບເຂົ້າງົບປະມານນັ້ນ ຖືວ່າປະຕິບັດ ໄດ້

ຕ່ຳກວ່າແຜນການເປົ້າໝາຍທີ່ວາງເອົາໄວ້ຕະຫລອດປີຊຶ່ງມີສາເຫດສຳຄັນມາຈາກລາຄາ

ຜະຫລິດຕະຜົນທີ່ຕົກຕ່ຳລົງແລະການສົ່ງອອກສິນຄ້າຂອງລາວໄປໃນຕ່າງປະເທດກໍ

ຫລຸດລົງຢ່າງຕໍ່ເນື່ອງ ໃນຂະນະທີ່ບັນຫາການຫວ່າງງານ ກັບເພີ້ມຫລາຍຂຶ້ນນັບມື້.

ສ່ວນການຄຸ້ມຄອງທາງການເມືອງ ແລະ ການບໍລິຫານການປົກຄອງຢູ່ໃນລະດັບ

ຮາກຖານ ກໍຂາດປະສິດທິພາບ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງໂດຍກົງຕໍ່ການພັດທະ

ນາ ເພື່ອການລົບລ້າງບັນຫາຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດຂອງລາວ.


ທ່ານ ທອງສິງ ຍັງໄດ້​ເນັ້ນຢ້ຳອີກ

ດ້ວຍວ່າ ຈາກສະພາບການທີ່ກ່າວ

ມາທັງໝົດຂ້າງເທິງ ຖ້າຫາກວ່າ

ບໍ່ໄດ້ການຮັບແກ້ໄຂໃຫ້ດີຂຶ້ນ ໃນ

ໄລຍະຫມໍ່ໆນີ້ ກໍຍ່ອມທີ່ຈະສົ່ງຜົນ

ກະທົບຕໍ່ເນື່ອງ ໄປເຖິງແຜນການ

ເປົ້າໝາຍ ແລະ ການນຳພາຂອງ

ພັກປະຊາຊົນປະຕິບັດລາວ ແລະ ຂອງລັດຖບານລາວ ຢ່າງຫລີກ ລ້ຽງບໍ່ໄດ້. ສ່ວນທາງ

ດ້ານ ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ຊຶ່ງໄດ້ເຂົ້າຮ່ວມໃນກອງປະຊຸມ

ຄັ້ງນີ້ດ້ວຍນັ້ນ ກໍໄດ້ຖະແຫລງຍອມຮັບວ່າ ການບໍລິຫານງານ ແລະ ການປະຕິບັດແຜນ

ການຂອງລັດຖບານລາວ ໄດ້ປະສົບກັບບັນຫາອຸປະສັກ ໃນຫລາຍໆດ້ານ. ຫາກແຕ່ວ່າ

ລັດຖບານຈະບໍ່ມີການປັບລົດ ແຜນການງົບປະມານລາຍຈ່າຍຢ່າງແນ່ນອນ ເພາະວ່າການ

ກະທຳດັ່ງກ່າວ ຈະສົ່ງຜົນກະທົບຕໍ່ເນື່ອງ ຕໍ່ການດຳເນີນການປະຕິບັດແຜນການ ແລະ

ບັນດາໂຄງການພັດທະນາຕ່າງໆ ທີ່ເປັນຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ

ລາວບັນດາເຜົ່ານັ້ນເອງ.


ແຕ່ຢ່າງໃດກໍຕາມສຳລັບໃນສ່ວນກ່ຽວກັບການພັດທະນາທາງເສດຖະກິດ ໃນຕະຫລອດ

ແຜນການປະຈຳປີ 2008 ຫາ 2009​ ຊຶ່ງຈະສິ້ນສຸດລົງ ໃນທ້າຍເດືອນກັນຍາປີນີ້ນັ້ນ

ທ່ານ ບົວສອນ ກໍໄດ້ໃຫ້ການຍອມຮັບວ່າ ເສດຖະກິດຂອງລາວຈະຂະຫຍາຍຕົວເພີ້ມ

ຂຶ້ນພຽງແຕ່ໃນອັດຕາບໍ່ເກີນ 7.1% ເທົ່ານັ້ນ ໂດຍຍອດຜະຫລິດຕະພັນພາຍໃນປະເທດ

ຫລືມູນຄ່າ GDP ກໍຈະສາມາດສະເລ່ຍເປັນລາຍຮັບຂອງປະຊາກອນລາວ ໄດ້ປະມານ

922ໂດລ້າສະຫະລັດຕໍ່ຄົນຕໍ່ປີ. ສ່ວນພາກກະສິກຳ ກໍຈະຂະຫຍາຍຕົວເພີ້ມຂຶ້ນພຽງ

3.1%, ພາກອຸດສາຫະກຳຂະຫຍາຍຕົວເພີ້ມຂຶ້ນ ບໍ່ເກີນ 12.5%, ແລະ ພາກບໍລິການ

ນັ້ນ ກໍຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາ 7.7%, ໃນຂະນະທີ່ແຜນການຕະຫລອດປີ

ໄດ້ວາງເປົ້າໝາຍວ່າ ການຂະຫຍາຍຕົວທາງພາກກະສິກຳເອົາໄວ້ເຖິງ 6.5%, ພາກອຸດ

ສະຫະກຳ29%, ແລະ ພາກບໍລິການ ເຖິງ 18% ຕາມລຳດັບ.

ຊົງຣິດ ໂພນເງິນ ລາຍງານ ມາຈາກບາງກອກ ໃນວັນທີ 25 ມິຖຸນາ 2009

XS
SM
MD
LG