ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອາມາດີເນຈາດ ໄດ້ຕຳໜິຕິຕຽນ ປະທານາທິບໍດີໂອບາມາ ອີກຄັ້ງນຶ່ງ ໃນການໃຫ້ທັສນະ ກ່ຽວກັບການເລືອກຕັ້ງອີຣ່ານ


ອີຣ່ານ: ປະທານາທິບໍດີ ອີຣ່ານ ທ່ານ MAH MOUD AHMADINEJAD ໄດ້ຮຽກຮ້ອງ ຊ້ຳ ອີກບໍ່ໃຫ້ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແຊກແຊງເຂົ້າໃນ ກິຈການພາຍໃນ ຂອງອີຣ່ານ. ອົງການຂ່າວ IRNA ຂອງ ທາງການອີຣ່ານ ໄດ້ອ້າງຄຳເວົ້າ ຂອງຜູ້ນຳອີຣ່ານ ທີ່ກ່າວວ່າ ທ່ານ OBAMA ໄດ້ເວົ້າເຖິງ ການປ່ຽນແປງ ແຕ່ຍັງສືບຕໍ່ ແຊກແຊງ ເຂົ້າໃນ ກິຈການ ຂອງຣັຖບານ ອີຣ່ານ. ໃນມື້ວານນີ້ ປະທານາທິບໍດີ OBAMA ເອີ້ນການປາບປາມ ພວກປະທ້ວງ ຢ່າງຮຸນແຮງ ລຸນຫລັງ ການເລືອກຕັ້ງ ໃນອີຣ່ານນັ້ນວ່າ ເປັນການກະທຳ ທີ່ເຫລືອເຫດ. ນອກນັ້ນ ທ່ານຍັງເວົ້າວ່າ ການເຈຣະຈາ ໂດຍກົງ ຫລື ການດຳເນີນການ ທາງດ້ານການທູດ ໃດໆກໍຕາມ ກັບອີຣ່ານ ຈະໄດ້ຮັບ ຜົນກະທົບ ຈາກເຫດການ ທີ່ເກີດຂຶ້ນ ເມື່ອໄວໆມານີ້. ໂຕເລກ ພວກທີ່ເສັຽຊີວິດ ຂອງທາງການ ອີຣ່ານ ຈາກເຫດການ ຄວາມຮຸນແຮງ ນັບແຕ່ເກີດ ບັນຫາຂັດແຍ້ງ ກ່ຽວກັບ ການເລືອກຕັ້ງ ໃນວັນທີ 12 ມິຖຸນາ ເລີ້ມຂຶ້ນ ແມ່ນ 17 ຄົນ ແຕ່ພວກ ທີ່ເຫັນເຫດການ ເວົ້າວ່າ ສູງກວ່ານີ້ ຫລາຍເທົ່າ.

ບຣາຊີລ - ຝຣັ່ງ: ບຣາຊິລ ໄດ້ມີຄຳສັ່ງໃຫ້ ຍົກເລີກ ການຊອກຄົ້ນຫາ ຊາກສົບ ແລະ ຊາກເສດເຫຼືອ ຕື່ມອີກ ຂອງຖ້ຽວບິນ ສາຍການບິນຝຣັ່ງ ທີ່ໄດ້ປະສົບ ອຸບັດຕິເຫດ ຕົກລົງໃສ່ ມະຫາສະມຸດ ອັດລັນຕິກ ເມື່ອ 4 ອາທິດ ກ່ອນນັ້ນ. ພັນໂທ HENRY MUNHOZ ຈາກກອງທັບອາກາດ ບຣາຊິລ ກ່າວໃນມື້ວານນີ້ວ່າ ບໍ່ມີທ່າທາງວ່າ ຈະມີການພົບເຫັນ ຊາກສົບ ຫລືຊາກເສດເຫຼືອ ຂອງເຮືອບິນ ຕື່ມອີກ. ຄະນະຊອກຄົ້ນ ໄດ້ພົບເຫັນ ສົບຄົນຕາຍ 51 ສົບ ແລະຊາກເສດເຫລືອ ຂອງ ເຮືອບິນ ຫລາຍໆຮ້ອຍ ຊິ້ນສ່ວນ. ຖ້ຽວບິນ 447 ຂອງ ສາຍການບິນຝຣັ່ງ ທີ່ເດີນທາງ ຈາກນະຄອນ RIO DE JANEIRO ໄປຍັງກຸງປາຣີ ພ້ອມດ້ວຍ ຜູ້ໂດຍສານ ແລະພະນັກງານ 228 ຄົນ ໄດ້ຫາຍສາບສູນໄປ ຈາກຈໍເຣດ້າ ເທິງເຂດນ່ານຟ້າ ມະຫາສະມຸດ ອັດລັນຕິກ ໃນຄ່ຳຄືນ ຂອງວັນທີ 31 ພຶສະພາ. ເຈົ້າໜ້າທີ່ ເວົ້າວ່າ ການຊອກຄົ້ນຫາ ເຄື່ອງບັນທຶກສຽງ ແລະຂໍ້ມູນ ຂອງເຮືອບິນ ຈະດຳເນີນຕໍ່ໄປ. ເຄື່ອງບັນທຶກ ທີ່ວ່ານີ້ ຈະຊ່ອຍ ຄະນະສືບສວນ ໃນການນຳເອົາ ເຣື່ອງຣາວຕ່າງໆ ໃນນາທີສຸດທ້າຍ ຂອງຖ້ຽວບິນ ທີ່ໄດ້ປະສົບ ອຸບັດຕິເຫດຕົກ ໃນລະຫວ່າງ ທີ່ເກີດ ລົມພາຍຸນັ້ນ ມາຕິດຕໍ່ເຂົ້າໃສ່ກັນ.

ໄມເກີລ ແຈັກສັນ: ຫ້ອງການສັນນະສູດສົບ ຂອງນະຄອນ LOS ANGELES ໄດ້ມອບສົບ ດາຣາ ນັກຮ້ອງພ໊ອບ ນາໆຊາດ MICHAEL JACKSON ທີ່ໄດ້ເສັຽຊີວິດ ຢ່າງກະທັນຫັນ ໃນມື້ວັນພະຫັດ ຜ່ານມານັ້ນ ໃຫ້ແກ່ຄອບຄົວ ຂອງຜູ້ກ່ຽວ. ທາງຄອບຄົວ ໄດ້ໄປຮັບເອົາສົບ ຂອງ MICHAEL JACKSON ໃນຄືນວານນີ້. ຍັງບໍ່ທັນ ມີການປະກາດ ໃຫ້ຊາບ ກ່ຽວກັບ ແຜນການ ສົ່ງສະການເທື່ອ. ໂຄສົກ ຂອງ ຫ້ອງການ ສັນນະສູດສົບ ທ່ານ GREG HARVEY ກ່າວກ່ອນໜ້ານີ້ວ່າ ການກວດສອບ ເບິ່ງສົບ ບໍ່ໄດ້ມີຜົນສລຸບ. ທ່ານເວົ້າວ່າ ບໍ່ມີຮ່ອງຮອຍໃດໆ ກ່ຽວກັບ ການບາດເຈັບ ພາຍນອກ ຫລື ຮ່ອງຮອຍ ຂອງການຫລິ້ນ ທີ່ສົກກະປົກ ແຕ່ກໍກ່າວຕື່ມວ່າ ການກວດ ກ່ຽວກັບເຣື່ອງພິດ ແລະປອດ ແມ່ນມີ ຄວາມຈຳເປັນ ກ່ອນທີ່ຈະແຈ້ງ ໃຫ້ຊາບ ກ່ຽວກັບສາເຫດ ຂັ້ນສຸດທ້າຍ ໃນການເສັຽຊີວິດ. ທ່ານເວົ້າວ່າ ການກວດ ທີ່ວ່ານີ້ ຕາມປົກກະຕິແລ້ວ ຈະໃຊ້ເວລາ 4 ຫາ 6 ອາທິດ. ທ່ານເວົ້າວ່າ ທາງນະຄອນ LOS ANGELES ໄດ້ແຈ້ງ ໃຫ້ທາງຄອບຄົວຂອງ ຜູ້ກ່ຽວຊາບ ກ່ຽວກັບ ການພົບເຫັນ ແລະບໍ່ໃຫ້ມີການ ດຳເນີນການໃດໆ ກ່ຽວກັບ ເອກກະສານ ເພື່ອຈຳກັດ ໃນການເຜີຍແຜ່ ຂໍ້ມູນ ຈົນກວ່າ ສາເຫດ ຂອງການເສັຽຊີວິດ ສາມາດ ລົງຄວາມເຫັນໄດ້.

ປາກິສຖານ: ຕຳຣວດ ປາກິສຖານ ກ່າວວ່າ ຕົນໄດ້ສັງຫານ ຜູ້ຕ້ອງສົງສັຍ 5 ຄົນ ທີ່ອາດ ພົວພັນ ກັບຜູ້ນຳ ຂອງກຸ່ມ ທາລີບານ ນາຍ BAITULLAH MEHSUD ໃນລະຫວ່າງ ການບຸກ ເຂົ້າໄປກວດຄົ້ນ ເຮືອນຫລັງນຶ່ງ ທີ່ນະຄອນ ກາຣາຈີ ໃນພາກໃຕ້ ປາກິສຖານ. ເຈົ້າໜ້າທີ່ ເວົ້າວ່າ ບຸກຄົນທັງ 5 ໄດ້ຖືກຂ້າຕາຍ ໃນລະຫວ່າງ ການຍິງຕໍ່ສູ້ກັນ ໃນຄືນວັນສຸກ ທີ່ຄຸ້ມ SOHRAB GOTH ຂອງນະຄອນ ກາຣາຈີ ແລະວ່າ ຜູ້ຕ້ອງສົງສັຍ ອີກຈຳນວນນຶ່ງ ສາມາດ ຫລົບໜີໄປໄດ້. ຜູ້ບັນຊາການ ຕຳຣວດ ໃນນະຄອນ ກາຣາຈີ ກ່າວວ່າ ເຈົ້າໜ້າທີ່ ໄດ້ບຸກເຂົ້າໄປ ກວດຄົ້ນ ຫລັງຈາກ ໄດ້ຮັບຂ່າວວ່າ ພວກຫົວຮຸນແຮງ ໄດ້ເຂົ້າໄປ ໃນນະຄອນດັ່ງກ່າວ ໂດຍປອມໂຕເປັນ ພວກອົພຍົບ ທີ່ຖືກບັງຄັບ ໃຫ້ຫລົບໜີຈ າກເຮືອນຊານ ບ້ານຊ່ອງ. ທ່ານກ່າວວ່າ ຜູ້ທີ່ສົງສັຍ ວ່າເປັນ ພວກຫົວຮຸນແຮງ ກຳລັງວາງແຜນ ທີ່ຈະໂຈມຕີ ນະຄອນ ກາຣາຈີ. ພ້ອມນີ້ ຕຳຣວດ ປາກິສຖານ ຍັງຢຶດໄດ້ ອາວຸດ ແລະລູກກະສຸນ ຈຳນວນນຶ່ງ ຢູ່ທີ່ບ່ອນ ເກີດເຫດ. ສ່ວນກອງທັບ ປາກິສຖານ ຍັງສືບຕໍ່ ທຳການ ບຸກໂຈມຕີ ຢູ່ທີ່ເຂດຊົນເຜົ່າ WAZIRISTAN ໃຕ້ ບ່ອນທີ່ນາຍ MEHSUD ຕັ້ງເປັນ ຖານປະຕິບັດງານ.

ອັຟການິສຖານ: ປະທານາທິບໍດີອັຟການິສ ຖານ ທ່ານ HAMID KARZAI ຮຽກຮ້ອງໃຫ້ ພວກທາລີບານ ແລະກຸ່ມ ຫົວຮຸນແຮງອື່ນໆ ພາກັນ ໄປໃຊ້ສິດໃຊ້ສຽງ ໃນການເລືອກຕັ້ງ ຄັ້ງຈະມາ ຂອງ ອັຟການິສຖານ. ທ່ານ KARZAI ກ່າວວ່າ ພວກຫົວຮຸນແຮງ ຄວນໄປປ່ອນບັດ ເລືອກເອົາ ຜູ້ສະມັກ ທີ່ເຂົາເຈົ້າມັກ ໃນການເລືອກຕັ້ງ ປະທານາທິບໍດີ ແລະ ສະພາປົກຄອງແຂວງ ໃນວັນທີ 20 ສິງຫາ ຈະມານີ້. ທ່ານໃຫ້ທັສນະ ດັ່ງກ່າວ ໃນວັນເສົາ ມື້ນີ້ ລະຫວ່າງ ກອງປະຊຸມ ຖແລງຂ່າວ ທີ່ນະຄອນຫລວງ ກາບູລ. ຜູ້ນຳຂອງ ອັຟການິສຖານ ໄດ້ສະມັກ ເຂົ້າແຂ່ງຂັນ ໃນການເລືອກຕັ້ງເປັນ ປະທານາທິບໍດີຕື່ມ ພ້ອມດ້ວຍ ຜູ້ສະມັກ ຄົນອື່ນໆອີກ 40 ຄົນ. ສະຫະຣັດ ແລະ ພັນທະມິດອື່ນໆ ຂອງ ອັຟການິສຖານ ຕ່າງກໍ ໃຫ້ຄຳໝັ້ນສັນຍາ ທີ່ຈະຈັດ ກຳລັງທະຫານ ເພີ້ມຕື່ມ ປ້ອງກັນ ບໍ່ໃຫ້ມີ ການໂຈມຕີ ແລະຄ້ຳປະກັນ ຄວາມປອດພັຍ ສຳລັບ ການເລືອກຕັ້ງ. ໃນວັນເສົາ ມື້ນີ້ ເຈົ້າໜ້າທີ່ ເວົ້າວ່າ ຜູ້ທີ່ສົງສັຍວ່າ ເປັນພວກ ຫົວຮຸນແຮງ ໄດ້ສັງຫານ ຕຳຣວດ 8 ຄົນ ຢູ່ທີ່ແຂວງ HELMAND ໃນພາກໃຕ້ ຂອງປະເທດ.

ໂອບາມາ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃນວັນເສົາມື້ນີ້ໄດ້ກ່າວ ສນັບສນຸນ ຢ່າງແຂງຂັນ ຕໍ່ຮ່າງກົດໝາຍ ວ່າ ດ້ວຍ ການປ່ຽນແປງ ຂອງອາກາດ ທີ່ຫາກໍ ຖືກຮັບຜ່ານ ແລະເອີ້ນ ຮ່າງກົດໝາຍນີ້ວ່າ ເປັນປະວັດສາດ ແລະມີ ຄວາມສຳຄັນຫລາຍ ໃນການ ສ້າງວຽກເຮັດງານທຳ. ທ່ານເວົ້າວ່າ ຮ່າງກົດໝາຍ ທີ່ໄດ້ຈຳກັດ ກ່ຽວກັບ ການປ່ອຍແກັສ ທີ່ເປັນອັນຕະລາຍ ແລະຊຸກຍູ້ ພະລັງງານ ທາງເລືອກນັ້ນ ໃນທີ່ສຸດ ຈະເຮັດ ໃຫ້ພະລັງງານ ທີ່ສະອາດ ໄດ້ຮັບ ຜົນກຳໄຣ. ທ່ານກ່າວວ່າ ການລົງທຶນ ໃນພະລັງງານ ທີ່ສະອາດ ຈະຊ່ອຍສ້າງ ວຽກເຮັດງານທຳ ຫຼາຍໆພັນວຽກ. ການໃຫ້ທັສນະ ໃນການກ່າວ ຄຳປາສັຍ ປະຈຳສັບປະດາ ຂອງທ່ານ OBAMA ແມ່ນໄດ້ເນັ້ນຢ້ຳ ເຖິງການ ໃຫ້ຄວາມເຫັນ ກ່ອນໜ້ານີ້ ຂອງ ປະທານາທິບໍດີ ທີ່ໄດ້ຊຸກຍູ້ ໃຫ້ບັນດາ ສະມາຊິກ ສະພາຕ່ຳ ຂອງສະຫະຣັດ ລົງຄະແນນສຽງ ໃຫ້ແກ່ ຮ່າງກົດໝາຍ. ຮ່າງກົດໝາຍ ສະບັບດັ່ງກ່າວ ໄດ້ຖືກຮັບຮອງເອົາ ດ້ວຍຄະແນນສຽງ ທີ່ໃກ້ຄຽງກັນ ໃນມື້ວານນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG