ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣາຊາເພງພ໊ອບ ໄມເກິລ ແຈັກສັນ ເຖິງແກ່ມໍຣະນະກັມ ຮວມອາຍຸໄດ້ 50 ປີ


ການເສັຽຊີວິດຂອງໄມເກີລແຈັກສັນ: ເປັນທີ່ ຄາດກັນວ່າ ໃນວັນສຸກມື້ນີ້ ຈະມີການສັນນະສູດ ສົບຂອງ ຣາຊານັກຮ້ອງ ເພງ POP ROCK ທີ່ມີຊື່ສຽງໂດ່ງດັງ ຣະດັບນາໆຊາດ MICHAEL JACKSON ຊຶ່ງໄດ້ ເສັຽຊີວິດ ຢ່າງກະທັນຫັນ ທີ່ນະຄອນ LOS ANGELES ຮວມອາຍຸໄດ້ 50 ປີ. MICHAEL JACKSON ໄດ້ຖືກປະ ກາດວ່າ ເສັຽຊີວິດ ໃນວັນພະຫັດວານນີ້ ທີ່ສູນ ກາງການແພດ UCLA ຫລັງຈາກໄດ້ເກີດຫົວ ໃຈວາຍ ທີ່ບ້ານພັກຂອງຜູ້ກ່ຽວ ໃນນະຄອນ LOS ANGELES. ລາວໄດ້ເສັຽຊີວິດປະມານ 3 ເດືອນກວ່າໆກ່ອນຈະມີອາຍຸຄົບ 51 ປີເຕັມ ແລະບໍ່ເທົ່າໃດມື້ ກ່ອນໝາຍກຳນົດ ການສະແດງ ຄອນເສີຣ໌ທ ທີ່ກຸງລອນດອນ. ປີ້ເບິ່ງການສະແດງ ທີ່ກຸງລອນດອນ ຂອງລາວ ຊຶ່ງໄດ້ນຳອອກຂາຍ ໃນເດືອນມີນາ ຜ່ານມານີ້ ໄດ້ຂາຍໝົດ ພາຍໃນ ບໍ່ເທົ່າໃດນາທີ. ອ້າຍຂອງ MICHAEL JACKSON ຄືນັກຮ້ອງ JERMAINE JACKSON ກ່າວຕໍ່ ພວກນັກຂ່າວວ່າ ຄະນະທ່ານໝໍ ແລະເຈົ້າໜ້າທີ່ຊ່ວຍແພດ ຮວມທັງ ນາຍແພດສ່ວນໂຕ ຂອງ MICHAEL JACKSON ໄດ້ພະຍາຍາມຊ່ອຍລາວ ຢູ່ທີ່ ບ້ານພັກຂອງລາວ ແລະຢູ່ທີ່ ໂຮງພະຍາບານ. ສົບຂອງ MICHAEL JACKSON ໄດ້ຖືກສົ່ງ ໃນເວລາຕໍ່ມາ ໂດຍເຮຣີຄອບເຕີ້ ໄປຍັງ ຫ້ອງການສັນນະສູດສົບ ຂອງນະຄອນ LOS ANGELES.

ປະຕິກິຣິຍາ - ການເສັຽຊີວິດຂອງໄມເກີລແຈັກສັນ: ພວກທີ່ມີຊື່ສຽງ ແລະແຟນໆ ທັມມະດາສາມັນ ຕ່າງກໍພາ ກັນໄປ ສະແດງຄວາມໄວ້ອາລັຍ ຕໍ່ຣາຊາ ນັກຮ້ອງພ໊ອບ ທີ່ມີຊື່ສຽງໂດ່ງດັງຣະດັບໂລກ MICHAEL JACKSON ທີ່ໄດ້ເຖິງແກ່ມໍຣະນະກັມໃນມື້ວານນີ້ຮວມອາຍຸໄດ້ 50 ປີ. ນັກດົນຕຣີ ທີ່ມີຊື່ສຽງ ເປັນທີ່ເລົ່າລື QUINCY JONES ກ່າວວ່າ MICHAEL JACKSON ມີຄົບໝົດທຸກຢ່າງ ບໍ່ວ່າຈະເປັນ ເຣື່ອງພອນສວັນ ມາຣະຍາດ ແລະຄວາມ ເກັ່ງ ໃນອາຊີບ. ນາຍ JONES ເປັນຜູ້ຜລິດ ແມ່ນສຽງ ທີ່ຂາຍດີທີ່ສຸດ 2 ແຜ່ນຂອງ MICHAEL JACKSON ຄື OFF THE WALL ແລະ THRILLER. ລາວເອີ້ນ MICHAEL JACKSON ເປັນນ້ອງຊາຍຂອງລາວ ແລະເວົ້າວ່າ ສ່ວນນຶ່ງ ຂອງວິນຍານຂອງລາວ ໄດ້ໄປກັບ MICHAEL JACKSON. ສ່ວນນາງ LISA MARIE PRESLEY ອະດີດພັນລະຍາ ຂອງ MICHAEL JACKSON ແລະລູກສາວ ຂອງອະດີດ ຣາຊານັກຮ້ອງ ROCK& ROLL ELVIS PRESLEY ກ່າວວ່າ ນາງຮູ້ສຶກເສັຽໃຈ ເປັນທີ່ສຸດ. ສ່ວນດາຣາ ນັກຮ້ອງພ໊ອບ MADONNA ໄດ້ອອກຖແລງຂ່າວ ສະບັບນຶ່ງ ກ່າວວ່າ ນາງໄດ້ຮ້ອງໃຫ້ ກ່ຽວກັບ ຂ່າວການເສັຽຊີວິດ ຂອງ MICHAEL JACKSON ແລະຮ້ອງຜູ້ກ່ຽວວ່າ ເປັນຜູ້ຍິ່ງໃຫຍ່ ຄົນນຶ່ງຂອງໂລກ.

ອີຣ່ານ - ສະຫະຣັດ: ທຳນຽບຂາວ ໄດ້ປະຕິ ເສດ ຕໍ່ການໃຫ້ຄວາມເຫັນຂອງປະທານາທິບໍດີ ອີຣ່ານ ທ່ານ MAHMOUD AHMADINEJAD ທີ່ເວົ້າວ່າ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຄວນຫລີກເວັ້ນ ຈາກ ການແຊກແຊງ ກ່ຽວກັບ ບັນຫາຂັດແຍ້ງ ໃນ ການເລືອກຕັ້ງ ຂອງອີຣ່ານ. ທ່ານ ROBERT GIBBS ໂຄສົກ ຂອງທຳນຽບຂາວ ກ່າວວ່າ ທ່ານ AHMADINEJAD ແມ່ນຮວມຢູ່ໃນ ບັນດາຜູ້ທີ່ພະຍາຍາມ ຈະເອົາເຣື່ອງບັນຫາ ຖົກຖຽງໂຕ້ແຍ້ງ ລຸນຫລັງ ການເລືອກຕັ້ງ ໃນອີຣ່ານ ໃຫ້ມາ ກ່ຽວຂ້ອງກັບ ສະຫະຣັດ ແລະຈະເຮັດ ໃຫ້ເຫັນວ່າ ບໍ່ແມ່ນກ່ຽວຂ້ອງ ກັບອີຣ່ານເອງ. ຫລັງຈາກ ໄດ້ດຳເນີນ ມາຕການ ຮັບມືແບບໃຊ້ຖ້ອຍຄຳ ທີ່ມີການໃຕ່ຕອງ ຕໍ່ສະຖານະການ ໃນອີຣ່ານແລ້ວ ໃນມື້ວັນອັງຄານ ຜ່ານມາ ປະທານາທິບໍດີ OBAMA ໄດ້ກ່າວຄຳປາສັຍ ທີ່ສະແດງ ປະຕິກິຣິຍາ ແຮງສຸດ ໂດຍເວົ້າວ່າ ທ່ານໄດ້ມີ ຄວາມຕື່ນຕົກໃຈ ແລະບໍ່ພໍໃຈ ກ່ຽວກັບ ການປາບປາມ ລຸນຫລັງ ການເລືອກຕັ້ງ ຂອງຣັຖບານອີຣ່ານ. ທ່ານ OBAMA ໄດ້ມິດງຽບ ປະມານເກືອບນຶ່ງອາທິດ ຫຼັງຈາກ ການເລືອກຕັ້ງ ຂອງອີຣ່ານ ໃນວັນທີ 12 ມິຖຸນາ ຍ້ອນວ່າ ທ່ານບໍ່ຢາກ ຍຸ່ງກ່ຽວ ໃນກິຈການ ຂອງອີຣ່ານ.

ເກົາຫລີເໜືອ: ຊາວເກົາຫລີເໜືອຈຳນວນຫຼາຍ ສິບພັນຄົນ ໄດ້ໄປໂຮມຊຸມນຸມກັນທີນະຄອນຫຼວງ ພຽງຢາງ ເພື່ອສະແດງ ການທ້າທາຍ ຕໍ່ສະຫະ ຣັດ ເນື່ອງໃນໂອກາດວັນຄົບຮອບປີທີ 59 ໃນ ການຣະເບີດຂຶ້ນ ຂອງສົງຄາມເກົາຫລີ. ຊາວ ເກົາຫຼີເໜືອ ປະມານ 100 ພັນຄົນ ທີ່ໄປໂຮມ ຊຸມນຸມກັນ ຢູ່ຈະຕຸຣັດໃຫຍ່ ໃນນະຄອນຫຼວງ ພຽງຢາງ ມື້ວານນີ້ ໄດ້ພາກັນ ຍົກກຳປັ້ນຂຶ້ນ. ຮູບໂປສເຕີ້ແຜ່ນນຶ່ງ ຢູ່ບ່ອນໂຮມຊຸມນຸມ ປະກາດວ່າ “ພວກເຮົາຈົ່ງທັບມ້າງ ການດຳເນີນ ຄວາມພະຍາມ ຂອງສະຫະຣັດ ທີ່ຈະກໍ່ ສົງຄາມນິວເຄລັຽ”. ໜັງສືພິມ RODONG SINMUN ຂອງທາງການ ເກົາຫລີເໜືອ ເຕືອນວ່າ ຈະມີການຕອບໂຕ້ ດ້ວຍອາວຸດນິວເຄລັຽ ໃນກໍຣະນີທີ່ ສະຫະຣັດ ທຳການໂຈມຕີ. ສົງຄາມເກົາຫລີ ເລີ້ມຂຶ້ນດ້ວຍ ການບຸກ ຂອງເກົາຫລີເໜືອ ເຂົ້າໄປໃນ ເກົາຫລີໃຕ້ ໃນວັນທີ 25 ມິຖຸນາປີ 1950. ສະຫະຣັດ ໄດ້ນຳພາ ກຳລັງ ສະຫະປະຊາຊາດ ທີ່ໄດ້ຕໍ່ສູ້ ຊ່ອຍເກົາຫລີໃຕ້ ຕ້ານຢັນ ທະຫານເກົາຫຼີເໜືອ ແລະ ທະຫານຈີນ. ບັນຫາຂັດແຍ້ງ ດັ່ງກ່າວ ໄດ້ຍຸຕິລົງ ດ້ວຍການສງົບເສິກ ຊົ່ວຄາວ ໃນປີ 1953.

ມຽນມາ - ສະຫະປະຊາຊາດ: ທູດພິເສດ ຂອງອົງການ ສະຫະປະຊາຊາດ ຮັບຜິດຊອບ ກ່ຽວກັບ ເຣື່ອງມຽນມາ ທ່ານ IBRAHIM GAMBARI ກຳລັງເດີນທາງໄປຍັງເມືອງຫຼວງ NAYPYIDAW ເພື່ອເລີ້ມ ເຈຣະຈາຫາຣືກັບ ເຈົ້າໜ້າທີ່ຣັຖບານ ທະຫານມຽນມາ. ທ່ານ GAMBARI ໄດ້ອອກເດີນທາງ ໂດຍທາງຣົດ ໄປຍັງເມືອງ NAYPYIDAW ບໍ່ເທົ່າໃດຊົ່ວໂມງ ຫລັງຈາກ ໄດ້ໄປຮອດ ນະຄອນຢ່າງກຸ້ງ ຊຶ່ງເປັນ ຫົວເມືອງ ໃຫຍ່ທີ່ສຸດ ຂອງມຽນມາ. ທູດພິເສດ ຄົນໄນຈີເຣັຽ ທ່ານນີ້ ຊຶ່ງໄດ້ເດີນທາງ ໄປມຽນມາ ເປັນຄັ້ງທີ 8 ແລ້ວນັ້ນ ຈະສວຍໃຊ້ ການຢ້ຽມ ຢາມຂອງທ່ານ ໃນເທື່ອນີ້ ເພື່ອແຜ້ວທາງ ກ່ຽວກັບ ການເດີນທາງໄປຢ້ຽມ ທີ່ອາດມີຂຶ້ນ ຂອງທ່ານ BAN KI-MOON ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ. ໃນຕົ້ນ ອາທິດນີ້ ທ່ານ BAN ກ່າວວ່າ ທ່ານກຳລັງ ຊອກຫາໂອກາດ ທີ່ເໝາະສົມສຳລັບ ເດີີນທາງ ໄປຢ້ຽມຢາມ ມຽນມາ. ທ່ານ BAN ມີກຳນົດ ໄປຢ້ຽມຢາມຍີ່ປຸ່ນ ແຕ່ວັນທີ 30 ມິຖຸນາ ຫາວັນທີ 2 ກໍຣະກົດ ແລະ ອາດຈະເດີນທາງ ໄປຢ້ຽມຢາມ ມຽນມາ ຫລັງຈາກນັ້ນ.

ສະຫະຣັດ - ໂຊມາເລັຽ: ສະຫະຣັດກ່າວວ່າ ຕົນໄດ້ໃຫ້ການຊ່ອຍເຫລືອ ໃນດ້ານອາວຸດ ແກ່ ຣັຖບານ ໂຊມາເລັຽເພື່ອສູ້ຣົບ ກັບພວກ ກະບົດ ມຸສລິມ. ໃນມື້ວານນີ້ ກະຊວງການຕ່າງປະເທດ ສະຫະຣັດ ໄດ້ໃຫ້ການຢືນຢັນ ຕໍ່ລາຍງານຂ່າວ ທີ່ວ່າ ເມື່ອໄວໆມານີ້ສະຫະຣັດໄດ້ຈັດສົ່ງອາວຸດ ແລະລູກກະສຸນ ຈຳນວນນຶ່ງ ໄປໃຫ້ ໂຊມາເລັຽ. ໂຄສົກ ຂອງກະຊວງ ການຕ່າງປະເທດ ສະຫະ ຣັດ ກ່າວວ່າ ອາວຸດ ແລະ ລູກກະສຸນເຫລົ່ານີ້ ຈະຊ່ອຍຣັຖບານ ໂຊມາເລັຽ ຮັບມືກັບ ອັນທີ່ໂຄສົກເອີ້ນວ່າ ການໂຈມຕີ ຂອງ ພວກກະບົດມຸສລິມ. ໜັງສືພິມ WASHINGTON POST ໄດ້ລາຍງານ ກ່ຽວກັບການຊ່ອຍເຫລືອ ຂອງສະຫະຣັດ ເປັນເທື່ອທຳອິດ ໃນມື້ວານນີ້ ໂດຍອ້າງຄຳເວົ້າ ຂອງເຈົ້າໜ້າທີ່ ສະຫະຣັດ ທີ່ກ່າວວ່າ ການຕັດສິນໃຈ ໄດ້ມີຂຶ້ນ ໃນຣະດັບສູງສຸດ ເພື່ອຄ້ຳປະກັນວ່າ ບໍ່ໃຫ້ ຣັຖບານໂຊມາເລັຽ ພັງທະລາຍ. ເຈົ້າໜ້າທີ່ ໂຊມາເລັຽ ໄດ້ຮ້ອງຂໍ ການຊ່ອຍເຫລືອ ຈາກຕ່າງປະເທດ ໃນການສູ້ຣົບ ກັບພວກມຸສລິມ ຫົວແຂງກະດ້າງ ທີ່ນຳພາໂດຍ ກຸ່ມ AL-SHABAB ທີ່ໄດ້ຄວບຄຸມ ດິນແດນສ່ວນໃຫຍ່ ໃນພາກໃຕ້ ໂຊມາເລັຽ ແລະບາງເຂດ ໃນນະຄອນຫລວງ ໂມກາດິສຊູ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG