ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໗ ທັນວາ ໒໐໒໔

ນັກອານຸລັກທຳມະຊາດກັງວົນວ່າ ປາຂ່າຢູ່ລາວຈະສູນພັນໄປ


ນັກອານຸລັກຊັບພະຍາກອນທຳມະຊາດ

ລະບຸວ່າການກໍ່ສ້າງເຂື່ອນຕາມລຳແມ່ນ້ຳ

ຂອງຈະສົ່ງຜົນກະທົບຕໍ່ທັງສັດນ້ຳແລະ

ປະຊາຊົນໃນເຂດລຸ່ມແມ່ນ້ຳຂອງຢ່າງ

ກວ້າງຂວາງໂດຍສະເພາະແມ່ນການ

ກໍ່ສ້າງເຂື່ອນຢູ່ໃນເຂດພາກໃຕ້ຂອງລາວ

ນັ້ນຍັງຈະເຮັດໃຫ້ປະຊາກອນປາໂລມາ ນ້ຳຈືດຫລືປາຂ່າຫລຸດຈຳນວນລົງໄປສູ່ການສູນ

ພັນໄປ.

ນາງ ເປຣມຣືດີ ດາວເຣືອງ ຜູ້ປະສານງານກຸ່ມເຄືອຂ່າຍພັນທະມິດເພື່ອການອານຸລັກ

ແມ່ນ້ຳຂອງໄດ້ໃຫ້ການຢືນຢັນວ່າການກໍ່ສ້າງເຂື່ອນໃນແນວແມ່ນ້ຳຂອງຈຳນວນເຖິງ11

ໂຄງການຢູ່ໃນເຂດປະເທດລາວ, ໄທ ແລະ ກຳປູເຈຍນັ້ນຈະສົ່ງຜົນກະທົບຕໍ່ທັງສັດນ້ຳ

ແລະ ປະຊາຊົນໃນເຂດຕອນຫລ່າງຂອງລຸ່ມແມ່ນ້ຳຢ່າງກວ້າງຂວາງແລະຢ່າງໜັກໜ່ວງ

ທັງນີ້ກໍເນື່ອງຈາກວ່າ ເຂື່ອນນັ້ນບໍ່ພຽງແຕ່ຈະເຮັດໃຫ້ສະພາບການໄຫລຂອງກະແສນ້ຳ

ຕ້ອງປ່ຽນໄປເທົ່ານັ້ນ, ຫາກແຕ່ວ່າດ້ວຍຄຸນນະພາບຂອງນ້ຳທີ່ປ່ຽນໄປຫລັງຈາກທີ່ໄດ້

ຜ່ານການຜະຫລິດກະແສໄຟຟ້າມາແລ້ວນັ້ນກໍຍັງຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມ

ທຳມະຊາດທີ່ເປັນທາງແຫລ່ງອາຫານ, ແຫລ່ງອາໃສ, ແລະ ແຫລ່ງປະສົມພັນຂອງສັດ

ນ້ຳອີກດ້ວຍ.

ຍິ່ງໄປກວ່ານັ້ນ ໃນເມື່ອວ່າສິ່ງແວດລ້ອມທຳມະຊາດໄດ້ມີການປ່ຽນແປງໄປ ແລະ ກໍໄດ້ມີ

ຜົນກະທົບໂດຍກົງຕໍ່ສັດນ້ຳດ້ວຍແລ້ວກໍຍ່ອມໝາຍເຖິງຜົນກະທົບຕໍ່ແຫລ່ງອາຫານ ແລະ

ສະບຽງອາຫານຂອງປະຊາຊົນຈຳນວນຫລາຍສິບລ້ານຄົນ ທັງທີ່ຢູ່ລຸ່ມແມ່ນ້ຳຂອງ ແລະ

ທີ່ຕ້ອງເພິ່ງພາການຕອບສະໜອງດ້ານສະບຽງອາຫານຈາກເຂດລຸ່ມແມ່ນ້ຳຂອງຢ່າງຫລີກ

ລ້ຽງບໍ່ໄດ້.

ຜູ້ປະສານງານຂອງກຸ່ມເຄື່ອຂາຍພັນທະມິດເພື່ອການອານຸລັກແມ່ນ້ຳຂອງຊຶ່ງມີສະມາຊິກ

ຫລາຍກວ່າ 20 ອົງການໃນດ້ານການອານຸລັກສັບພະຍາກອນທຳມະຊາດທັງໃນລະດັບ

ພູມີພາກແມ່ນ້ຳຂອງແລະລະດັບສາກົນນັ້ນກໍໄດ້ໃຫ້ການອະທິບາຍໂດຍຍົກເຖິງກໍລະນີ

ຂອງການກໍ່ສ້າງເຂື່ອນດອນສະຫົງໃນເຂດສີ່ພັນດອນ ແລະ ນ້ຳຕົກຫລີ່ຜີຢູ່ໃນເຂດພາກ

ໃຕ້ ແຂວງຈຳປາສັກຂອງລາວນັ້ນວ່າ ເປັນໂຄງການທີ່ຂວາງກັ້ນທາງນ້ຳທີ່ປາແລະສັດນ້ຳ

ນາໆ ຊະໜິດໃຊ້ສັນຈອນໄປມາຕະຫລອດປີລະຫວ່າງສີ່ພັນດອນໃນລາວກັບທະເລສາບ

ໃນພາກເໜືອກຳປູເຈຍ. ເພາະສະນັ້ນ ໃນເມື່ອວ່າມີເຂື່ອນມາຂວາງກັ້ນທາງນ້ຳດັ່ງກ່າວ

ກໍຍ່ອມຈະສົ່ງຜົນກະທົບຕໍ່ແຫລ່ງອາຫານ, ແຫລ່ງອາໃສ ແລະ ແຫລ່ງປະສົມພັນຂອງສັດ

ນ້ຳຢ່າງຫລີກລ້ຽງບໍ່ໄດ້ແລະຜົນກະທົບຕໍ່ເນື່ອງນັ້ນກໍຄືແຫລ່ງສະບຽງອາຫານທີ່ອຸດົມສົມ

ບູນຂອງຄົນກໍຕ້ອງຖືກທຳລາຍໄປດ້ວຍ.

ສ່ວນທາງດ້ານກອງທຶນເພື່ອການອະນຸ

ລັກສັດໂລກ ຫລື WWF ນັ້ນ ໄດ້ສະ

ເໜີລາຍງານ ໃນໄລຍະດຽວກັນນີ້ວ່າ

ສະພາບແວດລ້ອມທຳມະຊາດ ຢູ່ໃນ

ເຂດຕອນຫລ່າງ ຂອງລຸ່ມນ້ຳຂອງ

ໄດ້ຖືກທຳລາຍໄປດ້ວຍສານພິດ

ແລະ ສານປົນເປື້ອນຕ່າງໆ ໃນໄລຍະນັບຈາກປີ 2003 ເປັນຕົ້ນມາໄດ້ເປັນຜົນ

ເຮັດໃຫ້ປາໂລມານ້ຳຈືດຫລືປາຂ່ານັ້ນຕ້ອງຕາຍໄປເຖິງ 88 ຕົວ ແລະ ກວ່າ

60% ໃນຈຳນວນດັ່ງກ່າວນີ້ ເປັນລູກປາຂ່າທີ່ມີອາຍຸຕ່ຳກວ່າສອງສັບດາຊຶ່ງກໍ

ເຮັດໃຫ້ຍັງຄົງເຫລືອປາຂ່າພຽງແຕ່ບໍ່ເກີນ 76 ໂຕເທົ່ານັ້ນທີ່ມີແຫລ່ງອາໃສ,

ແຫລ່ງອາຫານ ແລະ ແຫລ່ງປະສົມພັນຢູ່ໃນແນວແມ່ນ້ຳຂອງຊ່ວງລະຫວ່າງ

ພາກໃຕ້ຂອງລາວກັບພາກເໜືອຂອງກຳປູເຈຍຊຶ່ງມີໄລຍະທາງຍາວໃນແມ່ນ້ຳ

ຂອງປະມານ 190 ກິໂລແມັດ ໃນປັດຈຸບັນ.


ທັງນີ້ ໂດຍຈາກການກວດພິສູດປາຂ່າທີ່ຕາຍໄປນັ້ນ ກໍພົບວ່າສານພິດ ແລະ ສານປົນ

ເປື້ອນທີ່ເຮັດໃຫ້ລູກປາຂ່າຕ້ອງຕາຍໄປກໍຄື ສານ DDT ຈາກພາກການກະເສດ, ສານ

PCB ຊຶ່ງເຮັດໃຫ້ເກີດອາການນ້ຳເນົ່າເສຍແລະ ສານປະຫລອດຊຶ່ງນັກວິໃຈຂອງ

WWF ໃນກຳປູເຈຍ ທີ່ໄດ້ທຳການກວດພິສູດດັ່ງກ່າວ ກໍເຊື່ອວ່າເປັນສານພິດ ແລະ

ສານປົນເປື້ອນທີ່ມາຈາກການຂຸດຄົ້ນແຮ່ທາດຢູ່ໃນປະເທດລາວ ໂດຍສະເພາະແມ່ນ

ການຂຸດຄົ້ນແຮ່ຄຳ ແລະ ທອງແດງຢູ່ໃນເຂດເມືອງເຊໂປນ ແລະ ເມືອງວີລະບູລີ ໃນ

ແຂວງສະຫວັນນະເຂດ.

ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ໃນວັນທີ 26 ມິຖຸນາ 2009

XS
SM
MD
LG