ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມົ້ງຫ້ວຍນ້ຳຂາວຢືນຢັນວ່າຈະບໍ່ກັບໄປລາວເພາະຢ້ານາ ວ່າຈະຖືກຂ້າລ້າງເຜົ່າພັນ


ຜູ້ນຳຊາວມົ້ງຢູ່ບ້ານຫວ້ຍນ້ຳຂາວຢືນຢັນ

ວ່າການປິດລ້ອມ ແລະ ການປາບປາມ

ຊາວມົ້ງຢູ່ໃນລາວຍັງຄົງສືບຕໍ່ເລື້ອຍມາ

ຈົນເຖິງທຸກມື້ນີ້. ເພາະສະນັ້ນ ການສົ່ງ

ຊາວມົ້ງກັບຄືນໄປລາວຈຶ່ງມີຄວາມສ່ຽງ

ຕໍ່ຊີວິດ ແລະ ຮ່າງກາຍ ໃນຂະນະທີ່

ທາງການລາວນັ້ນ ກໍຢືນຢັນມາໂດຍຕະຫລອດວ່າຈະໃຫ້ການຊ່ອຍເຫລືອ ແລະ ເບິ່ງແຍງ

ຊາວມົ້ງທຸກຄົນເປັນຢ່າງດີເມື່ອຖືກສົ່ງກັບຄືນໄປລາວແລ້ວ.

ທ້າວ ຫລີສື ແກນນຳຄົນສຳຄັນຂອງຊຸມຊົນຊາວມົ້ງ ທີ່ພັກອາໃສຢູ່ໃນສູນ​ຮອງ​ຮັບ​ຊົ່ວຄາວ

ບ້ານຫ້ວຍນ້ຳຂາວໃນເຂດອຳເພີເຂົາຄໍ້ຈັງຫວັດເພັດສະບູນທາງພາກເໜືອຕອນຫລາງ​

ຂອງປະ​ເທດ​ໄທ ໄດ້ໃຫ້ຢືນຢັນວ່າ ການທີ່ທາງການໄທ ໄດ້ດຳເນີນມາດຕະການໃນທຸກວິ

ທີທາງເພື່ອກົດດັນໃຫ້ ຊາວມົ້ງຕ້ອງເດີນທາງກັບຄືນໄປລາວທັງໝົດນັ້ນ ນອກຈາກຈະເປັນ

ການກະທຳທີ່ຄັດຕໍ່ຫລັກສາກົນວ່າດ້ວຍຜູ້ອົບພະຍົບແລ້ວກໍຍັງເປັນການກະທຳທີ່ເຮັດໃຫ້

ຊາວມົ້ງຕ້ອງມີຄວາມສ່ຽງສູງເຖິງຊີວິດ ແລະ ຮ່າງກາຍອີກດ້ວຍ.

ທັງນີ້ ທ້າວ ຫລີສື ໄດ້ໃຫ້ການອະທິບາຍວ່າ ການສ່ຽງໄພເຖິງຊີວິດຂອງບັນດາຊາວມົ້ງທີ່

ຈະຖືກກົດດັນໃຫ້ຕ້ອງເດີນທາງກັບຄືນໄປລາວ ໂດຍສະເພາະແມ່ນຊາວມົ້ງປ່ານັ້ນ ກໍຍ້ອນ

ວ່າ ທາງການລາວ ໂດຍກອງທັບປະຊາຊົນລາວ ຍັງຄົງດຳເນີນມາດຕະການປິດລ້ອມ

ແລະ ປາບປາມຊາວມົ້ງຢ່າງຕໍ່ເນື່ອງນັບຈາກປີ 1975 ເປັນຕົ້ນມາ ຈົນເຖິງປະຈຸບັນນີ້

ແລະ ເຖິງແມ່ນວ່າ ທ່ານ ພົນຈັດຕະວາ ບົວສ້ຽງຈຳປາພັນ ຮອງຫົວ ໜ້າກົມໃຫຍ່ເສນາ

ທິການ ກອງທັບປະຊາຊົນລາວຈະໄດ້ເດີນທາງໄປໃຫ້ການຢືນຢັນ ຕໍ່ບັນດາແກນນຳຂອງ

ຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວ ເມື່ອຕົ້ນປີນີ້ວ່າ ຢູ່ໃນປະເທດລາວບໍ່ມີປະຕິບັດການ ດັ່ງກ່າວ

ກໍຕາມ ຫາກແຕ່ກໍເຊື່ອຖືບໍ່ໄດ້.

ສາເຫດທີ່ທາງການລາວ ຕ້ອງທຳການ

ປິດລ້ອມ ແລະ ປາບປາມຊາວມົ້ງນັ້ນ

ກໍຍ້ອນວ່າ ພວກເຂົາເຈົ້າເປັນອະດີດ

ແລະ ລູກຫລານຂອງຫນ່ວຍສືບລາດ

ຊະການລັບ ຫລື CIA ຂອງສະຫະລັດ

ອາເມລິກາ ໃນໄລຍະສົງຄາມອິນດູຈີນ. ແຕ່ຢ່າງໃດກໍຕາມທາງການ ລາວ ກໍໄດ້ຖະ

ແຫລງການ ເພື່ອປະຕິເສດຕໍ່ກໍລະນີດັ່ງກ່າວນີ້ ມາໂດຍຕະຫລອດເຊັ່ນດຽວກັນໂດຍຢືນ

ຢັນວ່າ ບໍ່ມີຝ່າຍຕໍ່ຕ້ານລັດຖະບານ ແລະ ບໍ່ມີການປາບປາມຊາວມົ້ງຢູ່ໃນປະເທດລາວ

ຫາກແຕ່ມີພຽງການຍົກຍ້າຍບັນດາຊົນເຜົ່າຕ່າງໆຈາກໝູ່ບ້ານຂະໜາດນ້ອຍ ມາລວມ

ກັນ ຢູ່ໃນໝູ່ບ້ານຂະໜາດໃຫຍ່ ເພື່ອເຮັດໃຫ້ສະດວກຕໍ່ການນຳເອົາ ໂຄງການພັດທະນາ

ຕ່າງໆ ລົງໄປໃນທ້ອງຖິ່ນໃຫ້ໄດ້ຢ່າງທົ່ວຖິງ ແລະ ໃຫ້ມີປະສິດທະຜົນ ກັບທັງຍັງເພື່ອ

ເປັນການລົບລ້າງ ການຖາງປ່າເຮັດໃຫ້ເລື່ອນລອຍ ຂອງບັນດາຊົນເຜົ່າຕ່າງໆອີກດ້ວຍ.

ຍິ່ງໄປກວ່ານັ້ນທ່ານ ພົນ ຈັດຕະວາບົວສ້ຽງ ຍັງໄດ້ໃຫ້ການ​ເນັ້ນຢ້ຳ ໃນລະຫວ່າງທີ່ເດີນ

ທາງໄປກວດຢ້ຽມ ແລະ ພົບປະກັບ ບັນດາແກນນຳຂອງຊາວມົ້ງ ຢູ່ບ້ານຫ້ວຍນ້ຳຂາວ

ໃນຊວ່ງຕົ້ນປີນີ້ອີກດ້ວຍວ່າ:


ຕໍ່ກັບພາກສ່ວນ​ທີ່ ສະມັກໃຈໄປຢູ່ບ້ານພັດທະນາໃໝ່. ໜຶ່ງ ປຸກເຮື​ອນ​ໃຫ້​ຄອບຄົວລະ​

ຫລັງ​ພື້ນທີ່ໜີ້ກໍ​ແບ່ງ​ໃຫ້​ກວ້າງຂວາງ ​ເພາະ​ວ່າໃນ​ອານາ​ຄົດ​ເຂົາ​ເຈົ້າຈະ​ຫາ​ເງິນ​ຫາ​ທອງ ​

ແລ້ວ​ຈະ​ຕັ້ງ​ເຮືອນ​ໃຫຍ່ກວ້າງ​ກວ່າ​ນັ້ນ, ສອງ ຈະ​ຈ່າຍ​ເຂົ້າ​ໃຫ້​ກິນໜຶ່ງປີ​ເຕັມ, ສາມ ​ເອົາ​

ໄຟຟ້າ​ເຂົ້າ​ໄປ​ເຮືອນ ​ແລະ ນຳ​ໃຊ້​ກະ​ແສ​ໄຟຟ້າໜຶ່ງປີ ​ໄປບໍ່​ໃຫ້​ເສຍ​ເງິນ, ສີ່ ກໍ​ເອົາ​ເງິນ​ໃຫ້​

ຜູ້​ລະ​ສາມ​ແສນ​ໃຫ້ເບື້ອງຕົ້ນຄື​ກັນ, ຫ້າ ພວກ​ເຮົາ​ດຳ​ເນີນ​ການກໍ່ສ້າງພື້ນຖານ​ໂຄງ​ຫລ່າ​ງ ​

ເພື່ອ​ຮອງ​ຮັບ​ເຮັດ​ໃຫ້​ພີ່ນ້ອງ​ຈຳນວນ​ນີ້ ມີ​ບ່ອນ​ຜະຫລິດ​ຄົງທີ່​ເປັນ​ຂອງ​ຕົວ​ເອງ​ຍາວ​ນານ.

ຕັ້ງ​ໂຮງຮຽນ​ເອົາ​ນາຍຄູ​ໄປ​ສິດສອນ​ຕັ້ງສຸກ​ສະ​ລາ​ປະກອບ​ແພດ ປະກອບຢາ ພ້ອມ​ກັນນັ້ນ

ກໍ​ອານຸຍາດໃຫ້ໄປ​ຢາມ​ພີ່ນ້ອງ​ຕ່າງບ້ານ​ຕ່າງ​ແຂວງ ​ແລະ ອານຸຍາດ​ໃຫ້ພີ່ນ້ອງ​ຕ່າງບ້ານ

ຕ່າງ​ ແຂວງມາ​ຢ້ຽມຢາມຕົນ​ເອງ​ໄດ້. ​ແລະ ກໍ​ມີ​ສິດ​ອິດສະ​ລະ​ພາບ​ຄືພົນລະ​ເມືອງ​ຄົນ​ອື່ນ​ໆ

ແລ້ວເຮັດ​ສຳມະ​ໂນ​ຄົວ. ຖ້າ​ມີ​ຄວາມ​ຈຳ​ເປັນ​ຕ້ອງການຢາກໄປ​ຢາມ​ພີ່ນ້ອງ​ຕ່າງປະ​ເທດ

ພວກ​ຂ້າພະ​ເຈົ້າ ກໍ​ຈະ​ເຮັດ ພາ​ສປອດ​ໃຫ້.

ນັບຈາກປີ 2007 ເປັນຕົ້ນມາ ທາງການໄທໄດ້ທຳການສົ່ງຊາວມົ້ງ ກັບຄືນໄປໃຫ້ທາງ

ການລາວ ແລ້ວ 14 ຄັ້ງ ໂດຍມີຊາວມົ້ງທີ່ຖືກສົ່ງກັບໄປລາວລວມກັນ 2.807 ຄົນ ຫລື

578 ຄອບຄົວ ແລະ ໃນປະຈຸບັນນີ້ ກໍຍັງຄົງເຫລືອຊາວມົ້ງຢູ່ສູນຮອງຮັບຊາວຄາວ ບ້ານ

ຫ້ວຍນ້ຳຂາວ ຈຳນວນ ຫ້າພັນກວ່າຄົນ ທີ່ທາງການລາວ ແລະ ໄທ ໄດ້ຕົກລົງຮ່ວມກັນ

ຢ່າງຄັກແນ່ແລ້ວວ່າ ຈະດຳເນີນ ການສົ່ງ ແລະ ຮັບເອົາພວກເຂົາເຈົ້າກັບຄືນໄປລາວ ໃຫ້

ໄດ້ທັງໝົດພາຍໃນທ້າຍປີນີ້.

XS
SM
MD
LG